ຊົມເຊີຍ!!! ຜົນສຳເລັດການເຊື່ອມຈອດ ຂົວຂ້າມນໍ້າຂອງທາງລົດໄຟລາວ-ຈີນ

ໃນທີ່ສຸດ ກໍ່ຈອດກັນ !!! ຊົມເຊີຍ ຜົນສໍາເລັດການເຊື່ອມຈອດ ຂົວລົດໄຟ ລາວ-ຈີນ
ຂ້າມແມ່ນໍ້າຂອງ ແຫ່ງທໍາອິດ ຢູ່ແຂວງຫຼວງພະບາງ ຕອນນີ້ ເຊື່ອມຈອດກັນ ເປັນທີ່ຮຽບຮ້ອຍແລ້ວຈຸດລະຫວ່າງ ເມືອງ ຈອມເພັດ ຫາ ນະຄອນຫຼວງພະບາງ !!!

ພຽງສອງປີນັບຈາກນີ້, ລົດໄຟລາວ – ຈີນຈະແລ່ນຜ່ານອຸໂມງ, ຂ້າມຂົວຂ້າມແມ່ນ້ໍາຂອງແຂວງຫຼວງພະບາງ

ຢູ່ທີ່ຂົວນີ້ແມ່ນມີຄວາມຍາວ 1,458 ແມັດ ແລະ ມີເສົາຄໍ້າຂະໜາດໃຫຍ່ຫຼາຍກວ່າ 30 ຕົ້ນ. ແລະ ລົດໄຟໂດຍສານມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງໃນຂະນະລົດໄຟຂົນສົ່ງຈະແລ່ນດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ.

ເສັ້ນທາງລົດໄຟ ໃນໄລຍະຜ່ານແຂວງຫຼວງພະບາງ ມີຄວາມຍາວທັງໝົດ 37 ກິໂລແມັດ, ມີອຸໂມງ 10 ແຫ່ງ ແລະ ຂົວ 24 ແຫ່ງ ແລະ ໜ້າວຽກຕ່າງໆແມ່ນໄດ້ຮັບການປະຕິບັດຕາມແຜນການກໍານົດໄວ້, ຍ້ອນໄດ້ຮັບການຮ່ວມມືທີ່ດີຈາກພາກລັດ, ອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ຢູ່ໃກ້ເຂດໂຄງການໄດ້ອໍານວຍຄວາມສະດວກໃນດ້ານຕ່າງໆເປັນຢ່າງດີ, ໂດຍຄາດວ່າຂົວດັ່ງກ່າວຈະສ້າງສໍາເລັດສົມບູນໃນທ້າຍປີ 2019 ນີ້.

 

Comments