ຈາກເຫດການເສດຊິ້ນສ່ວນຍານອາວະກາດຂອງຈີນ ທີ່ຕົກໃສ່ປະເທດລາວ.ໃນວັນທີ 23/5/2019 ຜ່ານມາ ມີລາຍງານເຂົ້າມາທັງໝົດ 5 ຈຸດທີ່ເສດຍານອາວະກາດຕົກໃສ່, ເຫດການນີ້ພີ່ເຮັດໃຫ້ພີ່ນ້ອງປວງຊົນລາວທົ່ວປະເທດໃຫ້ຄວາມສົນໃຈ ແລະຂ້ອງໃຈພໍສົມຄວນ.ດ້ວຍເຫດໃດລັດຖະບານຈິ່ງອະນຸຍາດໃຫ້ຈີນລະເບີດຍານອາວະກາດຂອງເຂົາຢູ່ໃນຂອບເຂດນ່ານຟ້າຂອງປະເທດລາວ ແລະ ເກີດຂຶ້ນແບບນີ້ ຖ້າເຮັດໃຫ້ຄົນບາດເຈັບ ເຮືອນຊານເປ່ເພ້ ແມ່ນໃຜຈະອອກມາຮັບຜິດຊອບ ເນື່ອງຈາກວ່າ ຢູ່ໃນແຈ້ງການເຕືອນນັ້ນ ບໍ່ໄດ້ລະບຸເຖິງ.
ສັງຄົມທັງຫຼາຍເກີດຂໍ້ສົງໄສ ແລະກັງວົນໃຈ.ຄັ້ງນີ້ເປັນຄັ້ງທີ 2 ແລ້ວທີ່ພາກໃຕ້ຂອງລາວເກີດເຫດການແບບນີ້.ໃນກໍລະນີດັ່ງກ່າວນີ້ ໃນຄັ້ງກ່ອນ ແລະຄັ້ງນີ້.ທີ່ບໍ່ທັນມີຜົນກະທົບ ແລະເສຍຫາຍຫຼາຍກໍ່ຕາມ.ແຕ່ກໍ່ເປັນຄວາມສຽ່ງຕໍ່ ປະຊາຊົນ ຊາວລາວຢູ່ໃຕ້ລຸ່ມຟ້າ..
ຖ້າວ່າມີການຖືກເຮືອນເພພັງ ຫຼືຫົວຄົນເຈັບຕາຍຂຶ້ນມາເດໃຜຊິເປັນຝ່າຍຮັບຜິດຊອບຂອງຄວາມເສຍຫາຍດັ່ງກ່າວ.ແລະຕໍ່ໜ້າເດຍັງຊິມີອີກບໍພາກສວ່ນກຽ່ວຂ້ອງຈົ່ງຊີ້ແຈງໃຫ້ພີ່ນ້ອງຊາວລາວທົ່ວປະເທດຊາບຮັບຮູ້ນຳແນ່ທ່ານ..ພໍ່ແມ່ພີ່ນ້ອງຊາວລາວອອກຈາກບ້ານທຸກເທື່ອຕ້ອງມີການລະແວງຕະຫຼອດຢ້ານເສດຊິ້ນສວ່ນຕົກໃສ່.
ຊິ້ນສ່ວນຍາຍອາວະກາດຕົກລົງມາມື້ວານນີ້ມຮ 5 ຈຸດຄື:
ຈຸດທີ 1: ເວລາປະມານ 6:30 ໂມງ ຕົກຢູ່ບ້ານທົ່ງເສັດ ເມືອງປາກຊອ່ງ ແຂວງຈຳປາສັກ
ຈຸດທີ 2: ເວລາປະມານ 6:00 ໂມງ ຕົກທີ່ເດີນໂຮງຮຽນບ້ານໜອງຕົມ ເມືອງເລົ່າງາມ ແຂວງສະລາວັນ
ຈຸດທີ 3: ຕົກທີ່ ບ້ານບຶງງາມ, ເມືອງໂຂງ ແຂວງຈໍາປາສັກ ເວລາປະມານ 6:20
ຈຸດທີ 4: ຕົກທີ່ລານວັດ ບ້ານເສັດ ເມືອງປາກຊ່ອງ ແຂວງຈຳປາສັກ ເກືອບຖືກຫົວຄູບາ
ຈຸດທີ 5: ຕົກລົງ ກາງສວນກາເຟ ທີ່ບ້ານບັງລຽງ ເມືອງປາກຊ່ອງ