ຢາກໄປສຶກສາຕໍ່ປະລິນຍາຕີ ຢູ່ມະຫາວິທະຍາໄລທີ່ມີຊື່ສຽງອັນດັບ 1 ຂອງໄທ ສະໝັກດ່ວນ….

ເປີດແລ້ວ ທຶນການສຶກສາ ລະດັບປະລິນຍາຕີ ສອນເປັນພາສາອັງກິດ ?? ຫຼັກສູດບໍລິຫານທຸລະກິດບັນດິດ(Bachelor of Business Administration” ຢູ່ທີ່ມະຫາໄລ ທີ່ມີຊື່ສຽງ ອັນດັບ 1 ຢູ່ປະເທດໄທ ຈຸລາລົງກອນ ມະຫາວິທະຍາໄລ.
ນັກຮຽນຕ່າງປະເທດ ໄດ້ຮັບທຶນຮຽນຟຣີ ໃນປີທໍາອິດ ແລະ ຈະໄດ້ຮັບເງິນສະໜັບສະໜູນຄ່າເທີມ ໃນປີຕໍ່ໆໄປອີກ 4 ໝື່ນກ່ວາບາດ ຫຼື ປະມານເຄິ່ງໜຶ່ງ ຂອງຄ່າຮຽນ ທັງໝົດ !
ຜູ້ສະຫມັກ ພຽງແຕ່ໃຊ້ຄະແນນ TOEFL ຫຼື IELTS ກັບຄະແນນ SAT ຂັ້ນຕໍ່າ 1,170 ຄະແນນ ຂຶ້ນໄປ ເທົ່ານັ້ນ.
ສົນໃຈສະໝັກ: Search ຊອກຫາ ຄໍາວ່າ “BBA Chula” ກົດເບິ່ງບ່ອນ Admission for International Students.
ປິດຮັບສະໝັກ: 29 ມີນາ 2019
ທີ່ມາ: Lao Youth Radio FM 90.0 Mhz

ຂ່າວດີ !!! ?? ?? ເປີດແລ້ວ ທຶນການສຶກສາ ລະດັບປະລິນຍາຕີ ສອນເປັນພາສາອັງກິດ ?? ຫຼັກສູດບໍລິຫານທຸລະກິດບັນດິດ(Bachelor of…

Posted by Lao Youth Radio FM 90.0 Mhz on Tuesday, February 12, 2019

Comments