ອຸຕຸແຈ້ງເຕືອນ! ວັນທີ 14 – 17 ມີນານີ້ ລະວັງຝົນຕົກ, ຟ້າຮ້ອງ ທົ່ວທຸກພາກທົ່ວປະເທດລາວ

ໃນໄລຍະວັນທີ 14-17 ມີນາ 2019 ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ຈະມີກຳລັງແຮງເພີ່ມຂື້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມດ້ວຍກຳລັງປານກາງ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໝາກເຫັບຕົກ ພ້ອມມີລົມພັກແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ດັ່ງນັ້ນ ຈື່ງແຈ້ງເຕືອນເຖິງປະຊາຊົນ ບັນດາເຜົ່າ ຈົ່ງມີສະຕິຕໍ່ສະພາບອາກາດທີ່ຈະເກີດຂື້ນໃນໄລຍະ 1​ອາທິດຕໍ່ໜ້າ ແລະ ໃຫ້ຕີດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກບົດລາຍງານຄາດຄະເນສະພາບອາກາດ ສະບັບເລກທີ 0335/ກອຕທ ລົງວັນທີ 11​ ມີນາ 2019. ໃນໄລຍະວັນທີ 11-13 ມີນາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

 

Comments