News

ການທີ່ທຸລະກິດລົ້ມເຫຼວບາງຄັ້ງບໍ່ແມ່ນຍ້ອນສິນຄ້າບໍ່ດີ ຫຼືເຮັດການຕະຫຼາດບໍ່ຖືກວິທີ ແຕ່ເປັນຍ້ອນນິໄສສ່ວນຕົວຂອງຜູ້ປະກອບການເອງຫຼາຍກວ່າ… ມາເບິ່ງ 3 ນິໄສພື້ນຖານທີ່ສົ່ງຜົນເຮັດໃຫ້ທຸລະກິດໄປບໍ່ລອດໄດ້!!!

ນິໄສສ່ວນຕົວທີ່ເຮັດໃຫ້ທຸລະກິດໄປບໍ່ລອດ!!! ເກັບບັນຫາໄວ້ຄົນດຽວ ອາດຈະບໍ່ຢາກໃຫ້ຄົນຟັງມາຄິດຫຼາຍ ຫຼືຢາກຫຼີກລ່ຽງຄວາມຄັດແຍ່ງ ແຕ່ໃນໂລກຂອງທຸລະກິດ ການເປັນຜູ້ປະກອບການທີ່ບໍ່ຍອມເອີ່ຍປາກເວົ້າເຖິງບັນຫາທີ່ເກີດຂຶ້ນ ຈະເຮັດໃຫ້ຫຸ້ນສ່ວນເກີດຄວາມເຂົ້າໃຈຜິດ ແລະ ຮູ້ສຶກບໍ່ໄວ້ວາງໃຈ ລວມເຖິງເຮັດໃຫ້ຕ້ອງພົບພາວະຕຶງຄຽດເພາະແບກບັນຫາໄວ້ຄົນດຽວ.   ເວົ້າອ້ອມ ເມື່ອເຖິງເວລາທີ່ຕ້ອງຢຸດຈ້າງພະນັກງານ ຜູ້ປະກອບການຈະພະຍາຮັກສານໍ້າໃຈດ້ວຍການບໍ່ເວົ້າໂດຍກົງເຖິງສິ່ງທີ່ເກີດຂຶ້ນ ເຊິ່ງບາງຄັ້ງອາດຈະເຮັດໃຫ້ທຸກຢ່າງຮ້າຍແຮງລົງໄດ້ ສິ່ງທີ່ຄວນເຮັດຄື ເຮັດໃຫ້ພະນັກງານຮູ້ສຶກວ່າ ໄດ້ຮັບຄວາມໃສ່ໃຈໃນຄວາມຮູ້ສຶກດ້ວຍການເວົ້າເຖິງສາເຫດທີ່ຕ້ອງຢຸດຈ້າງ ຢ່າງກົງໄປກົງມາ ພ້ອມທັງຮັບຟັງຄວາມໃນໃຈຂອງພວກເຂົາ.   ບໍ່ກຽມຕົວ ຜູ້ປະກອບການສ່ວນຫຼາຍຂາດການກຽມຕົວ ໃນການຮັບມືກັບສິ່ງທີ່ບໍ່ຄາດຄິດວ່າຈະເກີດຂຶ້ນເຊັ່ນ: ລືມສິ່ງທີ່ຕ້ອງເວົ້າໃນຫ້ອງປະຊຸມເພາະມົວໄປໂຟກັສສິ່ງທີ່ເຮັດໃຫ້ອາລົມບໍ່ດີ ແລະ ໃນທີ່ສຸດກໍເລືອກທີ່ຈະຍ່າງອອກໄປຈາກຫ້ອງປະຊຸມ ເພາະຄິດສິ່ງທີ່ຈະເວົ້າບໍ່ອອກ, ການກະທໍານີ້ຈະສົ່ງຜົນໃຫ້ຜູ້ທີ່ກ່ຽວຂ້ອງກັບທຸລະກິດເກີດຄວາມບໍ່ພໍໃຈໄດ້ ສະນັ້ນ ເພື່ອປ້ອງກັນບັນຫານີ້ ຜູ້ປະກອບການຕ້ອງຂຽນສິ່ງທີ່ຈະເວົ້າລົງໃນເຈ້ຍ ນອກຈາກຈະເຮັດໃຫ້ບໍ່ລືມແລ້ວ ຍັງເປັນການສໍາຫຼວດວ່າ ສິ່ງທີ່ຈະເວົ້ານັ້ນຄົບຖ້ວນແລ້ວບໍ່   ເມື່ອຮູ້ແບບນີ້ແລ້ວ ຜູ້ປະກອບການທ່ານໃດທີ່ມີນິໄສພື້ນຄ້າຍກັບທີ່ເວົ້າມາຂ້າງເທິງ ກໍໃຫ້ຮີບປ່ຽນດ່ວນ ຖ້າບໍ່ຢາກເຮັດໃຫ້ທຸລະກິດຕາຍໄປພ້ອມກັບນິໄສທີ່ຄິດຢູ່ຄົນດຽວວ່າດີທີ່ສຸດແລ້ວ. ຂອບໃຈທີ່ມາ: www.smethailandclub.com  

Read More »

ການເບິ່ງຂ້າມເລື່ອງເລັກໜ້ອຍເຫຼົ່ານີ້ ມັນຈະຄ່ອຍໆກໍ່ຕົວຈົນກາຍເປັນຄວາມຜິດພາດໃນທີ່ສຸດ! ແລະ ນີ້ຄື 4 ເລື່ອງເລັກໜ້ອຍທີ່ SME ຄວນສໍາຫຼວດຕົວເອງຢູ່ຕະຫຼອດເວລາເພື່ອບໍ່ໃຫ້ທຸລະກິດຕ້ອງສະດຸດ!!!

4 ເລື່ອງທີ່ SME ຕ້ອງສໍາຫຼວດຕະຫຼອດເວລາ!!! SME ຫຼາຍຄົນ ເມື່ອເຫັນວ່າຕັ້ງຕົ້ນທຸລະກິດຂຶ້ນມາໄດ້ສໍາເລັດແລ້ວ ຈະໝັ້ນໃຈໄດ້ເຕັມ 100 ວ່າ ທຸລະກິດສາມາດໂລດແລ່ນໄປຕໍ່ຢ່າງລາບລື່ນ ຈົນລະເລີຍບາງເລື່ອງທີ່ອາດຈະສົ່ງຜົນເສຍໂດຍກົງຕໍ່ທຸລະກິດ ເຊິ່ງການເບິ່ງຂ້າມເລື່ອງເລັກໜ້ອຍເຫຼົ່ານີ້ ຈະເຮັດໃຫ້ກໍ່ຕົວໃຫຍ່ຂຶ້ນຈົນກາຍເປັນຄວາມຜິດພາດໃນທີ່ສຸດ ແລະ Check list ທັງ 4 ຂໍ້ຕໍ່ໄປນີ້ຄືສິ່ງທີ່ SME ຄວນສໍາຫຼວດຕົວເອງຢູ່ສະເໝີ ເພື່ອບໍ່ໃຫ້ທຸລະກິດຕ້ອງສະດຸດ!!! ສໍາຫຼວດຄວາມເພິ່ງພໍໃຈຂອງລູກຄ້າ ການໃສ່ໃຈໃນຄວາມເພິ່ງພໍໃຈຂອງລູກຄ້າ ເປັນເຄັດລັບທີ່ເຮັດໃຫ້ທຸລະກິດເຕີບໃຫຍ່ໄປໄດ້ຕະຫຼອດ ບໍ່ວ່າເປັນສິນຄ້າ ແລະ ບໍລິການຈະເປັນແນວໃດ, ຈະແປກໃໝ່ ແລະ ດີຂະໜາດໃດ ແຕ່ຖ້າບໍ່ໃສ່ໃຈລູກຄ້າກໍເຮັດໃຫ້ທຸລະກິດໄປບໍ່ລອດ ດັ່ງນັ້ນ ຕ້ອງໝັ່ນສໍາຫຼວດຄວາມເພິ່ງພໍໃຈຂອງລູກຄ້າຢູ່ສະເໝີ ແລະ ເມື່ອໄດ້ຂໍ້ມູນຈາກລູກຄ້າມາແລ້ວ ກໍຕ້ອງນໍາໄປພັດທະນາປັບປຸງແທ້ໆ ເພື່ອສ້າງຄວາມເພິ່ງພໍໃຈໃຫ້ກັບລູກຄ້າຕະຫຼອດເວລາ. ສໍາຫຼວດຄຸນນະພາບສິນຄ້າ ແລະ ບໍລິການ ຕ້ອງຮັກສາຄຸນນະພາບມາດຕະຖານຂອງສິນຄ້າ ແລະ ບໍລິການໃຫ້ດີຢູ່ສະເໝີ ຕ້ອງໂຟກັສຕັ້ງແຕ່ແຫຼ່ງວັດຖຸດິບ, ຂະບວນການຜະລິດ, ຈົນໄດ້ສິນຄ້າ ແລະ ໄປເຖິງມືຂອງລູກຄ້າຢ່າງປອດໄພ, ຍິ່ງສິນຄ້າຂາຍດີເທົ່າໃດກໍຍິ່ງບໍ່ຄວນເຮັດໃຫ້ຄຸນນະພາບຂອງສິນຄ້າ ຫຼື ບໍລິການດ້ອຍລົງ ເພາະການຮັກສາຄຸນນະພາບສິນຄ້າ ແລະ ບໍລິການໄດ້ສະໝໍ່າສະເໝີ. ນອກຈາກຈະເຮັດໃຫ້ລູກຄ້າປະທັບໃຈແລ້ວ ຍັງຊ່ວຍໃຫ້ລູກຄ້າຈື່ຈໍາ ແລະ ຊົມໃຊ້ສິນຄ້າຂອງເຮົາຕະຫຼອດໄປ ...

Read More »

ລັດ ຈະຮື້-ຖອນ ສິ່ງກີດຂວາງຕາມເສັ້ນທາງດົງໂດກ-ສີເກີດ ໃຫ້ສຳເລັດພາຍໃນ 1 ເດືອນ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະຮື້-ຖອນເທີບ-ເງີບ, ຕູບ-ເຕັ້ນ, ປ້າຍໂຄສະນາ ແລະ ສິ່ງປຸກສ້າງອື່ນໆ ທີ່ກວມເອົາເຂດສະຫງວນຂອງທາງດົງໂດກ-ສີເກີດ ເມືອງໄຊທານີ ໃຫ້ສໍາເລັດພາຍໃນ 30 ວັນ ແລະ ສໍາລັບທົ່ວນະຄອນຫຼວງວຽງຈັນ ໃຫ້ສໍາເລັດພາຍໃນປີ 2019. ໃນວັນທີ 27 ກຸມພາ 2019, ໜ່ວຍງານຈັດສັນ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ບຸນຈັນ ແກ້ວສີທໍາມະ ຮອງຫົວໜ້າພະແນກ ຍທຂ ຜູ້ຊີ້ ນໍາວຽກຄຸ້ມຄອງເຄຫາ-ຜັງເມືອງ, ວຽກງານຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ໄດ້ລົງເຄື່ອນໄຫວກວດກາບັນດາຫ້າງຮ້ານຕາມເສັ້ນທາງເອກຂອງຕົວເມືອງໄຊທານີ ທີ່ອາໄສຢູ່ແຄມທາງຖະໜົນດົງໂດກ-ສີເກີດ ແຕ່ສີ່ແຍກໄຟແດງ 450 ປີ ຫາ ສີ່ແຍກໄຟແດງຕານມີໄຊ; ເຊິ່ງເປັນຄັ້ງທໍາອິດຂອງເມືອງ ໂດຍຮ່ວມກັບ ທ່ານ ຄໍາປ່ຽນ ອິນທະລືໄຊ ຮອງເຈົ້າເມືອງໆໄຊທານີ, ມີອໍານາດການປົກຄອງບ້ານສະພັງເມິກ-ບ້ານຊ້າງຄູ້ ພ້ອມກັບພາກສ່ວນກ່ຽວຂ້ອງລົງ ກວດກາ ແລະ ວັດແທກຕາມແລວທາງ ດັ່ງກ່າວ. ທ່ານ ບຸນຈັນ ແກ້ວສີທໍາມະ ໃຫ້ຮູ້ວ່າ: ...

Read More »

ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ໃນວັນທີ 28 ກຸມພາ 2019, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີມອບ-ຮັບສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ປະເທດລາວ, ຊຶ່ງການໄດ້ມາສິ່ງເສດເຫຼືອດັ່ງກ່າວແມ່ນຜົນສໍາເລັດ ທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມຂອງຄະນະວິຊາການລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 2 ປະຈໍາປີ 2018-2019 ຢູ່ເຂດເມືອງວຽງໄຊ, ແຂວງຫົວພັນ. ພິທີມອບຮັບຖືກຈັດຂຶ້ນລະຫວ່າງ ທ່ານ ແສງເພັດ ຮຸ່ນບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານສຳຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ເປັນຜູ້ກ່າວມອບ, ແລະ ທ່ານ ນາງ Rena Bitter, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ, ຊຶ່ງຕາງໜ້າໃຫ້ແກ່ລັດຖະບານສະຫະລັດອາເມລິກາ ເປັນຜູ້ກ່າວຮັບ. ນອກນີ້, ເຂົ້າຮ່ວມພິທີ, ຍັງມີເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດລາວ, ແລະ ຄະນະພະແນກການຕ່າງປະເທດນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາພະນັກງານວິຊາການຂອງສອງຝ່າຍລາວ-ອາເມຣິກາທີ່ເຮັດວຽກຕົວຈິງໃນພາກສະໜາມຈໍານວນໝຶ່ງ, ຊຶ່ງລວມຜູ້ທີ່ເຂົ້າຮ່ວມທັງໝົດແມ່ນ 150 ຄົນ. ໃນການສໍາຫຼວດ ແລະ ຂຸດຄົ້ນຄັ້ງນີ້, ໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ...

Read More »

ບາງກອກແອເວ ເປີດເສັ້ນທາງການບິນໃໝ່ ຊຽງໃໝ່-ກະບີ່ ແລະ ຊຽງໃໝ່-ຫຼວງພະບາງ

ໃນວັນ 28 ກຸມພາ 2019, ທີ່ຈັງຫວັດຊຽງໃໝ່, ປະເທດໄທ.   ບໍລິສັດ ການບິນ ກຸງເທບ ຈໍາກັດ (ມະຫາຊົນ) ຫຼື ສາຍການບິນ ບາງກອກແອເວ ໄດ້ຈັດງານຖະແຫຼງຂ່າວ ເປີດເສັ້ນການບິນໃໝ່ ຊຽງໃໝ່ -ກະບີ່ ແລະ ຊຽງໃໝ່ – ຫຼວງພະບາງ (ສປປ ລາວ) ທີ່ຫ້ອງອາຫານ Time Riverfront Cuisine & Bra ໂຮງແຮມ ນະນິລັນ. ໂດຍມີ ທ່ານ ວະຣົງ ອິດສະຣະເສນາ ນະອະຍຸດທະຍາ ຮອງກຳມະການຜູ້ອຳນວຍການໃຫຍ່ ຝ່າຍຂາຍຂອງສາຍການບິນ ແລະ ທ່ານນາງ ພັກຄະນັນ ວິນິດໄສ ຜູ້ອຳນວຍການ ການທ່ອງທ່ຽວແຫ່ງປະເທດໄທ ສຳນັກງານຊຽງໃໝ່ເປັນຜູ້ຖະແຫຼງຂ່າວ ແລະ ທ່ານນາງ ຈັນທິບ ທອງກັນຍາ ຮອງກຳມະການຜູ້ອໍານວຍການໃຫຍ່ ສຳນັກກຳມະການຜູ້ອຳນວຍການໃຫຍ່ ສາຍການບິນ ບາງກອກແອເວ ໃຫ້ກຽດເຂົ້າຮ່ວມໃນງານ. ທ່ານ ວະຣົງ ອິດສະຣະເສນາ ນະອະຍຸດທະຍາ ...

Read More »

ນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງສາທາລະນະສຸກສືບຕໍ່ແກ້ໄຂຕົວຊີ້ວັດທີ່ບໍ່ທັນບັນລຸ

ໃນວັນທີ 28 ກຸມພາ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາພະນັກງານຫຼັກແຫຼ່ງຂອງ ກະຊວງ ສາທາລະນະສຸກ ເນື່ອງໃນໂອກາດປິດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກທົ່ວປະເທດປະຈຳປີ 2018 ແລະ ທິດທາງແຜນການປີ2019 ໂດຍທ່ານໄດ້ເນັ້ນໃຫ້ກະຊວງສາທາລະນະສຸກເອົາໃຈໃສ່ຫຼາຍບັນຫາເປັນຕົ້ນແມ່ນ ໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ແກ້ໄຂ ບາງຕົວຊີ້ວັດທີ່ຍັງບໍ່ທັນບັນລຸ ພ້ອມທັງໃຫ້ສຸມໃສ່ການປະຕິບັດໜ້າທີ່, ຈັນຍາບັນ ຈັນຍາທຳຂອງບັນດາແພດໝໍ ແລະ ມາດຕະການປ້ອງພະຍາດຕ່າງໆ. ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ກະຊວງສາທາ ລະນະສຸກ ຈັດຕັ້ງປະຕິບັດ ໃນປີ 2018 ຜ່ານມາ ໄດ້ມີຫລາຍຕົວຊີ້ວັດ ທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ ເປັນຕົ້ນ ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ 5 ປີ (\1.000 ເດັກເກີດມີຊີວິດ), ອັດຕາການຕາຍຂອງແມ່ (\100.000 ເດັກເກີດມີຊີວິດ), ອັດ ຕາການປົກຄຸມປະກັນສຸຂະພາບ. ຂະນະດຽວກັນ, ກໍມີຫລາຍຕົວຊີ້ວັດ ມີແນວໂນ້ມທີ່ຈະບໍ່ບັນລຸໄດ້ ຖ້າພວກເຮົາບໍ່ມີມາດຕະການ ແລະ ຄວາມບຸກບືນໃຫ້ຫລາຍກວ່າເກົ່າ ...

Read More »

ເປີດປະສົບການໃໝ່… ວົງການທຸລະກິດລາວຕ້ອງຮູ້ຈັກ! “SAMSUNG Galaxy S10|S10+” 

“SAMSUNG Galaxy S10|S10+” ເປີດຕົວຢ່າງເປັນທາງການໃນລາວ. “SAMSUNG Galaxy S10|S10+” ຢ່າງເປັນທາງການໃນລາວແລ້ວ ໃນຕອນເຊົ້າຂອງວັນທີ 28 ກຸມພາ 2019 ທີ່ຫ້າງ ວຽງຈັນເຊັນເຕີ. ເຊິ່ງເປັນການເປີດຕົວໃນຮອບ “Media First Look – SAMSUNG Galaxy S10|S10+” ໂດຍການເຂົ້າຮ່ວມຂອງ ບັນດາສື່ມວນຊົນ, Blogger, Youtuber, ນັກທຸລະກິດ ແລະ ບຸກຄົນທົ່ວໄປທີ່ຮັກມັກໃນ SAMSUNG Galaxy ໄດ້ສຳຜັດ ແລະ ສັ່ງຈອງ.   ສໍາລັບ SAMSUNG Galaxy S10|S10+ ເປັນປະສົບການໃໝ່ທີ່ຖືກພັດທະນາຈາກລຸ້ນກ່ອນໆ ເຊິ່ງຈຸດພິເສດທີ່ແຕກຕ່າງ ແລະ ຖືກພັດທະນາຂຶ້ນມານັ້ນກໍມີຫຼາຍຈຸດດ້ວຍກັນເຊັ່ນ: ລະບົບ Ultrasonic Fingerprint ລະບົບສະແກນນິ້ວມືອັດສະລິຍະ ທີ່ມີຄວາມແນ່ນອນສູງທີ່ສຸດ. ໜ້າຈໍທີ່ບໍ່ມີຂອບ Infinity O Display ການຖ່າຍຮູບດ້ວຍ Multi Camera ພ້ອມກັບເລນກວ້າງພິເສດ Ultrawide ລະບົບແນະນຳການຖ່າຍຮູບ Shot Suggestion ຊ່ວຍແນະນຳມຸມກ້ອງແບບມືອາຊີບ ລະບົບກັນສັ່ນຂັ້ນສູງ ...

Read More »

ລັດຖະບານຍີ່ປຸ່ນ ສະໜັບສະໜູນການກໍ່ສ້າງສູນເຝິກອົບຮົມ ແລະ ການຮຽນຮູ້

ລັດຖະບານຍີ່ປຸ່ນ ອະນຸມັດເງິນຊ່ວຍເຫຼືອ ສປປ ລາວ ມູນຄ່າ 274.459 ໂດລາສະຫະລັດ ເພື່ອສະໜັບສະໜູນການກໍ່ສ້າງສູນເຝິກອົບຮົມ ແລະ ການຮຽນຮູ້ ເພື່ອພັດທະນາຄວາມສາມາດໃຫ້ກັບຜູ້ພິການ ໃຫ້ມີວຽກເຮັດງານທຳ ທີ່ເມືອງວຽງໄຊ ແຂວງຫົວພັນ. ໂດຍທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະ ຣາຊະທູດ ຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ນາງ ໂທມິໂກະ ມາອາຈິມະ ປະທານອົງການພັດທະ ນາຄົນພິການ ອາຊີ(ADDP) ໄດ້ຮ່ວມລົງນາມໃນສັນຍາຮັບເອົາທຶນດັ່ງກ່າວ ໃນວັນທີ 28 ກຸມ ພາ 2019 ນີ້ ທີ່ນະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວ ຈະໄດ້ຮັບການສ້າງຂຶ້ນ ພາຍຫຼັງທີ່ໄດ້ຮັບທຶນຊ່ວຍເຫຼືອ ຈາກລັດຖະບານຍີ່ປຸ່ນໃນຄັ້ງນີ້ ເພື່ອເປັນບ່ອນຮຽນຮູ້ ແລະ ສາມາດເຂົ້າເຖິງການເຝິກວິຊາຊີບ ຂອງຄົນພິການທາງພາກເໜືອ ໂດຍສະເພາະແຂວງຫົວພັນ ເຊິ່ງຈະຊ່ວຍໃຫ້ເຂົາເຈົ້າເພີ່ມທັກສະໃນດ້ານຕ່າງໆ ເປັນຕົ້ນແມ່ນ ການຈັດສວນ ແລະ ປູກຜັກ ຜ່ານການອົບຮົມວິຊາຊີບ ເຊິ່ງເປັນການພັດທະນາຄວາມສາມາດ ໃນການມີວຽກເຮັດງານທຳ ສາມາດສ້າງລາຍໄດ້ ເພິ່ງຕົນເອງ ກຸ້ມຕົນເອງຂອງຄົນພິການລາວ. ຂໍ້ມູນຈາກ: ຂປລ.

Read More »

ນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນປະເທດຍີ່ປຸ່ນ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ­ນັບ​ຂອງ​ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ຮອງ​ປະ­ທານ​ສະ­ພາ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ປະ­ເທດ​ຍີ່­ປຸ່ນ ປະ­ທານ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ດ້ານ​ທຸ­ລະ​ກິດ​ແມ່­ນ້ຳ​ຂອງ ໃນ​ວັນ​ທີ 27 ກຸມ­ພາ 2019 ທີ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໂອ­ກາດ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່​ລາວ ເພື່ອ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ຮ່ວມ​ມື ກໍ​ຄື ການ​ເພີ່ມ​ຂີດ​ຄວາມ​ສາ­ມາດ​ໃນ​ການ​ສົ່ງ­ເສີມ​ວຽກ​ງານ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ຂອງ​ສອງ​ປະ­ເທດ ໃຫ້​ນັບ​ມື້​ກ້າວ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ. ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ການ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຂອງ​ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ພ້ອມ​ຄະ­ນະ​ຄັ້ງ​ນີ້ ຖື​ເປັນ​ການ​ປະ­ກອບ­ສ່ວນ​ສຳ­ຄັນ ໃນ​ການ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ການ​ຮ່ວມ​ມື​ສອງ​ປະ­ເທດ ໂດຍ​ສະ­ເພາະ​ແມ່ນ ການ​ສົ່ງ­ເສີມ​ພາກ​ທຸ­ລະ​ກິດ​ການ​ຄ້າ ການ​ລົງ­ທຶນ​ສອງ​ຝ່າຍ ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ ປັດ­ຈຸ­ບັນ​ນັກ­ທຸ­ລະ­ກິດ​ປະ­ເທດ​ຍີ່­ປຸ່ນ ໄດ້​ໃຫ້​ຄວາມ​ສຳ­ຄັນ ແລະ ເຂົ້າ​ມາ​ລົງ­ທຶນ​ຢູ່​ລາວ​ເປັນ​ຈຳ­ນວນ​ຫຼາຍ​ສົມ­ຄວນ ບໍ່​ວ່າ​ຈະ​ເປັນ​ທຸ­ລະ​ກິດ​ໂຮງ​ຈັກ​ໂຮງ­ງານ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ຕະ­ຫຼອດ​ເຖິງ​ທຸ­ລະ​ກິດ​ກ່ຽວ​ກັບ​ສິນ­ຄ້າ​ກະ­ສິ­ກຳ​ສົ່ງ​ອອກ ພ້ອມ​ນັ້ນ ລັດ­ຖະ­ບານ​ລາວ ກໍ​ໄດ້​ອຳ­ນວຍ​ຄວາມ​ສະ­ດວກ ແລະ ຊຸກ­ຍູ້​ພາກ​ທຸ­ລະ​ກິດ​ຂອງ​ປະ­ເທດ​ຍີ່­ປຸ່ນ ໃຫ້​ດຳ­ເນີນ​ກິດ­ຈະ­ການ​ດ້ວຍ​ຄວາມ​ວ່ອງ­ໄວ ຖືກ­ຕ້ອງ ແລະ ສອດ­ຄ່ອງ​ກັບ​ລະ­ບຽບ​ກົດ­ໝາຍ​ຂອງ​ລາວ. ຕອນ​ທ້າຍ ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ການ​ຕ້ອນ­ຮັບ​ອັນ​ອົບ​ອຸ່ນ ...

Read More »

ທ່ານ ໂດໂນ ທຣຳ ແລະ ທ່ານ ກິມ ຈົງອຶນ ໄດ້ເດີນທາງຮອດ ຫວຽດນາມ ແລ້ວ…

ຜູ້ນຳສູງສຸດຂອງ ສປປ ເກົາຫຼີ ກິມ ຈົງອຶນ ໄດ້ເດີນທາງໂດຍລົດໄຟສາຍພິເສດເຖິງສະຖານີ ຢົງຢັງ ຂອງແຂວງລັງເຊິນ  ທີ່ມີຊາຍແດນຕິດກັບແຂວງກວາງຊີ ສປ ຈີນ ໃນຕອນເຊົ້າວັນທີ 26 ກຸມພາ  ໂດຍການໃຊ້ເວລາ 2 ມື້ເຄິ່ງ ໃນໄລຍະທາງ ໄກເຖິງ 4.000 ກິໂລແມັດ ເພື່ອເຖິງຫວຽດນາມແລະ ພ້ອມນັ້ນ ທ່ານ ໂດໂນ ທຣຳ ປະທານາທິບໍດີສະຫະລັດເດີນທາງເຖິງນະຄອນຫຼວງຮ່າໂນ່ຍ ສສ.ຫວຽດນາມ ໃນຄ່ຳຄືນຂອງມື້ດຽວກັນ ດ້ວຍຍົນໂດຍສານປະຈຳຕໍາແໜ່ງ. ທັງສອງຜູ້ນຳ ແມ່ນເຂົ້າຮ່ວມກອງປະຊຸມສຸດຍອດ ສປປ ເກົາຫຼີ-ສະຫະລັດ  ຄັ້ງທີ 2  ທີ່ຈະມີຂຶ້ນໃນລະຫວ່າງວັນທີ 27-28 ກຸມພາ.  ສຳນັກຂ່າວສູນກາງສປປ ເກົາຫຼີ (KCNA) ລາຍງານວ່າ ຂະບວນລົດໄຟຂອງ ກິມ ຈົງ ອຶນ ໄດ້ເດີນທາງອອກຈາກນະຄອນຫຼວງພຽງຢາງໃນຕອນບ່າຍຂອງວັນທີ 23 ກຸມພາ ເຊິ່ງໃນຂະບວນລົດໄຟດັ່ງກ່າວມີເຈົ້າໜ້າທີ່ຂັ້ນສູງຂອງສປປ ເກົາຫຼີ ຫຼາຍທ່ານໃນນັ້ນລວມມີ ກິມ ໂຢຈອງ ເຊິ່ງເປັນ ນ້ອງສາວ ຂອງທ່ານ ກິມ ຈົງອຶນ. ໃນການໃຫ້ສຳພາດຕໍ່ສຳນັກຂ່າວສານຫວຽດນາມຂອງທ່ານ ຫງວຽນ ຊວນ ...

Read More »