News

ແຈ້ງການ!!! ໃຫ້ເຂັ້ມງວດ ການນຳໃຊ້ອິນເຕີ້ເນັດຂອງ ພຣະສົງ-ສາມະເນນ

ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ໄດ້ອອກໜັງສືແຈ້ງການເຖິງເຈົ້າຄະນະແຂວງ ແລະ ນະຄອນຫຼວງໃນຂອງເຂດທົ່ວປະເທດ ເພື່ອໃຫ້ເຂັ້ມງວດກວດຂັນ ພະສົງ-ສາມະເນນ ໃນການນຳໃຊ້ເຕັກໂນໂລຊີອິນເຕີເນັດຕ່າງໆ ໂດຍເນື້ອໃນຂອງໜັງສືແຈ້ງການລະບຸວ່າ: ຫ້ອງການບໍລິຫານງານ ອົງການພຸເທະສາສະໜາສຳພັນ ແຫ່ງ ສປປ ລາວ ຂໍນະມັດສະການແຈ້ງການມາຍັງພະອາຈານ ເຈົ້າຄະນະແຂວງ ແລະ ນະຄອນຫຼວງໃນຂອບເຂດທົ່ວປະເທດ ເພື່ອຊາບວ່າ ປັດຈຸບັນ ການນໍາໃຊ້ສື່ສານເຕັກໂນໂລຊີມີເດຍ, ອິນເຕີເນັດ, ເຟສບຸກ, ວັອສແອັບ ແລະ ສື່ອອນລາຍຕ່າງໆ ແມ່ນມີການນາໃຊ້ຢ່າງກວ້າງຂວາງ ເຊິ່ງໃນການນຳໃຊ້ນັ້ນ ມີທັງຜົນດີ ແລະ ຜົນເສຍ, ສິ່ງທີ່ສົມຄວນ ແລະ ບໍ່ສົມຄວນ ສໍາຫຼັບພະສົງ-ສາມະເນນ ໃນສະມະນະສັນຍາ ແລະ ສະມະນະເພດ. ດັ່ງນັ້ນ ຈຶ່ງນະມັດສະການ ແຈ້ງການມາຍັງ ອາຈານ ເຈົ້າຄະນະແຂວງ, ນະຄອນຫຼວງ ໃນຂອບເຂຕ ທົ່ວປະເທດ ໄດ້ຈັດຕັ້ງປະຕິບັດ ໂດຍເຂັ້ມງວດກວດຂັນ ກັບພະສົງ-ສາມະເນນທັງຫຼາຍ ໃຫ້ນໍາໃຊ້ຢ່າງມີສະຕິ ແລະ ເໝາະສົມ ແກ່ຄວາມເປັນສະມະນະຂອງຕົນ ຕາມທາງຄວນ ເຊິ່ງລາຍລະອຽດຕ່າງໆ ມີໃນກົດລະບຽບ ວ່າດ້ວຍການນໍາໃຊ້ອິນເຕີເນັດ, ສື່ສານອອນລາຍ ຂອງພະສົງສາມະເນນ ...

Read More »

ສປປ ລາວ ຖືກໄດ້ອັນດັບທີ 105 ເປັນປະເທດທີ່ມີຄວາມສຸກໃນໂລກ

ສະຫະປະຊາຊາດ ໄດ້ຈັດອັນດັບປະເທດທີ່ມີຄວາມສຸກທີສຸດໃນໂລກ. ຕາມບົດລາຍງານ World Happiness Report 2019 ສະບັບວັນທີ 20 ມີນາ 2019 ໂດຍຄັດເລືອກ ຈາກ 8 ຕົວຊີ້ວັດ ຂອງ 156 ປະເທດທົ່ວໂລກ ໃນໄລຍະແຕ່ປີ 2016-2018 ຄື: 1.ລວມຍອດຜະລິດຕະພັນພາຍໃນ (Log GDP per capita) 2. ສະຫວັດດີການສັງຄົມ ( Social support ) 3. ອາຍຸຍືນສະເລ່ຍ ( Healthy life expectancy at birth ) 4.ຄວາມມີອິດສະຫຼະພາບໃນການດໍາລົງຊີວິດ ( Freedom to make life choices ) 5. ຄວາມເອື້ອເຟື້ອເພື່ອແຜ່ກັນໃນສັງຄົມ ( Generosity ) 6.ການສໍ້ລາດບັງຫຼວງຕໍ່າທີສຸດ ( Perceptions of corruptoin ) ...

Read More »

ກອງປະຊຸມລັດຖະບານ ປະຈໍາເດືອນມີນາ ໄດ້ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມີນາ 2019 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ແລະ ປິດລົງໃນວັນທີ 21 ມີນານີ້ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມລັດຖະບານສະໄໝສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນຄື: 1. ບົດລາຍງານຄວາມຄືບໜ້າ ກ່ຽວກັບການຈັດຕັ້ງປະຕິບັດ ການຮ່ວມມືຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງໃນປີ 2018 ແລະ ທິດທາງຮ່ວມມືປີ 2019. 2. ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ການຊ່ວຍເຫຼືອທາງການເພື່ອການພັດທະນາ. 3. ຮ່າງດຳລັດ ວ່າດ້ວຍການເຂົ້າເຖິງຂໍ້ມູນຂ່າວສານສິນເຊື່ອ. 4. ຮ່າງກົດໝາຍ ວ່າດ້ວຍເອກະສານແຫ່ງຊາດສະບັບໃໝ່. 5. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນສະບັບປັບປຸງ. 6. ຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ ສະບັບສ້າງໃໝ່. 7. ຮ່າງກົດໝາຍ ວ່າດ້ວຍອາກອນຊົມໃຊ້ ສະບັບສ້າງໃໝ່. ກອງປະຊຸມລັດຖະບານໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບພົ້ນເດັ່ນຈາກຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນການປ່ຽນແປງຂອງສະພາບດິນຟ້າອາກາດ ໂດຍສະເພາະການເພີ່ມຂຶ້ນຂອງມົນລະພິດທາງອາກາດເຊິ່ງເກີິນມາດຕະຖານກໍານົດ ເປັນຕົ້ນຄ່າຄວາມເຂັ້ມຂຸ້ນຂອງຝຸ່ນລະອອງ ...

Read More »

ພະນະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດຢ້ຽມຢາມແຂວງ Aichi

ໃນວັນທີ 20 ມີນາ 2019, ພະນະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມສໍານັກງານໃຫຍ່ ຂອງ ບໍລິສັດ Inochio Holding Inc  ຢູູ່ເມືອງ Toyohashi, ແຂວງ Aichi (ເຊິ່ງຫ່າງຈາກໂຕກຽວ ໄປທາງທິດຕາເວັນຕົກ ໃຊ້ເວລາປະມານໜຶ່ງຊົ່ວໂມງເຄິ່ງໂດຍລົດໄຟ). ບໍລິສັດ Inochio Holding Inc ເປັນບໍລິສັດກະສິກໍາທັນສະໄໝຍີ່ປຸ່ນ ແລະ ຈະໄດ້ລົງທຶນ ຢູູ່ ສປປ ລາວ ດ້ານກະສິກໍາ. ທ່ານ Isao Ishiguro, ປະທານບໍລິສັດ Inochio Holdings Inc. ໄດ້ຍິນດີຕ້ອນຮັບ ຄະນະສະພາແຫ່ງຊາດລາວ ແລະ ໄດ້ນໍາສະເໜີ ອະທິບາຍກ່ຽວກັບແຜນການທຸລະກິດ ແລະ ການລົງທຶນຢູູ່ລາວ ໂດຍສະເພາະ ແຜນການ ການລົງທຶນຢູູ່ແຂວງ ເຊກອງ ໃຫ້ຄະນະຝ່າຍລາວຊາບ.  ທ່ານ ປະທານສະພາ ແຫ່ງຊາດ ໄດ້ທັດສະນະສຶກສາ ສວນກະສິກໍາ ເປັນເຮືອນກະຈົກເຕັກໂນໂລຢີທັນສະໄຫມລະດັບສູງ (High Technology Greenhouse) ຂອງ ...

Read More »

ເຈົ້າແຂວງຈຳປາສັກ ຕິດຕາມຄວາມຄືບໜ້າໂຄງການພັດທະນາແຄມຂອງ.

ໃນຕອນເຊົ້າວັນທີ 20 ມີນາ 2019 ທີ່ຜ່ານມາ ທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດໂຄງການພັດທະນາແຄມຂອງ ຢູ່ຈຸດແຄມເຊທ່າວັດຫຼວງ ແລະ ແຄມຂອງບ້ານປາກເຊ ນະຄອນປາກເຊ ພ້ອມທັງຈຸດບ້ານຫ້ວຍເພັກ ແລະ ບ້ານດອນໄລ່ ເມືອງໂພນທອງ ເຊີ່ງແຕ່ລະຈຸດໄດ້ມີຄວາມຄືບໜ້າເປັນຢ່າງດີ. ໃນໂອກາດນີ້ທ່ານໄດ້ຮັບຟັງລາຍງານຈາກບໍລິສັດຮັບເໝົາກໍ່ສ້າງ ແລະ ຊ່ຽວຊານປະຈຳໂຄງການ ເຊິ່ງໃຫ້ຮູ້ວ່າ: ໂຄງການພັດທະນາແຄມຂອງໄດ້ເລີມຈັດຕັ້ງປະຕິບັດມາແຕ່ວັນທີ 27 ມິຖຸນາ ປີ 2017 ໂດຍນໍາໃຊ້ທຶນຊ່ວຍເຫຼືອ ແລະ ກູ້ຢືມດອກເບ້ຍຕໍ່າ ຈາກກອງທຶນພັດທະນາເສດຖະກິດຂອງ ສ ເກົາຫລີ ມູນຄ່າ 47 ລ້ານກ່ວາໂດລາ . ປັດຈຸບັນສຳເລັດໄປແລ້ວ 25,74% ແລະ ໃນປີ 2019 ນີ້ ຈະສຳເລັດ 40% ແລະ ຕາມແຜນຈະໃຫ້ສຳເລັດ 100% ໃນປີ 2021 ທີ່ກຳນົດໄວ້. ຂໍ້ມູນຈາກ:ສະຖານີວິທະຍຸຈໍາປາສັກ 100,7 Mhz

Read More »

ເມືອງໝື່ນ ປະກາດເປັນເມືອງຈົບຊັ້ນມັດທະຍົມສຶກສາ ຕອນຕົ້ນບຳລຸງ

ພິທີປະກາດເມືອງໝື່ນ ແຂວງວຽງຈັນ ເປັນເມືອງຈົບຊັ້ນມັດທະຍົມສຶກສາ ຕອນຕົ້ນບຳລຸງ ທົ່ວເມືອງ ໄດ້ຈັດຈັດຂຶ້ນໃນຕອນເຊົ້າວັນທີ 20 ມີນາ 2019 ຜ່ານມານີ້ ຢູ່ທີ່ສະໂມສອນໃຫຍ່ ຫ້ອງວ່າການປົກຄອງເມືອງໝື່ນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳພວງ ບຸນມີໄຊ ຄະນະປະຈຳພັກກະຊວງ ຜູ້ຊີ້ນໍາວຽກງານຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູອາຈານ ນັກຮຽນ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ທ່ານ ອາຈານ ລີຕົວ ລີເລ່ຍນູ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໝື່ນ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດການຮຽນ – ການສອນ ມໍຕົ້ນບຳລຸງ ແລະ ແຜນພັດທະນາ ການສຶກສາໃນຕໍ່ໜ້າ, ເມືອງໝື່ນ ແມ່ນໜຶ່ງໃນ 11 ເມືອງຂອງແຂວງວຽງຈັນ ຫ່າງຈາກເທດສະບານແຂວງ 140 ກິໂລເເມັດ, ຢູ່ລະຫວ່າງກາງເມືອງເຟືອງ ເເລະ ເມືອງຊານະຄາມ ເມືອງໝື່ນ ມີ 22 ບ້ານ,ເເບ່ງ ເປັນ 4 ກຸ່ມບ້ານພັດທະນາ , ...

Read More »

ມອບ-ຮັບແລ້ວ ໂຄງການກໍ່ສ້າງຈຸດພັກລົດ 3 ແຍກເຊໂນ

ພິທີມອບ-ຮັບ ແລະ ນຳໃຊ້ຈຸດພັກລົດ 3 ແຍກເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງ ເປັນທາງການ ໃນວັນທີ 18 ມີນາ 2019 ຜ່ານມາໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ທາເກຊິ ຮີກີຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສ.ປ.ປລາວ, ມີບັນດາຄະນະນຳຈາກກະຊວງ ຍທຂ, ພະແນກການທີ່ ກ່ຽວຂ້ອງຂອງແຂວງ, ເມືອງ ອຸທຸມພອນ ແລະ ບັນດາຂະແໜງການຈາກ ພະແນກ ຍທຂ ແຂວງສະຫວັນນະເຂດເຂົ້າຮ່ວມ. ທ່ານ ວິໄລພັນ ໄຊຍະວົງ ຮອງຫົວໜ້າກົມຂົນສົ່ງກະຊວງ ຍທຂ ໄດ້ລາຍງານກ່ຽວ ກັບໂຄງການດັ່ງກ່າວນີ້ວ່າ: ໂຄງການດັ່ງກ່າວນີ້ ໄດ້ຮັບງົບປະມານຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ 2.220.000 ໂດລາສະຫະລັດ, ໃນນັ້ນ ໄດ້ຕົກລົງນຳໃຊ້ງົບປະມານຄັ້ງນີ້ປະກອບດ້ວຍ 3 ກິດຈະກຳຄື: ໂຄງການກໍ່ສ້າງຈຸດ ພັກລົດ ...

Read More »

ລັດຖະມົນຕີກະຊວງ ຮສສ ເນັ້ນໃຫ້ ຄຊກລ ແກ້ໄຂບັນຫາລະເບີດບໍ່ທັນແຕກ ໃຫ້ສຳເລັດ.

ໂອກາດທີ່ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ປະທານ ຄຊກລ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ປີ 2018 ແລະ ປຶກສາຫາລືເພື່ອຈັດຕັ້ງປະຕິບັດແຜນການ ປີ 2019 , ໃນວັນທີ 19 ມີນາ 2019 ຜ່ານມານີ້, ທີ່ສູນຮ່ວມມືສາກົນ ແລະ ເຝິກອົບຮົມ, ຫຼັກ 5, ນະຄອນຫຼວງວຽງຈັນ. ທ່ານໄດ້ມີຄຳເຫັນໃຫ້ ຄຊກລ ໄດ້ສືບຕໍ່ປັບປຸງ, ແກ້ໄຂດັ່ງນີ້: 1. ປັບປຸງຄືນໃໝ່ ເປັນຕົ້ນແມ່ນ ໃຫ້ສືບຕໍ່ຄົ້ນຄວ້າຂະຫຍາຍການສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກ (ລບຕ) ໃຫ້ກວມລວມທົ່ວປະເທດ. 2. ສໍາລັບການສໍາຫຼວດ (ລບຕ) ແຫ່ງຊາດ ພື້ນຖານແລ້ວ ແມ່ນເຫັນດີຕາມຄວາມເຫັນຂອງວິຊາການ ແລະ ບັນດາທ່ານ ກໍໄດ້ປະກອບຄວາມເຫັນແລ້ວ. ເຫັນດີໃຫ້ລະດົມທຶນນໍາປະເທດຜູ້ໃຫ້ທຶນ ໂດຍສະເພາະແມ່ນ ສ. ອາເມລິກາ ປະກອບທຶນໃຫ້ບັນດາອົງການປະຕິບັດງານຂອງລາວ ແລະ ຕ່າງປະເທດ ໃຫ້ເຂົ້າໄປເຮັດການສໍາຫຼວດ (ລບຕ) ...

Read More »

ຂ່າວດີ !!! ມີເຝິກອົບຮົມ ຟຣີ…ຟຣີ…ຟຣີ ສະໝັກເລີຍ.

ເຝິກອົບຮົມສຳລັບແມ່ຍິງທີ່ເປັນເຈົ້າຂອງທຸລະກິດຂະໜາດນ້ອຍ ຫຼື ຂະໜາດນ້ອຍໆ…….ມີໜ້າຮ້ານ ຫຼື ບໍ່ມີໜ້າຮ້ານ ທ່ານກໍ່ສາມາດເຂົ້າຮ່ວມເຝິກອົບຮົມໄດ້. ຫົວຂໍ້ການເຝິກອົບຮົມ: “ການຕະຫຼາດ ແລະ ການຕະຫຼາດອອນໄລ” #marketing ວັນທີເຝິກອົບຮົມ 27-29 ມີນາ (3) 2019 ເວລາ: 8:30 – 16,00 ສົນໃຈລົງທະບຽນໄດ້ເລີນຕາມລິ້ງນີ້ https://goo.gl/forms/WpR96TeK8IjQrlMk1 ຈັດໂດຍ: Women’s Entrepreneurial Center ສູນຜູ້ປະກອບການແມ່ຍິງ ຂໍ້ມູນເພີ່ມເຕີມໂທ: 021451669

Read More »

ການນຳຂອງແຂວງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ການຍົກຍ້າຍບ້ານເຮືອນຂອງປະຊາຊົນ

ການນຳຂອງແຂວງ ນຳໂດຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຄວາມຄືບໜ້າ ໃນການຍົກຍ້າຍບ້ານເຮືອນ ປະຊາຊົນອອກຈາກພື້ນທີ່ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 1 ພ້ອມທັງລົງເບິ່ງຕົວຈິງ ການຈັດສັນບ້ານເຮືອນທີ່ຕັ້ງ ໃໝ່ ແລະ ເບິ່ງແບບມາດຕະຖານ ແລະ ການອອກແບບເຮືອນ ຂອງປະຊາຊົນໃຫ້ມີຄວາມ ແໜ້ນໜາ ແລະ ຮັບປະກັນທາງດ້ານໂຄງສ້າງຂອງເຮືອນແຕ່ລະຫຼັງ. ເຂື່ອນໄຟຟ້າເຊລະນອງ 1 ຕັ້ງຢູ່ຕອນລຸ່ມຂອງນໍ້າເຊລະນອງ ເຊິ່ງເປັນສາຂາຂອງນໍ້າ ເຊບັ້ງຫຽງ, ຫ່າງຈາກເມືອງ ພີນປະມານ 42,8 ກິໂລແມັດ ແລະ ຫ່າງຈາກເທສະບານ ແຂວງສະຫວັນນະເຂດ 180 ກິໂລແມັດ,ຈຸດສູງສຸດສັນເຂື່ອນ 64,5 ແມັດ, ການຜະລິດພະລັງງານໄຟຟ້າສະເລ່ຍຕໍ່ປີ 269.900.00 KWH, ໂຄງການກໍ່ສ້າງເຂື່ອນເຊລະນອງ 1 ມີມູນຄ່າການລົງທຶນປະມານ 151 ລ້ານໂດລາສະຫະລັດ, ຮອດທ້າຍເດືອນກຸມພາ 2019 ໄດ້ສໍາເລັດໂຄງການກໍ່ສ້າງໄປ ແລ້ວ 54,6 ລ້ານໂດລາສະຫະລັດ, ເທົ່າກັບ 54,2% ຂອງ ມູນຄ່າລວມ. ສາຍສົ່ງ 115 kv, ລວງຍາວ 32,8 km ...

Read More »