ຄ່າໄຟຟ້າແພງ ໄລຍະນີ້ ເປັນຍ້ອນຜູ້ຊົມໃຊ້ກະແສໄຟຟ້າສູງ ຍ້ອນອາກາດຮ້ອນເອົ້າ

ໃນ​ສະ­ພາບ​ອາດ​ກາດ​ທີ່​ຮ້ອນ​ອົບ­ເອົ້າ ມັນ​ໄດ້​ສົ່ງ​ຜົນ​ກະ­ທົບ​ຫຼາຍ​ຢ່າງ​ຕໍ່​ສິ່ງ​ທີ່​ມີ​ຊີ­ວິດ​ຢູ່​ໃນ​ໂລກ ໃນ​ນັ້ນ ກໍ​ມີ​ຜົນ​ກະ­ທົບ​ຕໍ່​ຜູ້​ຊົມ­ໃຊ້​ໄຟ­ຟ້າ ໃນ​ໄລ­ຍະ​ທີ່​ກ້າວ​ເຂົ້າ​ສູ່​ລະ­ດູ­ແລ້ງ​ທີ່​ອາ­ກາດ​ຮ້ອນ​ອົບ­ເອົ້າ​ຢູ່​ປະ­ເທດ​ເຮົາ ກໍ​ຄື ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ເປັນ​ຕົວ​ເມືອງ​ໃຫຍ່​ການ​ຊົມ­ໃຊ້​ໄຟ­ຟ້າ​ເປັນ​ບັນ­ຫາ​ສຳ­ຄັນ ແລະ ຂາດ​ບໍ່​ໄດ້ ເມື່ອ​ອາ­ກາດ​ຮ້ອນ​ແນ່­ນອນ​ການ​ຊົມ­ໃຊ້​ເຄື່ອງ​ໄຟ­ຟ້າ​ກໍ​ເພີ່ມ​ຂຶ້ນ​ເປັນ­ຕົ້ນ ແອ, ພັດ​ລົມ ແລະ ອື່ນໆ ເພື່ອ​ສະ­ດວກ​ໃຫ້​ແກ່​ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ​ວັນ​ຂອງ​ຄົນ​ເຮົາ ໂດຍ​ສະ­ເພາະ ເດືອນ​ເມ­ສາ​ຜ່ານ​ມາ ຜູ້​ຊົມ­ໃຊ້​ໄຟ­ຟ້າ​ຫຼາຍ​ຄົນ​ມີ​ການ​ຈົ່ມ​ວ່າ​ໄປ​ໃນ​ຫຼາຍ​ແງ່​ຫຼາຍ​ມູມ ອອກ​ມາ​ວ່າ​ຄ່າ​ໄຟ­ຟ້າ​ສູງ​ຜິດ​ປົກ­ກະ­ຕິ​ທຽບ­ໃສ່​ໄລ­ຍະ​ຜ່ານ​ມາ ທັງໆ​ທີ່​ເຄື່ອງ­ໃຊ້​ຍັງ​ຄື­ເກົ່າ​ບໍ່​ມີ​ການ​ປ່ຽນ­ແປງ ແຕ່​ຄ່າ​ກະ­ແສ​ໄຟ­ຟ້າ​ໃນ​ເດືອນ​ຜັດ​ມີ​ການ​ປ່ຽນ­ແປງ​ຕົວ​ເລກ​ເງິນ​ສູງ​ສອງ​ເທົ່າ ສາມ​ເທົ່າ​ຕົວ ຈາກ​ສະ­ພາບ​ດັ່ງ­ກ່າວ​ນັ້ນ ຫຼາຍ​ຄົນ​ໄດ້​ເອົາ​ລົງ​ທາງ​ສື່​ອອນ​ລາຍ ເປັນ­ຕົ້ນ ເຟສ​ບຸກ​ແບບ​ເວົ້າ​ໄປ​ຕາມ​ພາ­ສາ​ຄວາມ​ເຂົ້າ­ໃຈ​ຂອງ​ຕົນ​ເອງ ທີ່​ເປັນ​ທາງ​ລົບ​ໃຫ້​ແກ່​ໄຟ­ຟ້າ​ລາວ ກໍ​ຄື ໄຟ­ຟ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ.

ທ່ານ ເຄນ ເທບ​ວົງ­ສາ ຜູ້​ຊ່ວຍ​ຜູ້­ອຳ­ນວຍ­ການ​ໃຫຍ່​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ມະ­ຫາ­ຊົນ ຫົວ­ໜ້າ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳ­ພາດ ວັນ​ທີ 22 ພຶດ­ສະ­ພາ 2019 ວ່າ: ສາ­ເຫດ​ທີ່​ພາ­ໃຫ້​ຄ່າ​ກະ­ແສ​ໄຟ­ຟ້າ​ຜູ້​ຊົມ­ໃຊ້​ສູງ​ໃນ​ໄລ­ຍະ​ເດືອນ​ມີ­ນາ​ຫາ​ເດືອນ​ເມ­ສາ 2019 ນັ້ນ ຍ້ອນ​ສະ­ພາບ​ອາ­ກາດ​ຮ້ອນ​ອົບ­ເອົ້າ ຈຶ່ງ​ເຮັດ​ໃຫ້­ການ​ຊົມ­ໃຊ້​ໄຟ­ຟ້າ​ຂອງ​ແຕ່​ລະ​ຄົວ​ເຮືອນ ສຳ­ນັກ­ງານ ອົງ­ການ ແລະ ຫົວ­ໜ່ວຍ​ທຸ­ລະ​ກິດ​ເພີ່ມ​ຂຶ້ນ.

ສະ­ເພາະ​ການ​ຊົມ­ໃຊ້​ໄຟ­ຟ້າ​ທີ່­ຢູ່​ອາ­ໄສ ແມ່ນ​ປະ­ຕິ­ບັດ​ການ​ເສຍ​ຄ່າ​ໄຟ­ຟ້າ 6 ຂັ້ນ ຖ້າ​ທຽບ​ເດືອນ​ມີ­ນາ​ໃສ່​ເດືອນ​ກຸມ­ພາ​ຂັ້ນ 1 ແຕ່ 0-25 ບໍ່​ໄດ້​ເພີ່ມ​ຂັ້ນ 2 ແຕ່ 26-150 ເພີ່ມ​ຂຶ້ນ 2% ຂັ້ນ 3 ແຕ່ 151-300 ເພີ່ມ 10% ຂັ້ນ 4 ແຕ່ 301-400 ເພີ່ມ 20,5% ຂັ້ນ 5 ແຕ່ 401-500 ເພີ່ມ 24% ແລະ ຂັ້ນ 6 ແຕ່ 500 ຂຶ້ນ​ໄປ​ເພີ່ມ 29% ທຽບ­ໃສ່​ລະ­ດູ​ການ​ຂ້າມ​ຜ່ານ​ລະ­ດູ­ຝົນ​ຫາ​ລະ­ດູ­ແລ້ງ ແມ່ນ​ເພີ່ມ​ຂຶ້ນ​ຍ້ອນ​ລະ­ດູ­ແລ້ງ​ອາ­ກາດ​ຮ້ອນ​ຫຼາຍ ແຕ່​ລະ​ຄົວ​ເຮືອນ​ຈະ​ໃຊ້​ເກີນ​ຕົວ​ຂັ້ນ 6 ໃຫຍ່​ກວ່າ 500 ກິ​ໂລ​ວັດ​ໂມງ ຈຶ່ງ​ເປັນ​ສາ­ເຫດ​ເຮັດ​ໃຫ້​ຄ່າ​ກະ­ແສ​ໄຟ­ຟ້າ​ສູງ​ໃນ​ເດືອນ​ເມ­ສາ​ຜ່ານ​ມາ​ຄື: ຂັ້ນ 1 ລາ­ຄາ 348 ກີບ ຂັ້ນ 2 ລາ­ຄາ 414 ກີບ ຂັ້ນ 3 ລາ­ຄາ 799 ກີບ ຂັ້ນ 4 ລາ­ຄາ 880 ກີບ ຂັ້ນ 5 ລາ­ຄາ 965 ກີບ ແລະ ຂັ້ນ 6 ລາ­ຄາ 999 ກີບ​ຕໍ່​ກິ​ໂລ​ວັດ​ໂມງ ສຳ­ລັບ​ເດືອນ​ເມ­ສາ​ທຽບ­ໃສ່​ເດືອນ​ມີ­ນາ​ຄື: ຂັ້ນ 1 ເພີ່ມ​ຂຶ້ນ 1,5% ຂັ້ນ 2 ເພີ່ມ​ຂຶ້ນ 7% ຂັ້ນ 3 ເພີ່ມ​ຂຶ້ນ 24% ຂັ້ນ 4 ເພີ່ມ​ຂຶ້ນ 34% ຂັ້ນ 5 ເພີ່ມ​ຂຶ້ນ 42% ແລະ ຂັ້ນ 6 ເພີ່ມ​ຂຶ້ນ 150% ເຮົາ​ສັງ­ເກດ​ເຫັນ​ວ່າ​ແຕ່​ລະ​ຂັ້ນ​ໄດ້​ເພີ່ມ​ຂຶ້ນ​ເປັນ​ຈຳ­ນວນ​ຫຼາຍ​ສົມ­ຄວນ ໃນ​ທົ່ວ​ນະ­ຄອນ­ຫຼວງ ມີ​ໝໍ້­ນັບ­ໄຟ​ທີ່­ຢູ່​ອາ­ໄສ​ທັງ​ໝົດ 304.928 ໜ່ວຍ ແລະ ມີ​ລູກ​ຄ້າ 303.501 ລູກ​ຄ້າ ສະ­ເພາະ​ໃນ​ເດືອນ​ເມ­ສາ​ການ​ຊົມ­ໃຊ້​ໄຟ­ຟ້າ​ເພີ່ມ​ຂຶ້ນ 26% ກໍ​ຍ້ອນ​ຫຼາຍ​ຄົວ​ເຮືອນ​ຊົມ­ໃຊ້​ໄຟ­ຟ້າ​ເປີດ​ແອ ແລະ ພັດ​ລົມ​ເພີ່ມ​ເວ­ລາ​ຂຶ້ນ ນອກ​ນີ້​ຄວາມ​ຮ້ອນ​ຍັງ​ເຮັດ​ໃຫ້­ການ​ຕົກ­ເຮ່ຍ​ກະ­ແສ​ໄຟ­ຟ້າ​ຢູ່​ຕາມ​ສາຍ​ໄຟ​ຕື່ມ​ອີກ ສ່ວນ​ລາ­ຄາ​ໄຟ­ຟ້າ​ແມ່ນ​ຍັງ​ປະ­ຕິ­ບັດ​ຕາມ​ລາ­ຄາ​ເກົ່າ​ນັບ​ແຕ່​ປີ 2017 ເປັນ­ຕົ້ນ​ມາ ດັ່ງ­ນັ້ນ ຈຶ່ງ​ແຈ້ງ​ມາ​ຍັງ​ສັງ­ຄົມ ກໍ​ຄື ຜູ້​ຊົມ­ໃຊ້​ໄຟ­ຟ້າ​ຈົ່ງ​ເຂົ້າ­ໃຈ​ວ່າ ການ​ເພີ່ມ​ຂຶ້ນ​ບໍ່​ແມ່ນ​ຍ້ອນ​ການ​ຂຶ້ນ​ຄາ​ລາ​ຄ່າ​ໄຟ­ຟ້າ ຍ້ອນ​ການ​ຊົມ­ໃຊ້​ໄຟ­ຟ້າ​ເພີ່ມ​ຂຶ້ນ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ຖ້າ​ຫາກ​ຜູ້​ຊົມ­ໃຊ້​ໄຟ­ຟ້າ​ຫາກ​ມີ​ຄວາມ​ສົງ­ໄສ​ວ່າ​ລາ­ຄາ​ໄຟ­ຟ້າ​ຂອງ​ຕົນ​ສູງ​ຜິດ​ປົກ­ກະ­ຕິ ກໍ​ສາ­ມາດ​ແຈ້ງ​ຫຼື​ສະ­ເໜີ​ມາ​ຍັງ​ໄຟ­ຟ້າ​ນະ­ຄອນ­ຫຼວງ ເພື່ອ​ຈະ​ໄດ້​ລົງ​ໄປ​ກວດ­ກາ​ເບິ່ງ​ສະ­ພາບ​ຕົວ​ຈິງ ເພື່ອ​ຄວາມ​ໂປ່ງ​ໃສ​ສອງ​ຝ່າຍ

ຂອບໃຈຂໍ້ມູນຈາກ: ນສພ ວຽງຈັນໃຫ່ມ

Comments