ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືລັດຖະມົນຕີກະຊວງການຕ່າງປະເທດ ຮັບຮອງເອົາ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສູນ ກິດຕິມະສັກ ແຫ່ງ ປອກຕຸຍການ (Honorary Consular for Portugal) ທີ່ນະຄອນຫຼວງວຽງຈັນ, ໂດຍມີຂອບເຂດການເຄື່ອນໄຫວກວມເອົາທັງໝົດ ສປປ ລາວ.
ພິທີຈັດຂຶ້ນໃນວັນທີ 22 ມັງກອນ 2019 ທີ່ຜ່ານມາ ທີ່ກະຊວງການຕ່າງປະເທດ.
ໃນການປະຕິບັດໜ້າທີ່ກົງການເຄື່ອນໄຫວກົງສຸນກິດຕິມະສັກດັ່ງກ່າວຂ້າງເທີງ ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ຮັບຄວາມສະດວກ, ອະພິສິດ ແລະ ສິດຄຸ້ມກັນທາງກົງສຸນ ທີ່ ສປປ ລາວ ມອບໃຫ້ໃນຖານະກິດຕິມະສັກຂອງຕ່າງປະເທດ.