ນັກເຕະເຍົາວະຊົນລາວ ຮຸ່ນອາຍຸ 12 ປີ ນະຄອນຫຼວງວຽງຈັນ ຕົວແທນ ສປປ ລາວ ສ້າງຜົນງານໂດດເດັ່ນຕັ້ງແຕ່ນັດທໍາອິດ ດ້ວຍການຖະຫຼົ່ມ ຢູ 12 ຫວຽດນາມ 3-0 ໃນການເຂົ້າຮ່ວມແຂ່ງຂັນເຕະບານ ຢູ-12 ຊີງແຊັມນາໆຊາດ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ໂດຍແມ່ນທະຫານໄທຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນລະຫວ່າງ 11-14 ມີນາ 2019.
ຂະນະທີ່ນັດທີ 2 ຢູ 12 ນະຄອນຫຼວງວຽງຈັນ ພົບກັບ ຍີ່ປຸ່ນ ປາກົດວ່າ: ຢຸ 12 ນະຄອນຫຼວງວຽງຈັນ ໂດດເດັ່ນຖະຫຼົ່ມ ຍີ່ປຸ່ນ 4-0 ສົ່ງຜົນໃຫ້ ຢູ 12 ນະຄອນຫຼວງວຽງຈັນ ເຂົ້າຮອບ 4 ທີມໄປພົບກັບ ທີມຈາກເອີຣົບ ປະເທດອັງກິດ ໃນວັນທີ 13 ມີນາ 2019 ປາກົດວ່າ:ຫຼ້າສຸດ ເຟສບຸກ ເຊຍລາວ ເຟສບຸກສື່ກີລາດັງຂອງລາວລາຍການວ່າ: U12 ນະຄອນຫຼວງ ສາມາດຊະນະ FC Planet ຈາກອັງກິດ 3-0 ເຂົ້າໄປຊິງຊະນະເລີດ ລໍຖ້າວ່າຈະເປັນໄປ ເຈົ້າພາບໄທ ຫຼື ຫວຽດນາມ ໃນການແຂ່ງຂັນ Bangkok International Junior 2019 ທີ່ບາງ ກ໋ອກ ປະເທດໄທ 11-14 ມີນາ 2019 ນັດຊິງຊະນະເລີດຈະມີຂື້ນມນຕອນບ່າຍມື້ນີ້ 13 ມີນາ 2019 ໄດ້ຜົນຈະລາຍງານໃຫ້ຊາບອີກຄັ້ງ.
ສໍາລັບ ການແຂ່ງຂັນເຕະບານ ຢູ-12 ຊີງແຊ໋ມນາໆຊາດ ທີ່ປະເທດໄທ ມີ 6 ປະເທດເຂົ້າຮ່ວມ ຈັດແບ່ງອອກເປັນ 2 ກຸ່ມ, ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ສຳລັບກຸ່ມ ເອ ນະຄອນຫຼວງວຽງຈັນຕາງໜ້າ ສປປ ລາວ, ຍີ່ປຸ່ນ ແລະ ຫວຽດນາມ ສ່ວນກຸ່ມ ບີ ໄທ ເຈົ້າພາບ, ຮົງກົງ ແລະ ອັງກິດ.
ທີ່ມາ: https://www.facebook.com/cheerlaos/
ຮູບຈາກ: Ouandam Phanphengdee