ຖືກຕ້ອງທີ່ສຸດ!!! ພະນັກງານກວດກາຕ້ອງເປັນແບບຢ່າງຕ້ານການສໍ້ລາດບັງຫຼວງ

ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໃຫ້ຮູ້ວ່າ: ພະນັກງານກວດສອບ-ກວດກາພັກ-ລັດທຸກຂັ້ນ ນັບແຕ່ສູນກາງຮອດທ້ອງຖິ່ນຕ້ອງເປັນແບບຢ່າງໃນການຕ້ານການສໍ້ລາດບັງຫຼວງ ເພື່ອເປັນພື້ນຖານໃຫ້ແກ່ປະຕິບັດວຽກງານກວດກາມີປະສິດທິຜົນສູງ.

ບັນຫາດັ່ງກ່າວ, ໄດ້ຍົກຂຶ້ນໃນກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2018 ເມື່ອທ້າຍອາທິດຜ່ານມາ, ຊຶ່ງປະທານອົງການກວດສອບແຫ່ງລັດໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາອົງການກວດກາພັກ-ລັດແຕ່ລະຂັ້ນ ເພີ່ມທະວີເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ເພື່ອໃຫ້ຮັບປະກັນການປະຕິບັດໜ້າທີ່ຂອງຕົນມີຜົນສຳເລັດສູງ.

ຕັ້ງໜ້າຕິດຕາມ-ກວດກາພັກ, ການຄຸ້ມຄອງບໍລິຫານລັດແຕ່ລະຂັ້ນທີ່ເຫັນວ່າມີປາກົດການ ຫຼື ກວດກາຕາມຄໍາສັ່ງຂອງຂັ້ນເທິງໃຫ້ມີປະສິດທິພາບ ເພື່ອ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນກົງຈັກພັກ-ລັດໃຫ້ຫຫຼຸດລົງ.

ຂະນະດຽວກັນ ໃຫ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ເພື່ອພະນັກງານໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງແນວຄິດ, ປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງຕາມພາລະບົດບາດ, ມີຈຸດສຸມ, ວິເຄາະ, ວິໄຈ ແລະ ມີຄຸນນະພາບສູງ.

ຂອບໃຈຂໍ້ມູນຈາກ: ໜັງສືພີມ ລາວພັດທະນາ

Comments