ສໍານັກງານ ປົກປ້ອງເງິນຝາກ ມີສະມາຊິກທັງໝົດ 40 ທະນາຄານ

ທະນາຄານແຫ່ງ ສປປ ລາວ ໄດ້ປະກາດ ການສ້າງຕັັ້ງສໍານັກງານປົກປ້ອງເງິນຝາກ ຂຶ້ນຢ່າງເປັນທາງການໃນວັນທີ 23 ມັງກອນ 2019 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ; ພ້ອມດ້ວຍ ທ່ານນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ, ບັນດາພາກສ່ວນຈາກກະຊວງທີ່ກ່ຽວຂ້ອງ, ຄະນະກົມ-ຄະນະສະພາບໍລິຫານ,ຄະນະອໍານວຍການສໍານັກງານປົກປ້ອງເງິນຝາກ-ຄະນະອໍານວຍການທະນາຄານລັດ ແລະ ບັນດາທະນາຄານທີ່ເປັນສະມາຊິກເຂົ້າຮ່ວມຢ່າງຄົບຖ້ວນ.


ສໍານັກງານປົກປ້ອງເງິນຝາກ ໃນເມື່ອກ່ອນເປັນກອງທຶນປົກປ້ອງຜູ້ຝາກເງິນ ທີ່ໄດ້ຮັບການສ້າງຂຶ້ນໃນທ້າຍປີ 1999 ເພື່ອປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ ທັງນີ້ເພື່ອເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ກໍຄືລະບົບທະນາຄານໄປຄຽງຄູ່ກັບການພັດທະນາລະບົບທະນາຄານ.

ສໍານັກງານປົກປ້ອງເງິນຝາກ ໄດ້ຮັບການສ້າງຂຶ້ນຕາມດໍາລັດເລກທີ 329/ລບ; ລົງວັນທີ 25 ຕຸລາ 2017 ຊຶ່ງເປັນການຈັດຕັ້ງການເງິນຂອງລັດມີຖານະທຽບເທົ່າກົມ, ເປັນນິຕິບຸກຄົນທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກໍາໄລ, ມີຄວາມເປັນເອກະລາດທາງດ້ານການເງິນ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ.

ທ່ານ ນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກໄດ້ແຈ້ງໃຫ້ຊາບການເຄື່ອນໄຫວໃນປີ 2018 ຜ່ານມາໂດຍໄດ້ຮັບຜົນສໍາເລັດຫຼາຍດ້ານເປັນຕົ້ນດ້ານວຽກງານນິຕິກໍາ; ດ້ານວຽກງານກວດກາ ແລະ ວິເຄາະ; ດ້ານການເຄື່ອນໄຫວທາງດ້ານການເງິນ; ການເກັບເບ້ຍປະກັນ, ການປົກປ້ອງເງິນຝາກ; ການພົວພັນຕ່າງປະເທດ; ການເຄື່ອນໄຫວດ້ານອື່ນໆ;

ປັດຈຸບັນສໍານັກງານປົກປ້ອງເງິນຝາກມີສະມາຊິກທັງໝົດ 40 ທະນາຄານໃນນີ້ ມີທະນາຄານທຸລະກິດລັດ 3 ທະນາຄານ, ທະນາຄານຮ່ວມທຶນ 3 ທະນາຄານ, ທະນາຄານເອກະຊົນ 6 ທະນາຄານ, ທະນາຄານທີ່ເປັນລູກຂອງທະນາຄານຕ່າງປະເທດ 9 ທະນາຄານ ແລະ ສາຂາທະນາຄານຕ່າງປະເທດ 19 ທະນາຄານ.

ຂໍ້ມູນຈາກ: ຂ່າວ ນສພ ເສດຖະກິດ-ສັງຄົມ

Comments