ສຳນັກງານຂ່າວຕ່າງປະເທດລາຍງານວ່າ ເຄື່ອຂ່າຍທາງສັງຄົມອອນໄລ໌ ເຟສບຸກ ແລະ ອິດຕຣາແກຣມລົ້ມ ກະທົບຜູ້ໃຊ້ງານທົ່ວໂລກ ໂດຍເຄື່ອຂ່າຍຂາດການເຊື່ອມຕໍ່ໄປຕັ້ງແຕ່ເວລາປະມານ 23:00 ໂມງຂອງມື້ວານນີ້ ວັນທີ 13 ມີນາ 2019 ຈົນມາຮອດປັດຈຸບັນ ກໍຍັງໃຊ້ງານໄດ້ພຽງບາງສ່ວນ, ເຮັດໃຫ້ຜູ້ໃຊ້ເຟສບຸກຫຼາຍຄົນອອກມາເວົ້າຫຼາຍຄົນວ່າເປັນຍ້ອນສາເຫດໃດ. ຕໍ່ມາ ບໍລິສັດ ເຟສບຸກ ອອກມາຢືນຢັນຜ່ານອີເມວ ແລະ ທະວິດເຕີ້ວ່າ: ເຄື່ອຂ່າຍລົ້ມແທ້ “ຫຼາຍຄົນອາດກຳລັງປະສົບພົບພໍ້ບັນຫາໃນການເຊື່ອມຕໍ່ກັບແອັບພິເຄຊັນໃນເຄື່ອເຟສບຸກ ທາງເຮົາກຳລັງແກ້ໄຂບັນຫາດັ່ງກ່າວໃຫ້ໄວທີ່ສຸດ” ເຫດເຄື່ອຂ່າຍລົ້ມຄັ້ງນີ້ ໄດ້ສົ່ງຜົນກະທົບຜູ້ໃຊ້ເຟສໃນ ສະຫະລັດອາເມລິກາ, ເອີຣົບ, ອາເມລີກາໃຕ້, ອົດຕຣາລີ ແລະ ອາຊີ ຕາມການເປີເຜີຍຂອງເວັບໄຊ ‘DownDetector’ ແລະ ເຟສບຸກບໍ່ໄດ້ເປີດເຜີຍວ່າ: ເປັນຍ້ອນສາເຫດໄດ້ຈຶ່ງເຮັດໃຫ້ເຄື່ອຂ່າຍລົ້ມ ແຕ່ຢືນຢັນວ່າ ບໍ່ໄດ້ເປັນເພາະການໂຈມຕີທາງໄຊເບີ້ທີ່ເອີ້ນວ່າ ‘DDos’ ຫຼື ການທີ່ແຮັກເກີ້. ປັດຈຸບັນ, ເຟສບຸກ ໄອຈີ ກໍຍັງໃຊ້ງານເປັນປົກກະຕິບໍ່ໄດ້ທຸກຢ່າງຄືເກົ່າ ແຕ່ຍັງພົບວ່າບາງ ບາງຢູເຊີ້ ກໍຍັງສາມາດໃຊ້ງານເຟສບຸກໄດ້ ປົກກະຕິ ໂພສ ຫຼື ແຊຣ໌ໄດ້ ເປັນເພາະຜູ້ໃຊ້ງານນັ້ນໄດ້ລ໋ອກອິນຄ້າງໄວ້ ແລະ ບາງສ່ວນໃຊ້ງານຜ່ານສະມາດໂຟນ.
Read More »News
ແຈ້ງການ!!! ເລື່ອນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນຄັ້ງທີ 2
ເປັນຄັ້ງທີ 2 ທີ່ໄດ້ອອກ ແຈ້ງການ ເລື່ອນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຫຼັງຈາກມີແຈ້ງການເລື່ອນງານດັ່ງກ່າວ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລົງວັນທີ 14 /9/2018 ໄດ້ເລື່ອນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ ຈາກທີ່ຈະຈັດຂຶ້ນໃນວັນທີ 11/11/2018 ເລື່ອນໄປເປັນວັນທີ 21-30/11/2019. ແລະ ມາໃນວັນທີ 6/3/2019 ກໍໄດ້ອອກແຈ້ງການອີກ ຈາກຫ້ອງວ່າການສຳນາງານຍົກອີກຄັ້ງ ແມ່ນໃຫ້ເລື່ອນ ຈາກວັນທີ 21-30/12/2019 ແມ່ນຈະໄດ້ຂໍມີການເລື່ອນໄປເປັນ ວັນທີ 22/03/2020 -01/04/2020 ເນື່ອງຈາກສະພາບອາກາດຂອງຊຽງຂວາງທີຫນາວຈັດ ແລະເພື່ອເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ ໃນປີ 2020 ດ້ວຍ …. ເຊິ່ງກ່ອນໜ້ານີ້ ທາງຫ້ອງວ່າການສຳນັກງານນາຍົກ ກໍໄດ້ອອກແຈ້ງການ ເຫັນດີເລື່ອນງານມະຫາກຳແຂ່ງຂັນກິລາລະດັບຊາດ 3 ງານໃຫຍ່, ຫ້າມບໍ່ໃຫ້ສ້າງສະໜາມກິລາເພີ່ມ. ລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພັດ ພົມພິພັກ ອອກແຈ້ງການເລກທີ 1525/ຫສນຍ.ກລຂ ລົງວັນທີ 14 ກັນຍາ 2018 ເຫັນດີເລື່ອນງານມະຫະກຳແຂ່ງຂັນກິລາລະດັບຊາດ 3 ງານໃຫຍ່ຄື: ງານມະຫາກຳກິລາມະຫາວິທະຍາໄລລາວຄັ້ງທີ ...
Read More »ຖືກຕ້ອງທີ່ສຸດ!!! ພະນັກງານກວດກາຕ້ອງເປັນແບບຢ່າງຕ້ານການສໍ້ລາດບັງຫຼວງ
ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໃຫ້ຮູ້ວ່າ: ພະນັກງານກວດສອບ-ກວດກາພັກ-ລັດທຸກຂັ້ນ ນັບແຕ່ສູນກາງຮອດທ້ອງຖິ່ນຕ້ອງເປັນແບບຢ່າງໃນການຕ້ານການສໍ້ລາດບັງຫຼວງ ເພື່ອເປັນພື້ນຖານໃຫ້ແກ່ປະຕິບັດວຽກງານກວດກາມີປະສິດທິຜົນສູງ. ບັນຫາດັ່ງກ່າວ, ໄດ້ຍົກຂຶ້ນໃນກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2018 ເມື່ອທ້າຍອາທິດຜ່ານມາ, ຊຶ່ງປະທານອົງການກວດສອບແຫ່ງລັດໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາອົງການກວດກາພັກ-ລັດແຕ່ລະຂັ້ນ ເພີ່ມທະວີເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ເພື່ອໃຫ້ຮັບປະກັນການປະຕິບັດໜ້າທີ່ຂອງຕົນມີຜົນສຳເລັດສູງ. ຕັ້ງໜ້າຕິດຕາມ-ກວດກາພັກ, ການຄຸ້ມຄອງບໍລິຫານລັດແຕ່ລະຂັ້ນທີ່ເຫັນວ່າມີປາກົດການ ຫຼື ກວດກາຕາມຄໍາສັ່ງຂອງຂັ້ນເທິງໃຫ້ມີປະສິດທິພາບ ເພື່ອ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນກົງຈັກພັກ-ລັດໃຫ້ຫຫຼຸດລົງ. ຂະນະດຽວກັນ ໃຫ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ເພື່ອພະນັກງານໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງແນວຄິດ, ປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງຕາມພາລະບົດບາດ, ມີຈຸດສຸມ, ວິເຄາະ, ວິໄຈ ແລະ ມີຄຸນນະພາບສູງ. ຂອບໃຈຂໍ້ມູນຈາກ: ໜັງສືພີມ ລາວພັດທະນາ
Read More »ເກັ່ງສຸດໆ! ເດັກນ້ອຍລາວ ຖະຫຼົ່ມ ທີມຈາກອັງກິດ ເຂົ້າໄປລໍຖ້າຊີງຊະນະເລີດ ຕອນບ່າຍມື້ນີ້!!!!
ນັກເຕະເຍົາວະຊົນລາວ ຮຸ່ນອາຍຸ 12 ປີ ນະຄອນຫຼວງວຽງຈັນ ຕົວແທນ ສປປ ລາວ ສ້າງຜົນງານໂດດເດັ່ນຕັ້ງແຕ່ນັດທໍາອິດ ດ້ວຍການຖະຫຼົ່ມ ຢູ 12 ຫວຽດນາມ 3-0 ໃນການເຂົ້າຮ່ວມແຂ່ງຂັນເຕະບານ ຢູ-12 ຊີງແຊັມນາໆຊາດ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ໂດຍແມ່ນທະຫານໄທຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນລະຫວ່າງ 11-14 ມີນາ 2019. ຂະນະທີ່ນັດທີ 2 ຢູ 12 ນະຄອນຫຼວງວຽງຈັນ ພົບກັບ ຍີ່ປຸ່ນ ປາກົດວ່າ: ຢຸ 12 ນະຄອນຫຼວງວຽງຈັນ ໂດດເດັ່ນຖະຫຼົ່ມ ຍີ່ປຸ່ນ 4-0 ສົ່ງຜົນໃຫ້ ຢູ 12 ນະຄອນຫຼວງວຽງຈັນ ເຂົ້າຮອບ 4 ທີມໄປພົບກັບ ທີມຈາກເອີຣົບ ປະເທດອັງກິດ ໃນວັນທີ 13 ມີນາ 2019 ປາກົດວ່າ:ຫຼ້າສຸດ ເຟສບຸກ ເຊຍລາວ ເຟສບຸກສື່ກີລາດັງຂອງລາວລາຍການວ່າ: U12 ນະຄອນຫຼວງ ສາມາດຊະນະ FC ...
Read More »ອຸຕຸແຈ້ງເຕືອນ! ວັນທີ 14 – 17 ມີນານີ້ ລະວັງຝົນຕົກ, ຟ້າຮ້ອງ ທົ່ວທຸກພາກທົ່ວປະເທດລາວ
ໃນໄລຍະວັນທີ 14-17 ມີນາ 2019 ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ຈະມີກຳລັງແຮງເພີ່ມຂື້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມດ້ວຍກຳລັງປານກາງ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໝາກເຫັບຕົກ ພ້ອມມີລົມພັກແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ດັ່ງນັ້ນ ຈື່ງແຈ້ງເຕືອນເຖິງປະຊາຊົນ ບັນດາເຜົ່າ ຈົ່ງມີສະຕິຕໍ່ສະພາບອາກາດທີ່ຈະເກີດຂື້ນໃນໄລຍະ 1ອາທິດຕໍ່ໜ້າ ແລະ ໃຫ້ຕີດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກບົດລາຍງານຄາດຄະເນສະພາບອາກາດ ສະບັບເລກທີ 0335/ກອຕທ ລົງວັນທີ 11 ມີນາ 2019. ໃນໄລຍະວັນທີ 11-13 ມີນາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.
Read More »ສະຖານທູດຍີ່ປຸ່ນ ຈັດງານລ້ຽງສົ່ງນັກສຶກສາລາວ 16 ຄົນ.
ໃນວັນທີ 12 ມີນາ 2019, ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຈັດງານລ້ຽງສົ່ງນັກສຶກສາທີ່ເຮືອນພັກທ່ານເອກອັກຄະຣາຊະທູດຍີ່ປຸ່ນ, ນະຄອນຫຼວງວຽງຈັນ, ໃຫ້ແກ່ນັກສຶກສາ 16 ຄົນທີ່ຈະໄດ້ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນພາຍໃຕ້ທຶນລັດຖະບານຍີ່ປຸ່ນ (MEXT: Ministry of Education, Culture, Sports, Science and Technology of Japan). ສຳລັບປີນີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ທຶນແກ່ນັກສຶກສາລາວຈຳນວນ 16 ຄົນ (8 ຄົນ ຈະເຂົ້າຮຽນໃນລະດັບປະລິນຍາໂທ, 2 ຄົນໃນລະດັບວິຊາຊີບຊັ້ນສູງທາງດ້ານເຕັກໂນໂລຊີ ແລະ 6 ຄົນໃນລະດັບວິຊາຊີບຊັ້ນສູງທົ່ວໄປ) ຜູ້ທີ່ຈະຖືກຕ້ອນຮັບຢ່າງອົບອຸ່ນເມື່ອໄປຮອດ ຍີ່ປຸ່ນ. ນັກສຶກສາເຫຼົ່ານີ້ມີຄວາມໂດດເດັ່ນໃນສາຂາວິຊາທີ່ພວກເຂົາເລືອກຮຽນ ແລະ ໄດ້ຜ່ານການສອບເສັງແຕ່ລະລະດັບຂອງ MEXT. On 12 March 2019, the Embassy of Japan held a send-off reception at the Japanese Ambassador’s Residence, Vientiane ...
Read More »ຫຼັງຈາກທີ່ເຮັດທຸລະກິດໄປໄດ້ໄລຍະໜຶ່ງ ຫຼາຍຄົນຄົງຄິດເຖິງການຂະຫຍາຍກິດຈະການໃຫ້ເຕີບໃຫຍ່ຂຶ້ນ ແຕ່ຖ້າຫາກຂາດການວາງແຜນທີ່ດີ ຫຼືຮີບຮ້ອນເກີນໄປ ອາດຈະສ່ຽງຕໍ່ການສູນເສຍທຸລະກິດທັງໝົດທີ່ມີຢູ່!!! ຖ້າບໍ່ຢາກຜິດພາດຕ້ອງຮູ້ຈັກກັບຄໍຖາມ 4 ຂໍ້ສໍາຄັນຕໍ່ໄປນີ້!!!
4 ຄໍາຖາມຄວນຄິດ! ກ່ອນເລີ່ມຕົ້ນທຸລະກິດໃໝ່… ໃນການເຮັດທຸລະກິດ ເມື່ອເຫັນວ່າເລີ່ມໄປໄດ້ດີກໍຢາກຈະຂະຫຍາຍກິດຈະການໃຫ້ເຕີບໃຫຍ່ຂຶ້ນ, ຢາກເປີດຮ້ານໃໝ່ ມີຫຼາຍສາຂາແຕກອອກ ເພື່ອເຈາະລູກຄ້າກຸ່ມໃໝ່ ແຕ່ຖ້າຫາກຂາດການວາງແຜນທີ່ເໝາະສົມ ຫຼືຮີບຮ້ອນຈົນເກີນໄປອາດຈະສ່ຽງຕໍ່ການສູນເສຍທຸລະກິດທີ່ມີທັງໝົດ. ດັ່ງນັ້ນ ກ່ອນທີ່ຈະຄິດເດີນໄປທາງໜ້າຢ່າລືມຖາມຄໍາຖາມ 4 ຂໍ້ສໍາຄັນດັ່ງຕໍ່ໄປນີ້: ຖ້າບໍ່ຢາກໃຫ້ທຸລະກິດຕາຍໄປດ້ວຍມືຂອງຕົນເອງ!!! ທຸລະກິດທີ່ມີຢູ່ນັ້ນຄວບຄຸມໄດ້ແລ້ວບໍ່? ຜູ້ປະກອບການເກືອບທຸກຄົນໄຟ່ຝັນວ່າ ຢາກມີບໍລິສັດທີ່ສ້າງເງິນໄດ້ຫຼາຍໝື່ນລ້ານ ແຕ່ກ່ອນຈະໄປເຖິງຈຸດນັ້ນໄດ້ສິ່ງໜຶ່ງທີ່ຄວນເຮັດຄື ຢ່າເຮັດຫຍັງເກີນຕົວ ຖ້າຢາກຂະຫຍາຍກິດຈະການກໍຕ້ອງພິຈາລະນາໃຫ້ດີວ່າ ທ່ານມີຄວາມສາມາດໃນການເຮັດວຽກໃໝ່ນັ້ນ ຫຼືບໍ່? ຖ້າວຽກທີ່ມີຢູ່ມັນລົ້ນມືຢູ່ແລ້ວ ກໍບໍ່ຄວນຊອກເຂົ້າມາເພີ່ມອີກ ແລະ ຄວນຫັນມາເບິ່ງທຸລະກິດທີ່ມີຢູ່ໃນມືແລ້ວນັ້ນ ວ່າສາມາຄວບຄຸມຫຼາຍພໍແລ້ວ ຫຼືຍັງ? ຫາກຍັງຄວນຄິດວ່າຈະເພີ່ມຊັບພະຍາກອນຫຍັງເຂົ້າມາ ເພື່ອຊ່ວຍໃຫ້ທຸລະກິດມີການຄວບຄຸມຫຼາຍຂຶ້ນຈະດີກວ່າ ຈ່າຍໄຫວບໍ່? ຖ້າຢາກຂະຫຍາຍກິດຈະການແທ້. ຄໍາເວົ້າທີ່ວ່າ “ທ່ານຕ້ອງໃຊ້ເງິນເພື່ອຊອກເງິນ” ນັ້ນບໍ່ໄດ້ເກີນຄວາມຈິງເລີຍໃນໂລກຂອງການເຮັດທຸລະກິດ ເຊັ່ນດຽວກັນກັບຄວາມຕ້ອງການທີ່ຢາກຂະຫຍາຍກິດຈະການ ເຖິງວ່າອາດຈະຊ່ວຍໃຫ້ມີລາຍໄດ້ຫຼາຍຂຶ້ນ ແຕ່ກໍໍບໍ່ແມ່ນເລື່ອງທີ່ຈະເກີດຂຶ້ນແບບທັນທີ ນອກຈາກນີ້ ການຂະຫຍາຍແຕ່ລະເທື່ອກໍຕ້ອງໃຊ້ເງິນ ບໍ່ວ່າຈະເປັນຄ່າດໍາເນີນການເປີດກິດຈະການ, ຄ່າສ້າງສັນສິນຄ້າໃໝ່ ຫຼືຄ່າຈ້າງທີມເຮັດການຕະຫຼາດ. ຫາກບໍ່ມີເງິນຫຼາຍພໍ ທຸລະກິດເກົ່າບໍ່ສ້າງກໍາໄລ ແລະ ບໍ່ສາມາດເຂົ້າເຖິງແຫຼ່ງທຶນໄດ້ ເພື່ອໃຊ້ຈ່າຍສໍາລັບສ່ວນນີ້ ການຂະຫຍາຍກິດຈະການກໍຄົງບໍ່ແມ່ນເລື່ອງງ່າຍທີ່ຈະເຮັດແລ້ວປະສົບຄວາມສໍາເລັດ ດັ່ງນັ້ນ ຄວນກວດສອບສະພາບທາງການເງິນສະເໝີ ກ່ອນທີ່ຈະຕັດສິນໃຈໃນການຂະຫຍາຍທຸລະກິດ. ຄູ່ແຂ່ງຂະຫຍາຍຕົວໄປແລ້ວ ຫຼືຍັງ? ເຈົ້າຂອງທຸລະກິດສາມາດຮຽນຮູ້ໄດ້ຫຼາຍສິ່ງຫຼາຍຢ່າງ ໄດ້ຈາກການເບິ່ງຄູ່ແຂ່ງ ເພາະຖືວ່າມີກຸ່ມລູກຄ້າເປົ້າໝາຍດຽວກັນ ບໍ່ວ່າຈະເປັນຄວາມສໍາເລັດ ...
Read More »ຍີ່ປຸ່ນ ຊ່ວຍເຫຼືອລ້າ 65 ຕື້ກ່ວາກີບ ຟື້ນຟູຈາກໄພພິບັດນ້ຳຖ້ວມ ປີ 2018
ພິທີລົງນາມເອກະສານແລກປ່ຽນສຳລັບໂຄງການຊ່ວຍເຫຼືອລ້າ ໃຫ້ການຟື້ນຟູຈາກໄພພິບັດນ້ຳຖ້ວມຢູ່ ສປປ ລາວ ໃນປີ 2018 ຈັດຂຶ້ນວັນທີ 6 ມີນາ 2019 ຢູ່ຫ້ອງການສະຫະປະຊາຊາດ ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ທາເຄຊິ ຮີຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ກັບທ່ານ Octavian Bivol ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ ທ່ານ Avi Sarkar ທີ່ປຶກສາພາກພື້ນອົງການ UN-Habitat ປະຈຳ ສປປ ລາວ ທ່ານ Nasar Hayat ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ມູນຄ່າການຊ່ວຍເຫຼືອລ້າຄັ້ງນີ້ 7.6 ລ້ານໂດລາສະຫະລັດ ຫຼື ປະມານ 65.23 ຕື້ກີບ ປະກອບມີ ໂຄງການດ້ານການສຶກສາ ໂດຍອົງການ UNICEF ຈະໃຫ້ການສະໜັບສະໜູນເພື່ອສົ່ງເສີມການລົງທະບຽນໂຮງຮຽນ ການເຂົ້າຮຽນຢ່າງສະໝ່ຳສະເໝີ ແລະ ການຮຽນຮູ້ຢ່າງມີປະສິດທິຜົນໃຫ້ເດັກນ້ອຍກ່ອນ ແລະ ...
Read More »ຕ້ອງການງົບກວ່າ 5 ຕື້ກີບ ອະນາໄມຄອງ, ທໍ່ລະບາຍນ້ຳ ອັ່ງໃນລະດູຝົນ
ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ຕ້ອງການງົບປະມານໃນການອະນາໄມຄອງນ້ຳ 4 ຕົວເມືອງໃນ ນະຄອນຫຼວງ ເພື່ອແກ້ໄຂບັນຫານ້ຳຖ້ວມອັ່ງໃນເວລາຝົນຕົກໜັກ, ຂະນະທີ່ປັດຈຸບັນງົບທີ່ສະໜອງເຂົ້າໃນໜ້າວຽກດັ່ງກ່າວມີພຽງ 10% ເທົ່ານັ້ນ. ທ່ານ ນາງ ວາດສະໜາ ອິນສີຊຽງໃໝ່ ຮອງຫົວໜ້າຂະແໜງຄຸ້ມຄອງຮ່ອງລະບາຍນ້ຳ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ໃຫ້ສໍາພາດວ່າ: ກ່ຽວກັບບັນຫານ້ຳຖ້ວມອັ່ງເສັ້ນທາງເວລາຝົນຕົກໜັກໃນເຂດນະຄອນຫຼວງວຽງຈັນ ປັດຈຸບັນມີຈຸດສຸມເຝົ້າລະວັງຕະຫຼອດເວລາ ແລະ ແກ້ໄຂໃຫ້ທັນສະພາບການ ໂດຍສະເພາະແມ່ນບັນດາຮ່ອງແຄມທາງ 5 ຖະໜົນ ຄື: 1). ຖະໜົນຫຼວງພະບາງ ແຕ່ໄຟແດງສີໄຄ ຫາ ໜ້າໂຮງໝໍເມືອງສີໂຄດຕະບອງ; 2). ຖະໜົນສຸພານຸວົງ ( ແຕ່ຕະຫຼາດຊັ່ງຈຽງ ຫາ ວັດໄຕນ້ອຍ ); 3). ຖະໜົນກຳແພງເມືອງ ( ຈຸດໄຟແດງທາດຫຼວງ ແລະ ຈຸດໄຟແດງໂພນປ່າເປົ້າ ); 4). ຖະໜົນມິດຕະພາບ ລາວ – ໄທ ( ຈຸດຄ້ອຍຂ້າງໂຮງຮຽນການຊ່າງລາວ ...
Read More »ຜູ້ປະກອບການໄວໜຸ່ມ ຈາກອາຊຽນ ຮຽນຮູ້ກ່ຽວກັບການທ່ອງທ່ຽວ ແບບອະນຸຮັກ.
ເມື່ອບໍ່ດົນຜ່ານມານີ້ ບັນດາຜູ້ປະກອບການໜຸ່ມຈໍານວນ 50 ທ່ານ ທີ່ມາຈາກບັນດາປະເທດອາຊຽນ ແລະ ຕີມໍແລັດສະເຕ ໄດ້ພົບປະກັນຢູ່ທີ່ຫຼວງພະບາງ ເພື່ອເຂົ້າຮ່ວມໃນງານເຝິກອົບຮົມການທ່ອງທ່ຽວແບບຍືນຍົງ ເຊິ່ງໄດ້ຈັດຂຶ້ນໂດຍຜ່ານໂຄງການ Young Southeast Asian Leaders Initiative (YSEALI) ທີ່ໄດ້ຮັບທຶນຈາກໂຄງການລັດຖະບານ ສ.ອາເມຣິກາ. ເປົ້າໝາຍຂອງການອົບຮົມໃນຄັ້ງນີ້ແມ່ນເພື່ອນຳເອົາບັນດາຜູ້ກອບການໄວໜຸ່ມຈາກ ອາຊີຕາເວັນອອກສ່ຽງໃຕ້ ມາ ສປປ ລາວ ເພື່ອຮຽນຮູ້ຈາກບັນດາຫົວໜ່ວຍທຸລະກິດວິສາຫະກິດການທ່ອງທ່ຽວຂະໜາດນ້ອຍ ທີ່ໄດ້ມີການປະກອບສ່ວນສົ່ງເສີມການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ ແລະ ຮູບແບບຂອງຊຸມຊົນສຳລັບການທ່ອງທ່ຽວ. ໃນໄລຍະ 15ປີ ທີ່ຜ່ານມາ, ອຸດສາຫະກໍາທ່ອງທ່ຽວແບບອະນຸຮັກຢູ່ທີ່ເມືອງມໍລະດົກໂລກ ໄດ້ແຕກດອກອອກຜົນເຊິ່ງເຮັດໃຫ້ບັນດາຫົວໜ່ວຍທຸລະກິດວິສາຫະກິດການທ່ອງທ່ຽວຂະໜາດນ້ອຍເກີດຂຶ້ນ ແລະ ໄດ້ມີບົດບາດສໍາຄັນໃນການພັດທະນາເສດຖະກິດໃນຂົງເຂດນີ້ ກໍຄື ພາຍໃນປະເທດ. ທ່ານ ເອກອັກຄະລັດຖະທູດ ຣີນາ ບິດເຕີ ໄດ້ກ່າວວ່າ: ການສົ່ງເສີມເສດຖະກິດໃນ ສປປ ລາວ ແມ່ນມີຄວາມສຳຄັນຕໍ່ຍຸດທະສາດ ອິນໂດປາຊີຟິກ ແລະ ການຮ່ວມມືແບບກວມລວມຂອງພວກເຮົາ ກັບ ລັດຖະບານ ສປປ ລາວ. ພວກເຮົາມີຄວາມພາກພູມໃຈໃນການນຳສະເໜີຕົວແບບທີ່ດີຂອງທຸລະກິດການທ່ອງທ່ຽວຢູ່ ສປປ ລາວ ເພື່ອວ່າບັນດານັກທຸລະກິດໄວໜຸ່ມໃນຂົງເຂດນີ້ຈະສະມາດຮຽນຮູ້ເອົາປະສົບການຈາກ ສປປ ລາວ ລວມທັງ ປະສົບການການຕ້ອນຮັບອັນອົບອຸ່ນ ...
Read More »