ວາລະສານ ຂວັນໃຈ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ແລະ ສະຫະພັນລົດຖີບແຫ່ງຊາດລາວ. ໄດ້ຈັດງານແຂ່ງຂັນປັ່ນລົດຖີບເພື່ອການກຸສົນເປັນປີທີ 2 ພາຍໃຕ້ຊື່ໂຄງການ “Bike for her 2019” ເພື່ອຊີງຄວາມເປັນໜຶ່ງໃນແຂ່ງຂັນກິລາປັ່ນລົດຖີບຂອງນັກກິລາລາວ ແລະ ພ້ອມກັນປະກາດຈຸດຢືນ ລົນນະລົງ ຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງລະດົມເງິນບໍລິຈາກເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງ ຜ່ານກິດຈະກຳເຝິກອົບຮົມວິຊາຊີບ ຂອງສູນກາງສະຫະພັນແມ່ຍິງລາວ ແລະ ເປັນການສ້າງຂະບວນການ ສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 109 ປີ. ງານແຂ່ງຂັນປັ່ນລົດຖີບ “Bike for her 2019” ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ມີນາ 2019 ຢູ່ທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ, ເປັນກຽດຮ່ວມເປັນປະທານໃນງານໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ບົວລານ ສິລິປັນຍາ ຮອງລັດທະມົນຕີ ກະຊວງສຶກສາ ແລະ ກິລາ, ທ່ານນາງ ເຈນ ຊາດເລີ ...
Read More »News
ເສັ້ນທາງເຂົ້າສູ່ເມືອງວັງວຽງ ຕະຫຼອດເສັ້ນທາງ ກຳລັງປູຢາງໝາກຕອຍ
ລາຍງານຈາກປະຊາຊົນໃຫ້ຮູ້ວ່າ: ເສັ້ນທາງເຂົ້າສູ່ເມືອງວັງວຽງ ເກືອບຕະຫຼອດເສັ້ນທາງ ໄດ້ຮັບການປູຢາງໝາກຕອຍແລ້ວ ແຕ່ໃຫ້ມີຄວາມລະມັດລະວັງ ບັນຫາ ຄາບຢາງໝາກຕອຍ ດີດໃສ່ລົດ ພ້ອມນັ້ນ ໃຫ້ລະມັດລະມັງ ບັນຫາ ເສັ້ນທາງໝື່ນ ໂດຍສະເພາະ ຜູ້ຂີ່ລົດຈັກ ລົດໃຫຍ່. ສະເພາະໃນວັນທີ 8 ມີນາ 2019 ຜ່ານມາ ມີອຸບັດຕິເຫດທັງຫມົດ 11 ຄັ້ງ ຈາກປັນຫາທາງໝື່ນ! ແນະນໍາ ໃຫ້ຜູ້ຂັບຂີ່ ຫລຸດຜ່ອນຄວາມໄວ ເມື່ອເຂົ້າເຂດດັ່ງກ່າວ ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ
Read More »ລັດປະກາດຍົກເລີກ ໂຄງການພັດທະນາແຫຼ່ງທ່ອງທ່ຽວວັງວຽງ ຍ້ອນ…
ວັງວຽງທີ່ເປັນແຫຼ່ງທ່ອງທ່ຽວຂຶ້ນຊື່ຂອງລາວ ຍ້ອນມີທິວທັດທຳມະຊາດທີ່ຈັບອົກຈັບໃຈຜູ້ທີ່ໄດ້ໄປພົບເຫັນ ແຕ່ດ້ວຍແນວຄວາມຄິດທີ່ຢາກຕອບສະໜອງຄວາມສະດວກສະບາຍ ແລະ ເພີ່ມທາງເລືອກແກ່ແຂກນັກທ່ອງທ່ຽວ, ປີ 2018 ຜ່ານມາ ຈິ່ງໄດ້ມີການອະນຸມັດໃຫ້ສຶກສາສໍາຫຼວດໂຄງການພັດທະນາແຫຼ່ງທ່ອງທ່ຽວໃນເມືອງດັ່ງກ່າວ ແລະ ກາຍເປັນຂ່າວຢ່າງໂດ່ງດັງໃນວົງສັງຄົມ ເຊິ່ງສ່ວນໃຫຍ່ແລ້ວບໍ່ເຫັນດີໃນການສ້າງອາຄານຫຼູຫຼາບົດດບັງຄວາມສວຍງາມຂອງທຳມະຊາດໃນເມືອງວັງວຽງ. ໃນເບື້ອງຂອງພັກ-ລັດຖະບານກໍ່ບໍ່ໄດ້ນິ້ງນອນໃຈຕໍ່ບັນຫາດັ່ງກ່າວ ຫຼ້າສຸດນີ້ທາງການແຂວງວຽງຈັນ ແມ່ນໄດ້ປະກາດລົບລ້າງການສຶກສາສຳຫຼວດພັດທະນາແຫຼ່ງທ່ຽວເມືອງວັງວຽງໄປແລ້ວ. ອີງຕາມຂໍ້ຕົກລົງຂອງ ທ່ານເຈົ້າແຂວງໆວຽງຈັນ ສະບັບເລກທີ 074/ຈຂ.ວຈ ລົງວັນທີ 1 ກຸມພາ 2019 ວ່າດ້ວຍການລົບລ້າງການຈັດຕັ້ງປະຕິບັດ ໂຄງການສຶກສາສໍາຫຼວດ ຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວຢູ່ບ້ານຫ້ວຍສະເຫງົ້າ, ບ້ານ ນູດິນແດງ ແລະ ບ້ານປາກເປາະ, ເມືອງ ວັງວຽງ, ແຂວງ ວຽງຈັນ. ເຊິ່ງຂໍ້ຕົກລົງສະບັບນີ້ ແມ່ນເຫັນດີໃຫ້ລົບລ້າງການຈັດຕັ້ງປະຕິບັດ ໂຄງການສຶກສາສຳຫຼວດ ຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວ ຢູ່ບ້ານຫ້ວຍສະເຫງົ້າ, ບ້ານ ນູດິນແດງ ແລະ ບ້ານປາກເປາະ, ເມືອງ ວັງວຽງ, ແຂວງວຽງຈັນ ຂອງກຸ່ມບໍລິສັດ ພັດທະນາເຂດເສດຖະກິດສະເພາະບໍ່ເຕັນລາວ ຈຳກັດ ທີ່ໄດ້ເຊັນລົດບັນທຶກຄວາມເຂົ້າໃຈ (MOU) ສະບັບລົງວັນທີ 19 ສິງຫາ 2018. ເຫັນດີລົບລ້າງຂໍ້ຕົກລົງຂອງ ທ່ານເຈົ້າແຂວງໆວຽງຈັນ ວ່າດ້ວຍ ...
Read More »ລັດຖະບານ ຕີມໍ-ເລສເຕ ມອບເງິນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມຢູ່ ລາວ.
ໃນວັນທີ 6 ມີນາ 2019, ສະຖານເອກອັກຄະລັດຖະທູດ ຕີມໍ-ເລສເຕ ປະຈຳ ລາວ ຕາງໜ້າລັດຖະບານ ຕີມໍ-ເລສເຕ ໄດ້ນຳເງິນສົດ 750.000 ໂດລາສະຫະລັດ ໄດ້ນໍາເງິນມາມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊ່ວຍເຫຼືອຟື້ນຟູ ຜູ້ປະສົບໄພນໍ້າຖ້ວມຢູ່ ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງຕາງໜ້າມອບໂດຍ ທ່ານ Natalia Carrascalao ເອກອັກຄະລັດຖະທູດ ແຫ່ງ ຕີມໍ-ເລສເຕ ປະຈຳລາວ ແລະ ຮັບໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ຂໍ້ມູນຈາກ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ
Read More »ຄະນະຈັດຕັ້ງສູນກາງພັກ ລົງວິໄນພະນັກງານຂັ້ນສູງ ແຂວງວຽງຈັນ 7 ຄົນ
ຄະນະຈັດຕັ້ງສູນກາງພັກ ແຈ້ງການ ເລກທີ 48/ຄຈສພ ລົງວັນທີ 22/2/2019 ເຖິງຄະນະປະຈຳພັກແຂວງວຽງຈັນ ເລື່ອງ: ຈັດຕັ້ງການລົງວິໄນຕໍ່ພະນັກງານຂັ້ນສູນກາງຄຸ້ມຄອງຢູ່ອົງຄະນະພັກແຂວງວຽງຈັນ ຈຳນວນ 7 ຄົນ ຄະນະຈັດຕັ້ງສູນກາງພັກຖືເປັນກຽດແຈ້ງມາຍັງຄະນະປະຈຳພັກແຂວງວຽງຈັນ ໃຫ້ຈັດສັນເວລາປະຊຸມຄົບຄະນະບໍລິຫານງານພັກແຂວງ ແລ້ວແຈ້ງໃຫ້ໜ່ວຍງານສະເພາະກິດ ຕາມທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ທີ່ກ່າວມາຂ້າງເທິງນັ້ນ ເພື່ອເຂົ້າຮ່ວມຕິດຕາມ ແລະ ຜ່ານມະຕິຕົກລົງວ່າດ້ວຍການລົງວິໄນຕໍ່ພະນັກງານລັກຂັ້ນສູນກາງຄຸ້ມຄອງນຳພາຢູ່ໃນອົງຄະນະພັກແຂວງຂອງຕົນ ມອບໃຫ້ສະຫາຍເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ເປັນເຈົ້າການເຮັດວຽກງານນຳພາແນວຄິດຕໍ່ບັນຫາດັ່ງກ່າວ. ລາຍຊື່ເປົ້າໝາຍທີ່ຈະປະກາດວິໄນມີດັ່ງນີ້: 1. ສະຫາຍນາງ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ 2. ສະຫາຍດາວເຮືອງ ນັນທະວົງ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຫົວໜ້າພະແນກການເງິນແຂວງ 3. ສະຫາຍ ບຸນມີພຸດທະວົງ ອາດີດ ຮອງເຈົ້າແຂວງໆວຽງຈັນ ປັດຈຸບັນເປັນຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ 4. ສະຫາຍ ວິລັດ ສີສຸວົງ ອາດີດຫົວໜ້າຫ້ອງວ່າການແຂວງ ປັດຈຸບັນເປັນກຳມະການປະຈຳພັກແຂວງ, ປະທານ ກວດກາພັກ-ລັດແຂວງ 5. ສະຫາຍ ພູວອນ ບຸນວິໄລ ອາດີດຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ, ປັດຈຸບັນເປັນກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໝື່ນ ...
Read More »ຢາກໄປຮຽນຕໍ່ໂທ ຢູ່ຊຽງໃໝ ສະໝັກດ່ວນ….
ສົນໃຈສະໝັກຮຽນຕໍ່ໂທ ຫຼັກສູດສາກົນ ສາຂາ ວິທະຍາສາດສັງຄົມ ທີ່ມະຫາວິທະຍາໄລຊຽງໄໝ ປະເທດໄທ ອ່ານທາງນີ້ ! ສິດທິພິເສດ ແກ່ຜູ້ສະໝັກ ຈາກ ສປປ ລາວ ດ້ວຍທຶນຮຽນ 100% ! ປິດຮັບສະໝັກ: 31/3/2019 ລາຍລະອຽດ ແລະ ວິທີການສະໝັກທີ່: http://rcsd.soc.cmu.ac.th/home/ Call for applicants: MA in Social Science (Development Studies) – Specialization in Land Issues – at Chiang Mai University. SCHOLARSHIPS ARE AVAILABLE Want to work in Development? Looking for a career as a sustainability professional, social researcher, development ...
Read More »ຊົມເຊີຍ!!! ໜ່ວຍກູ້ໄພລາວ ໄດ້ຮັບລາງວັນຊະນະເລີດ ຈາກການແຂ່ງຂັນກູ້ຊີບ-ກູ້ໄພ
ໜ່ວຍກູ້ໄພນະຄອນຫລວງ1624ເຂົ້າຮ່ວມການແຂ່ງຂັນກູ້ຊີບ-ກູ້ໄພໄດ້ຮັບລາງວັນທີ1 ເປັນໜ່ວຍກູ້ໄພທຳອິດຈາກປະເທດລາວທີ່ສາມາດຍາດຂັນສະນະເລີດຈາກໂຮງໜໍຣາດຊະວິທິປະເທດໄທ ໃນວັນທີ31 ມັງກອນ 2019 ທາງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ເຮົາໄດ້ສົ່ງອາສາສະໝັກໄປຮ່ວມການເຝິກອົບຮົມ ”ຫຼັກສູດການປະຖົມພະຍາບານຂັ້ນ EMT-B” ທີ່ໂຮງໝໍຣາຊະວິຖີ ບາງກອກ ປະເທດໄທ ເຊີ່ງໄດ້ຈັດຂຶ້ນມາທຸກໆປີ ແລະ ປີນີ້ກົງກັບລຸ້ນທີ 21 ຂອງການເປີດສອນຫຼັກສູດ EMT-B ເຊີ່ງທາງປະເທດໄທ ໄດ້ເຊີນມາຍັງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ຂອງພວກເຮົາໃຫ້ສົ່ງອາສາເຂົ້າຮ່ວມ ເປັນຈຳນວນ 2 ຄົນ: ທ້າວ ສຸລິຍາ ສິງຫາວົງ ແລະ ທ້າວ ສັງທອງ ຂຸນຈຳລົງ ເຊີ່ງໄດ້ເລີ່ມເຂົ້າຮ່ວມການເຝີກອົບຮົມຫຼັກສູດ ດັ້ງກ່າວ ຕັ້ງແຕ່ວັນທີ 2 ກຸມພາ ຫາ ວັນທີ 4 ມີນາ 2019 ເປັນເວລາ 1 ເດືອນ ແລະ ທັງ 2 ຄົນ ກໍໄດ້ເຂົ້າຮ່ວມການແຂ່ງຂັນກິດຈະກຳຂອງການເຝີກອົບຮົມ ຈົນສາມາດຍາດໄດ້ການແຂ່ງຂັນກູ້ຊີບ-ກູ້ໄພ ໄດ້ຮັບລາງວັນທີ 1 ເປັນໜ່ວຍກູ້ໄພທຳອິດຈາກປະເທດລາວທີ່ສາມາດຍາດຂັນລາງວັນສະນະເລີດຈາກໂຮງໝໍຣາຊະວິຖີ ແລະ ຍັງໄດ້ເຂົ້າຮ່ວມທີມເຕາະບານຂອງທີມເຝີກອົບຮົມໄດ້ຮັບລາງ 3 ອີກດ້ວຍ. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ...
Read More »ເປີດນໍາໃຊ້ ໂຮງໝໍມິດຕະພາບຫຼັງໃຫມ່ ຈາກ 150 ຕຽງ ມາເປັນ 308 ຕຽງ
ພິທີເປີດການນຳໃຊ້ໂຮງໝໍມິດຕະພາບຫຼັງໃໝ່-ພາກຂະຫຍາຍ (308 ຕຽງ) ຢູ່ທີ່ໂຮງໝໍມິດຕະພາບ 150 ຕຽງ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 4 ມີນານີ້, ພາຍຫຼັງໄດ້ດຳເນີນການກໍ່ສ້າງມາແຕ່ເດືອນກໍລະກົດ 2015 ແລະ ສຳເລັດໃນວັນທີ 28 ຕຸລາ 2018. ໂດຍການເຂົ້າຮ່ວມພິທີເປີດການນຳໃຊ້ໂຮງໝໍມິດຕະພາບຫຼັງໃໝ່-ພາກຂະຫຍາຍ (308 ຕຽງ) ຂອງທ່ານ ສົມດີ ດວງດີ, ຮອງນາຍຍົກລັກຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ. ທ່ານ ສະໜອງ ທອງຊະນະ, ຜູ້ອຳນວຍການໂຮງໝໍມິດຕະພາບໄດ້ກ່າວລາຍງານຄວາມເປັນມາຂອງໂຄງການກໍ່ສ້າງໂຮງໝໍມິດຕະພາບຫຼັງໃໝ່ ພາກຂະຫຍາຍ (308 ຕຽງ) ຊາບວ່າ: ໂຮງໝໍແຫ່ງນີ້ເປັນໂຮງໝໍທີ່ ນຳໃຊ້ເຕັກໂນໂລຊີ ແລະ ອຸປະກອນການແພດທີ່ທັນສະໄໝຫຼ້າສຸດ ໃນນະຄອນຫຼວງວຽງຈັນ. ດຳເນີນການກໍ່ສ້າງ ໂດຍບໍລິສັດວາເມັດ (vamed) ຈາກປະເທດໂອຕຣິດ, ເປັນອາຄານຕຶກ 4 ຊັ້ນ ມີເນື້ອທີ່ທັງໝົດ 21.229 ຕາແມັດ. ໃນນັ້ນ ເນື້ອທີ່ການປຸກສ້າງ 17.660 ຕາແມັດ, ...
Read More »ເຈົ້າແຂວງບໍ່ແກ້ວ ລົງກວດກາການກໍ່ສ້າງພື້ນຖານໂຄງລ່າງ
ໃນວັນທີ 4 ມີນາ 2019 ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ພ້ອມຄະນະໄດ້ລົງກວດກາ ບັນດາໂຄງການທີ່ລົງທຶນຂອງລັດ ຢູ່ເມືອງຫ້ວຍຊາຍ (ລາຍລະອຽດຕິດຕາມຄຣິບລຸ່ມນີ້) ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ລົງກວດກາບັນດາໂຄງການລົງທຶນຂອງລັດ ຢູ່ເມືອງຫ້ວຍຊາຍ ວັນທີ 5/3/2019 ພາບ:ຂ່າວ ຄໍາເພັງ ສີສະຫວ່າງ Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Tuesday, March 5, 2019 ຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.
Read More »ສະພາກາຊາດໄທ ມອບເຄື່ອງຊ່ວຍເຫຼືອ ໃຫ້ອົງການກາແດງລາວ
ໃນວັນທີ 5 ມີນາ 2019 ທີ່ນະຄອນຫຼວງວຽງຈັນ, ສະພາກາຊາດໄທ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ອົງການກາແດງລາວ ກ່າວມອບໂດຍ ທ່ານ ພົນໂທ ອຳນາດ ບາລີ ຜູ້ອຳນວຍການ ສຳນັກງານບັນເທົາທຸກ ສະພາກາຊາດໄທ, ກ່າວຮັບໂດຍ ທ່ານ ກາວີ ພອນສຸດທິ ຫົວໜ້າກອງຊ່ວຍ ເຫຼືອບັນເທົາທຸກອົງການກາແດງລາວ, ມີ ທ່ານ ຄຳຮຸ່ງ ເຮືອງວົງສາ ປະທານອົງການກາແດງລາວ ຮ່ວມເປັນສັກຂີພິຍານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຂໍ້ມູນຈາກ: ຂປລ.
Read More »