ຫຼັງຈາກທີ່ເຮັດທຸລະກິດໄປໄດ້ໄລຍະໜຶ່ງ ຫຼາຍຄົນຄົງຄິດເຖິງການຂະຫຍາຍກິດຈະການໃຫ້ເຕີບໃຫຍ່ຂຶ້ນ ແຕ່ຖ້າຫາກຂາດການວາງແຜນທີ່ດີ ຫຼືຮີບຮ້ອນເກີນໄປ ອາດຈະສ່ຽງຕໍ່ການສູນເສຍທຸລະກິດທັງໝົດທີ່ມີຢູ່!!! ຖ້າບໍ່ຢາກຜິດພາດຕ້ອງຮູ້ຈັກກັບຄໍຖາມ 4 ຂໍ້ສໍາຄັນຕໍ່ໄປນີ້!!!

4 ຄໍາຖາມຄວນຄິດ! ກ່ອນເລີ່ມຕົ້ນທຸລະກິດໃໝ່…

 

ໃນການເຮັດທຸລະກິດ ເມື່ອເຫັນວ່າເລີ່ມໄປໄດ້ດີກໍຢາກຈະຂະຫຍາຍກິດຈະການໃຫ້ເຕີບໃຫຍ່ຂຶ້ນ, ຢາກເປີດຮ້ານໃໝ່ ມີຫຼາຍສາຂາແຕກອອກ ເພື່ອເຈາະລູກຄ້າກຸ່ມໃໝ່ ແຕ່ຖ້າຫາກຂາດການວາງແຜນທີ່ເໝາະສົມ ຫຼືຮີບຮ້ອນຈົນເກີນໄປອາດຈະສ່ຽງຕໍ່ການສູນເສຍທຸລະກິດທີ່ມີທັງໝົດ. ດັ່ງນັ້ນ ກ່ອນທີ່ຈະຄິດເດີນໄປທາງໜ້າຢ່າລືມຖາມຄໍາຖາມ 4 ຂໍ້ສໍາຄັນດັ່ງຕໍ່ໄປນີ້: ຖ້າບໍ່ຢາກໃຫ້ທຸລະກິດຕາຍໄປດ້ວຍມືຂອງຕົນເອງ!!!

  1. ທຸລະກິດທີ່ມີຢູ່ນັ້ນຄວບຄຸມໄດ້ແລ້ວບໍ່?

ຜູ້ປະກອບການເກືອບທຸກຄົນໄຟ່ຝັນວ່າ ຢາກມີບໍລິສັດທີ່ສ້າງເງິນໄດ້ຫຼາຍໝື່ນລ້ານ ແຕ່ກ່ອນຈະໄປເຖິງຈຸດນັ້ນໄດ້ສິ່ງໜຶ່ງທີ່ຄວນເຮັດຄື ຢ່າເຮັດຫຍັງເກີນຕົວ ຖ້າຢາກຂະຫຍາຍກິດຈະການກໍຕ້ອງພິຈາລະນາໃຫ້ດີວ່າ ທ່ານມີຄວາມສາມາດໃນການເຮັດວຽກໃໝ່ນັ້ນ ຫຼືບໍ່? ຖ້າວຽກທີ່ມີຢູ່ມັນລົ້ນມືຢູ່ແລ້ວ ກໍບໍ່ຄວນຊອກເຂົ້າມາເພີ່ມອີກ ແລະ ຄວນຫັນມາເບິ່ງທຸລະກິດທີ່ມີຢູ່ໃນມືແລ້ວນັ້ນ ວ່າສາມາຄວບຄຸມຫຼາຍພໍແລ້ວ ຫຼືຍັງ? ຫາກຍັງຄວນຄິດວ່າຈະເພີ່ມຊັບພະຍາກອນຫຍັງເຂົ້າມາ ເພື່ອຊ່ວຍໃຫ້ທຸລະກິດມີການຄວບຄຸມຫຼາຍຂຶ້ນຈະດີກວ່າ

  1. ຈ່າຍໄຫວບໍ່? ຖ້າຢາກຂະຫຍາຍກິດຈະການແທ້.

ຄໍາເວົ້າທີ່ວ່າ “ທ່ານຕ້ອງໃຊ້ເງິນເພື່ອຊອກເງິນ” ນັ້ນບໍ່ໄດ້ເກີນຄວາມຈິງເລີຍໃນໂລກຂອງການເຮັດທຸລະກິດ ເຊັ່ນດຽວກັນກັບຄວາມຕ້ອງການທີ່ຢາກຂະຫຍາຍກິດຈະການ ເຖິງວ່າອາດຈະຊ່ວຍໃຫ້ມີລາຍໄດ້ຫຼາຍຂຶ້ນ ແຕ່ກໍໍບໍ່ແມ່ນເລື່ອງທີ່ຈະເກີດຂຶ້ນແບບທັນທີ ນອກຈາກນີ້ ການຂະຫຍາຍແຕ່ລະເທື່ອກໍຕ້ອງໃຊ້ເງິນ ບໍ່ວ່າຈະເປັນຄ່າດໍາເນີນການເປີດກິດຈະການ, ຄ່າສ້າງສັນສິນຄ້າໃໝ່ ຫຼືຄ່າຈ້າງທີມເຮັດການຕະຫຼາດ. ຫາກບໍ່ມີເງິນຫຼາຍພໍ ທຸລະກິດເກົ່າບໍ່ສ້າງກໍາໄລ ແລະ ບໍ່ສາມາດເຂົ້າເຖິງແຫຼ່ງທຶນໄດ້ ເພື່ອໃຊ້ຈ່າຍສໍາລັບສ່ວນນີ້ ການຂະຫຍາຍກິດຈະການກໍຄົງບໍ່ແມ່ນເລື່ອງງ່າຍທີ່ຈະເຮັດແລ້ວປະສົບຄວາມສໍາເລັດ ດັ່ງນັ້ນ ຄວນກວດສອບສະພາບທາງການເງິນສະເໝີ ກ່ອນທີ່ຈະຕັດສິນໃຈໃນການຂະຫຍາຍທຸລະກິດ.

  1. ຄູ່ແຂ່ງຂະຫຍາຍຕົວໄປແລ້ວ ຫຼືຍັງ?

ເຈົ້າຂອງທຸລະກິດສາມາດຮຽນຮູ້ໄດ້ຫຼາຍສິ່ງຫຼາຍຢ່າງ ໄດ້ຈາກການເບິ່ງຄູ່ແຂ່ງ ເພາະຖືວ່າມີກຸ່ມລູກຄ້າເປົ້າໝາຍດຽວກັນ ບໍ່ວ່າຈະເປັນຄວາມສໍາເລັດ ຫຼືລົ້ມເຫຼວ ກໍສາມາດນໍາມາປັບໃຊ້ ແລະ ພິຈາລະນາວ່າ ແມ່ນຫຍັງທີ່ເໝາະສົມສໍາລັບທ່ານ ຍິ່ງຖ້າຄູ່ແຂ່ງໄດ້ຂະຫຍາຍຕົວໄປກ່ອນ ຖືວ່າເປັນການປູທາງໃນພື້ນທີ່ໃໝ່ໃຫ້ກັບຄົນທີ່ຈະເດີນຕາມໄດ້ອີກທາງໜຶ່ງ ເພາະບໍ່ຕ້ອງເສຍເວລາອະທິບາຍໃຫ້ຄວາມຮູ້ແກ່ກຸ່ມຜູ້ບໍລິໂພກທີ່ເປັນເປົ້າໝາຍ. ດັ່ງນັ້ນ ສິນຄ້າ ຫຼືບໍລິການຂອງທ່ານ ຈຶ່ງສາມາດເປັນອີກຕົວເລືອກໃຫ້ແກ່ລູກຄ້າໄດ້. ແຕ່ແນວໃດກໍຕາມ ບໍ່ຄວນຖ້າດົນຈົນເກີນໄປທີ່ຈະໃຫ້ຄູ່ແຂ່ງຂະຫຍາຍຕົວໄປກ່ອນ ເພາະຍິ່ງຍ່າງນໍາຫຼັງຄົນອື່ນຫຼາຍເທົ່າໃດຍິ່ງມີຄວາມທ້າທາຍ ແລະ ຍາກໃນການດຶງລູກຄ້າຫຼາຍເທົ່ານັ້ນ.

  1. ພ້ອມ ຫຼືບໍ່? ສໍາລັບຄວາມທ້າທາຍຄັ້ງໃໝ່.

ການຂະຫຍາຍທຸລະກິດໃຫ້ປະສົບຄວາມສໍາເລັດ ບໍ່ແມ່ນສິ່ງທີ່ຈະເຮັດໄດ້ຕາມໃຈ ເຖິງວ່າຈະມີເງິນທຶນ, ມີເວລາ  ແລະ ສະຖານທີ່ ສໍາລັບກິດຈະການໃໝ່ ແຕ່ຖ້າຫາກຂາດແຮງຈູງໃຈທີ່ດີ, ຄວາມມຸ່ງໝັ້ນ ແລະ ຄວາມພ້ອມທັງຕົວເຈົ້າຂອງ ແລະ ລູກທີມໃນການຮັບມືກັບຄວາມປ່ຽນແປງ ພ້ອມກັບສິ່ງໃໝ່ໆທີ່ຈະຕ້ອງພົບການຂະຫຍາຍກິດຈະການ ກໍຈະເປັນເລື່ອງຍາກເກີນໄປ. ດັ່ງນັ້ນ ກ່ອນທີ່ຈະຂະຫຍາຍຢ່າລືມປຶກສາກັບທີມງານກ່ອນ ເຖິງວ່າຈະເປັນເຈົ້າຂອງທຸລະກິດ ແລະ ຮັບຜິດຊອບວຽກຈໍານວນຫຼາຍ ແຕ່ການຂະຫຍາຍທຸລະກິດນັ້ນໝາຍເຖິງພາລະວຽກທີ່ເພີ່ມຂຶ້ນສໍາລັບທຸກຄົນໃນບໍລິສັດ. ສະນັ້ນ ຄວນກວດສອບໃຫ້ແນ່ໃຈວ່າ ພວກເຂົາມີຄວາມພ້ອມຫຼາຍພໍທີ່ຈະພະເຊີນກັບຄວາມທ້າທາຍຄັ້ງໃໝ່ແລ້ວ ຫຼືຍັງ.

ຂອບໃຈທີ່ມາ:

Comments