ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບທູດຄົນໃໝ່ເຂົ້້າຍື່ນສານຕາຕັ້ງ

ວັນ​ທີ 12 ກຸມ­ພາ 2019 ຜ່ານມາ ທີ່​ທຳ​ນຽບ​ປະ­ທານ​ປະ­ເທດ ທ່ານ ບຸນ​ຍັງ ວໍ­ລະ​ຈິດ ປະ­ທານ​ປະ­ເທດ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ ຂອງ​ບັນ­ດາ​ທູດ​ປະ­ເທດ​ເພື່ອນ​ມິດ​ຄົນ​ໃໝ່​ປະ­ຈຳ​ລາວ ຕາມລໍາດັບ​ດັ່ງ​ລຸ່ມ​ນີ້:

ເວ­ລາ 8:30 ໂມງ ຕ້ອນ­ຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ ອານ​ໂທ​ເນຍ ຮີວ ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ ຜູ້​ມີ​ອຳ­ນາດ​ເຕັມ​ແຫ່ງ​ຈາ​ເມ​ກາ ປະ­ຈຳ​ລາວ ໂດຍ​ມີ​ສຳ­ນັກ­ງານ​ຕັ້ງ​ຢູ່​ປັກ​ກິ່ງ ສປ ຈີນ ກ່ອນ​ມາ​ປະ­ຕິ­ບັດ​ໜ້າ­ທີ່ ທ່ານ ອານ​ໂທ​ເນຍ ຮີວ ໄດ້​ປະ­ຕິ­ບັດ​ໜ້າ­ທີ່​ການ​ທູດ​ຢູ່​ລາວ ເປັນ​ທູດ​ປະ­ຈຳ ສປ ຈີນ

ການ​ພົວ­ພັນ​ຮ່ວມ​ມື​ສອງ​ຝ່າຍ​ລາວ-ຈາ​ເມ​ກາ ໄດ້​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ນຳ​ກັນ​ໃນ​ວັນ​ທີ 27 ສິງ­ຫາ 1999 ໂດຍ​ແມ່ນ​ສຳ­ນັກ­ງານ​ຜູ້­ຕາງ­ໜ້າ​ຖາ­ວອນ ຂອງ​ສອງ​ປະ­ເທດ​ປະ­ຈຳ​ສະ­ຫະ​ປະ­ຊາ​ຊາດ ເປັນ​ຜູ້​ປຶກ­ສາ​ຫາ­ລື ແລະ ລົງ​ນາມ​ຮ່ວມ​ກັນ.

ເວ­ລາ 9:00 ໂມງ ຕ້ອນ­ຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ​ນາງ ເກຼັດ​ເຕີ ໂລ​ເກັນ ທີ່​ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ເອກ​ອັກ​ຄະ​ຣາ​ຊະ​ທູດ​ວິ­ສາ­ມັນ ຜູ້​ມີ​ອຳ­ນາດ​ເຕັມ​ແຫ່ງ​ຣາ​ຊະ​ອາ­ນາ­ຈັກ​ນອກ​ແວ ປະ­ຈຳ​ລາວ ໂດຍ​ມີ​ສຳ­ນັກ­ງານ​ຕັ້ງ​ຢູ່​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ສສ ຫວຽດ­ນາມ ກ່ອນ​ມາ​ປະ­ຕິ­ບັດ​ໜ້າ­ທີ່​ການ​ທູດ​ຢູ່​ລາວ ທ່ານ​ນາງ ເກຼັດ​ເຕີ ໂລ​ເກັນ ເຄີຍ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ທູດ​ປະ­ຈຳ​ສີ​ລັງ­ກາ ແລະ ມານ​ດີບ.

ສປປ ລາວ ແລະ ຣາ​ຊະ​ອາ­ນາ­ຈັກ​ນອກ​ແວ ໄດ້​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ນຳ​ກັນ​ໃນ​ວັນ​ທີ 12 ພະ­ຈິກ 1991 ຜ່ານ​ມາ​ການ​ຮ່ວມ​ມື​ລະ­ຫວ່າງ​ລາວ ແລະ ນອກ​ແວ ມີ​ປະ​ສິດ­ທິ​ຜົນ​ໃນ​ລະ­ດັບ​ທີ່​ແນ່­ນອນ ລັດ­ຖະ­ບານ​ນອກ​ແວ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ບົນ​ພື້ນ­ຖານ​ຂອງ​ຖະ­ແຫຼງ­ການ​ວຽງ​ຈັນ ໂດຍ​ສະ­ໜັບ­ສະ­ໜູນ​ໃນ​ການ​ສ້າງ​ຄວາມ​ເຂັ້ມ­ແຂງ ແລະ ຄວາມ​ເປັນ​ເຈົ້າ​ການ​ໃຫ້​ລັດ­ຖະ­ບານ​ລາວ ພ້ອມ​ທັງ​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ຫຼາຍ​ຂົງ­ເຂດ ເຊິ່ງ​ເປັນ​ແຜນ​ບຸ­ລິ­ມະ­ສິດ​ຂອງ​ລັດ­ຖະ­ບານ ພ້ອມ​ທັງ​ສະ­ໜັບ­ສະ­ໜູນ​ລາວ ໃຫ້​ບັນ­ລຸ​ເປົ້າ​ໝາຍ​ສະ­ຫັດ​ສະ​ວັດ ແລະ ຫຼຸດ​ອອກ​ຈາກ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ໃນ​ປີ 2020.

ເວ­ລາ 9:30 ໂມງ ຕ້ອນ­ຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ ອາ​ເມັດ ອັບ​ດຸນ​ລາ ອັນ​ຮານ​ເຈລີ ເອກ​ອັກ​ຄະ​ຣາ​ຊະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳ­ນາດ​ເຕັມ ແຫ່ງ​ຣາ​ຊະ​ອາ­ນາ­ຈັກ​ບາ​ເຣນ ປະ­ຈຳ​ລາວ ໂດຍ​ມີ​ສຳ­ນັກ­ງານ​ຕັ້ງ​ຢູ່​ບາງ­ກອກ​ປະ­ເທດ​ໄທ ກ່ອນ​ມາ​ປະ­ຕິ­ບັດ​ໜ້າ­ທີ່​ການ​ທູດ​ຢູ່​ລາວ ທ່ານ ອາ​ເມັດ ອັບ​ດຸນ​ລາ ອັນ​ຮານ​ເຈລີ ໄດ້​ຮັບ​ຕຳ­ແໜ່ງ​ເປັນ​ເອກ​ອັກ​ຄະ​ຣາ​ຊະ​ທູດ​ແຫ່ງ​ຣາ​ຊະ​ອາ­ນາ­ຈັກ​ບາ​ເຣນ ປະ­ຈຳ​ຣາ​ຊະ​ອາ­ນາ­ຈັກ​ໄທ

ສປປ ​ລາວ ແລະ ບາ​ເຣນ ໄດ້​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ນຳ​ກັນ​ໃນ​ວັນ​ທີ 15 ທັນ­ວາ 2002 ການ​ພົວ­ພັນ​ທາງ​ດ້ານ​ການ­ເມືອງ​ແມ່ນ​ຢູ່​ໃນ​ລະ­ດັບ​ປົກ­ກະ­ຕິ ໂດຍ​ຜູ້­ນຳ​ທັງ​ສອງ​ປະ­ເທດ​ໄດ້​ສົ່ງ​ສານ​ອວຍ­ພອນ​ເຊິ່ງ​ກັນ ແລະ ກັນ​ໃນ​ໂອ­ກາດ​ວັນ​ສຳ­ຄັນ​ຕ່າງໆ.

ໂອ­ກາດ​ນີ້ ທ່ານ ບຸນ​ຍັງ ວໍ­ລະ​ຈິດ ໄດ້​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ ແລະ ຕີ​ລາ­ຄາ​ສູງ​ຕໍ່​ການ​ມາ​ປະ­ຕິ­ບັດ​ໜ້າ­ທີ່​ການ​ທູດ​ຢູ່​ລາວ​ຂອງ​ທັງ 3 ທ່ານ​ຄັ້ງ​ນີ້  ເຊິ່ງ​ເປັນ​ການ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ​ວຽກ​ງານ​ການ​ທູດ​ຂອງ​ລາວ ພ້ອມ​ດຽວ​ກັນ​ນີ້ ທ່ານ​ປະ­ທານ​ປະ­ເທດ​ຍັງ​ໄດ້​ອວຍ­ພອນ​ໃຫ້​ທູດ​ທັງ 3 ທ່ານ ຈົ່ງ​ປະ­ສົບ​ຜົນ­ສຳ­ເລັດ​ໃນ​ການ​ມາ​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ຕົນ​ຢູ່​ລາວ​.

ຂໍ້ມູນຈາກ: ວຽງຈັນໃໝ່

ພາບຈາກ: ຂປລ.

 

Comments