ບໍລິສັດໄອທີຍັກໃຫຍ່ຂອງໂລກ ແຫ່ກັນລົງທຶນຫຼາຍຮ້ອຍລ້ານໂດລາ ເພື່ອເຮັດສິ່ງນີ້…

ບໍລິສັດຍັກໃຫຍ່  ໄອທີໂລກ  Microsoft, Google, Facebook   ແຫ່ພາກັນລົງທຶນຫຼາຍຮ້ອຍລ້ານໂດລາ ເພື່ອສ້າງເຮືອນ ແລະ ທີ່ຢູ່ອາໄສ ລາຄາຖືກ ໃນເມືອງທີ່ຕັ້ງສຳນັກງານໃຫຍ່ຂອງບໍລິສັດຂອງຕົນເອງ ໂດຍທັງໝົດນີ້ມີໃຫ້ປະຊາຊົນທົ່ວໄປໃນເມືອງ ບໍ່ໄດ້ຈຳກັດສະເພາະພະນັກງານ, ພ້ອມທັງໃຫ້ສິນເຊື່ອກູ້ຍືມ ແລະ ຍັງມີເງິນຊ່ວຍເຫຼືອຄົນທຸກຍາກ ຂາດທີ່ຢູ່ອາໄສ ອີກດ້ວຍ. ຫວັງວ່າຈະຫຼຸດອາສະຍາກຳອ້ອມຮອບສຳນັກງານໃຫຍ່ ແລະ ຫຼຸດຄ່າຄອງຊີບລົງ  ມີຜົນດີທາງອ້ອມພະນັກງານທີ່ມີລາຍໄດ້ໜ້ອຍອີກດ້ວຍ.

ໃນ ອາເມລິການັ້ນ ທຸລະກິດໄອທີມັກຈະມີການຈ່າຍເງິນເດືອນສູງກວ່າພາກອື່ນໆ ສົ່ງຜົນໃຫ້ເມືອງທີ່ຕັ້ງສຳນັກງານໃຫຍ່ຂອງບໍລິສັດເຫຼົ່ານັ້ນ ມັກມີຄ່າຄອງຊີບສູງ ແລະ ລາຄາເຮືອນ ແລະ ຄ່າເຊົ່າຫ້ອງພັກກໍລາຄາແພງຂຶ້ນໄປນຳ.

ສຸດທ້າຍກໍສົ່ງຜົນກະທົບຕໍ່ຜູ້ທີມີລາຍໄດ້ໜ້ອຍ-ປານກາງ ໃນເຂດນັ້ນໆເຊັ່ນ:ເກີດມີບັນຫາປາກົດການຫຍໍ້ທໍ້, ເກີດອະສະຍາກຳ, ປຸ້ນຈີ່ຊິງຊັບ ແລະ ເຮັດໃຫ້ພະນັກງານທີ່ມີລາຍໄດ້ຕໍ່າຂອງບໍລິສັດເຫຼົ່ານັ້ນເອງກໍມີຄ່າຄອງຊີບສູງ. ນີ້ຄືເຫດຜົນຫຼັກໆທີ່ ບໍລິສັດໄອທີຍັກໃຫຍ່ ສ້າງທີ່ຢູ່ອາໄສ. 

ລ່າສຸດ Microsoft  ເຊິ່ງມີສຳນັກງານໃຫຍ່ໃນເມືອງ  Seattle ລັດວໍຊິງຕັນ ໄດ້ມີການລົງທຶນ 500 ລ້ານໂດລາ ຮ່ວມສ້າງທີ່ຢູ່ອາໄສລາຄາປະຫຍັດໃນເມືອງ Seattle. ນອກຈາກນັ້ນ,​ຍັງມີການໃຫ້ເງິນກູ້ສິນເຊື່ອ ແລະ ໃຫ້ເງິນຊ່ວຍເຫຼືອຄົນບໍ່ມີເຮືອນຢູ່ອີກດ້ວຍ.

ໃນໄລຍະ 8 ປີຜ່ານມາ ລາຄາເຮືອນໃນເມືອງຊິແອດເຕີນ ມີລາຄາສູງເພີ່ມຂຶ້ນ ສົ່ງຜົນເຖິງຄ່າເຊົ່າເຮືອນ ແລະ ຫ້ອງເຊົ່າຕ່າງໆ

ສ່ວນບໍລິສັດອື່ນໆກ່ອນນີ້ກໍມີ Google ທີ່ຮ່ວມກັບບໍລິສັດອະສັງຫາລິມະຊັບ ແລະ ລັດຖະບານທ່ອງຖິ່ນ ສ້າງທີ່ຢູ່ອາໄສໃກ້ຄຽງກັບສຳນັກງານໃຫຍ່ ໃນເຂດ Silicon Valley ທີ່ ລັດຄາລິບຟໍເນຍ ໂດຍຂາຍໃນລາຄາຕໍ່້າກວ່າຕະຫຼາດ.

ສ່ວນມາກຊັກກະເບີກ ເຈົ້າພໍ່ເຟສບຸກ ທີ່ລົງທຶນໃນນາມສ່ວນຕົວ ແລະ ພັນລະຍາ ສ້າງໂຄງການບ້ານຈັດສັນລາຄາປະຫຍັດອ້ອມຮອບສຳນັກງານໃຫຍ່ເຟສບຸກໃນເຂດ Silicon Valley  ຄືກັນ.

ຂໍ້ມູນຈາກ:  https://blogs.microsoft.com/on-the-issues/2019/01/16/ensuring-a-healthy-community-the-need-for-affordable-housing/
https://mashable.com/article/microsoft-affordable-housing-seattle/

Comments