ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ຂຶ້ນໃນວັນທີ 12 ກຸມພາ 2019, ທີ່ຫ້ອງປະຊຸມໃຫຍ່ກະຊວງດັ່ງກ່າວ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຊຶ່ງມີພະນັກງານການນຳ ແລະ ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມ.


ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ມີເອກະສານມະຕິເລກທີ 057/ ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ, ເອກະສານເລກທີ 056/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.

ຂໍ້ມູນຈາກ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ.

Comments