Facebook – Instagram ລົ້ມໃຊ້ງານບໍ່ໄດ້ທົ່ວໂລກ ແຕ່ຍັງມີບາງຄົນໃຊ້ງານໄດ້ຍ້ອນ…..

ສຳນັກງານຂ່າວຕ່າງປະເທດລາຍງານວ່າ ເຄື່ອຂ່າຍທາງສັງຄົມອອນໄລ໌ ເຟສບຸກ ແລະ ອິດຕຣາແກຣມລົ້ມ ກະທົບຜູ້ໃຊ້ງານທົ່ວໂລກ ໂດຍເຄື່ອຂ່າຍຂາດການເຊື່ອມຕໍ່ໄປຕັ້ງແຕ່ເວລາປະມານ 23:00 ໂມງຂອງມື້ວານນີ້ ວັນທີ 13 ມີນາ 2019 ຈົນມາຮອດປັດຈຸບັນ ກໍຍັງໃຊ້ງານໄດ້ພຽງບາງສ່ວນ, ເຮັດໃຫ້ຜູ້ໃຊ້ເຟສບຸກຫຼາຍຄົນອອກມາເວົ້າຫຼາຍຄົນວ່າເປັນຍ້ອນສາເຫດໃດ.

ຕໍ່ມາ ບໍລິສັດ ເຟສບຸກ ອອກມາຢືນຢັນຜ່ານອີເມວ ແລະ ທະວິດເຕີ້ວ່າ: ເຄື່ອຂ່າຍລົ້ມແທ້ “ຫຼາຍຄົນອາດກຳລັງປະສົບພົບພໍ້ບັນຫາໃນການເຊື່ອມຕໍ່ກັບແອັບພິເຄຊັນໃນເຄື່ອເຟສບຸກ ທາງເຮົາກຳລັງແກ້ໄຂບັນຫາດັ່ງກ່າວໃຫ້ໄວທີ່ສຸດ”

ເຫດເຄື່ອຂ່າຍລົ້ມຄັ້ງນີ້ ໄດ້ສົ່ງຜົນກະທົບຜູ້ໃຊ້ເຟສໃນ ສະຫະລັດອາເມລິກາ, ເອີຣົບ, ອາເມລີກາໃຕ້, ອົດຕຣາລີ ແລະ ອາຊີ ຕາມການເປີເຜີຍຂອງເວັບໄຊ ‘DownDetector’  ແລະ ເຟສບຸກບໍ່ໄດ້ເປີດເຜີຍວ່າ: ເປັນຍ້ອນສາເຫດໄດ້ຈຶ່ງເຮັດໃຫ້ເຄື່ອຂ່າຍລົ້ມ ແຕ່ຢືນຢັນວ່າ ບໍ່ໄດ້ເປັນເພາະການໂຈມຕີທາງໄຊເບີ້ທີ່ເອີ້ນວ່າ ‘DDos’ ຫຼື ການທີ່ແຮັກເກີ້.

ປັດຈຸບັນ,  ເຟສບຸກ ໄອຈີ ກໍຍັງໃຊ້ງານເປັນປົກກະຕິບໍ່ໄດ້ທຸກຢ່າງຄືເກົ່າ ແຕ່ຍັງພົບວ່າບາງ ບາງຢູເຊີ້ ກໍຍັງສາມາດໃຊ້ງານເຟສບຸກໄດ້ ປົກກະຕິ ໂພສ ຫຼື ແຊຣ໌ໄດ້ ເປັນເພາະຜູ້ໃຊ້ງານນັ້ນໄດ້ລ໋ອກອິນຄ້າງໄວ້ ແລະ ບາງສ່ວນໃຊ້ງານຜ່ານສະມາດໂຟນ. 

 

Comments