News

ໄຟຟ້າລາວ ຈະປັບປຸງໂຄງສ້າງລາຄາໄຟຟ້າໃຫ້ຖືກ ແລະ ຍຸຕິທຳ, ຈະປະກາດໃຊ້ພາຍໃນ ປີ 2019 ນີ້

ລັດວິສາຫະກິດໄຟຟ້າລາວ ຈະປັບປຸງໂຄງສ້າງລາຄາໄຟຟ້າໃຫ້ຖືກ ແລະ ຍຸຕິທຳ, ຕາມທິດຊີ້ນຳຂອງກອງປະຊຸມຂອງລັດຖະບານປະຈຳເດືອນ ເມສາ 2019 ທີ່ຜ່່ານມາ, ເຊິ່ງໄດ້ຄົ້ນຄວ້າການປັບປຸງໂຄງສ້າງລາຄາມາໄດ້ 2 ປີແລ້ວ  ແລະ ຈະປະກາດໃຫ້ໄດ້ໃຊ້ພາຍໃນ ປີ 2019 ນີ້. ລາຍລະອຽດໄປຊົມຂ່າວພ້ອມໆກັນເລີຍ!!! (ຂ່າວຈາກ ໂທລະພາບແຫ່ງຊາດລາວ)

Read More »

37 ອາຊີບ ທີ່ສະຫງວນໄວ້ໃຫ້ຄົນລາວ ແຕ່ສ່ວນຫຼາຍຖືກຄົນຕ່າງປະເທດຍາດເອົາໄປເຮັດເກືອບໝົດ!!!

  ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ເລກທີ 1328/ອຄ.ທຄວ ລົງວັນທີ່ 13 ກໍລະກົດ 2015 ໄດ້ມີການລະບຸຊັດເຈນ ເຖິງອາຊີບທີ່ຕ້ອງໄດ້ສະຫງວນໄວ້ໃຫ້ຄົນ ທີ່ຖືສັນຊາດລາວ ແລະ ຈະບໍ່ອານຸຍາດ ໃຫ້ຄົນຕ່າງປະເທດ ທີ່ເຂົ້າມາດໍາເນີນທຸລະກິດ ໃນ ສປປລາວ ເຮັດ. ແຕ່ໃນຄວາມເປັນຈິງແລ້ວ, ເຫັນວ່າ ອາຊີບທີ່ລະບຸໄວ້ນັ້ນ ໃນພາກການຄຸ້ມຄອງ ແມ່ນຍັງເຮັດບໍ່ໄດ້ ເພາະຄົນສັນຊາດອື່ນ ແມ່ນໄດ້ເຂົາມາປະກອບທຸລະກິດ ດັ່ງກ່າວໂດຍສ່ວນໃຫຍ່ ແລະ ບໍ່ມີມາດຕະກາດ ທີ່ເຄັ່ງຄັດ ໃນການລົງໂທດ ຫຼື ຫ້າມໃຫ້ຄົນຕ່າງຊາດ ເຫຼົ່ານັ້ນ ບໍ່ໃຫ້ປະກອບອາຊີບ ທີ່ສະຫງວນໄວ້ໃຫ້ຄົນລາວ. ສະນັ້ນ, ມື້ນີ້ ເຮົາເລີຍຈະເອົາອາຊີບ 37 ປະເພດ ທີ່ສະຫງວນໄວ້ ສຳລັບພົນລະເມືອງລາວໄດ້ເຮັດ ມາໃຫ້ທຸກຄົນໄດ້ຮູ້ຈັກ ມີດັ່ງລຸ່ມນີ້. ອ່ານແຈ້ງການສະບັບເຕັມ   ທີ່ມາ: All in lao/ Raosukunfung

Read More »

ປະທານປະເທດ ຕ້ອນຮັບທູດປະເທດເພື່ອນມິດ  ຍື່ນສານຕາຕັ້ງ ພ້ອມແຕ່ງຕັ້ງທູດລາວ ປະຈຳແບນຊິກ

ໃນຕອນເຊົ້າວັນທີ 17 ພຶດສະພາ 2019 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທູດປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ ເພື່ອດຳ ລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ຄົນໃໝ່ປະຈຳ ສປປ ລາວ ຕາມລຳດັບດັ່ງນີ້: ທ່ານ Dinkar Asthana ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ຄົນໃໝ່ ປະຈຳ ສປປ ລາວ ເຊິ່ງມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງວຽງຈັນ, ທ່ານ Antonis Toumazis ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ໄຊປຣັດ ຄົນໃໝ່ປະຈຳ ສປປ ລາວ ເຊິ່ງມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງປັກກິ່ງ ສປ ຈີນ ແລະ ທ່ານ Obaid Saeed Obaid Bintaresh Aidhaheri ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ...

Read More »

ເປີດຮັບສະໝັກນັກສຶກສາ ປະລິນຍາໂທ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຊຸດໃໝ່ ‼️‼️

ແບບຟອມສະໝັກສອບເສັງຄັດເລືອກນັກສຶກສາປະລິນຍາໂທ  ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສົກສຶກສາ 2019-2020 ຜູ້ທີ່ສົນໃຈສາມາດດາວໂລດແບບຟອມລິ້ງລຸ່ມນີ້ ແລະ ກອກຂໍ້ມູນແລ້ວ submit online ໄດ້ເລີຍ. ສ່ວນຜູ້ທີ່ບໍ່ສະດວກທາງ online ສາມາດມາພົວພັນຊື້ແບບຟອມໄດ້ທີ່ ພະແນກການສຶກສາຫຼັງປະລິນຍາຕີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຕັ້ງແຕ່ວັນທີ 3 ພຶດສະພາ ເປັນຕົ້ນໄປ. ໝາຍເຫດ: ກະລຸນາກວດກາເອກະສານທີ່ຕ້ອງປະກອບໃຫ້ລະອຽດ, ອ່ານເງື່ອນໄຂໃນການສະໝັກ ແລະ ລະບຽບການຕ່າງໆ. ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີເບີ: 020 95500980 ໃນໂມງລັດຖະການ. 1. ໃບຄໍາຮ້ອງ https://docs.google.com/…/1FAIpQLSf20ku29cESAoxm8…/viewform… 2. ບັດເຂົ້າຫ້ອງເສັງ https://drive.google.com/open… 3. ຊີວະປະຫວັດ https://drive.google.com/open… 4. ໜັງສືອະນຸມັດ https://drive.google.com/open… 5. ໃບຢັ້ງຢືນທີ່ຢູ່ https://drive.google.com/open… 6. ເງື່ອນໄຂໃນການສະໝັກ https://drive.google.com/open… 7. ລະບຽບໃນການສອບເສັງເຂົ້າຄະນະເສດຖະສາດ ເເລະ ບໍລິຫານທຸລະກິດ https://drive.google.com/open… ທີ່ມາ: FEB-Graduate-Programs

Read More »

ສະຫະລັດ ປະກາດສະຖານະການສຸກເສີນ “ຫ້າມໃຊ້ອຸປະກອນສື່ສານ” ຂອງຈີນ

ກະຊວງການຄ້າຂຶ້ນບັນຊີດໍາບໍລິສັດ ເກືອບ 70 ແຫ່ງ ລວມເຖິງຫົວເຫວີຍ ເຂົ້າສູ່ລາຍຊື່ຜູ້ປະກອບການຈາກຕ່າງຊາດ ເຊິ່ງຖ້າບໍລິສັດຂອງອາເມຣິກາຕ້ອງພົວພັນການຄ້າຂາຍນຳ “ຕ້ອງມີໃບອະນຸຍາດກ່ອນ”. ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພະຫັດ ທີ 16 ພຶດສະພາ ວ່າ ກະຊວງການຄ້າຂອງສະຫະລັດ ປະກາດເມື່ອວັນພຸດຂຶ້ນບັນຊີດໍາຫົວເຫວີ່ຍ ແລະ ບໍລິສັດອີກ 68 ແຫ່ງ ຈາກອີກຫຼາຍກວ່າ 20 ປະເທດ ເຂົ້າສູ່ລາຍຊື່ທີ່ຫ້າມຜູ້ປະກອບການຂອງອາເມຣິກາເຮັດການຄ້າຂາຍນຳ ຖ້າບໍ່ມີໃບອະນຸຍາດຈາກລັດຖະບານວໍຊິງຕັນກ່ອນ ເຊິ່ງຕາມຫຼັກການແລ້ວ ການຂໍໃບອະນຸຍາດດັ່ງກ່າວ “ກໍ່ບໍ່ແມ່ນເລື່ອງງ່າຍໆ” ໂດຍສະເພາະຢ່າງຍິ່ງ ເມື່ອຄໍາສັ່ງນີ້ ບັນຍັດໂດຍໃຊ້ອໍານາດພິເສດຂອງປະທານາທິບໍດີ ແລະ ມີການຈໍ້າກາລົງໃນບັນທຶກລັດຖະການ ພ້ອມເລກທະບຽນຄໍາສັ່ງ. The US Commerce Department has put Huawei on a trading blacklist. The Chinese tech giant says it has not ruled out legal action to ...

Read More »

ຫົວພັນ ເປີດເທສະການຜ້າໄໝມ້ອນ ພ້ອມກັບ ສະຫຼອງ ແກ້ວຫຼັກເມືອງ ຄົບຮອບ 11 ປີ

ແຂວງຫົວພັນ ເປີດເທສະການຜ້າໄໝມ້ອນ ຕິດພັນກັບການສະເຫຼີມສະຫຼອງສວນແກ້ວຫຼັກເມືອງ ຄົບຮອບ 11 ປີ ໃນລະຫວ່າງວັນທີ 16-17 ພຶດສະພາ 2019 ແນໃສ່ອະນຸລັກຮັກສາຮີດ ຄອງປະເພນີອັນດີງາມຂອງຊາດ ກໍຄື ແຂວງຫົວພັນ, ທັງເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງປະຊາຊົນບັນດາເຜົ່າແຂວງຫົວພັນ ໂດຍສະເພາະແມ່ນຫັດຖະກຳຕ່ຳຫູກທໍໄໝ, ການຄົ້ນຄິດລວດລາຍຕ່າງໆລົງຜືນຜ້າແພຂອງເອື້ອຍນ້ອງແມ່ຍິງ ທີ່ມີເອກະລັກສະເພາະຂອງແຕ່ລະເຜົ່າໃນແຂວງຫົວພັນ. ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງຫົວພັນ, ປະທານຈັດເທສະການຜ້າໄໝມ້ອນແຂວງຫົວພັນ ໄດ້ກ່າວວ່າ: ການຈັດເທສະການຜ້າໄໝມ້ອນແຂວງຫົວພັນຄັ້ງນີ້, ນອກຈາກເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງປະຊາຊົນບັນດາເຜົ່າແຂວງຫົວພັນແລ້ວ, ຍັງເປັນການກະຕຸກຊຸກຍູ້, ສົ່ງເສີມສ້າງໂອກາດໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ຜູ້ຜະລິດຫັດຖະກຳພາຍໃນແຂວງ ໄດ້ນຳເອົາຜະລິດຕະພັນສິນຄ້າຂອງຕົນມາສະແດງ ແລະ ວາງຂາຍ ເພື່ອສ້າງທ່າແຮງໃຫ້ແກ່ການພັດທະນາສິນຄ້າ, ທຸລະກິດຫັດຖະກຳຕຳຫູກທໍໄໝໃຫ້ນັບມື້ດີຂຶ້ນເລື້ອຍໆ, ປະກອບສ່ວນເຂົ້າໃນວຽກງານການທ່ອງທ່ຽວໃຫ້ນັບມື້ແຂງແຮງ ແລະ ເປັນການສ້າງລາຍຮັບໃຫ້ປະຊາຊົນ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ທີ່ມາ ແລະ ຮູບ: ຂ່າວສານປະເທດລາວ ແລະ ເຟສບຸກ ກົງໃຈ ໄຊຍະວົງ

Read More »

ທາງລົດໄຟ ລາວ-ຈີນ ເຂດເມືອງວັງວຽງ ສຳເລັດຫຼາຍກວ່າ 90%

ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງທີ 5 ເຂດເມືອງວັງວຽງ ແຂວງວຽງຈັນ, ໂດຍລວມ ເປັນຕົ້ນແມ່ນການທະລຸບຸກເບີກ ແລະ ພັດທະນາເສັ້ນທາງ, ການເຈາະອຸໂມງ, ການຕິດຕັ້ງເສົາຕໍມໍ ແລະ ອື່ນໆ ມາຮອດປັດຈຸບັນແມ່ນສຳເລັດ 94%, ຮັບເໝົາໂດຍ ບໍລິສັດ ກໍ່ສ້າງ ພາເວີໄຊນາ ຈຳກັດ. ຕະຫຼອດໄລຍະການກໍ່ສ້າງ ທາງບໍລິສັດ ໄດ້ຮັບການຮ່ວມມືກັບປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ໄດ້ດຳເນີນການຊົດເຊີຍ ທົດແທນຜົນເສຍ ຕາມລະບຽບ ແລະ ຂັ້ນຕອນຢ່າງຖືກຕ້ອງ. ທ່ານ ລີ ສຽງ ຜູ້ຈັດການໜ່ວຍງານກໍ່ສ້າງຊ່ວງທີ 5 ເມືອງວັງວຽງ ແຈ້ງໃຫ້ຮູ້ວ່າ: ເສັ້ນທາງລົດໄຟລາວ-ຈີນ ເຂດເມືອງວັງວຽງມີຄວາມຍາວ 38,6 ກິໂລແມັດ,​ ມີຂົວ 15 ແຫ່ງ ຍາວ 8 ກິໂລແມັດ, ມີອຸໂມງ 8 ແຫ່ງ ຍາວ 12 ກິໂລແມັດ ແລະ ທາງ 18,9 ກິໂລແມັດ ທຸກໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດມີຄວາມຄືບໜ້າ ແລະ ...

Read More »

ປັບລາຄານ້ຳມັນແອັດຊົງລົງ ແຕ່ກາຊວນ ຍັງຄົງທີ່ ໃນຕອນເຊົ້າຂອງມື້ນີ້!!!!

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ເລກທີ0510/ອຄ.ກຄພນ ລົງວັນທີ 16/05/2019 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບໍລິສັດນໍ້າມັນເຊື້ອໄຟແລະປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງປັບລົງລາຄາຂາຍຍ່ອຍນໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາໃນຂອບເຂດທົ່ວປະເທດ. ການລົງລາຄາໃນຄັ້ງນີ້ ແມ່ນໄດ້ປັບຫຼຸດລາຄານໍ້າມັນແອັດຊັງພິເສດ 130 ກີບ/ລິດ, ແອັດຊັງທຳມະດາ 110 ກີບ/ລິດ. ສ່ວນລາຄານໍ້າມັນກາຊວນແມ່ນຍັງຮັກສາໄວ້ຄືເກົ່າ(ແຕ່ຫຼຸດຄັງແຮນໍ້າມັນກາຊວນລົງ50ກີບ/ລິດ). ຈາກການປັບລາຄາຄັ້ງນີ້ເຮັດໃຫ້ນໍ້າມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນ ໃນວັນທີ 17 ພຶດສະພາ ລົງມາຢູ່ທີ່ 10.690ກີບຕໍ່ລິດ ແລະ ນໍ້າມັນແອັດຊັງທຳມະດາລົງມາຢູ່ທີ່ 9.430 ກີບຕໍ່ລິດ.

Read More »

ເບຍລາວ ຈະປົດປ້າຍໂຄສະນາ ແລະ ປັບປຸງໂຄສະນາອື່ນໆ ໃຫ້ແລ້ວພາຍໃນ 1 ເດືອນ

ໃນວັນທີ 15 ພຶດສະພາ 2019 ອໍານວຍການບໍລິສັດ ເບຍລາວ ທ່ານ ສູນທອນ ສິຣິສັກ ແຈ້ງໃບສະເໜີ ເລກທີ 0864 ລົງວັນທີ 15 ພຶດສະພາ 2019 ເຖິງ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງ, ແລະ ລັດຖະມົນຕີ ກະຊວງສາທາລະນະສຸກ. ໂດຍເນື້ອໃນຂອງໃບສະເໜີ ແມ່ນມີ 3 ປະເດັນຫຼັກ ຄື: 1. ບໍລິສັດ ເບຍລາວ ຈະຢຸດຕິການໂຄສະນາເບຍ ໃນປ້າຍໂຄສະນາໃຫຍ່ ທຸກແຫ່ງ ຈົນກວ່າຈະມີ ລະບຽບການໂຄສະນາເຄື່ອງດຶ່ມທີ່ມີທາດເຫຼົ້າ ທີ່ຊັດເຈນ 2. ບໍລິສັດ ເບຍລາວ ຈະປັບປຸງປ້າຍໄຟ, ປ້າຍຮ້ານຄ້າ ແລະ ສາວເຊຍເບຍ ໃຫ້ສໍາເລັດ ພາຍໃນ 1​ ເດືອນ, ລວມເຖິງການປະເມີນເສດຖະກິດ ທີ່ສົ່ງຜົນກະທົບຕໍ່ອຸດສາຫະກໍາການຄ້າຍ່ອຍ, ການທ່ອງທ່ຽວ, ການຈ້າງງານ, ແລະ ການມອບພັນທະໃຫ້ ລັດຖະບານ ສປປ ລາວ. ແລ້ວນໍາສະເໜີ ...

Read More »

ເຜີຍແລ້ວ!!! ສາເຫດ ໄຟໄໝ້ໄອເຕັກ ຕຶກເກົ່າ ສ້າງຄວາມເສຍຫາຍ 30 ກວ່າຮ້ານ

ເຫດການໄຟໄໝ້ ສູນການຄ້າ ລາວ ໄອເຕັກ ໃນທ້າຍອາທິດຜ່ານມາ ສ້າງຄວາມເສຍຫາຍໃຫ້ກັບຜູ້ປະກອບການ 30 ກວ່າຮ້ານ ທີ່ນຳສິນຄ້າເພື່ອກຽມຮ່ວມງານວາງສະແດງຜະລິດຕະພັນລາວ ທີ່ມີກຳນົດເປີດຂຶ້ນໃນລະຫວ່າງວັນທີ 10 – 19 ພຶດສະພາ ເຮັດໃຫ້ຕ້ອງໄດ້ເລື່ອນງານດັ່ງກ່າວໄປຈົນກວ່າຈະຟື້ນຟູຕຶກໃຫ້ກັບສູ່ສະພາບປົກກະຕິ. ຫຼ້າສຸດ, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄພ ( ສຕອ ) ໄດ້ເຜີຍສາເຫດແມ່ນຍ້ອນໄຟຟ້າລັດວົງຈອນ.  ທ່ານ ພັນໂທ ຈັນທະບູນ ມະນີວົງ ຫົວໜ້າພະແນກ ສຕອ ຖະແຫຼງຕໍ່ນັກຂ່າວ ວ່າ: ຜ່ານການກວດກາ, ສອບຖາມຜູ້ຢູ່ໃນເຫດການ ແລະ ຂໍ້ມູນຈາກກ້ອງວົງຈອນປິດ ຈິຶ່ງຮູ້ວ່າກ່ອນໄຟໄໝ້ໃນເວລາປະມານ 8:30 ໂມງ ມີພະນັກງານໄຟຟ້າປະຈໍາສູນການຄ້າ ລາວ – ໄອເຕັກ ເຮັດໜ້າທີ່ເປີດໄຟ ແລະ ເປີດແອເປັນປະຈໍາ ກ່ອນເປີດໃຫ້ລູກຄ້າເຂົ້າໄປຂາຍ, ຕໍ່ມາປະມານ 35 ນາທີ ໄດ້ຍິນສຽງແຕກດັງຂຶ້ນ 1 ຄັ້ງ ພະນັກງານໄຟຟ້າຈຶ່ງເຂົ້າໄປເບິ່ງພົບເຫັນໄຟໄໝ້ລັດວົງຈອນ ( ຊັອດ ) ຢູ່ກະດານໄຟເທິງຮ້ານຂາຍເຄື່ອງປະດັບຍົນ ພະນັກງານຈຶ່ງນໍາເອົາບັ້ງດັບເພີງມາດັບມອດ ແຕ່ບໍ່ສາມາດດັບໄດ້, ເຮັດໃຫ້ໄໝ້ລາມໄປຕາມສາຍໄຟ ...

Read More »