ລັດຖະມົນຕີກະຊວງການເງິນ ເນັ້ນຄະນະນຳແກ້ໄຂແນວຄິດ ເຫັນແກ່ຜົນປະໂຫຍດສ່ວນຕົວ ສວຍໃຊ້ໜ້າທີ່ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ

ກະຊວງການເງິນ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກ ເປີດກວ້າງຄັ້ງທີ 7 ສະໄໝທີ II ຂຶ້ນໃນວັນທີ 13 ກຸມພາ 2019, ໂດຍການເປັນປະທານ ຂອງສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ, ເລຂາຄະນະພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີບັນດາສະຫາຍ ກຳມະການປະຈຳພັກ, ກຳມະການຄະນະບໍລິຫານພັກ, ເລຂາຄະນະພັກຮາກຖານ ພາຍໃນກະຊວງການເງິນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ສົມດີ ດວງດີ ໄດ້ສະຫຼຸບຕີລາຄາ ການຊີ້ນຳ-ນຳພາຮອບດ້ານ ຂອງຄະນະພັກກະຊວງການເງິນ ປີ 2018 ແລະ ທິດທາງວຽກງານຈຸດສຸມປີ 2019, ເຊິ່ງຄະນະບໍລິ ຫານງານກະຊວງການເງິນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຄະນະພັກ, ຄະນະນຳ ແຕ່ລະຂັ້ນ ເອົາໃຈໃສ່ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບ ແລະ ມີຜົນສຳເລັດໃນແຕ່ລະດ້ານ. ພ້ອມດຽວກັນນັ້ນ, ຄະນະພັກແຕ່ລະຂັ້ນ ໄດ້ສຸມໃສ່ແກ້ໄຂສະພາບແນວຄິດ ຂອງພະນັກງານຈຳນວນໜຶ່ງ ທີ່ມີຄວາມຮັບຜິດຊອບທາງດ້ານການເມືອງບໍ່ທັນສູງ, ແນວຄິດເຫັນແກ່ຜົນປະໂຫຍດສ່ວນຕົວ, ຂາດຄວາມກະຕືລືລົ້ນ, ສວຍໃຊ້ໜ້າທີ່ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍການນຳໃຊ້ຫຼາຍຮູບແບບ, ຫຼາຍວິທີ ເປັນຕົ້ນ ໄດ້ຫັນເອົາແນວທາງ, ມະຕິ, ຄຳສັ່ງ, ຂອງພັກ ແລະ ບັນດາກົດໝາຍ, ລະບຽບການທີ່ກ່ຽວຂ້ອງ, ມູນເຊື້ອຂອງພັກ, ຂອງຊາດມາຈັດຕັ້ງເຜີຍແຜ່ ໃຫ້ພະນັກງານ-ລັດຖະກອນ ເປັນປົກກະຕິ ໂດຍຕິດພັນກັບການສຶກສາອົບຮົມ ຢູ່ໃນກອງປະຊຸມຮ່ວມຊີວິດການເມືອງ ປະຈຳເດືອນຂອງແຕ່ລະໜ່ວຍພັກ, ກົມກອງ ຜ່ານມາ ແລະ ນຳພາຈັດຕັ້ງປະຕິບັດ, ໄດ້ປັບປຸງການຈັດຕັ້ງ ບັນດາຮາກຖານພັກໃຫ້ສອດຄ່ອງ ກັບການຈັດຕັ້ງຂອງລັດ ຕາມກົດລະບຽບຂອງພັກ ທີ່ໄດ້ກຳນົດໄວ້ ເຊັ່ນ: ໄດ້ສ້າງຕັ້ງໜ່ວຍພັກເພີ່ມຂຶ້ນ 12 ໜ່ວຍພັກ ໃນນີ້ ໜ່ວຍພັກຮາກຖານ 1 ໜ່ວຍພັກ, ໜ່ວຍພັກທີ່ຂຶ້ນກັບຄະນະຮາກຖານ 11 ໜ່ວຍພັກ. ປັດຈຸບັນ ມີ 46 ຮາກຖານພັກ ໃນນັ້ນມີ 5 ຄະນະພັກຮາກຖານ, 28 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ແລະ 13 ໜ່ວຍພັກຮາກຖານ. ຜ່ານການຈັດຕັ້ງປະຕິບັດ ບັນດາມາດຕະການ ໃນການປັບປຸງທາງດ້ານແນວຄິດ ທົ່ວອົງຄະນະພັກກະຊວງການເງິນ ໃນໄລຍະຜ່ານມາ ສາມາດຕີຄາລາໄດ້ວ່າ ສະມາຊິກພັກ, ພະນັກງານ-ລັດຖະກອນຈຳນວນຫຼາຍ ແມ່ນມີແນວຄິດຫຼັກໝັ້ນ, ການເມືອງໜັກແໜ້ນ, ທຸ່ນທຽງ ແລະ ປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍ ແລະ ມີການຫັນປ່ຽນດີຂຶ້ນກວ່າເກົ່າ.

ໃນໂອກາດດຽວກັນນີ້, ຍັງໄດ້ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການກະ ກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ຄຳແນະ ນຳຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ ອົງຄະນະພັກກະ ຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກແຂວງ-ນະຄອນ ແລະ ຮາກຖານພັກ ໃນຂອບເຂດທົ່ວປະເທດ ແລະ ອື່ນໆ.

ທີ່ມາ: ຂ່າວສານປະເທດລາວ.

Comments