ແຈ້ງການ!!! ເລື່ອນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນຄັ້ງທີ 2

ເປັນຄັ້ງທີ 2 ທີ່ໄດ້ອອກ ແຈ້ງການ ເລື່ອນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຫຼັງຈາກມີແຈ້ງການເລື່ອນງານດັ່ງກ່າວ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລົງວັນທີ 14 /9/2018  ໄດ້ເລື່ອນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ ຈາກທີ່ຈະຈັດຂຶ້ນໃນວັນທີ 11/11/2018 ເລື່ອນໄປເປັນວັນທີ 21-30/11/2019.

ແລະ ມາໃນວັນທີ 6/3/2019 ກໍໄດ້ອອກແຈ້ງການອີກ ຈາກຫ້ອງວ່າການສຳນາງານຍົກອີກຄັ້ງ ແມ່ນໃຫ້ເລື່ອນ ຈາກວັນທີ 21-30/12/2019 ແມ່ນຈະໄດ້ຂໍມີການເລື່ອນໄປເປັນ ວັນທີ 22/03/2020 -01/04/2020 ເນື່ອງຈາກສະພາບອາກາດຂອງຊຽງຂວາງທີຫນາວຈັດ ແລະເພື່ອເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ ໃນປີ 2020 ດ້ວຍ ….

ເຊິ່ງກ່ອນໜ້ານີ້ ທາງຫ້ອງວ່າການສຳນັກງານນາຍົກ ກໍໄດ້ອອກແຈ້ງການ  ເຫັນດີເລື່ອນງານມະຫາກຳແຂ່ງຂັນກິລາລະດັບຊາດ 3 ງານໃຫຍ່, ຫ້າມບໍ່ໃຫ້ສ້າງສະໜາມກິລາເພີ່ມ.


ລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພັດ ພົມພິພັກ ອອກແຈ້ງການເລກທີ 1525/ຫສນຍ.ກລຂ ລົງວັນທີ 14 ກັນຍາ 2018 ເຫັນດີເລື່ອນງານມະຫະກຳແຂ່ງຂັນກິລາລະດັບຊາດ 3 ງານໃຫຍ່ຄື: ງານມະຫາກຳກິລາມະຫາວິທະຍາໄລລາວຄັ້ງທີ 2 ປີ 2019, ງານມະຫາກຳກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ 7 ປີ 2020 ແລະ ງານມະຫາກຳກິລາແຫ່ງຊາດຄັ້ງທີ 7 ປີ 2021. ສຳລັບເວລາທີ່ຈະຈັດໃນປີໃດນັ້ນແມ່ນມອບໃຫ້ກະຊວງສຶກສາທິການ ແລະ ກິລາຄົ້ນຄວ້າ ແລະ ພິຈາລະນາຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ. ສຳລັບງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ທີ່ຈະຈັດຢູ່ຊຽງຂວາງ ໃນວັນທີ 11 ພະຈິກ 2018 ແມ່ນໃຫ້ເລື່ອນໄປເປັນປີໜ້າ.


ສ່ວນງານມະຫາກຳກິລາແຫ່ງຊາດຄັ້ງຕໍ່ໆໄປ (ຫຼັງຈາກຄັ້ງທີ 11) ແມ່ນໃຫ້ນຳໃຊ້ສະໜາມກິລາ ຫຼື ສິ່ງອຳນວຍຄວາມສະດວກພື້ນຖານໂຄງລ່າງຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີຄວາມພ້ອມແລ້ວ. ບໍ່ໃຫ້ມີການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ຂຶ້ນມາໃໝ່ເປັນຕົ້ນແມ່ນສະໜາມກິລາ. ໃຫ້ກະຊວງສຶກສາທິການ ແລະ ກິລາຄົ້ນຄວ້າຮູບແບບ, ວິທີການ ແລະ ກຳນົດຊ່ວງໄລຍະເວລາໃນການຈັດງານມະຫາກຳແຂ່ງຂັນກິລາລະດັບຊາດຕ່າງໆຢູ່ພາຍໃນປະເທດຄືນໃໝ່.

Comments