ສູ້ເຕັມທີ່ແລ້ວ! ທີມບານເຕະເຍົາວະຊົນລາວ U12 ເສຍໃຫ້ເຈົ້າພາບວຸດວິດ!

ທີມນັກກິລາບານເຕະເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 12 ປີ ນະຄອນຫຼວງຽງຈັນ ຕົວແທນຈາກ ສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ໃນການແຂ່ງຂັນເຕະບານເຍົາວະຊົນ ນາໆຊາດ U12 ປີ (Bangkok International Junior Thailand 2019) ໃນວັນທີ 11-14 ມີນາ 2019 ທີ່ນະຄອນຫຼວງບາງກອກ ປະເທດໄທ.

ຫຼັງເອົາຊະນະຄູ່ແຂ່ງ 3 ນັດລວດ ໃນຮອບແບ່ງກຸ່ມໆ A U12 ນະຄອນຫຼວງ ຊະນະ ຫວຽດນາມ 3-0 ແລະ ຊະນະ ຍີ່ປຸ່ນ 4-0 ເປັນທີ 1 ຂອງກຸ່ມ ເຂົ້າສູ່ຮອບ 4 ສຸດທ້າຍ ເອົາຊະນະ ທິມແພນເນັດ (Planet) ຈາກອັງກິດ 3-0 ເຂົ້າໄປຊິງຊະນະເລີດກັບເຈົ້າພາບໄທ ທີ່ຊະນະ ຫວຽດນາມ 7-0.

ຮອບຊິງຊະນະເລີດ U12 ລາວເຮົາ ເສຍໃຫ້ເຈົ້າພາບໄທ ແບບວຸດວິດ 0-1 ໄດ້ອັນດັບ 2 ມາຄອງ, ທີ 3 ອັງກິດ, ທີ 4 ຫວຽດນາມ, ທີ 5 ຍີ່ປຸ່ນ ແລະ ທີ 6 ຮົງກົງ. ການແຂ່ງຂັນຄັ້ງນີ້ ມີ 6 ປະເທດເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມ, ກຸ່ມ ເອ ປະກອບມີ: ທີມນະຄອນຫຼວງ ຈາກສປປ ລາວ, ສສ ຫວຽດນາມ ແລະ ຍີ່ປຸ່ນ ສ່ວນ ກຸ່ມ ບີ ເຈົ້າພາບໄທ, ທີມຮົງກົງ ແລະ ອັງກິດ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເລືອກເອົາທີມທີ 1-2 ຂອງກຸ່ມຜ່ານເຂົ້າໄປຫຼິ້ນໃນຮອບ 4 ທິມຕໍ່ໄປ ບໍ່ໄລ່ປະຕູໄດ້ເສຍ ຖ້າຫາກ 3 ທີມໃນກຸ່ມໃດໜຶ່ງ ມີຄະແນນເທົ່າກັນ ຕັດສິນໃຫ້ 3 ທີມນັ້ນ ດວນຈຸດໂທດທັນທີ ຕາມລະບຽບ ສ່ວນທີມທີ່ຕົກຮອບຄັດເລືອກ ໄດ້ຊີງອັນດັບທີ 5.

ແຫຼ່ງຂ່າວຈາກ: sport update/ກິລາລາວ/ສາກົນ

Comments