ເບຍລາວໄວ້ທ ໄດ້ໄປຕໍ່ ສ່ວນເບຍລົດຊາດອື່ນໆຈະຜະລິດຮອດ…..

ກະປ໋ອງເບຍລາວ Limited Edition  ປີໃໝ່ລາວ 2562

ໃນປີ 2019 ນີ້ບໍລິສັດເບຍລາວຍັງຄົງສືບຕໍ່ມີສ່ວນຮ່ວມໃນການ​ສະ​ເຫຼີມ​ສະຫຼອງບຸນປີໃໝ່ລາວໃຫ້ຄຶກຄື້ນມ່ວນຊື່ນ ໂດຍຜ່ານການຈັດກິດຈະກຳທີ່ໜ້າຕື່ນເຕັ້ນຢ່າງຫຼວງຫຼາຍ ແລະ ຍັງເປີດໂຕກະປ໋ອງປີໃໝ່ລາວລຸ້ນພິເສດ ເພື່ອໃຫ້ຜູ້ບໍລິໂພກໄດ້ສະສົມ ແລະ ສະເຫຼີມສະຫຼອງປີໃໝ່ລາວໄປພ້ອມໆກັນ. ຮູບແບບຂອງກະປ໋ອງເບຍລາວປີນີ້ ຍັງຄົງເນັ້ນການນຳເອົາກິດຈະກຳເດັ່ນໆ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວມາເປັນແຮງບັນດານໃຈໃນການອອກແບບ.

Beerlao Limited Edition Can 2019 ມີໃຫ້ທ່ານໄດ້ເລືອກສະສົມເຖິງ 3 ລວດລາຍຄື:

  1.  ຮູບໄວໜຸ່ມຜູ້ຊາຍທີ່ກໍາລັງດີດກີ້ຕ້າຢູ່ນັ້ນ: ເພື່ອສື່ເຖິງຄວາມມ່ວນຊື່ນແລະບົ່ງບອກໃຫ້ເຫັນເຖິງຄົນລາວທີ່ມີດົນຕີເປັນສື່ກາງໃນການສະເຫຼີມສະຫຼອງ ບຸນປະເພນີຕ່າງໆ ແລະ ເພື່ອໃຫ້ແທດເໝາະກັບຍຸກສະໄໝເຮົາຈຶ່ງໄດ້ເລືອກໃຊ້ເຄື່ອງດົນຕີສາກົນໃຫ້ເປັນຕົວແທນ.

2 ຮູບແມ່ຍິງຍໍມືນົບເພື່ອບົ່ງບອກເຖິງຂະໜົບທໍານຽມ ຄວາມຮູ້ບຸນຄຸນ ແລະ ການນອບໜ້ອມຖ່ອມຕົນ, ມີເອກະລັກຈົບງາມຂອງຄົນລາວ.

3 ຮູບຄົນກໍາລັງຫົດນໍ້າ: ທີ່ສະແດງໃຫ້ເຫັນເຖິງບຸນປະເພນີອັນດີງາມ ທີ່ມີເອກກະລັກສະເພາະໂຕຂອງປວງຊົນລາວທີ່ພົ້ນເດັ່ນ ທີ່ດຳລົງມາຕັ້ງແຕ່ຄົນສະໄໝກ່ອນຈົນມາຮອດປະຈຸບັນ.

ກິດຈະກຳທັງໝົດທີ່ທາງບໍລິສັດເບຍລາວໄດ້ເຮັດນີ້ ແມ່ນສອດຄ່ອງກັບປະເພນີ, ວັດທະນະທຳ ແລະ ລະບຽບກົດໝາຍຂອງລັດ ພ້ອມທັງຍາມໃດບໍລິສັດກໍຄຳນືງເຖີງຄວາມຮັບຜິດຊອບຂອງບໍລິສັດທີ່ມີຕໍ່ສັງຄົມ ຢາກເຫັນຄົນລາວ ແລະປະເທດຊາດນັບມື້ນັບເຂັ້ມແຂງຈະເລີນຮຸ່ງເຮືອງ ສ້າງໃຫ້ຄົນລາວ ພູມໃຈໃນສີ່ງທີ່ເຮົາມີ, ພູມໃຈໃນປະເທດລາວ ແລະພູມໃຈໃນສິນຄ້າຂອງລາວເຮົາ.

ໃນປີ 2018 ເປັນປີທີ ບໍລິສັດ ເບຍລາວ ​ຄົບ​ຮອບ 45 ປີ. ບໍລິສັດກໍໄດ້ອອກສິນຄ້າໃຫມ່ເພື່ອເປັນການສະເຫຼີມສະຫຼອງໃຫ້ກັບຄວາມສຳເລັດຂອງເບຍລາວກໍຄື: ເບຍໄວ້​ທ, ເບຍແອມເບີ ແລະ ເບຍຮອບປີ ເພື່ອເພີ່ມທາງເລືອກໃຫ້ແກ່ຜູ້ບໍລິໂພກໄດ້ທົດລອງສຳພັດກັບ ສິ່ງໃຫມ່ໆ.

ໂຄງການເປີດໂຕສິນຄ້າໃໝ່ 3 ລົດຊາດ: ເບຍໄວ້​ທ, ເບຍແອມເບີ ແລະ ເບຍຮອບປີ ແມ່ນມີຂຶ້ນໃນເດືອນກໍລະກົດ 2018 ແລະ ຫຼັງຈາກນັ້ນບໍລິສັດໄດ້ເປີດໂອກາດໃຫ້ຜູ້ບໍລິໂພກມີສ່ວນຮ່ວມໃນການໂຫວດເບຍທີ່ມັກຜ່ານທາງເວັບໄຊ ແລະ ຄູປອງຕາມຮ້ານທີ່ຮ່ວມລາຍການ ເຊີ່ງມີຈຳນວນຫຼາຍກວ່າ 30,000 ໂຫວດໃນໄລຍະ 3 ເດືອນ. ຈາກຜົນ​ໂຫວດ​ເຫັນ​ວ່າ​ເບຍ​ທັງ 3 ລົດ​ຊາດ ​ມີ​ຜົນ​ໂຫວດ​ໃກ້​ຄຽງ​ກັນແຕ່ຄະ​ແນນ​​ໂຫວດ​ທີ່​ໄດ້​ຫຼາຍ​ທີ່​ສຸດ​ໄດ້​ແກ່ເບຍ​ລາວ​ໄວ້​ທ ເຊິ່ງ​ເປັນ​ເບຍ​ທີ່​ມີ​ສີ​ຂາວ​ຂຸ້ນ​ອັນ​ໂດດ​ເດັ່ນມີ​ລົດ​ຊາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ​ຜ່ານ​ຂະ​ບວນ​ການ​ຜະ​ລິດ​ທີ່​ພິ​ຖີ​ພິ​ຖັນ​ເຮັດ​ໃຫ້​ໄດ້​ເບຍ​ທີ່​​ນຸ່ມນວນພ້ອມ​ທັງ​ໄດ້​ກິ່ນ​ຫອມ​ອ່ອນໆຂອງໝາກ​ກ້ວຍ, ເປືອກ​ໝາກ​ກ້ຽງແລະໝາກ​ໄມ້​ນາ​ນາ​ຊະ​ນິດ.

ດັ່ງນັ້ນ, ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ, ທາງບໍລິສັດໄດ້ຕັດສິນໃຈ ຮັກສາເບຍລາວໄວ້ທ ໄວ້ເປັນສ່ວນໜຶ່ງຂອງເບຍລາວຕໍ່ໄປ ແລະ ໄດ້ຜະລິດເບຍລາວໄວ້ທ ເປັນແກ້ວໃຫຍ່  640ml ອອກມາຮັບໃຊ້ສັງຄົມນຳອີກ.  ສ່ວນເບຍລາວຮອບປີ້ ແລະເບຍລາວແອມເບີ ທາງບໍລິສັດໄດ້ຕໍ່ໄລຍະເວລາ ຈຳໜ່າຍຈົນຮອດທ້າຍເດືອນ ເມສາ 2019 ເພື່ອໃຫ້ຜູ້ບໍລິໂພກທີ່ມັກເບຍນີ້ໄດ້ດື່ມ.

 

 

Comments