ກະຊວງ ຮສສ ຍ້ອງຍໍກົມກອງ ແລະ ບຸກຄົນດີເດັ່ນ ປະຈຳປີ 2018

ວັນທີ 13 ກຸມພາ 2019 ຜ່ານມານີ້, ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ແກ່ກົມກອງລວມໝູ່, ຄອບຄົວ ແລະ ບຸກຄົນດີເດັ່ນ ຂຶ້ນຢ່າງເປັນທາງການ.

ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ມີບັນດາກົມ, ຄອບຄົວ ແລະ ພະນັກງານລັດຖະກອນ ອອ້ມຂ້າງກະຊວງ ຮສສ ເຂົ້າຮ່ວມ.


ການຍ້ອງຍໍຄັ້ງນີ້ປະກອບມີ ກົມກອງດີເດັ່ນປະເພດ I ,ມີ 8 ກົມກອງ, ປະເພດ II ມີ 2 ກົມກອງ ແລະ ປະເພດ III ມີ 8 ກົມກອງ; ຍ້ອງຍໍຄອບຄົວດີເດັ່ນປະເພດ I ມີ 28 ຄອບຄົວ, ປະເພດ II 38 ຄອບຄົວ ແລະ ປະເພດ II ມີ 16 ຄອບຄົວ; ບຸກຄົນດີເດັ່ນປະເພດ I ມີ 359 ທ່ານ, ປະເພດ II 194 ທ່ານ ແລະ ປະເພດ III ມີ 95 ທ່ານ.

ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກົມກອງ, ຄອບຄົວ ແລະ ບຸກຄົນ ທີ່ສາມາດຍາດຜົນງານດີເດັ່ນໃນໄລຍະ 1 ປີຜ່ານມາ ແລະ ຈົ່ງພ້ອມກັນສືບຕໍ່ສ້າງຜົນງານໃນສຸມປີຕໍ່ໜ້າ ກໍຄື ປີ 2019 ໃຫ້ໄດ້ລື່ນປີຜ່ານມາ,

ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ບາງບັນຫາສຳຄັນດັ່ງນີ້: ຄະນະພັກແຕ່ລະຂັ້ນສືຍຕໍ່ຊີ້ນໍາ-ນຳພາ ວຽກງານແຂ່ງຂັນຍ້ອງຍໍໃຫ້ແທດເໝາະກັບຕົວຈິງ ເພື່ອເລືອກເຟັ້ນ ໃຫ້ໄດ້ຄົນດີີ ແລະ ຄົນເກັ່ງ, ສືບຕໍ່ສຶກສາອົບຮົມດ້ານການເມືອງແນວຄິດໃຫ້ກັບສະມາຊິກພັກ ພະນັກງານ, ລັດຖະກອນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ມີຄຸນສົມບັດ ສິນທຳປະຕິວັດ, ຕີຖອຍປະກົດການຫຍໍ້ທໍ້ໃນອົງການຈັດຕັ້ງຂອງລັດ, ກໍຄືກະຊວງ ຮສສ ແລະ ສືບຕໍ່ຈັດຕັ້ງປະຕິບັດຕົວເລກຄາດໝາຍທີ່ກຳນົດໄວ້ໃນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນປີ 2019

ໂດຍສະເພາະແມ່ນວຽກງານຂໍ້ແຂ່ງຂັນ ຍ້ອງຍໍ ຂອງ ກະຊວງ ຮສສ ຕິດພັນກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ ‘’ຮັກຊາດ ແລະ ພັດທະນາ ‘’ ຊຸກຍູ້ສ້າງບ້ານພັດທະນາ ແລະ ຄອບຄົວພັດທະນາ ຂອງ ຮສສ ໃຫ້ເກີດດອກອອກຜົນດີຂຶ້ນເລື້ອຍໆ.

ຂໍ້ມູນຈາກ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ.

Comments