ທ່ານ ສອນໄຊ ສີພັນດອນ ໂອ້ລົມຕໍ່ກອງປະຊຸມ ຖວທ ທົ່ວປະເທດ

ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວປະເທດ ປະຈໍາປີ 2018 ທີ່ຈັດຂຶ້ນໃນວັນທີ 12 ກຸມພາ 2019 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານເດັ່ນໃຂຂົງເຂດ ຖວທ ຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ເພື່ອເປັນເຂັມທິດເຍືອງທາງ ການຈັດຕັ້ງປະປະຕິວຽກງານ ຖວທ ໃນຊຸມປີຕໍ່ໜ້າໃຫ້ມີຜົນສຳເລັດເປັນກ້າວໆ ທ່ານໄດ້ເນັ້ນໃຫ້ ຖວທ ເອົາໃສ່ໃນ 7 ບັນຫາຄື:

ດ້ານການເມືອງແນວຄິດເປັນບັນຫາສຳຄັນ ຄະນະນໍາທຸກຂັ້ນຕ້ອງມີແນວຄິດເປັນເອກະພາບຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ,ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ມີຄວາມເປັນເອກະພາບພາຍໃນຢ່າງແທ້ຈິງໃນການດຳເນີນວຽກງານຕ່າງໆ,

-ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ຢ່າງເລິກເຊິ່ງ,ກໍາໄດ້ມະຕິ,ຄໍາສັ່ງສໍາຄັນຕ່າງໆ ໂດຍສະເພາະແມ່ນມະຕິ 057.

ເອົາໃຈໃສ່ທາງດ້ານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຊຶ່ງກະຊວງ ຖວທ ເປັນກະຊວງທີ່ໃຫຍ່ ປະກອບດ້ວຍຫຼາຍໜ້າວຽກ ສະນັ້ນການຈັດວາງລະບົບການຈັດຕັ້ງພາຍໃນ ແລະ ການຈັດວາງບຸກຄະລາກອນໃຫ້ແທດເໝາະກັບວຽກງານ ແມ່ນບັນຫາສຳຄັນເພື່ອຫຼີກບັນຫາພະນັກງານເຫຼືອບໍ່ພໍ, ກໍ່ສ້າງພະນັກງານຢ່າງມີຈຸດສຸມ ໄປຕາມໂຄງປະກອບ,ເອົາໃຈໃສ່ຍົກລະດັບວຽກງານການເມືອງ ການປົກຄອງ,ລະດັບວິຊາສະເພາະ.

-ດ້ານບໍລິຫານ,ຄຸ້ມຄອງ ຕ້ອງໄດ້ຫັນໄປສູ່ການຄຸ້ມຄອງດ້ວຍລະບຽບກົດໝາຍຢ່າງເຂັ້ມງວດ.

-ດ້ານວຽກງານຖະແຫຼງຂ່າວໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມມະຕິຂອງສະພາທີ່ໄດ້ຮັບຮອງຄື: ສູ້ຊົນຫັນຈາກລະບົບ “ອະນາລອກ” ມາເປັນລະບົບ “ດີຈີຕອນ” ທີ່ທັນສະໄໝໃນທົ່ວປະເທດ, ປັບປຸງທາງດ້ານເນື້ອໃນຂ່າວ ບໍ່ເນັ້ນຂ່າວພິທີການ ແລະ ການບັນເທີງຫຼາຍເກີນໄປ, ຄວນມີການຈັດປະກວດ,ແຂ່ງຂັນເກມຕ່າງໆ ເພື່ອພັດທະນາທັກສະຄວາມຮູ້ ຄວາມສາມາດ ແລະ ສາມາດຄັດເລືອກນັກຂ່າວ,ນັກຈັດລາຍການ,ນັກຖ່າຍພາບ,ນັກວິຈິດສິນ ແລະ ອື່ນໆ

ວຽກງານວັດທະນະທຳ ໃນປີ 2019 ນີ້ ຕ້ອງສຸມໃສ່ການສ້າງຄອບຄົວວັດທະນາທໍາໃຫ້ໄດ້ຕື່ມ 30.000 ຄອບຄົວ,ສ້າງບ້ານວັດທະນະທຳໃຫ້ໄດ້ຕື່ມ 250 ບ້ານຕາມຄາດໝາຍທີ່ໄດ້ກຳນົດໄວ້,ໃຫ້ເປັນເຈົ້າການໃນການຕິດຕາມຊຸກຍູ້ການສະເໜີເອົາທົ່ງໄຫຫີນແຂວງ ຊຽງຂວາງ ເຂົ້າເປັນມໍລະດົກໂລກ ແລະ ຮີບຮ້ອນປະສານສົມທົບກັບ ພາກສ່ວນກ່ຽວຂ້ອງຕ່າງໆໃນການດຳເນີນເອກະສານນຳສະເໜີເອົາ ພູຫີນໜາມໜໍ່ ແຂວງຄຳມ່ວນ ລວມທັງ ຟ້ອນລຳວົງລາວ ແລະ ສິ້ນລາຍນາກລາວ ເຂົ້າເປັນມໍລະດົກໂລກໃຫ້ທ່ວງທັນຕາມແຜນການ,

-ວຽກງານທ່ອງທ່ຽວເປັນວຽກງານໜຶ່ງທີ່ລັດຖະບານ ໄດ້ຖືເອົາເປັນຂະແໜງບູລິມະສິດ ແລະ ເປັນກຳລັງແຮງຂັບເຄື່ອນການຂະຫຍາຍຕົວທາງເສດຖະກິດຂອງປະເທດ ພ້ອມທັງສ້າງຂະບວນການເພື່ອສົ່ງເສີມ 8 ກິດຈະກໍາຫຼັກທີ່ປິ່ນອ້ອມ ປີທ່ອງທ່ຽວ ລາວ-ຈີນ 2019.

ຂອບໃຈພາບຈາກເຟສບຸກ

Comments