News

ລາວ ໄດ້ຮັບການຊ່ວຍເຫຼືອ ເຮືອກູ້ໄພລຸຍນໍ້າລຸຍບົກ ຈາກລັດຖະບານ ຕູລະກີ ແລະ ຢູເອັນດີພີ ຈໍານວນ 2 ລໍາ

ລາຍງານຈາກ ອົງການ UNDP ປະຈໍາ ສປປລາວ ໃຫ້ຮູ້ວ່າ ໄດ້ມີການມອບ ອຸປະກອນກູ້ໄພ ຈາກລັດຖະບານ ຕູລະກີ ເພື່ອນໍາໃຊ້ໃນການຄົ້ນຫາຜູ້ປະສົບໄພ. ຈາກບົດຮຽນນໍ້າຖ້ວມປີກາຍນີ້ໄດ້ຢໍ້າເຕືອນພວກເຮົາຢ່າງເຈັບປວດວ່າ: ການກຽມພ້ອມຮັບມືກັບໄພພິບັດນັ້ນ ມີຄວາມສຳຄັນແນວໃດ.ເພື່ອແນໃສ່ຮັບປະກັນວ່າ ສູນປະຕິບັດງານການສຸກເສີນ ເຊິ່ງຕັ້ງຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີອຸປະກອນ ແລະ ຄວາມຮູ້ທີ່ຈຳເປັນສຳລັບການດຳເນີນພາລະກິດຄົ້ນຫາ ແລະ ກູ້ໄພ ໄດ້ທັງທາງບົກ ແລະ ທາງນໍ້າ. ລັດຖະບານແຫ່ງ ປະເທດຕູລະກີ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ໄດ້ສະໜອງການຊ່ວຍເຫຼືອ ໂດຍມອບເຮືອ ໂຮເວີຄຣາຟ 2 ລໍາ ເຊິ່ງເປັນເຮືອທີ່ແລ່ນໄດ້ທັງທາງບົກ ແລະ ທາງນໍ້າ ໃຫ້ແກ່ສູນປະຕິບັດງານການສຸກເສີນ. ສອງສາມມື້ທີ່ຜ່ານ, ກົມຊ່າງແສງ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະ ພະນັກງານ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບການເຝິກອົບຮົມກ່ຽວກັບການນໍາໃຊ້ເຮືອດັ່ງກ່າວ. ໃນກໍລະນີເກີດມີໄພພິບັດ, ສູນປະຕິບັດງານສຸກເສີນ ຈະປະສານງານທີມງານທີ່ໄດ້ຮັບການເຝິກອົບຮົມເຫຼົ່ານີ້. Posted by UNDP Lao PDR on Thursday, May ...

Read More »

ຄ່າຄອງຊີບ!!! ຢູ່ນະຄອນຫຼວງວຽງຈັນ ສູງກວ່ານະຄອນຫຼວງຮາໂນ້ຍ ແລະ ບາງກອກ

ຄ່າຄອງຊີບໃນນະຄອນຫຼວງວຽງຈັນ ຂອງ ສປປ ລາວ ສູງກວ່າຢູ່ນະຄອນຫຼວງຮາໂນ້ຍ ຂອງ ສສ ຫວຽດນາມ 42% ແລະ ສູງກວ່າຢູ່ນະຄອນຫຼວງບາງກອກຂອງໄທ 16%. ຄ່າຄອງຊີບທີ່ສູງຈະຢູ່ໃນໝວດອາຫານ, ທີ່ພັກອາໄສ, ເຄື່ອງນຸ່ງຫົ່ມ, ການຂົນສົ່ງ ແລະ ອື່ນໆ.   ຈາກບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍຂອງສະຖາບັນຄົ້ນຄວ້າເສດຖະກິດ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນຫົວຂໍ້: ຄ່າຄອງຊີບຂອງຄົນໃນນະຄອນຫຼວງວຽງຈັນສູງແທ້ບໍ່?, ທາງເລືອກໃນການແກ້ໄຂມີແນວໃດ?, ບັນຫາການເພີ່ມຂຶ້ນຂອງຄ່າຄອງຊີບໄດ້ເຮັດໃຫ້ຄົນທີ່ໃຊ້ຊີວິດໃນເມືອງໃຫຍ່ພົບກັບຄວາມຫຍຸ້ງຍາກ ໂດຍສະເພາະຜູ້ທີ່ມີລາຍຮັບຕ່ຳ, ຄ່າຄອງຊີບເພີ່ມຂຶ້ນແມ່ນໄດ້ສ້າງຜົນກະທົບດ້ານລົບຕໍ່ການດຳເນີນຊີວິດຂອງເຂົາເຈົ້າເຮັດໃຫ້ເຂົາເຈົ້າໃຊ້ຊີວິດພົບບັນຫາຫຼາຍຢ່າງ. ຈາກສະພາບດັ່ງກ່າວເຂົາເຈົ້າໄດ້ຕັ້ງບັນຫາຂຶ້ນວ່າຍ້ອນຫຍັງຄ່າຄອງຊີບໃນນະຄອນຫຼວງວຽງຈັນຈຶ່ງສູງ?, ແມ່ນຫຍັງເປັນສາເຫດທີ່ເຮັດໃຫ້ຄ່າຄອງຊີບສູງ?, ມີທາງເລືອກໃນການແກ້ໄຂຄືແນວໃດ? ນີ້ແມ່ນຄຳຖາມທີ່ຄົນສ່ວນຫຼາຍສົນໃຈ ແລະ ຜູ້ຮັບຜິດຊອບນະໂຍບາຍຕ້ອງການຄວາມກະຈ່າງແຈ້ງ ເພື່ອຈະວາງແນວທາງໃນການແກ້ໄຂບັນຫາທີ່ຖືກຕ້ອງ. ດັ່ງນັ້ນ, ການຄົ້ນຄວ້າໃນຄັ້ງນີ້ຈຶ່ງເປັນການຄົ້ນຄວ້າເພື່ອຊອກຫາ ຄວາມເປັນຈິງທີ່ເກີດຂຶ້ນເພື່ອຕອບຄຳຖາມດັ່ງກ່າວ ເຊິ່ງການຄົ້ນຄວ້າໃນຄັ້ງນີ້ໄດ້ນຳໃຊ້ວິທີການສຳພາດແບບລົງເລິກກັບຜູ້ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ຕາມແຕ່ລະກຸ່ມອາຊີບ ( ພະນັກງານລັດ, ກຳມະກອນ, ນັກສຶກສາ ) ໃນທ້າຍເດືອນກຸມພາ 2019 ໂດຍຕັ້ງຫຼາຍຄຳຖາມເພື່ອຕອບຂໍ້ສົງໄສ, ສິ່ງທີ່ພົບພໍ້ໃນການຄົ້ນຄວ້າຕາມຄຳຖາມສຳຄັນທີ່ຕັ້ງຂຶ້ນ ດັ່ງນີ້: 1. ຄ່າຄອງຊີບໃນນະຄອນຫຼວງສູງແທ້ບໍ່? ຖ້າສູງແທ້ຍ້ອນຫຍັງຈຶ່ງສູງ? ການຂຶ້ນຂອງຄ່າຄອງຊີບເບິ່ງໄດ້ຈາກຫຍັງ?. ເພື່ອໃຫ້ເຫັນແຈ້ງແມ່ນສົມທຽບຄ່າຄອງຊີບລະຫວ່າງນະຄອນຫຼວງວຽງຈັນ ກັບ ນະຄອນຫຼວງອື່ນຂອງປະເທດໃກ້ຄຽງ ...

Read More »

JICA ຊ່ວຍເຫຼືອເຕົາເຜົາຂີ້ເຫຍື້ອ ແກ່ນະຄອນຫຼວງວຽງຈັນ

ພິທີທົດລອງເປີດນໍາໃຊ້ເຕົາເຜົາຂີ້ເຫຍື້ອ ໄດ້ຈັດຕອນເຊົ້າວັນທີ 27 ພຶດສະພາ 2019 ຢູ່ສະໜາມບໍາບັດຂີ້ເຫຍື້ອ ຫຼັກ32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫ້ອງການ ຄບຕ ຮ່ວມກັບ ອົງການ JICA ປະຈຳ ລາວ ແລະ ບໍລິສັດ KAYAMA ໄດ້ຈັດພິທີເປີດທົດລອງນໍາໃຊ້ເຕົາເຜົາຂີ້ເຫຍື້ອ ພາຍໃຕ້ໂຄງການ ” ທົດລອງ ເພື່ອປັບປຸງການຄຸ້ມຄອງຂີ້ເຫຍື້ອດ້ານການແພດ ແລະ ຂີ້ເຫຍື້ອອັນຕະລາຍ ໃນນະຄອນຫຼວງວຽງຈັນ ” ຊຶ່ງເປັນໂຄງການຊ່ວຍເຫຼືອ ຈາກ ອົງການ ໄຈກ້າ ປະຈຳລາວ. ການກໍາຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ແມ່ນເປັນສິ່ງທ້າທາຍ ເພາະປະລິມານຂີ້ເຫຍື້ອໃນແຕ່ລະວັນ ແມ່ນຫຼາຍເກີນຄວາມສາມາດ ທີ່ຈະກໍາຈັດ. ນອກຈາກນີ້, ຂີ້ເຫຍື້ອ ທີ່ກ່ຽວກັບ ການແພດ ການປິ່ນປົວ ແລະ ຂີ້ເຫຍື້ອ ອັນຕະລາຍ ມີສານເຄມີ ກໍເພີ່ມຂຶ້ນ, ດັ່ງນັ້ນ ເຕົາເຜົາ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ອົງການ ໄຈກາ ໃນຄັ້ງນີ້ຈະຊ່ວຍ ໃນການກໍາຈັດ ໄດ້ອີກລະດັບໜື່ງ. Posted ...

Read More »

ຕັກກະແຕນລະບາດໜັກ ກວມຫຼາຍພື້ນທີ່ທົ່ວແຂວງຫົວພັນ

ຕັກແຕນທີ່ວ່ານີ້ ມີສີແດງອົມສົ້ມ ກິ່ນຂິວແລະແຂງ ອາດຈະແມ່ນສາຍພັນຈາກພູມມີພາກອື່ນ ແລະຂະຫຍາຍຕົວໄວ ເຊິ່ງກຳລັງລະບາດຢູ່ 10 ເມືອງທົ່ວແຂວງຫົວພັນ. ແຫຼ່ງຂ່າວໃຫ້ຮູ້ວ່າ: ການລະບາດຂອງຕັກແຕນຝູງໄມ້ປ່ອງຢູ່ແຂວງຫົວພັນນີ້, ທໍາອິດແມ່ນເລີ່ມລະບາດຢູ່ເຂດພູປອນ ເມືອງຊ່ອນ ໃນປີ 2014 , ມາເຖິງປັດຈຸບັນແມ່ນໄດ້ແຜ່ລະບາດໃນ 10 ເມືອງທົ່ວແຂວງ, ສໍາລັບປີ 2019 ຕັກແຕນໄດ້ເລີ່ມລະບາດນັບແຕ່ກາງເດຶອນເມສາເປັນຕົ້ນມາ, ເມືອງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນ ມີ 4 ເມືອງຄື: ເມືອງວຽງໄຊມີ ຈໍານວນ 19 ບ້ານ,​ 20 ຈຸດ, ມີເນື້ອທີ່ການລະບາດ 2 ເຮັກຕາ, ເມືອງຊໍາເໜືອ ມີ 7 ບ້ານ, ມີ 20 ຈຸດ, ເນື້ອທີ່ລະບາດ 3 ເຮັກຕາ ແລະ ເມືອງສົບເບົາ ມີ 9 ບ້ານ, 19 ຈຸດ, ເນື້ອທີ່ລະບາດ 8 ເຮັກຕາ. ສໍາລັບເມືອງຊຽງຄໍ້ ຈໍານວນບ້ານທີ່ມີການລະບາດ 7 ບ້ານ, ມີ 22 ...

Read More »

ເຊກອງ ກວດຢືດລົດຂົນໄມ້ 15 ຄັນ ບໍລິມາດຫຼາຍພັນແມັດກ້ອນ

ຜ່ານການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະກວດກາລັດແຂວງເຊກອງບວກກັບຄວາມເປັນເຈົ້າການຂອງສະມາຊິກຊາວໜຸ່ມພາຍໃນໜ່ວຍຊາວໜຸ່ມຮາກ ຖານໄດ້ເອົາໃຈໃສ່ສຸມສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນການປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຈົນສາມາດຍາດໄດ້ຜົນງານທີ່ເດັ່ນຫຼາຍດ້ານໜື່ງໃນນັ້ນກໍແມ່ນການແກ້ໄຂບັນຫາໄມ້ລຽບຕາມຊາຍແດນແຂວງເຊກອງ ສປປ ລາວ ແລະ ແຂວງກວາງນາມ ສສ ຫວຽດນາມ. ທ່ານ ອ່ອນມະນີວັນ ຈັນດາວົງ ຮອງປະທານອົງການກວດກາລັດ, ທັງເປັນເລຂາໜ່ວຍຮາກຖານຊາວໜຸ່ມໄດ້ລາຍງານໃນກອງປະຊຸໃຫຍ່ຄັ້ງທີ III ຂອງ ໜ່ວຍຮາກຖານຊາວໜຸ່ມຄະນະກວດກາພັກແຂວງທີ່ຈັດຂຶ້ນບໍ່ດົນມານີ້ໃຫ້ຮູ້ວ່າ: ໃນໄລຍະ 4 ປີຜ່ານມາ ( ປີ 2016- 2019 ) ໄດ້ຕິຕາມ, ກວດກາການປັບປຸງ, ກໍ່ສ້າງພັກ ແລະພິທີການຕ່າງໆເປັນປົກກະຕິ ແລະຜ່ານການສ່ອງແສງລາຍງານການດໍາເນີນຊີວິດການເມືອງບັນດາຮາກຖານພັກອ້ອມຂ້າງແຂວງ ໄດ້ຮັບການສ່ອງແສງລາຍງານຫຼາຍກວ່າ 820 ຄັ້ງ, ການແກ້ໄຂຜົນຂອງການດໍາເນີນຊີວິດການເມືອງປັບປຸງປົວແປງພັກ ປີ 2017 ລວມທັງໝົດ 20 ເປົ້າ ໝາຍຕີລາຄາໄດ້ວ່າການຈັດຕັ້ງພັກແຕ່ລະຂັ້ນໄດ້ປັບປຸງ, ກໍ່ສ້າງນັບມື້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະເຕີບໃຫຍ່ຂະຫຍາຍຕົວຮັບປະກັນດ້ານປະລິມານ ແລະຄຸນນະພາບສູງຂຶ້ນ. ປີ 2018 ທົ່ວແຂວງມີສະມາຊິກພັກທັງໝົດ 8.666 ສະຫາຍເພີ່ມຂຶ້ນ 1.973 ສະຫາຍ (ທຽບໃສ່ປີ 2016 ຈໍານວນ 6.729 ສະຫາຍ) ເທົ່າກັບ 29, 32%, ມີໜ່ວຍພັກທັງໝົດ ...

Read More »

ລັດຖະບານອອກມາຢືນຢັນແລ້ວ!!! ຈີນຈະຮັບຜິດຊອບຕໍ່ຜົນເສຍຫາຍຈາກສິ້ນສ່ວນການບິນອາວະກາດຕົກໃສ່ລາວ

ພາຍຫຼັງທີ່ຫ້ອງການກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ອອກ ໜັງສືແຈ້ງການສະບັບເລກທີ 10896/ຍທຂ.ຫກ ເພື່ອແຈ້ງເຖິງບັນດາຫົວໜ້າຫ້ອງ ວ່າການແຂວງຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະສະຫວັນນະເຂດ ວ່າຈະມີສິ້ນສ່ວນການບິນອາວະກາດ ຕົກໃນວັນທີ 23 ພຶດສະພາ ໃນເຂດບໍລິເວນດັ່ງກ່າວ, ຕໍ່ກັບແຈ້ງການດັ່ງກ່າວ ຫ້ອງການກະຊວງ ຍທຂ ໄດ້ຢືນຢັນວ່າຫາກເຫດການເກີດຂຶ້ນຈິງ ແລະມີຄວາມເສຍຫາຍແທ້ທາງຝ່າຍຈີນຈະເປັນຜູ້ຮັບຜິດຊອບທັງໝົດ. ທ່ານ ບຸນຈັນ ສິນຣາຊະວົງ ຫົວໜ້າຫ້ອງການກະຊວງ ຍທຂ ໃຫ້ສຳພາດກັບທີມຂ່າວເສດຖະກິດ-ສັງຄົມຜ່ານທາງໂທລະສັບໃນວັນທີ 23 ພຶດສະພາຜ່ານ ມາວ່າ: ຫຼັງຈາກຫ້ອງການກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ອອກໜັງສືແຈ້ງການສະບັບເລກທີ 10896/ຍທຂ.ຫກ, ລົງວັນທີ 21 ພຶດ ສະພາ 2019 ເພື່ອແຈ້ງເຖິງບັນດາຫົວໜ້າຫ້ອງວ່າການແຂວງຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະສະຫວັນນະເຂດກ່ຽວກັບການເຄື່ອນໄຫວກິດຈະການໆບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ, ສະນັ້ນຂ່າວສານການບິນຂອງ ສປ ຈີນ ຈຶ່ງໄດ້ແຈ້ງວ່າຈະມີກິດຈະການໆບິນອາວະກາດ. ໃນວັນທີ 23 ພຶດສະພາ 2019 ກົງກັບເວລາທ້ອງຖິ່ນ ...

Read More »

ຄັກສຸດ!!! ປະເທດສິງກະໂປ ມີຕູ້ສູບຢານອກສະຖານ ບໍ່ທຳລາຍສິ່ງແວດລ້ອມ ແລະ ຄົນອ້ອມຂ້າງ

ຕາມແຫຼ່ງຂ່າວ ສິງກະໂປ, ເມື່ອບໍ່ດົນມານີ້, ບໍລິສັດ ເຊົາເທີຣນໂກລບ ຈຳກັດ (ເອສຊີຈີ) ເປັນຜູ້ໃຫ້ບໍລິການ ດ້ານໂລຈີສຕິກຂອງ ສິງກະໂປ ໄດ້ຕິດຕັ້ງ ຕູ້ສູບຢາຢູ່ສາທາລະນະ ເປັນແຫ່ງທຳອິດ ໃນພື້ນທ່ີ ຍ່ານວັນ-ນອດຊຶ່ງ ເປັນໃຈກາງ ທຸລະກິດຂອງ ສິງກະໂປ ເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ຜູ້ທີ່ ຕ້ອງການສູບຢາ, ທັງເປັນການຮັກສາສິ່ງແວດລ້ອມ ແລະ ຮັກສາສຸຂະພາບໃຫ້ແກ່ຜູ້ທ່ີບໍ່ໄດ້ສູບຢາ ແຕ່ມີຄວາມສ່ຽງໄດ້ຮັບອັນຕະລາຍ ແລະ ເປັນພະຍາດຮ້າຍແຮງ ຈາກການສູບ ເອົາຄວັນຢາສູບ. ສິງກະໂປເປັນ ປະເທດໜຶ່ງ ທ່ີມີກົດໝາຍກ່ຽວກັບ ການສູບຢາ ຢ່າງເຂັ້ມງວດທ່ີສຸດ ຂອງໂລກ ໂດຍລັດຖະບານ ແກ້ໄຂກົດ​​ໝາຍ ກຳນົດອາຍຸ ຂັ້ນຕ່ຳ ຂອງຜູ້ສູບຢາ ໃຫ້ເພີ່ມຂຶ້ນເປັນ 19 ປີ ໂດຍມີຜົນ ບັງຄັບໃຊ້ ນັບແຕ່ວັນທີ 1 ມັງກອນຜ່ານມາ. ນອກນັ້ນ ຖ້າເຈົ້າໜ້າທ່ີ ພົບຜູ້ໃດຝ່າຝືນ ດ້ວຍການອອກມາສູບ ຢາຢູ່ນອກພື້ນທ່ີ ກຳນົດໄວ້ ຢູ່ຕາມຖະໜົນ ຈະບໍ່ມີການຕັກເຕືອນອີກ ແຕ່ຈະຖືກຈັບ ແລະ ປັບໄໝຂັ້ນຕ່ຳ ...

Read More »

ໂຄງການປັບປຸງກໍ່ສ້າງ ສະໜາມບິນແຂວງບໍ່ແກ້ວ ຄືບໜ້າເກືອບ 35% ແລ້ວ

ອັບເດດຂ່າວລ່າສຸດ 21/05/2019: ຂອງໂຄງການ ກໍ່ສ້າງປັບປຸງຍົກລະດັບ ສະໜາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໂຄງການນີ້ ແມ່ນໂຄງການບຸລິມະສິດຂອງລັດຖະບານແຫ່ງ ສ.ປ.ປ ລາວ . ການກໍ່ສ້າງແມ່ນ ເລີ່ມຕົ້ນລົງມືມາຕັ້ງແຕ່ທ້າຍເດືອນກັນຍາ ປີ2018 ; ປັດຈຸບັນແມ່ນມີຄວາມຄືບໜ້າເກືອບ 35% ໂດຍແມ່ນ ບໍລິສັດ ດວງຈະເລີນພັດທະນາກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 149 ກວ່າຕື້ກີບ ເຊິ່ງແມ່ນງົບປະມານແຫ່ງລັດ ແລະ ຄາດການຈະໃຫ້ແລ້ວເສັດ ພ້ອມເປີດນຳໃຊ້ ແມ່ນປະມານຕົ້ນເດືອນ ທັນວາປີ 2020 ຕາມຄຳບອກກ່າວຂອງ ທ່ານຄຳປ່ຽນ ລ້ານນາ ຫົວຫນ້າຮັບຜິດຊອບໂຄງການ ເຊິ່ງການກໍ່ສ້າງນີ້ ແມ່ນໄດ້ມາດຕະຖານຂອງກົມການບິນພົນລະເຮືອນ ແລະ ມີຄວາມປອດໄພຕາມມາດຕະຖານສາກົນ ພ້ອມທັງສາມາດຮອງຮັບເຮືອບິນຂະຫນາດໃຫຍ່ໄດ້. ຂອບໃຈ ພາບ ແລະ ຂ່າວຈາກ : ໂທລະພາບແຂວງບໍ່ແກ້ວ ກົດເບິ່ງ ວີດີໂອ : ໂຄງການ ປັບປຸງຍົກລະດັບ ສະໜາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ,ມີຄວາມຄືບໜ້າ 34 ກວ່າ%ຂ່າວ:ເງິນຫຼົງ ຈິດພູວົງ)(ພາບ:ສາຍສາໜອນ ແກ້ວວິສິດ) Posted ...

Read More »

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພຶດສະພາ 2019

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ພຶດສະພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 22 ແລະ ປິດລົງໃນວັນທີ 23 ພຶດສະພາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. I. ກອງປະຊຸມລັດຖະບານສະໄໝສາມັນ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະ ນາຮັບຮອງເອົາ 7 ບົດລາຍງານ ເພື່ອຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ດັ່ງນີ້: 1. ບົດລາຍງານ, ການຟື້ນຟູ ແລະ ປູກໄມ້ ເພື່ອບັນລຸຄາດໝາຍເນື້ອທີ່ປ່າປົກຫຸ້ມ ໃນປີ 2020. 2. ບົດລາຍງານກ່ຽວກັບ ການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ. 3. ບົດລາຍງານກ່ຽວກັບ ການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານ ໃນການດໍາເນີນທຸລະກິດຢູ່ ສປປ ລາວ. 4.  ບົດລາຍງານກ່ຽວກັບ ...

Read More »

ຊິ້ນສວນຍານອາວະກາດຈິນຕົກລົງມາມີ 5 ຈຸດ ປະຊາຊົນຢາກຮູ້ວ່າ ຖ້າບາດເຈັບແມ່ນໃຜຈະຮັບຜິດຊອບ

ຈາກເຫດການເສດຊິ້ນສ່ວນຍານອາວະກາດຂອງຈີນ ທີ່ຕົກໃສ່ປະເທດລາວ.ໃນວັນທີ 23/5/2019 ຜ່ານມາ ມີລາຍງານເຂົ້າມາທັງໝົດ 5 ຈຸດທີ່ເສດຍານອາວະກາດຕົກໃສ່, ເຫດການນີ້ພີ່ເຮັດໃຫ້ພີ່ນ້ອງປວງຊົນລາວທົ່ວປະເທດໃຫ້ຄວາມສົນໃຈ ແລະຂ້ອງໃຈພໍສົມຄວນ.ດ້ວຍເຫດໃດລັດຖະບານຈິ່ງອະນຸຍາດໃຫ້ຈີນລະເບີດຍານອາວະກາດຂອງເຂົາຢູ່ໃນຂອບເຂດນ່ານຟ້າຂອງປະເທດລາວ ແລະ ເກີດຂຶ້ນແບບນີ້ ຖ້າເຮັດໃຫ້ຄົນບາດເຈັບ ເຮືອນຊານເປ່ເພ້ ແມ່ນໃຜຈະອອກມາຮັບຜິດຊອບ ເນື່ອງຈາກວ່າ ຢູ່ໃນແຈ້ງການເຕືອນນັ້ນ ບໍ່ໄດ້ລະບຸເຖິງ. ສັງຄົມທັງຫຼາຍເກີດຂໍ້ສົງໄສ ແລະກັງວົນໃຈ.ຄັ້ງນີ້ເປັນຄັ້ງທີ 2 ແລ້ວທີ່ພາກໃຕ້ຂອງລາວເກີດເຫດການແບບນີ້.ໃນກໍລະນີດັ່ງກ່າວນີ້ ໃນຄັ້ງກ່ອນ ແລະຄັ້ງນີ້.ທີ່ບໍ່ທັນມີຜົນກະທົບ ແລະເສຍຫາຍຫຼາຍກໍ່ຕາມ.ແຕ່ກໍ່ເປັນຄວາມສຽ່ງຕໍ່ ປະຊາຊົນ ຊາວລາວຢູ່ໃຕ້ລຸ່ມຟ້າ.. ຖ້າວ່າມີການຖືກເຮືອນເພພັງ ຫຼືຫົວຄົນເຈັບຕາຍຂຶ້ນມາເດໃຜຊິເປັນຝ່າຍຮັບຜິດຊອບຂອງຄວາມເສຍຫາຍດັ່ງກ່າວ.ແລະຕໍ່ໜ້າເດຍັງຊິມີອີກບໍພາກສວ່ນກຽ່ວຂ້ອງຈົ່ງຊີ້ແຈງໃຫ້ພີ່ນ້ອງຊາວລາວທົ່ວປະເທດຊາບຮັບຮູ້ນຳແນ່ທ່ານ..ພໍ່ແມ່ພີ່ນ້ອງຊາວລາວອອກຈາກບ້ານທຸກເທື່ອຕ້ອງມີການລະແວງຕະຫຼອດຢ້ານເສດຊິ້ນສວ່ນຕົກໃສ່. ຊິ້ນສ່ວນຍາຍອາວະກາດຕົກລົງມາມື້ວານນີ້ມຮ 5 ຈຸດຄື: ຈຸດທີ 1: ເວລາປະມານ 6:30 ໂມງ  ຕົກຢູ່ບ້ານທົ່ງເສັດ ເມືອງປາກຊອ່ງ ແຂວງຈຳປາສັກ ຈຸດທີ 2: ເວລາປະມານ 6:00 ໂມງ ຕົກທີ່ເດີນໂຮງຮຽນບ້ານໜອງຕົມ ເມືອງເລົ່າງາມ ແຂວງສະລາວັນ ຈຸດທີ 3: ຕົກທີ່ ບ້ານບຶງງາມ, ເມືອງໂຂງ ແຂວງຈໍາປາສັກ  ເວລາປະມານ 6:20 ຈຸດທີ 4:  ຕົກທີ່ລານວັດ ບ້ານເສັດ ເມືອງປາກຊ່ອງ ແຂວງຈຳປາສັກ ເກືອບຖືກຫົວຄູບາ ຈຸດທີ 5:   ຕົກລົງ ...

Read More »