ຕອບສະໜອງຕາມການເຊື້ອເຊີນຂອງ ພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ນໍາໂດຍ ສະຫາຍ ມາດດັບ ກຸມມານ ເນປານ, ຜູ້ນຳອາວຸໂສ, ເລຂາທິການສູນກາງ, ກໍາມະການຄະນະປະຈໍາສູນກາງພັກກອມມູນິດ ເນປານ, ອະດີດນາຍົກລັດຖະມົນຕີ ເນປານ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ແຕ່ວັນທີ 31 ມັງກອນ – 04 ກຸມພາ 2019. ໃນໄລຍະຢູ່ຢ້ຽມຢາມ ສປປ ລາວ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ໄດ້ພົບປະເຮັດວຽກກັບ ສະຫາຍ ກິແກ້ວ ໄຂຄໍາພິທູນ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ໃນການພົບປະດັ່ງກ່າວ, ບັນດາສະຫາຍການນໍາລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ເນປານ; ພ້ອມນັ້ນ ສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນ ຂອງ ສປປ ລາວ ໃນໄລຍະມໍ່ໆມານີ້ ໃຫ້ຄະນະຊາບ, ...
Read More »News
ກອງປະຊຸມສະໄໝສາມັນເທື່ອທີ 6 ຊຸດທີ I ສະພາປະຊາຊົນແຂວງບໍລິຄໍາໄຊ
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ (ສພຂ)ບໍລິຄຳໄຊ ຊຸດທີ I ໄດ້ໄຂຂຶ້ນໃນວັນທີ 29 ມັງກອນ 2019 ທີ່ຜ່ານມາ ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ; ເປັນກຽດເຂົ້າຮ່ວມມີທ່ານນາງ ສີໃສ ລືເດດມູນສອນ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ-ເຈົ້າແຂວງບໍລິຄຳໄຊ, ບັນດາການນຳຂອງແຂວງ, ພະນັກງານອາວຸໂສບຳນານ, ອະດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ສະມາຊິກສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນໄປເຖິງວັນທີ 1 ກຸມພາ 2019 ເພື່ອສຸມໃສ່ຄົ້ນຄວ້າ ພິຈາລະນາ, ຮັບຮອງເອົາບັນຫາສຳຄັນຕ່າງໆ ຄື: ຮັບຟັງການລາຍງານ ຂອງທ່ານເຈົ້າແຂວງ ກ່ຽວກັບວຽກງານທີ່ພົ້ນເດັ່ນ ເປັນຈຸດສຸມບູລິມະສິດຂອງແຂວງ ໃນການ ພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຍຸດທະສາດ ປະຈຳປີ 2018 ແລະ ແຜນງານຈຸດສຸມ ປະຈຳປີ 2019; ພິຈາລະນາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານປະຈຳປີ 2018 ແລະ ...
Read More »ການນໍາແຂວງສາລະວັນ ເຂົ້າວາງກະຕ່າດອກໄມ້ ເພື່ອລະນຶກເຖິງວັນສ້າງຕັ້ງກໍາມະບານລາວ ຄົບຮອບ 63 ປີ
ໃນວັນທີ 31 ມັງກອນ 2019 ການນໍາແຂວງສາລະວັນ ນໍາໂດຍ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ພ້ອມຄະນະ ແລະ ກຸ່ມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຸ່ມຄະນະສະຫະພັນພັນກໍາມະບານແຂວງ, ກຸ່ມພັກ-ພະນັກງານ, ກຸ່ມວັດທະນະທໍາ-ສັງຄົມ, ກຸ່ມປົກປ້ອງກົດໝາຍ, ກຸ່ມເສດຖະກິດ, ກຸ່ມສະຫະພັນກໍາມະບານຂະແໜງ ແລະ ກຸ່ມສະຫະພັນກໍາມະບານເມືອງສາລະວັນ, ໄດ້ເຂົ້າວາງກະຕ່າງດອກໄມ້ຢູ່ 3 ຈຸດສຳຄັນຂອງແຂວງຄື: ອະນຸສອນສະຖານ ປະທານໄກສອນ ພົມວິຫານ, ອະນຸສາວະລີນັກຮົບນິລະນາມ ແລະ ອະນຸສາວະລີອົງແກ້ວ. ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 63 ປີ ( 1 ກຸມພາ 1956- 1 ກຸມພາ 2019) ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ເຊິ່ງຖືເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດແຫ່ງການຕໍ່ສູ້ ແລະ ການສ້າງສາ ພັດທະນາ ປະເທດຊາດ ກໍຄືຂອງຊາວຜູ້ອອກແຮງງານບັນດາເຜົ່າ ໃນການປະກອບສ່ວນໃນພາລະກິດປະຕິວັດ ຂອງອົງການຈັດຕັ້ງກຳມະບານລາວຕະຫຼອດໄລຍະຜ່ານມາ. ຂໍ້ມູນຈາກ: ໜັງສືພິມສາລະວັນ
Read More »ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຊື່ອມຊຶມມະຕິ 7ແລະ ເປີດຂະບວນການແຂ່ງຂັນ
ໃນວັນທີ 30-31 ມັງກອນ 2018 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມມະຕິ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ເປີດຂະບວນການແຂ່ງຂັນ ກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍການເປັນປະທານ ຂອງສະຫາຍ ເພັດ ພົມພິພັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ບັນດາສະຫາຍຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທັງໝົດ ເຂົ້າຮ່ວມ. ຈຸດປະສົງ ແມ່ນເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ທົ່ວ ຫສນຍ ໄດ້ຮັບຮູ້, ເຊື່ອມຊຶມ ຕໍ່ເນື້ອໃນຈິດໃຈ ຂອງມະ ຕິ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X; ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 56/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ...
Read More »ຫາກໃຜກໍາລັງມີບັນຫາເລື່ອງເງິນໃນການເລີ່ມຕົ້ນທຸລະກິດໃໝ່ ລອງມາທໍາຄວາມຮູ້ຈັກກັບບົດຄວາມນີ້ເບິ່ງ…
ເປັນຫຍັງ ເງິນ ຈຶ່ງບໍ່ແມ່ນປັດໃຈຫຼັກໃນການເຮັດທຸຸລະກິດ ເຫດຜົນທີ່ເຮັດໃຫ້ຫຼາຍຄົນບໍ່ຕ້ອງການເລີ່ມຕົ້ນທຸລະກິດຈາກ “ເງິນ” ເພາະຄິດວ່າຍັງມີເງິນບໍ່ພຽງພໍທີ່ຈະເລີ່ມຕົ້ນທຸລະກິດໃຫ້ປະສົບຜົນສໍາເລັດຕາມທີ່ຄິດເອົາໄວ້ໄດ້ ຫຼືກັງວົນບັນຫາຄວາມສ່ຽງຕ່າງໆ ຫາກໃຜກໍາລັງຄິດກັງວົນ ແລະມີບັນຫາເລື່ອງເງິນໃນການເລີ່ມຕົ້ນທຸລະກິດ ລອງມາທໍາຄວາມເຂົ້າໃຈກັບບົດຄວາມນີ້ເບິ່ງ… ເຮົາປະຢັດເງິນໄດ້ ຖ້າຮູ້ບໍລິຫານຈັດການຊີວິດ ຫຼາຍສິ່ງຫຼາຍຢ່າງທີ່ເຮົາຕ້ອງໃຊ້ເງິນລົງທຶນ ໃນການເຮັດທຸລະກິດນັ້ນ ສາມາດເຮັດໄດ້ຟຣີ (ຖ້າມີເວລາຫຼາຍພໍ) ເຊັ່ນ: ເຮົາຕ້ອງຈ່າຍເງິນໃຫ້ກັບບໍລິສັດ ຫຼືທີ່ປຶກສາດ້ານການຕະຫຼາດ ເພື່ອສ້າງແບຣນປະຊາສໍາພັນ ແຕ່ຄວາມຈິງເຮົາສາມາດທີ່ຈະຄ່ອຍໆຮຽນຮູ້ດ້ວຍຕົນເອງ ເພາະທຸລະກິດຍັງບໍ່ໃຫຍ່ພໍທີ່ຈະລົງທຶນເລື່ອງເຫຼົ່ານີ້ ຫຼືການທີ່ຍັງບໍ່ພ້ອມທີ່ຈະຈ້າງພະນັກງານເພີ່ມ ກໍລອງບໍລິຫານຈັດການຊີວິດເພື່ອແບ່ງເວລາໃນການເຮັດວຽກຂອງຕົວເອງໃຫ້ຫຼາຍຂຶ້ນ, ຟັງເບິ່ງອາດຈະບໍ່ສະຫຼາດ ແຕ່ສິ່ງນີ້ກໍຈະເຮັດໃຫ້ເຮົາເຫັນຄຸນຄ່າຂອງເງິນ ເຮັດໃຫ້ສາມາດປະຢັດເງິນຈົນພ້ອມທີ່ຈະຈ້າງຄົນມາແບ່ງເບົາພາລະວຽກໄດ້ ຮຽນຮູ້ສິ່ງຕ່າງໆ ທີ່ມີຫຼາກຫຼາຍໃນໂລກ Online ໂດຍບໍ່ຕ້ອງເສຍເງິນ ເຮົາສາມາດສ້າງເວັບໄຊ້ໄດ້ຟຣີ, ແຕ່ຖ້າໃຜຢາກໄດ້ເວັບໄຊ້ທີ່ມີຄຸນນະພາບ ກໍຕ້ອງຊໍາລະເງິນເພີ່ມຕົວຢ່າງເຊັ່ນ: Wix ຫຼື WordPress ເຊິ່ງເປັນເວັບໄຊ້ສໍາລັບຮູບທີ່ມີດີຊາຍງົດງາມບໍ່ຕ່າງຈາກມືອາຊີບ ແລະເປັນທີ່ນິຍົມສໍາລັບຜູ້ປະກອບການທົ່ວໂລກ. ນອກຈາກນີ້, ເຮົາຍັງສາມາດເຊື່ອມຕໍ່ໂລກ Online ໄດ້ດ້ວຍ Social Media ເພື່ອຄົ້ນຫາກຸ່ມເປົ້າໝາຍ ແລະລູກຄ້າທີ່ໃຊ້ຊີວິດຢູ່ເທິງໂລກ Online ໄດ້. ລວມເຖິງການຄົ້ນຫາຂໍ້ມູນຕ່າງໆ, ຄວາມຮູ້ໃນການເຮັດທຸລະກິດ, ການເຮັດບັນຊີ, ຟຣີຊອບແວ ທັງໝົດນີ້ຢູ່ໃນໂລກ Online ທັງໝົດ. ຄໍານວນລາຍຮັບ-ລາຍຈ່າຍໃຫ້ດີ ທຸກຢ່າງຈະລາບລື່ນ ເຮົາມັກຄິດວ່າເມື່ອເລີ່ມຕົ້ນທຸລະກິດແລ້ວ ເງິນທີ່ໄດ້ຈາກການຄ້າຂາຍ ...
Read More »ກວດພົບ ພັນກວ່າຄອບຄົວ ຍັງບໍ່ທັນຈົດທະບຽນສໍາມະໂນຄົວ
ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມປີ 2018 ແລະ ວາງທິດທາງວຽກງານຈຸດສຸມໃນປີ 2019 ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ-ເຈົ້າຄອງນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມກອງປະຊຸມຂອງ ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະນໍາຂັ້ນສູງຂອງກະຊວງທີ່ກ່ຽວຂ້ອງ, ຄະນະຊີ້ນໍາ, ຂະແໜງການ ແລະ ພະນັກງານກໍ່ສ້າງຮາກຖານການເມືອງ ນະຄອນຫຼວງວຽງຈັນ 270 ສະຫາຍເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ:ໃນໄລຍະ 1 ປີຜ່ານມາ ໄດ້ສຸມໃສ່ 4 ວຽກຄື: ວຽກງານຄຸ້ມຄອງສຳມະໂນຄົວ ຕິດພັນກັບການຈັດສັນລະບຽບສັງຄົມ ແມ່ນໄດ້ກວດກາ, ຈົດທະບຽນສຳມະໂນຄົວ ພາຍໃນ 6 ເມືອງ, ມີ 28 ກຸ່ມ, ມີ 212 ບ້ານ, ...
Read More »ຢາກໄປສຶກສາຕໍ່ ທີ່ມະຫາວິທະຍາໄລດັງ ຂອງປະເທດໄທ ສະໝັກດ່ວນໆໆໆ
ເປີດໃຫ້ນັກສຶກສາລາວທຸກຄົນສາມາດ ສົ່ງໃບສະໝັກຂໍທຶນໄປສຶກສາ ຕໍ່ ທີ່ມະຫາວິທະຍາໄລ ຂອນແກ່ນ ທີ່ປະເທດໄທ. ຢູ່ບໍ່ໄກຈາກ ສປປ ລາວ ! ເໝາະສົມແກ່ຜູ້ທີ່ຢາກເດີນທາງກັບເຮືອນ ດຸດຸ ! ມະຫາວິທະຍາໄລ ຂອນແກ່ນ ປະເທດໄທ ເປີດໃຫ້ຄົນລາວ ສະໝັກເອົາທຶນການສຶກສາ 100% ມີຫຼາຍສາຂາ ໃຫ້ສະໝັກເລືອກຮຽນ! ປິດຮັບສະໝັກ ວັນທີ 05/04/2019 ລາຍລະອຽດ ແລະ ວິທີການສະໝັກທີ່: https://iad.kku.ac.th/scholarships.php?id=205 ແຊຣ໌ຕໍ່ກັນເລີຍ !!! ?? ?? ?? ເປີດຮັບສະຫມັກແລ້ວ ! ຢູ່ບໍ່ໄກຈາກ ສປປ ລາວ !ເຫມາະສົມແກ່ຜູ້ທີ່ຢາກເດີນທາງກັບເຮືອນ ດຸດຸ !ມະຫາວິທະຍາໄລ ຂອນແກ່ນ… Posted by Lao Youth Radio FM 90.0 Mhz on Monday, January 28, 2019
Read More »ຮອງປະທານປະເທດ ໂອ້ລົມຕໍ່ກອງປະຊຸມວຽກງານຍຸຕິທຳ ທົ່ວປະເທດ
ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2018 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-29 ມັງກອນ 2019 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ,ມີຜູ້ເຂົ້າຮ່ວມ ທັງໝົດຈຳນວນ 325 ທ່ານ, ຍິງ 90 ທ່ານ. ໃນໂອກາດດັ່ງກ່າວ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2018 ໂດຍທ່ານໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວວຽກງານຍຸຕິທໍາໃນໄລຍະທີ່ຜ່ານມາ, ກະຊວງຍຸຕິທຳໃນຖານະເປັນເສນາທິການໃຫ້ແກ່ລັດຖະບານໃນວຽກງານກົດໝາຍ ແລະ ຍຸຕິທຳ ໄດ້ຕັ້ງໜ້າປະຕິບັດພາລະບົດບາດໜ້າທີ່ຂອງຂະແໜງການຍຸຕິທໍາໃນວຽກງານຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໄດ້ເປັນຢ່າງດີ, ອັນເປັນການປະກອບສ່ວນທີ່ສໍາຄັນຂອງຂະແໜງການຍຸຕິທໍາ ເຂົ້າໃນການຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ VIII ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນບາງຈຸດທີ່ສຳຄັນ ເພື່ອເປັນທິດໃນການຈັດຕັ້ງປະຕິບັດວຽກງານກົດໝາຍ ແລະ ຍຸຕິທຳ ໃນປີ 2019 ດັ່ງນີ້: ບັນຫາທີໜຶ່ງ: ຕ້ອງກຳແໜ້ນຖານະບົດບາດໜ້າທີ່ຂອງຂະແໜງຍຸຕິທຳ ...
Read More »ສະຫະກອນຜູ້ຜະລິດກາເຟ ມອບອາຄານຮຽນຫຼັງໃໝ່ໃຫ້ບ້ານພູມອນ
ທ່ານ ບຸນທົງ ເທບໄກສອນ ປະທານສະຫະກອນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ໃນນາມເຈົ້າຂອງໂຄງການກໍ່ສ້າງອາຄານຮຽນຊັ້ນປະຖົມ ບ້ານພູມອນ ຫຼັງໃໝ່ ໃຫ້ຮູ້ວ່າ: ອາຄານຮຽນຫຼັງໃໝ່ທີ່ກໍ່ສ້າງສຳເລັດນີ້ ແມ່ນອາຄານກໍ່ຊັ້ນດຽວ, ໂຄງສ້າງເບຕົງເສີມເຫຼັກ, ມຸງກະເບື້ອງ, ເຊິ່ງປະກອບມີ 5 ຫ້ອງຮຽນ ພ້ອມອຸປະກອນໂຕະ, ຕັ່ງ ແລະ ກະດານຄົບຊຸດ, ໂດຍລວມມູນຄ່າການກໍ່ສ້າງທັງໝົດ ແມ່ນ 348 ລ້ານກີບ, ໃນນີ້ ແມ່ນທຶນຂອງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ 291 ລ້ານກີບ ແລະ ທຶນສົມ ທົບຈາກປະຊາຊົນບ້ານພູມອນ ທີ່ເປັນແຮງງານກໍ່ສ້າງມູນຄ່າ 57 ລ້ານກີບ. ອາຄານຮຽນຫຼັງໃໝ່ ທີ່ທາງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນກໍ່ສ້າງ ແລະ ມອບໃຫ້ນີ້ ແມ່ນໜຶ່ງໃນນະໂຍບາຍຂອງສະຫະກອນ ທີ່ຢາກພັດທະນາການສຶກສາພາຍໃນບ້ານພູມອນທີ່ເປັນສະມາຊິກຂອງສະຫະກອນເຂດພູພຽງບໍລະເວນ ໃຫ້ດີຂຶ້ນເທື່ອລະກ້າວໂດຍສະເພາະ ແມ່ນທາງດ້ານອາຄານຮຽນ ເພື່ອໃຫ້ສະດວກ ແລະ ພຽງພໍກັບຄວາມຮຽກ ຮ້ອງຕ້ອງການ. ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ສຸລິຈັກ ພິລາແດງ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ທ່ານ ບຸນເນີນ ແກ້ວວົງສາ ຮອງເຈົ້າເມືອງໆ ປາກຊ່ອງ, ການນຳຂອງພະແນກການຕ່າງໆ, ບັນດາພະນັກງານທີ່ກ່ຽວຂ້ອງ, ...
Read More »ອົງການຝຣັ່ງເພື່ອການພັດທະນາ ໃຫ້ທຶນຊ່ວຍເຫຼືອປົກປັກຮັກສາ ມໍລະດົກ ວັດທະນະທຳ
ວັນທີ 29 ມັງກອນ 2019 ຜ່ານມາຢູ່ທີ່ ຫ້ອງການມໍລະດົກໂລກ ວັດພູຈໍາປາສັກ ອົງການຝຣັ່ງ ເພື່ອການພັດທະນາ French Agency for Development (AFD) ໄດ້ຈັດກອງປະຊຸມປຶກສາຫາລື ແລກປ່ຽນຄຳຄິດເຫັນກ່ຽວກັບການສ້າງແຜນໂຄງການຮ່ວມມືໃນການປົກປັກຮັກສາ ແລະ ພັດທະນາມໍລະດົກ ວັດທະນະທຳ ຢູ່ພື້ນທີ່ມໍລະດົກໂລກ ວັດພູຈຳປາສັກ ແລະ ແຫຼ່ງບູຮານສະຖານ ມໍລະດົກ ວັດທະນະທຳອັນລໍ້າຄ່າ ຢູ່ແຂວງສະຫວັນນະເຂດ. ຜູ້ຕາງໜ້າອົງການ AFD ຈາກປາຣີ ປະເທດຝຣັ່ງ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ການສຶກສາຄົ້ນຄວ້າ ແລະ ວາງແຜນທີ່ຈະໃຫ້ການຊ່ວຍເຫຼືອຫ້ອງການມໍລະດົກໂລກວັດພູຈຳປາສັກ ແລະ ພະແນກ ຖວທ ແຂວງສະຫວັນນະເຂດ ສຳລັບວຽກງານການປົກປັກຮັກສາມໍລະດົກວັດທະນະທຳຄັ້ງນີ້ ລວມມູນຄ່າການຊ່ວຍເຫຼືອປະມານ 600 ລ້ານກວ່າເອີໂຣ ຊຶ່ງຄາດວ່າຈະສາມາດຈັດຕັ້ງປະຕິບັດ ໄດ້ນັບຈາກທ້າຍປີ 2019 ນີ້ເປັນຕົ້ນໄປ. ຂອບໃຈຂໍ້ມູນຈາກ: Cr. ສາລາກາວີ ງົວ ແລະ ກວຽນ
Read More »