ຫຼາຍຄັ້ງທີ່ຄອນເທັ້ນທີ່ນໍາສະເໜີມີຄວາມຜິດພາດ ຈົນລຸກລາມເກີດເປັນ Social Media Crisis ຂຶ້ນກັບແບຣນ!!! ມາເບິ່ງ! ວິທີຮັບມີກັບ Social Media Crisis…

ຖ້າພົບສະຖານະການແບບນີ້ ຄວນແກ້ໄຂແນວໃດ?

ຊ່ອງທາງໜຶ່ງທີ່ໃຊ້ໃນການສ້າງຄວາມຮັບຮູ້ໃຫ້ກັບແບຣນ ປະຕິເສດບໍ່ໄດ້ເລີຍວ່າ ສ່ວນໃຫຍ່ແມ່ນໃຊ້ Social Media ເນື່ອງຈາກຜົນລັບຂອງການຮັບຮູ້ ແລະການປະຕິກິລິຍາລະຫວ່າງແບຣນ ແລະຜູ້ໃຊ້ມີປະສິດທິພາບຫຼາຍທີ່ສຸດ ແຕ່ຫຼາຍຄັ້ງຄອນເທັ້ນກໍນໍາສະເໜີຜິດພາດ ສ້າງຄວາມສັບສົນ ແລະບໍ່ເຂົ້າໃຈໃຫ້ກັບຜູ້ຮັບຈົນກໍ່ໃຫ້ເກີດຂໍ້ໂຕ້ແຍ່ງ ແລະຖົກຖຽງກັນຫຼວງຫຼາຍຜ່ານ Social Media ຂອງແບຣນ ຈົນລຸກລາມກວ້າງຂວາງເປັນ Social Media Crisis ຂຶ້ນກັບແບຣນ ເຊິ່ງຫຼາຍແບຣນກໍບໍ່ໄດ້ມີການຕັ້ງຮັບກັບການເກີດບັນຫານີ້ ຈຶ່ງກ້າວພາດໃນການຈັດການກັບ Social Media Crisis ຢ່າງເໝາະສົມ… ຄໍາຖາມຄື ແລ້ວເຮົາຈະແກ້ໄຂບັນຫານີ້ໄດ້ແນວໃດ? ເຮົາມີຄໍາຕອບ…

  1. ໃຫ້ຕັ້ງສະຕິ ແລະແຍກຕົວເອງໃຫ້ອອກກ່ອນວ່າ ຕອນນີ້ເຮົາກໍາລັງຈັດການກັບບັນຫາດັ່ງກ່າວໃນນາມຂອງແບຣນ ແລະບໍລິສັດ ບໍ່ແມ່ນກໍາຈັດບັນຫາດັ່ງກ່າວໃນນາມສ່ວນຕົວ ສະນັ້ນ ກ່ອນທີ່ຈະຕອບຫຍັງຕ້ອງປະເມີນຜົນດີ, ຜົນເສຍກ່ອນທີ່ຈະຕອບທຸກຄອມເມັ້ນ
  2. ເມື່ອພົບການສະແດງຄວາມຄິດເຫັນໄປໃນທາງສົ່ງເສີມ ຫຼືເຮັດໃຫ້ເກີດອາລົມຮ້າຍ ບໍ່ຄວນຄວນຕອບໂຕ້ທັນທີໃຫ້ຢຸດຄິດ ແລະສະຫງົບອາລົມກ່ອນຕອບ ທີ່ສໍາຄັນຕ້ອງລະວັງຜູ້ບໍ່ຫວັງດີ ຫຼືຄູ່ແຂ່ງທາງທຸລະກິດ ທີ່ພະຍາຍາມຊອກຂໍ້ບົກຜ່ອງຂອງເຮົາເພື່ອສ້າງຄວາມໄດ້ປຽບໃນການແຂ່ງຂັນອີກດ້ວຍ
  3. ຄິດສະເໝີວ່າທຸກຂໍ້ຄວາມທີ່ພິມອອກໄປນັ້ນສາມາດຖືກເກັບບັນທຶກໄດ້ຕະຫຼອດເວລາ ເຊິ່ງຖ້າຂໍ້ຄວາມທີ່ສື່ສານໄປບໍ່ເໝາະສົມ ຈະສາມາດຍ້ອນກັບມາສ້າງບັນຫາ ແລະເຮັດໃຫ້ເປັນປະເດັນທາງ Social Media Crisis ກັບແບຣນໄດ້ອີກສະເໝີ
  4. ໃຊ້ວິທີການອະທິບາຍຫຼາຍກວ່າການຕອບໂຕ້ ເພື່ອສະແດງໃຫ້ຜູ້ຮັບຂໍ້ມູນເຫັນວ່າເຮົາແກ້ບັນຫາ ແລະຕອບຮັບທຸກຂໍ້ຄວາມ ໂດຍສະເພາະການສະແດງຄວາມຄິດເຫັນທີ່ພະຍາຍາມສົ່ງເສີມດ້ວຍເຫດ ແລະຜົນປາສະຈາກອາລົມແທ້ຈິງ
  5. ຖ້າຕ້ອງໃຊ້ຂໍ້ມູນໃດໆມາອະທິບາຍ ແລະປະກອບການໂຕ້ແຍ່ງຕ້ອງໝັ້ນໃຈໃນຂໍ້ມູນດັ່ງກ່າວເປັນຂໍ້ມູນທີ່ຖືກຕ້ອງ ກ່ອນນໍາສະເໜີຄວນພິຈາລະນາ ແລະສືບຄົ້ນຂໍ້ມູນທຸກຢ່າງດ້ວຍຄວາມຮອບຄອບ ເພື່ອປ້ອງກັນການເກີດປະເດັນຂໍ້ສົງໄສເພີ່ມຕຶ່ມໃນຂໍ້ມູນທີ່ເຮົານໍາມາ ທີ່ອາດຈະນໍາໄປສູ່ການເກີດ Social Media Crisis ຂຶ້ນອີກ
  6. ເຂົ້າໃຈພຶດຕິກໍາຂອງຄົນທີ່ມາສະແດງຄວາມຄິດເຫັນ ວ່າຈະມີທັງຜູ້ສະແດງຄວາມຄິດເຫັນ ຫຼືຕິຊົມໂດຍສຸດຈະລິດ ກັບຜູ້ບໍ່ຫວັງດີທີ່ໂຈມຕີເຮົາເພື່ອຫວັງຜົນປະໂຫຍດໃນການສ້າງຂໍ້ໄດ້ປຽບທາງທຸລະກິດ ການຕອບການສະແດງຄວາມຄິດເຫັນໃນແຕ່ລະຫົວຂໍ້ ສາມາດແຍກປະເພດຂອງຜູ້ສະແດງຄວາມຄິດເຫັນໄດ້ ຈະເຮັດໃຫ້ຈັດກຽມເນື້ອໃນ ແລະຄໍາອະທິບາຍໄດ້ກົງປະເດັນຫຼາຍຂຶ້ນ
  7. ການມິດບໍ່ແມ່ນການແກ້ບັນຫາທີ່ດີທີ່ສຸດ ແຕ່ກໍບໍ່ໄດ້ໝາຍຄວາມວ່າຕ້ອງຕອບໂຕ້ທຸກຂໍ້ຄວາມ ແລະຕະຫຼອດເວລາ ສິ່ງທີ່ເໝາະສົມຄືບໍ່ຄວນມິດຈົນເກີນໄປເມື່ອພິຈາລະນາແລ້ວວ່າ ຂໍ້ໂຕ້ແຍ່ງທີ່ເກີດຂຶ້ນນີ້ຄ້ອນຂ້າງອອ່ອນໄຫວ ແລະຄົນສົງໄສ ຕ້ອງໄດ້ອະທິບາຍ
  8. ລົບຄອນເທັ້ນທີ່ຜິດພາດ ຫາກພິຈາລະນາແລ້ວວ່າ ຄອນເທັ້ນທີ່ນໍາສະເໜີນັ້ນມີຂໍ້ມູນໃດທີ່ຜິດພາດແທ້ ບໍ່ສາມາດແກ້ໄຂ ແລະໂຕ້ແຍ່ງໄດ້ ຄວນລົບຄອນເທັ້ນນັ້ນໄປ ເພື່ອປ້ອງກັນບັນຫາການເກີດຄວາມເຂົ້າໃຈຜິດໃນເນື້ອໃນດັ່ງກ່າວຕໍ່ໄປເລື້ອຍໆໃນວົງກວ້າງ ຈົນສົ່ງຜົນກະທົບຕໍ່ຄົນສ່ວນຫຼາຍ

ຂອບໃຈທີ່ມາ: www.smethailandclub.com

 

Comments