ສະພາບໍລິຫານ ກອງທຶນປະກັນສັງຄົມແຫ່ງຊາດ ຈັດກອງປະຊຸມ ຄັ້ງທີ XV.

ໃນຕອນເຊົ້າຂອງວັນທີ 22 ມັງກອນ 2019 ຜ່ານມາທີ່ ຫ້ອງປະຊຸມໃຫຍ່ ຂອງຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ (ຫກປຊ) ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XV ຂອງຕົນຂຶ້ນ, ໂດຍການເປັນປະທານຂອງທ່ານ ປ.ອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ປະທານສະພາບໍລິຫານ ກປຊ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີຮອງປະທານ, ຄະນະກຳມະການສະພາບໍລິຫານ, ຄະນະອຳນວຍການ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມໃນຄັ້ງນີ້ ຈຸດປະສົງກໍເພື່ອເປັນການທົບທວນຄືນ ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຂອງ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ປະຈຳສົກປີ 2018 ແລະ ກໍານົດທິດທາງແຜນການ ປະຈຳສົກປີ 2019,

ທ່ານ ປະເດີມພອນ ສົນທະນີ ຜູ້ອຳນວຍການ (ຫກປຊ) ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີທີ່ຜ່ານມາວ່າ: ໃນປີ 2018 “ກປຊ” ໄດ້ມີການຈັດຕັ້ງປະຕິບັດໂຄງການຈຸດສຸມຫຼາຍຢ່າງ ເຊັ່ນ: ສຳເລັດການປັບປຸງລະບົບ “ໂປຼແກຼມ”ເງິນສົມທົບພາກລັດ ຊຶ່ງສາມາດເກັບກໍາຂໍ້ມູນການຈ່າຍເງິນສົມທົບຂອງພະນັກງານ-ລັດຖະກອນໄດ້ລະອຽດຂອງແຕ່ລະຄົນ.

ສໍາເລັດໂຄງການທົດລອງສ້າງໜ່ວຍບໍລິການກອງທຶນປະກັນສັງຄົມຂັ້ນເມືອງ 5 ເມືອງ (ຫົງສາ, ຄໍາເກີດ, ເຊໂປນ, ເລົ່າງາມ ແລະ ເມືອງ ໂຂງ) ຕາມແຜນການທີ່ວາງໄວ້, ໄດ້ຄົ້ນຄ້ວາ ແລະ ກໍານົດຄວາມຕ້ອງການຂອງໜ້າວຽກ ໃນໂຄງການປັບປຸງລະບົບຖານຂໍ້ມູນທະບຽນ ແລະ ເງິນສົມທົບພາກວິສາຫະກິດ ໂດຍປ່ຽນຈາກຖານຂໍ້ມູນ Foxpro ມາເປັນ MySQL ໂດຍຈະຈັດປະມູນໃຫ້ພາກສ່ວນທາງນອກທີ່ມີຄວາມທັນສະໄໝ ແລະ ຮັບປະກັນການຕົກເຮ່ຍເສຍຫາຍ.

ໃນສົກປີ 2018 ສາມາດຂຶ້ນທະບຽນໃຫ້ກັບຫົວໜ່ວຍແຮງງານວິສາຫະກິດໃໝ່ 267 ຫົວໜ່ວຍ ເທົ່າກັບ 76% ຂອງແຜນການປີ ແລະ ມີຜູ້ປະກັນຕົນໃນວິສາຫະກິດໃໝ່ ທັງໝົດ 25.120 ຄົນ ເທົ່າກັບ 64% ຂອງແຜນການປີ; ຂຶ້ນທະບຽນພະນັກງານລັດຖະກອນໃໝ່ 4.680 ຄົນ ເທົ່າກັບ 156% ແລະ ຂຶ້ນທະບຽນຜູ້ປະກັນຕົນສະໝັກໃຈ 2.512 ຄົນ ເທົ່າກັບ 84% ຂອງແຜນການປີ 2018; ມີຜູ້ປະກັນຕົນ ທີ່ໄດ້ຈ່າຍເງິນສົມທົບທັງໝົດ 300.409 ຄົນ (ບໍ່ລວມພາກສ່ວນ ປກຊ, ປກສ); ໃນນີ້ ມີຜູ້ປະກັນຕົນພາກລັດ 184.107 ຄົນ, ພາກວິສາຫະກິດ 108.295 ຄົນ, ຜູ້ສະໝັກໃຈ 8.007 ຄົນ. ປັດຈຸບັນມີຫົວໜ່ວຍແຮງງານວິສາຫະກິດ ທີ່ເຂົ້າເປັນສະມາຊິກປະກັນສັງຄົມໄດ້ຈ່າຍເງິນສົມທົບ 2.042 ຫົວໜ່ວຍ.

ສໍາລັບວຽກງານອຸດໜູນໄດ້ດໍາເນີນການພິຈາລະນາ ແລະ ຄິດໄລ່ເງິນອຸດໜູນຕ່າງໆຂອງພາກລັດ 68.016 ກໍລະນີ ເທົ່າກັບ 79% ຂອງແຜນການປີ, ພາກວິສາຫະກິດ ແລະ ສະໝັກໃຈ 22.088 ກໍລະນີ ເທົ່າກັບ 105% ຂອງແຜນການປີ.

ປັດຈຸບັນມີຜູ້ເກີດສິດປິ່ນປົວຕາມເງື່ອນໄຂທັງພາກລັດ ແລະ ພາກວິສາຫະກິດທັງໝົດ 691.189 ຄົນ; ໃນນີ້ພາກລັດ 461.345 ຄົນ ແລະ ພາກວິສາຫະກິດ ລວມທັງພາກສະໝັກໃຈ 238.621 ຄົນ.

ນອກນັ້ນໃນກອງປະຊຸມ ຍັງໄດ້ສະຫຼຸບບັນດາກິດຈະກໍາກົນໄກຄຸ້ມຄອງບໍລິຫານປິ່ນອ້ອມວຽກງານຮ່ວມມືສາກົນ, ວຽກງານກວດສອບພາຍໃນ ແລະ ສະເໜີທິດທາງແຜນການ ປະຈໍາສົກປີ 2019.

ຂໍ້ມູນຈາກ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ.

Comments