ປີທ່ອງທ່ຽວລາວ-ຈີນ 2019 ເປີດຂຶ້ນຢ່າງເປັນທາງການ

ພິທີເປີດປີທ່ອງທ່ຽວລາວ-ຈີນ 2019 ຈັດຂຶ້ນໃນຕອນແລງ ວັນທີ 25 ມັງກອນ 2019 ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ, ທ່ານ ລູຊູ ກາງ, ລັດຖະມົນຕີ ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ, ພ້ອມດ້ວຍແຂກຮັບເຊີນ ແລະ ມວນຊົນໃນນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໃນພິທີ ທ່ານ ລູຊູກາງ ໄດ້ຂຶ້ນອ່ານສານຊົມເຊີຍ ຂອງທ່ານ ສີຈິ້ນຜິງ, ປະທານປະເທດຈີນ ຕໍ່ການເປີດປີທ່ອງທ່ຽວ ລາວ-ຈີນ 2019 ຈາກນັ້ນ ທ່ານ ບໍ່ແສງຄຳ ວົງດາລາ  ໄດ້ຂຶ້ນອ່ານ ສານຊົມເຊີຍ ຂອງທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວຕໍ່ພິທີເປີດປີທ່ອງທ່ຽວ ລາວ-ຈີນ 2019.

ສານຊົມເຊີຍຂອງທັງສອງທ່ານ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອຍາວນານ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານຕາມທິດ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອມິດທີ່ດີ ແລະ ຄູ່ຮ່ວມມືທີ່ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ.

ການເປີດປີທ່ອງທ່ຽວລາວ-ຈີນ 2019 ຖືເປັນກິດຈະກຳໜຶ່ງໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ຂອງປະຊາຊົນທັງສອງປະເທດ ແລະ ຈະເປັນໂອກາດທີ່ດີໃນການດຶງດູດນັກທ່ອງທ່ຽວ ຈາກທຸກມູມໂລກໄດ້ມາຢ້ຽມຢາມ, ທ່ອງທ່ຽວ, ສຳຜັດກັບສະຖານທີ່ທ່ອງທ່ຽວດ້ານຕ່າງໆຂອງລາວ ແລະ ຈີນ ທີ່ມີຄວາມຫຼາກຫຼາຍ, ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສະພາບຄວາມເປັນຈິງທາງດ້ານການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດລາວ-ຈີນ, ຈີນ-ລາວ ຫຼາຍຂຶ້ນກວ່າເກົ່າ.

ໃນພິທີ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ໄດ້ຂຶ້ນກ່າວເປີດປີທ່ອງທ່ຽວ ລາວ-ຈີນ 2019 ຢ່າງເປັນທາງການ ພ້ອມທັງເຊີນຊວນປະຊາຊົນລາວບັນດາເຜົ່າໃນທົ່ວປະເທດເປັນເຈົ້າພາບ ຕ້ອນຮັບແຂກບ້ານແຂກເມືອງໃນໂອກາດປີທ່ອງທ່ຽວລາວ-ຈີນ 2019 ໃຫ້ຫຼາຍຂຶ້ນກວ່າເກົ່າ.

ສຳລັບກິດຈະກຳໃນໂອກາດເປີດປີທ່ອງທ່ຽວລາວ-ຈີນ 2019 ຄັ້ງນີ້ ສະເພາະກິດຈະກຳຢູ່ລາວ ລວມມີ: ຈັດພິທີ ເປີດປີທ່ອງທ່ຽວລາວ-ຈີນ 2019 ທີ່ນະຄອນຫຼວງວຽງຈັນ ດ້ວຍຮູບແບບການສະແດງສິລະປະ ລາວ-ຈີນ, ວາງສະແດງຮູບພາບ ແລະ ເທສະການອາຫານ, ໃນໂອກາດຄົບຮອບ 58 ປີ ຂອງສາຍພົວພັນການທູດ ລາວ-ຈີນ, ໃນເດືອນເມສາ ຈະຈັດງານສັບປະດາວັດທະນະທຳຈີນ ຢູ່ນະຄອນຫຼວງວຽງຈັນ ໂດຍຈະມີການສະແດງສິລະປະຈາກຈີນ, ຈັດກອງປະຊຸມສຳມະນາລະດັບວິຊາການກ່ຽວກັບວຽກງານຄຸ້ມຄອງການທ່ອງທ່ຽວລາວ-ຈີນຢູ່ ແຂວງວຽງຈັນ ຄາດວ່າຈະຈັດຂຶ້ນໃນເດືອນມີຖຸນາ ຫາ ເດືອນກໍລະກົດ 2019, ຈັດງານບຸນໄຫວດວງຈັນ ຢູ່ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ດ້ວຍຮູບແບບການສະແດງສິລະປະ ຈາກແຂວງຫູເປີຍ ຂອງຈີນ ໃນເດືອນກັນຍາ 2019.

ສ່ວນກິດຈະກຳຢູ່ຈີນ ລວມມີ: ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ, ຈະເຄື່ອນໄຫວລັດຖະກິດຢູ່ຈີນ, ພ້ອມນີ້ ຄະນະຜູ້ແທນກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈະເຂົ້າຮ່ວມຕິດຕາມ, ພ້ອມທັງນຳເອົາຄະນະສິລະປະ ໄປເຄື່ອນໄຫວສະແດງຮ່ວມກັບຝ່າຍຈີນ ແລະ ຈະມີການເຊັນບົດບັນທຶກ ການຮ່ວມມືດ້ານວັດທະນະທຳ ແລະ ທ່ອງທ່ຽວ ລະຫວ່າງສອງກະຊວງ, ຈັດສັບປະດາວັດທະນະທຳລາວ ທີ່ນະຄອນຊາງຊາ, ແຂວງຫູໜານ ເຊິ່ງຈະມີການສະແດງສິລະປະ, ເທສະການອາຫານລາວ, ການວາງສະແດງການທ່ອງທ່ຽວ ແລະ ຈັດກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວ ລາວ-ຈີນ, ຈັດງານສັບປະດາວັດທະນະທຳລາວ ຢູ່ນະຄອນເຊີນຕູ, ແຂວງເຊສວນ ດ້ວຍຮູບແບບ ລັກສະນະຄືກັນກັບຈັດຢູ່ຫູໜານ ແລະ ຈະມີພິທີ ປິດປີທ່ອງທ່ຽວ ລາວ-ຈີນ 2019 ຢູ່ນະຄອນຫຼວງປັກກິ່ງ ໃນທ້າຍປີ 2019 ໃນໄລຍະໃກ້ຄຽງກັບການສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ.

ສຳລັບປີທ່ອງທ່ຽວ ລາວ-ຈີນ 2019 ຄັ້ງນີ້ ລັດຖະບານລາວ ວາງຄາດໝາຍ ດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວໃຫ້ໄດ້ 4.500.000 ຄົນ, ໃນນີ້ເປັນນັກທ່ອງທ່ຽວຈີນ ບໍ່ໃຫ້ຫຼຸດ 1 ລ້ານຄົນ.

ຂອບໃຈຂໍ້ມູນຈາກ: ວິທະຍຸແຫ່ງຊາດ

Comments