ກວດພົບນ້ຳມັນບໍ່ໄດ້ຄຸນນະພາບ ຫຼາຍປໍ້າໃນນະຄອນຫຼວງວຽງຈັນ

ກົມມາດຕະຖານ ແລະ ວັດແທກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ກວດກາພົບເຫັນນ້ຳມັນຢູ່ຫຼາຍປ້ຳທົ່ວປະເທດບໍ່ໄດ້ຄຸນນະພາບໃນປີ 2018 ຜ່ານມາ, ໃນນີ້ ພົບເຫັນຫຼາຍກ່ວາໝູ່ແມ່ນບັນດາປ້ຳທີ່ຢູ່ເຂດນອກຕົວເມືອງນະຄອນຫຼວງວຽງຈັນ ແລະ ຢູ່ຕາມລຽບເສັ້ນທາງ 13 ໃຕ້, ແຕ່ໂດຍລວມການກວດພົບນ້ຳມັນບໍ່ໄດ້ຄຸນນະ ພາບມີທ່າອ່ຽງຫຼຸດລົງເມື່ອທຽບໃສ່ປີ 2017.

ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ ໃຫ້ສໍາພາດວ່າ: ກົມມາດຕະຖານ ແລະ ວັດແທກ ເລີ່ມຕົ້ນກວດກາຄຸນນະພາບຂອງນ້ຳມັນຢູ່ຕາມປ້ຳຕ່າງໆ ໃນທົ່ວປະເທດ ນັບແຕ່ວັນທີ 1 ສິງຫາ 2016 ເປັນຕົ້ນມາ ໂດຍຜ່ານ 2 ຮູບແບບ ຄື: ກວດກາປົກກະຕິປີລະ 2 ຄັ້ງ ແລະ ກວດກາຕາມການຮ້ອງຮຽນຂອງຜູ້ບໍລິ ໂພກ ກໍຄື ຜູ້ຊົມໃຊ້ນ້ຳມັນຜ່ານສາຍດ່ວນ 1513. ຜ່ານການກວດກາເຫັນວ່າ: ສະເພາະໃນປີ 2017 ພົບເຫັນນ້ຳມັນ ແອັດຊັງ ແລະ ກາຊວນ ຢູ່ຫຼາຍປ້ຳໃນທົ່ວປະເທດບໍ່ໄດ້ຄຸນນະພາບ ຍ້ອນມີທາດເຫຼົ້າເຈືອນປົນ, ກົດໄຂມັນ ແລະ ນ້ຳມັນກາສໄຕເຈືອນປົນຢູ່ ໂດຍກວດພົບປະມານ 30 ສ່ວນຮ້ອຍຂອງຈຳນວນປ້ຳທີ່ລົງກວດກາທັງໝົດ. ແຕ່ມາໃນປີ 2018 ຜ່ານມາ ກວດພົບເຫັນນ້ຳມັນຢູ່ບັນດາປ້ຳນ້ຳເປົ້າໝາຍທີ່ລົງກວດກາບໍ່ໄດ້ຄຸນນະພາບຫຼຸດລົງເຫລືອ 10 ສ່ວນຮ້ອຍຂອງຈໍານວນເປົ້າໝາຍທີ່ຖືກກວດກາທັງໝົດ. ສ່ວນເຂດທີ່ພົບເຫັນປ້ຳນ້ຳມັນບໍ່ໄດ້ຄຸນນະພາບຫລາຍກ່ວາໝູ່ແມ່ນຢູ່ນອກຕົວເມືອງຂອງນະຄອນຫຼວງວຽງຈັນ ແລະ ຕາມເສັ້ນທາງເລກທີ 13 ໃຕ້.

ສ່ວນສາຍເຫດທີ່ເຮັດໃຫ້ນ້ຳມັນບໍ່ໄດ້ຄຸນນະພາບ ໂດຍລວມມີ 2 ສາເຫດ ຄື: ຜູ້ປະກອບການຈຳນວນໜຶ່ງລັກລອບເອົານ້ຳມັນທີ່ຕ້ອງຫ້າມມາປະສົມກັບນ້ຳມັນແອັດຊັງ ແລະ ກາຊວນ ເອງເພື່ອປະຢັດຕົ້ນທຶນ. ແລະ ອີກສາເຫດໜຶ່ງແມ່ນຍ້ອນຜູ້ປະກອບການຂາຍນ້ຳມັນບໍ່ຮູ້ວ່ານ້ຳມັນມີສານເຈືອປົນ ແລະ ບໍ່ໄດ້ຄຸນນະພາບ ຍ້ອນຊື້ນ້ຳມັນຈາກຜູ້ປະກອບການອື່ນ.

ປັດຈຸບັນ ລັດຖະບານ ໄດ້ອະນຸຍາດໃຫ້ນ້ຳເຂົ້ານ້ຳມັນຜ່ານດ່ານສາກົນໃນທົ່ວປະເທດທັງໝົດ 16 ແຫ່ງ ແຕ່ບໍ່ອະນຸຍາດໃຫ້ນຳເຂົ້ານ້ຳມັນຜ່ານດ່ານທ້ອງຖິ່ນທຸກປະເພດ. ໃນຈຳນວນດ່ານສາກົນທັງ 16 ແຫ່ງ ກົມມາດຕະຖານ ແລະ ວັດແທກ ໄດ້ສົ່ງເຈົ້າໜ້າທີ່ກ່ຽວຂ້ອງໄປປະຈໍາເພື່ອກວດກາຄຸນນະພາບນ້ຳມັນທີ່ນຳເຂົ້າຈາກຕ່າງປະເທດທັງໝົດແລ້ວ. ຜ່ານການກວດກາສະ ເພາະການນຳເຂົ້ານ້ຳມັນແມ່ນບໍ່ພົບບັນຫາຫຍັງ ແຕ່ບັນຫາທີ່ພົບຄືຫຼັງຈາກນ້ຳມັນເຂົ້າມາໃນປະເທດແລ້ວຜູ້ປະກອບການລັກລອບເອົານ້ຳມັນຊະນິດອື່ນທີ່ຕ້ອງຫ້າມປະສົມກັບນຳເຂົ້າມາເພື່ອປະຢັດຕົ້ນທຶນ ແລະ ໃຫ້ໄດ້ກຳໄລຫຼາຍ.

ຢ່າງໃດກໍ່ຕາມ ສຳລັບບັນດາປ້ຳໃນທົ່ວປະເທດທີ່ໄດ້ຜ່ານການກວດກາຄຸນນະພາບນ້ຳມັນຮຽບຮ້ອຍແລ້ວ ກົມມາດຕະ ຖານ ແລະ ວັດແທກ ໄດ້ອອກສະຕິກເກີ່ໃຫ້ ໂດຍມີທັງໝົດ 3 ສີ ຄື: ສີຂາວ: ໝາຍເຖີງປ້ຳທີ່ກວດກາແລ້ວບໍ່ມີບັນຫາຫຍັງ. ສີຂຽວ: ແມ່ນປ້ຳທີ່ມີບັນຫາ ແລະ ໄດ້ຮັບການກ່າວເຕືອນເພື່ອສຶກສາອົບຮົມແລ້ວນຳເອົານ້ຳມັນໄປປັບປຸງໃໝ່ໃຫ້ໄດ້ຄຸນນະພາບ ແລະ ສີຟ້າ: ແມ່ນປໍ້າທີ່ມີບັນຫາ, ຖືກປັບໄໝມາ ແລະ ຖືກຢຶດເອົານ້ຳມັນທີ່ບໍ່ໄດ້ມາດຕະຖານທັງໝົດແລ້ວ. ດັ່ງນັ້ນ ຖ້າຫາກເຫັນວ່ານໍ້າມັນຢູ່ປໍ້າທີ່ທ່ານໄປໃຊ້ບໍລິການຫາກບໍ່ມີຄຸນນະພາບ ຫຼື ມີຄວາມຜິດປົກກະຕິ ໃຫ້ແຈ້ງມາຍັງ ສາຍດ່ວນ 1513 ເພື່ອໃຫ້ເຈົ້າໜ້າທີ່ລົງໄປກວດກາຕົວຈິງ.

ໂດຍ: ບຸນຕຽງ ຈັນທະວົງ (ວທສ)

ທີ່ມາ: Lao National Radio

Comments