ໃນສະພາບອາດກາດທີ່ຮ້ອນອົບເອົ້າ ມັນໄດ້ສົ່ງຜົນກະທົບຫຼາຍຢ່າງຕໍ່ສິ່ງທີ່ມີຊີວິດຢູ່ໃນໂລກ ໃນນັ້ນ ກໍມີຜົນກະທົບຕໍ່ຜູ້ຊົມໃຊ້ໄຟຟ້າ ໃນໄລຍະທີ່ກ້າວເຂົ້າສູ່ລະດູແລ້ງທີ່ອາກາດຮ້ອນອົບເອົ້າຢູ່ປະເທດເຮົາ ກໍຄື ຢູ່ນະຄອນຫຼວງວຽງຈັນ ທີ່ເປັນຕົວເມືອງໃຫຍ່ການຊົມໃຊ້ໄຟຟ້າເປັນບັນຫາສຳຄັນ ແລະ ຂາດບໍ່ໄດ້ ເມື່ອອາກາດຮ້ອນແນ່ນອນການຊົມໃຊ້ເຄື່ອງໄຟຟ້າກໍເພີ່ມຂຶ້ນເປັນຕົ້ນ ແອ, ພັດລົມ ແລະ ອື່ນໆ ເພື່ອສະດວກໃຫ້ແກ່ການດຳລົງຊີວິດປະຈຳວັນຂອງຄົນເຮົາ ໂດຍສະເພາະ ເດືອນເມສາຜ່ານມາ ຜູ້ຊົມໃຊ້ໄຟຟ້າຫຼາຍຄົນມີການຈົ່ມວ່າໄປໃນຫຼາຍແງ່ຫຼາຍມູມ ອອກມາວ່າຄ່າໄຟຟ້າສູງຜິດປົກກະຕິທຽບໃສ່ໄລຍະຜ່ານມາ ທັງໆທີ່ເຄື່ອງໃຊ້ຍັງຄືເກົ່າບໍ່ມີການປ່ຽນແປງ ແຕ່ຄ່າກະແສໄຟຟ້າໃນເດືອນຜັດມີການປ່ຽນແປງຕົວເລກເງິນສູງສອງເທົ່າ ສາມເທົ່າຕົວ ຈາກສະພາບດັ່ງກ່າວນັ້ນ ຫຼາຍຄົນໄດ້ເອົາລົງທາງສື່ອອນລາຍ ເປັນຕົ້ນ ເຟສບຸກແບບເວົ້າໄປຕາມພາສາຄວາມເຂົ້າໃຈຂອງຕົນເອງ ທີ່ເປັນທາງລົບໃຫ້ແກ່ໄຟຟ້າລາວ ກໍຄື ໄຟຟ້ານະຄອນຫຼວງວຽງຈັນ. ທ່ານ ເຄນ ເທບວົງສາ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ມະຫາຊົນ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດ ວັນທີ 22 ພຶດສະພາ 2019 ວ່າ: ສາເຫດທີ່ພາໃຫ້ຄ່າກະແສໄຟຟ້າຜູ້ຊົມໃຊ້ສູງໃນໄລຍະເດືອນມີນາຫາເດືອນເມສາ 2019 ນັ້ນ ຍ້ອນສະພາບອາກາດຮ້ອນອົບເອົ້າ ຈຶ່ງເຮັດໃຫ້ການຊົມໃຊ້ໄຟຟ້າຂອງແຕ່ລະຄົວເຮືອນ ສຳນັກງານ ອົງການ ແລະ ຫົວໜ່ວຍທຸລະກິດເພີ່ມຂຶ້ນ. ສະເພາະການຊົມໃຊ້ໄຟຟ້າທີ່ຢູ່ອາໄສ ແມ່ນປະຕິບັດການເສຍຄ່າໄຟຟ້າ 6 ຂັ້ນ ຖ້າທຽບເດືອນມີນາໃສ່ເດືອນກຸມພາຂັ້ນ 1 ແຕ່ 0-25 ບໍ່ໄດ້ເພີ່ມຂັ້ນ ...
Read More »News
ໄຂກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດສະພາ 2019
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດສະພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2019 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາ ທ່ານຮອງນາຍົກລັດ ຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ກອງປະຊຸມລັດຖະບານຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 2 ວັນ (ວັນທີ 22-23 ພຶດສະພາ 2019), ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 9 ເອກະສານສໍາຄັນ ຄື: 1. ບົດລາຍງານການຄຸ້ມຄອງ, ການຟື້ນຟູ ແລະ ການປູກປ່າ ເພື່ອທົດແທນການຫັນເນື້ອທີ່ປ່າເປັນເຂດສຳປະທານການລົງທຶນ ແລະ ເພື່ອບັນລຸຄາດໝາຍເນື້ອທີ່ປ່າປົກຫຸ້ມ ໃນປີ 2020. 2. ບົດລາຍງານການປະຕິບັດວຽກຈຸດສຸມ ພັດທະນາຊັບພະຍາກອນມະນຸດ ຕິດພັນກັບການພັດ ທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ. 3. ບົດລາຍງານຜົນການວິເຄາະໂຄງສ້າງລາຄານໍ້າມັນ ແລະ ທິດທາງໃນການຄຸ້ມຄອງນໍ້າ ໃນ ສ ປປ ລາວ. ...
Read More »ບໍລິຄໍາໄຊ ສັ່ງໃຫ້ໂຮງງານແຮ່ມ ແກ້ໄຂບັນຫານໍ້າເປື້ອນ ຫຼັງຈາກມີການຮ້ອງທຸກ ຈາກປະຊາຊົນລົງສື່ອອນລາຍ
ຫຼັງຈາກໄດ້ມີຂ່າວຄາວຈາກປະຊາຊົນໄດ້ລົງສື່ອອນລາຍ ແລະ ກໍມີຫຼາຍສຳນັກຂ່າວທັງອອນລາຍ ແລະ ໜັງສືພີມ ໄດ້ສະເໜີຂ່າວ ແລະ ແຊຮ໌ຂ່າວ ທີ່ເປັນບັນຫາເດືອນຮ້ອນຂອງປະຊົນ ກ່ຽວກັບ ໂຮງງານແຮ່ມ ໄດ້ປ່ອຍນໍ້າເສຍ,ນໍ້າເປື້ອນລົງສູ່ແຫຼ່ງນໍ້າທໍາມະຊາດ ແລະ ສົ່ງກິ່ນເໝັນໃຫ້ກັບປະຊາຊົນຕໍ່ກັບເຫດການຄັ້ງນີ້, ທາງພາກສ່ວນກ່ຽວຂ້ອງແຂວງບໍລິຄໍາໄຊ ກໍບໍ່ນິ້ງນອນໃຈ ໄດ້ມີການຈັດກອງປະຊຸມປຶກສາຫາລືໃນວັນທີ 20 ພຶດສະພາ 2019 ຜ່ານມາ, ພ້ອມທັງໄດ້ຂໍ້ສະຫຼຸບວ່າມອບໃຫ້ໂຮງງານສະກັດຝຸ່ນເຄືອແຮ່ມຈັນສ່ອງຟ້າ ຈໍາກັດ ເປັນຜູ້ຮັບຜິດຊອບທັງໝົດໃນການເກັບມ້ຽນສິ່ງເສດເຫຼືອດັ່ງກ່າວ ໃຫ້ສໍາເລັດໃນເດືອນພຶດສະພານີ້, ໂດຍມີຄະນະຮັບຜິດຊອບຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລົງຕິດຕາມຢ່າງໃກ້ສິດການປະຕິບັດງານໃນຄັ້ງນີ້. ໂດຍຂໍ້ມູນເປີດເຜີຍຄັ້ງຫຼ້າສຸດຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພສຊ)ແຂວງບໍລິຄໍາໄຊ ໃຫ້ຮູ້ຕໍ່ທີມຂ່າວພວກເຮົາໃນວັນທີ 21 ພຶດສະພາວ່າ: ໃນວັນທີ 20 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມ ພສຊ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການແກ້ໄຂບັນຫາຜົນກະທົບທາງດ້ານສິ່ງແວດລ້ອມຈາກການດໍາເນີນກິດຈະການໂຮງງານສະກັດຝຸນເຄືອແຮ່ມຈັນສ່ອງຟ້າ ຈໍາກັດ ຢູ່ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ໂດຍເປົ້າໝາຍເພື່ອຫາລືຊອກຫາວິທີແກ້ໄຂ ແລະ ຫຼຸດຜ່ອນບັນຫາຜົນກະທົບທາງດ້ານສິ່ງແວດລ້ອມ ຕົ້ນຕໍແມ່ນບັນຫານໍ້າເປື້ອນ, ບັນຫາສິ່ງເສດເຫຼືອຈາກເຄືອແຮ່ມ ຈາກການດໍາເນີນກິດຈະການຂອງໂຮງງານ, ເນື່ອງຈາກການດໍາເນີນກິດຈະການດັ່ງກ່າວໃນໄລຍະຜ່ານມາເປັນລະດູຝົນເຮັດໃຫ້ນໍ້າເປື້ອນຈາກອ່າງບໍາບັດຂອງໂຮງງານລົ້ນລົງສູ່ສາຍຫ້ວຍທໍາມະຊາດທີ່ຢູ່ອ້ອມຂ້າງໂຮງງານ, ພ້ອມດຽວກັນນັ້ນດ້ານລະບົບການບໍາບັດນໍ້າເປື້ອນຂອງໂຮງງານຍັງບໍ່ໄດ້ມາດຕະຖານ ຍັງເປັນແບບປະຖົມປະຖານ, ສ່ວນປະລິມານເສດເຄືອແຮ່ມມີຈໍານວນຫຼວງຫຼາຍ ແລະ ຖິ້ມຊະຊາຍຕາມບໍລິເວນໂຮງງານ, ພ້ອມນັ້ນຜູ້ປະກອບການຍັງບໍ່ເອົາໃຈໃສ່ປະຕິບັດຕາມແຜນຄຸ້ມຄອງສິ່ງແວດລ້ອມຂອງໂຮງງານຢ່າງເຂັ້ມງວດ, ...
Read More »ຊົມເຊີຍ!!! ຜົນສຳເລັດການເຊື່ອມຈອດ ຂົວຂ້າມນໍ້າຂອງທາງລົດໄຟລາວ-ຈີນ
ໃນທີ່ສຸດ ກໍ່ຈອດກັນ !!! ຊົມເຊີຍ ຜົນສໍາເລັດການເຊື່ອມຈອດ ຂົວລົດໄຟ ລາວ-ຈີນ ຂ້າມແມ່ນໍ້າຂອງ ແຫ່ງທໍາອິດ ຢູ່ແຂວງຫຼວງພະບາງ ຕອນນີ້ ເຊື່ອມຈອດກັນ ເປັນທີ່ຮຽບຮ້ອຍແລ້ວຈຸດລະຫວ່າງ ເມືອງ ຈອມເພັດ ຫາ ນະຄອນຫຼວງພະບາງ !!! ພຽງສອງປີນັບຈາກນີ້, ລົດໄຟລາວ – ຈີນຈະແລ່ນຜ່ານອຸໂມງ, ຂ້າມຂົວຂ້າມແມ່ນ້ໍາຂອງແຂວງຫຼວງພະບາງ ຢູ່ທີ່ຂົວນີ້ແມ່ນມີຄວາມຍາວ 1,458 ແມັດ ແລະ ມີເສົາຄໍ້າຂະໜາດໃຫຍ່ຫຼາຍກວ່າ 30 ຕົ້ນ. ແລະ ລົດໄຟໂດຍສານມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງໃນຂະນະລົດໄຟຂົນສົ່ງຈະແລ່ນດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ. ເສັ້ນທາງລົດໄຟ ໃນໄລຍະຜ່ານແຂວງຫຼວງພະບາງ ມີຄວາມຍາວທັງໝົດ 37 ກິໂລແມັດ, ມີອຸໂມງ 10 ແຫ່ງ ແລະ ຂົວ 24 ແຫ່ງ ແລະ ໜ້າວຽກຕ່າງໆແມ່ນໄດ້ຮັບການປະຕິບັດຕາມແຜນການກໍານົດໄວ້, ຍ້ອນໄດ້ຮັບການຮ່ວມມືທີ່ດີຈາກພາກລັດ, ອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ຢູ່ໃກ້ເຂດໂຄງການໄດ້ອໍານວຍຄວາມສະດວກໃນດ້ານຕ່າງໆເປັນຢ່າງດີ, ໂດຍຄາດວ່າຂົວດັ່ງກ່າວຈະສ້າງສໍາເລັດສົມບູນໃນທ້າຍປີ 2019 ນີ້.
Read More »ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນອົງການກອງທຶນການເງິນສາກົນ
ໃນວັນທີ 21 ພຶດສະພາ 2019 ທີ່ນະຄອນຫຼວງວຽງຈັນ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີ ກະຊວງການເງິນ ໄດ້ຕ້ອນຮັບ ທ່ານ ນາງ ອີເຕີລີ ຄຣີນເທັດ ຫົວໜ້າຄະນະປະເມີນ ເສດຖະກິດມະຫາພາກ ອົງການກອງທຶນ ການເງິນສາກົນ ຫຼື IMF ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ນາງ ອີເຕີລີ ຄຣີນເທັດ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການກອງທຶນການເງິນສາກົນ ຫຼື IMF ທີ່ໄດ້ໃຫ້ການສະໜັບສະໜູນ ...
Read More »ຊົມເຊີຍ!!! ລັດຖະບານ ຍົກເລີກການປູກກ້ວຍທີ່ກຳລັງບຸກເບີກຢູ່ນະຄອນຫຼວງ
ລັດຖະບານ ກໍຄື ກະຊວງກະສິກຳ ແລະ ປ່າໄມ້ ໄດ້ປະກາດໃຫ້ຍົກເລີກການປູກກ້ວຍ ທີ່ນັກລົງທຶນກຳລັງບຸກເບີກເນື້ອທີ່ໃໝ່ ຈຳນວນ 600-700 ເຮັກຕາ ຢູ່ນະຄອນຫຼວງວຽງຈັນ, ສ່ວນຈຳນວນເນື້ອທີ່ ທີ່ໄດ້ປູກ ແລະ ໃຫ້ຜົນຜະລິດແລ້ວນັ້ນ, ໃຫ້ຫັນເປັນກະສິກໍາສະອາດ. ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳ ພາດໃນວັນທີ 21 ພຶດສະພາ 2019 ນີ້ວ່າ: ອີງຕາມຫາງສຽງຂອງປະຊາຊົນ ສະເໜີວ່າ ປັດຈຸບັນ, ມີນັກລົງທຶນໄດ້ໄປເຊົ່າດິນນຳປະຊາຊົນໂດຍກົງ, ໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກສ່ວນກ່ຽວຂ້ອງ ກຳລັງບຸກເບີກເນື້ອທີ່ ຈຳນວນ 600-700 ເຮັກຕາ ຢູ່ເມືອງນາຊາຍທອງ ເຂດນ້ຳຫຸມ, ອີ່ໄລເໜືອ ແລະ ແສນດິນ ເພື່ອປູກກ້ວຍສົ່ງອອກຕ່າງປະເທດ, ຊຶ່ງພາຍຫຼັງລົງເກັບກໍາຂໍ້ມູນຕົວຈິງແມ່ນມີແທ້ ແລະ ລັດຖະບານ ຈະບໍ່ອະນຸຍາດໃຫ້ສືບຕໍ່ປູກເດັດຂາດ ທີ່ມາ: ຂ່າວສານປະເທດລາວ
Read More »ແຈ້ງການດ່ວນ!!!! ອາດຈະມີຊິ້ນສ່ວນການບິນອາວະກາດຂອງ ສປ ຈີນ ຕົກລົງບໍລິເວນພາກໃຕ້ຂອງລາວ
ໜັງສືແຈ້ງການ(ດ່ວນທີ່ສຸດ): ເລື່ອງ: ການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ. + ອີງຕາມຂໍ້ມູນຈາກຫ້ອງການຂ່າວສານການບິນຂອງ ສປ ຈີນ ໃນວັນທີ 16/5/2019. + ອີງຕາມຜົນຂອງກອງປະຊຸມປຶກສາຫາລື ກ່ຽວກັບການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ ຄັ້ງວັນທີ່ 20/5/2019. + ອີງຕາມທິດຊີ້ນຳຂອງທ່ານ ພົນເອກ ສັນຕິສຸກ ສົມມາລາວົງ ຮອງລັດຖະມົນຕີລົງວັນທີ່ 20/5/2019. ຫ້ອງການກະຊວງ ໂຍທາທິການ ແລະ ຂົນສົ່ງຂໍຖືເປັນກຽດຢ່າງສູງແຈ້ງມາຍັງທ່ານຊາບວ່າ: ຫ້ອງການຂ່າວສານການບິນຂອງ ສປ ຈີນ ໄດ້ແຈ້ງວ່າ ຈະມີກິດຈະການ ການບິນອາວະກາດ ໃນວັນທີ່ 23 ພຶດສະພາ 2019 ກົງກັບເວລາທ້ອງຖິ່ນ 05:57 ໂມງ ຫາ 06:13 ໂມງ. ຊື່ງອາດຈະມີຊິ້ນສ່ວນໃນການເຮັດກິດຈະການດັ່ງກ່າວ ຕົກລົງບໍລິເວນແຂວງຈຳປາສັກ, ສາລະວັນ, ອັດຕະປື, ແຂວງເຊກອງ ແລະ ສະຫວັນນະເຂດຕາມຈຸດພິກັດດັ່ງລຸ່ມນີ້: – 15”09”39”N ...
Read More »ພໍ່ແມ່ຜູ້ປົກຄອງ ທີ່ສົນໃຈ ສົ່ງລູກຫຼານໄປສຶກສາຕໍ່ປະເທດອັງກິດ ອ່ານທາງນີ້ດ່ວນ….
ຂໍເຊີນບັນດາທ່ານ ຮ່ວມງານການສຶກສາຕໍ່ ທີ່ສະຫະຮາຊອານາຈັກ ອັງກິດ ຈັດໂດຍ British Education Centre Lao Study Abroad (ບຮີທິສ ອີດູເຄຊັນ ເຊັນເຕີ ລາວ ສະຕາດີ ອາ-ບຣອດ) ຊຶ່ງຈະໄດ້ຈັດຂຶ້ນ ຢູ່ທີ່ໂຮງແຮມ ຄຮາວພລາຊ້າ ໃນວັນເສົາ ທີ 25 ພຶດສະພາ 2019 ເລີ່ມແຕ່ເວລາ 13:00-17:00. ພາຍໃນງານ ຈະມີຕົວແທນ ຈາກມະຫາວິທະຍາໄລ ອັງກິດ 3 ແຫ່ງ ເຂົ້າຮ່ວມງານ ເຊັ່ນ: University of Greenwich ຈາກເມືອງລອນດອນ De Montfort University ຈາກເມືອງ ເລສເຕີ້ ແລະ University of Dundee ສະກ໋ອດແລນ ຊຶ່ງເປັນບັນດາມະຫາວິທະຍາໄລ ທີ່ຕິດຢູ່ໃນ ທ໋ອບ 30 ມະຫາໄລ ຂອງສະຫະຮາຊອານາຈັກ ອັງກິດ ຜູ້ມາຮ່ວມງານ ສາມາດໄດ້ຮັບສ່ວນຫຼຸດທັນທີ 2,000-14,000 ປອນ ...
Read More »ມີທຶນ 100% ໃຫ້ໄປສຶກສາຕໍ່ປະເທດຈີນ ສະໝັກດ່ວນໆໆໆໆ
ການໄປຮໍ່າຮຽນສຶກສາຕໍ່ ເປັນສິ່ງທີ່ຫຼາຍໆຄົນມີຄວາມຕ້ອງການຢາກໄປ ເພື່ອຮຽນເອົາຄວາມຮູ້ ປະສົບການ ແລະ ດ້ານພາສາຂອງຕ່າງປະເທດ ມື້ນີ້, ເລີຍມີທຶນດີໆມາແນະນຳໃຫ້ທຸກຄົນທີ່ສົນໃຈໄປສຶກສາຕໍ່ ທີ່ ສປ ຈີນ (ທຶນ 100%) ຕ້ອງສະໝັກ ທຶນນີ້: Jiangsu Government Scholarship for Southeast Asia 2019 ! ປິດຮັບສະໝັກ: 31/05/2019 ລາຍລະອຽດແລະ ວິທີການສະໝັກກົດເຂົ້າລິ້ງລຸ່ມນີ້ເລີຍ: http://www.seameo.org/…/201…/JiangsuScholar_2019withJPDE.pdf ທີ່ມາ: Lao Youth Radio FM 90.0 Mhz ?? ?? ?? ສໄນໃຈໄປສຶກສາຕໍ່ ທີ່ ສປ ຈີນ (ທຶນ 100%) ຕ້ອງສະຫມັກ ທຶນນີ້: Jiangsu Government Scholarship for Southeast Asia… Posted by Lao Youth Radio FM 90.0 Mhz on Sunday, ...
Read More »ຫ້ອງການ ຖວທ ອອກແຈ້ງການທຸກໂຄງການຊ່ວຍເຫຼືອຕ້ອງຜ່ານປະຕູດຽວ
ຫ້ອງການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ອອກແຈ້ງການ ເລກທີ 185/ຫກ ລົງວັນທີ 17 ພຶດສະພາ 2019 ຮຽກຮ້ອງມາຍັງບັນດາກົມ, ກອງ, ສະຖາບັນ, ໂຮງຮຽນ ແລະ ພາກສ່ວນຕ່າງໆອ້ອມຂ້າງກະຊວງໃຫ້ພ້ອມກັນຈັດຕັ້ງປະຕິບັດໂຄງການ, ກິດຈະກຳດ້ວຍທຶນຊ່ວຍເຫຼືອລ້າ, ກູ້ຢືມ ຫຼື ທຶນສົມທົບຈາກພາຍໃນ ແລະ ຕ່າງປະເທດໃຫ້ເປັນເອກະພາບ, ລວມສູນ, ຜ່ານປະຕູດຽວ ແລະ ໄປໃນທິດທາງດຽວກັນ ຕາມວິໄສທັດ 2030, ຍຸດທະສາດ 2015 ແລະ ແຜນງານພັດທະນາວຽກງານ ຖວທ 2016-2020 ໂດຍຕ້ອງໄດ້ຜ່ານກົມແຜນການ-ການເງິນ, ກົມຮ່ວມມືສາກົນ ເຊິ່ງເປັນຜູ້ປະສານງານ ຄຸ້ມຄອງ ຕິດຕາມ ຊຸກຍູ້ ແລະ ປະເມີນຜົນບັນດາໂຄງການ ພ້ອມທັງເກັບກຳຂໍ້ມູນຕົວເລກສະຖິຕິຂອງການຊ່ວຍເຫຼືອທາງການເພື່ອການພັດທະນາ ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາໂຄງການ, ກິດຈະກຳດ້ວຍທຶນຊ່ວຍເຫຼືອລ້າ, ກູ້ຢືມ ຫຼື ທຶນສົມທົບຈາກພາຍໃນ ແລະ ຕ່າງປະເທດໃນແຕ່ລະປີມີປະສິດຕິພາບ, ປະສິດຕິຜົນສູງ, ໂປ່ງໃສ ແລະ ສາມາດກວດສອບໄດ້. ທີ່ມາ: ຂ່າວສານປະເທດລາວ
Read More »