News

ນະຄອນຫຼວງ ເລັ່ງປ່ຽນໝໍ້ນັບໄຟທັນສະໄໝ ຈະມີຄວາມຍຸຕິທຳໃຫ້ສອງຝ່າຍ

ເພື່ອ​ເຮັດ​ໃຫ້​ສອງ​ຝ່າຍ​ຄື​ຜູ້​ສະ­ໜອງ ແລະ ຜູ້​ຊົມ­ໃຊ້​ໄຟ­ຟ້າ​ມີ​ຄວາມ​ຍຸ­ຕິ​ທຳ​ບໍ່​ເອົາ​ລັດ​ເອົາ​ປຽບ​ກັນ​ລະ­ຫວ່າງ​ຜູ້​ຂາຍ ແລະ ຜູ້​ໃຊ້ ປັດ­ຈຸ­ບັນ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ​ນະ­ຄອນຫຼວງ​ວຽງ​ຈັນ (ນວ) ກຳ­ລັງ​ເລັ່ງ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຕິດ​ຕັ້ງ​ໝໍ້­ນັບ­ໄຟ​ສະ­ມາດ​ມີ​ເຕີ (ກົງ​ເຕີ) ຫຼື AMI ທີ່​ທັນ​ສະ­ໄໝ​ໃຫ້​ຜູ້​ຊົມ­ໃຊ້​ໃນ​ຂອບ​ເຂດ 4 ເມືອງ​ໃນ​ຄື: ເມືອງ​ໄຊ​ເສດ​ຖາ ຈັນ­ທະ​ບູ​ລີ ສີ​ສັດ­ຕະ​ນາກ ແລະ ເມືອງ​ສີ​ໂຄດ​ຕະ­ບອງ ຕາມ​ແຜນ­ການ ຈະ​ໃຫ້​ສຳ­ເລັດ​ໃນ​ປີ 2019. ທ່ານ ເຄນ ເທບ​ວົງ­ສາ ຜູ້​ຊ່ວຍ​ຜູ້­ອຳ­ນວຍ­ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ມະ­ຫາ­ຊົນ ຫົວ­ໜ້າ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ​ນະ­ຄອນ­ຫຼວງ ໄດ້​ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ນີ້​ວ່າ: ໂຄງ­ການ​ຕິດ​ຕັ້ງ​ໝໍ້­ນັບ­ໄຟ​ທັນ​ສະ­ໄໝ​ໃຫ້​ປະ­ຊາ­ຊົນ ນວ ໂດຍ​ສະ­ເພາະ 4 ເມືອງ​ໃນ ຕາມ​ຕົວ​ເລກ​ທີ່​ຈະ​ຕິດ​ຕັ້ງ​ປ່ຽນ​ແທນ 50.000 ໜ່ວຍ​ທີ່​ເປັນ​ໝໍ້­ນັບ­ໄຟ​ດິ​ຈີ​ຕອນ ເພື່ອ​ປ່ຽນ​ແທນ​ໝໍ້­ນັບ­ໄຟ​ອາ­ນາ​ລອກ 130.000 ກວ່າ​ໜ່ວຍ ກວມ​ເອົາ 40% ໂຄງ­ການ​ນີ້​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່​ເມືອງ​ຈັນ­ທະ​ບູ​ລີ ກ່ອນ­ໝູ່​ໂດຍ​ກຳ­ນົດ​ເອົາ​ບ້ານ​ໜອງ​ສ້າງ​ທໍ່ ແລະ ບ້ານ​ອາ​ນຸ ເລີ່ມ​ເດືອນ​ທັນ­ວາ 2018 ແລະ ສຳ­ເລັດ​ເດືອນ​ກຸມ­ພາ 2019 ປະ­ຕິ­ບັດ​ໄດ້ 1.000 ກວ່າ​ໜ່ວຍ ຈາກ​ນັ້ນ ເດືອນ​ມີ­ນາ 2019 ກໍ​ສືບ­ຕໍ່​ຂະ­ຫຍາຍ​ໄປ​ຍັງ​ບ້ານ​ອື່ນໆ​ໃນ 4 ...

Read More »

ກະຊວງການເງິນ ແຈ້ງການ!!! ໃຫ້ມາປ່ຽນເລກປະຈຳຕົວຜູ້ເສຍອາກອນ ຈາກ 9 ຕົວເລກ ມາເປັນ 12 ຕົວເລກ

ແຈ້ງການ ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ເລື່ອງ: ການປ່ຽນເລກປະຈຳຕົວຜູ້ເສຍອາກອນ ຈາກ 9 ຕົວເລກ ມາເປັນ 12 ຕົວເລກ  

Read More »

ມາເລເຊຍ ຈະຈັດສົ່ງຂີ້ເຫຍື້ອ 3 ພັນໂຕນ ກັບຄືນປະເທດຕົ້ນທາງ ສ່ວນຫຼາຍເປັນພັດທະນາແລ້ວ.

ອີງຕາມແຫຼ່ງຂ່າວ ກົວລາລຳເປີ, ວັນທີ 28 ພຶດສະພາ, ມາເລເຊຍ ຈະສົ່ງຂີ້ເຫຍືອປະເພດຢາງ ທີ່ບໍ່ສາມາດ ນຳໃຊ້ຄືນໃໝ່ໄດ້ ປະມານ 3.300 ໂຕນ ກັບໄປຍັງ ປະເທດຕົ້ນທາງເຊັ່ນ: ສ.ອາເມລິ ກາ, ອັງກິດ, ການາດາ ແລະ ອົດສະຕຣາລີເພື່ອບໍ່ໃຫ້ມາເລເຊຍ ກາຍເປັນສະຖານທີ່ ຖີ້ມຂີ້ເຫຍື້ອ ສຳລັບກຸ່ມປະເທດຮັ່ງມີ. ທ່ານນາງເຫຍົາບີ ຫຍິນ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ສິ່ງແວດລ້ອມຂອງມາເລເຊຍ ກ່າວເມື່ອວັນອັງຄານ ລະຫວ່າງການລົງພື້ນທີ່ທ່າເຮືອເປີລາບູຮັນກລັງ ຫຼື ພອດກລັງ ໃນລັດສະລັງງໍ ທາງພາກຕາເວັນຕົກຂອງປະເທດ ເພື່ອສໍາຫຼວດຕູ້ຄອນເທນເນີຫຼາຍຮ້ອຍຕູ້ ເຊິ່ງພາຍໃນເຕັມໄປດ້ວຍຂີ້ເຫຍື້ອຫຼາຍຊະນິດທີ່ສ່ວນໃຫຍ່ເປັນພລາສຕິກທີ່ຍາກແກ່ການຣີໄຊເຄິລ ແລະ ຍັງມີ “ຂີ້ເຫຍື້ອເປັນພິດ” ປົນເປື້ອນມານຳ. ໂດຍ ທ່ານນາງເຫຍົາ ກ່າວວ່າ ຂີ້ເຫຍື້ອເຫຼົ່ານີ້ ປະເທດຕົ້ນທາງ “ລັກລອບ” ຂົນສົ່ງມາຖິ້ມທີ່ມາເລເຊຍຕະຫຼອດໄລຍະເວລາຫຼາຍປີ ທີ່ຜ່ານມາ ຈາກການສໍາຫຼວດໃນເບື້ອງຕົ້ນ ທ່ານເຫຍົາ ແລະ ເຈົ້າໜ້າທີ່ຂອງໜ່ວຍງານທີ່ກ່ຽວຂ້ອງລົງມະຕິວ່າ ຈະສົ່ງຕູ້ຄອນເທນເນີບັນຈຸຂີ້ເຫຍື້ອ ລວມ 69 ຕູ້ ປະເມີນນ້ໍາໜັກໄດ້ປະມານ 3 ພັນໂຕ້ນ ຄືນກັບໄປປະເທດຕົ້ນທາງ ...

Read More »

ຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດຕ້ອງຜ່ານການຢັ້ງຢືນມາດຕະຖານເຕັກນິກກ່ອນ

ອີງຕາມ ແຈ້ງການ ກ່ຽວກັບ ການນຳເຂົ້າ ແລະ ຈຳໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ເລກທີ 917/ຫກຊ, ລົງວັນທີ 26 ເມສາ 2019, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດ ເປັນຕົວແທນຈຳໜ່າຍ ຫຼື ນຳເຂົ້າອຸປະກອນ DTH ຕ້ອງຢື່ນໃບຄຳຮ້ອງ ແລະ ເອກະສານປະກອບ ຂໍອະນຸຍາດດຳເນີນກິດຈະການນຳ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ). ກ່ອນນຳເຂົ້າ ແລະ ຈຳໜ່າຍ ອຸປະກອນ DTH, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸຍາດເປັນຕົວແທນຢ່າງຖືກຕ້ອງນຳກະຊວງ ປທສ ມີຈຸດປະສົງນຳເຂົ້າອຸປະກອນ DTH ຕ້ອງນຳເອົາອຸປະກອນຄົບຊຸດມາພ້ອມດ້ວຍຄູ່ມືນຳໃຊ້ມາຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກຈາກ ກະຊວງ ປທສ. ຖ້າບໍ່ມີໃບຢັ້ງຢືນມາດຕະຖານເຕັກນິກ ແມ່ນບໍ່ສາມາດໄປຂໍອະນຸຍາດນຳເຂົ້ານຳ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້. ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ ...

Read More »

ແຈ້ງເຕືອນ!!! ກຽມຮັບມືກັບຝົນຕົກໜັກ,ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ວັນທີ 30 ພຶດສະພາ – 2 ມິຖຸນານີ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ,  ແລະ ລົມພັດແຮງ ໃນໄລຍະວັນທີ 30 ພຶດສະພາ ຫາ 02 ມິຖຸນາ 2019 ທີ່ຈະເຖິງນີ້ ພ້ອມທັງແນະນຳໃຫ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ຢູ່ກາງເດີ່ນກວ້າງ ເພາະຈະມີຄວາມສ່ຽງໃຫ້ເກີດຟ້າຜ່າໄດ້ ເນື່ອງຈາກມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ ໃນໄລຍະວັນທີ 30 ພຶດສະພາ ຫາ 02 ມິຖຸນາ 2019 ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ່າຜ່າ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ...

Read More »

ແຈ້ງການ!!!! ກິດຈະການສົ່ງອອກສິນຄ້າ ທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ

ປະເທດລາວໃນພາບລວມ ແຕ່ລະປີເຮົາຍັງຂາດດູນການຄ້າຢູ່ຍ້ອນເຮົາເປັນປະເທດນ້ອຍ ແລະ ກຳລັງພັດທະນາ ການຜະລິດເພື່ອສົ່ງອອກຍັງມີປະລິມານບໍ່ຫຼາຍ. ສະນັ້ນ, ເພື່ອຊຸກຍູ້ຂະບວນການສົ່ງອອກໃຫ້ມີມູນຄ່າສູງຂຶ້ນ ລັດຖະບານມີນະໂຍບາຍພິເສດໃຫ້ຜູ້ປະກອບການທີ່ຜະລິດສິນຄ້າສົ່ງເສີມບາງປະເພດສາມາດສົ່ງອອກໂດຍບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ. ເພື່ອເປັນການສົ່ງເສີມ ແລະ ເອື້ອອຳນວຍຄວາມສະດວກຢ່າງເຕັມສ່ວນ ແກ່ການສົ່ງອອກຜະລິດຕະພັນສິນຄ້າຂອງປະເທດເຮົາ, ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 1051/ຫອຄ. ກທຄວ ລົງວັນທີ 27 ພຶດສະພາ 2019 ເຖິງເຈົ້າໜ້າທີ່ທະບຽນວິສາຫະກິດ, ພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າຂັ້ນເມືອງ ເລື່ອງກິດຈະການສົ່ງອອກສິນຄ້າ ທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ. ແຈ້ງການລະບຸໄວ້ວ່າ: ການສົ່ງອອກສິນຄ້າ ເປັນກິດຈະການທີ່ລັດສົ່ງເສີມ ແລະ ບໍ່ຈຳເປັນຕ້ອງຂໍອະນຸຍາດດຳເນີນທຸລະກິດ ໂດຍໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ລະບຸກິດຈະການດັ່ງກ່າວລົງດ້ານຫຼັງໃບທະບຽນວິສາຫະກິດເລີຍ ເວັ້ນເສຍແຕ່ກິດຈະການສົ່ງອອກເປັນສິນຄ້າທີ່ລັດເກືອດຫ້າມ ຫຼື ຜະລິດຕະພັນສິນຄ້າ ທີ່ຂະແໜງກ່ຽວຂ້ອງ ມີກົດໝາຍ ຫຼື ລະບຽບການກຳນົດເປັນຢ່າງອື່ນ. ການລະບຸກິດຈະການສົ່ງອອກສິນຄ້າ ໃສ່ດ້ານຫຼັງໃບທະບຽນວິສາຫະກິດນັ້ນ ຕ້ອງຂຽນໃຫ້ຈະແຈ້ງວ່າ: ສົ່ງອອກສິນຄ້າໃດເຊັ່ນ: ສົ່ງອອກເຂົ້າ, ກາເຟ ເປັນຕົ້ນ ຫ້າມລະບຸແບບລວມໆ. ແນວໃດກໍ່ຕາມໃນແຈ້ງການຍັງບໍ່ມີລະບຸຊັດເຈນກ່ຽວກັບລາຍການສິນຄ້າທີ່ສາມາດສົ່ງອອກໄດ້ໂດຍບໍ່ຈຳເປັນຂໍໃບອະນຸຍາດວ່າມີຫຍັງແດ່ ໃນຈຸດນີ້ແອັດມິນຂໍຕິດໜີ້ໄວ້ຈະນຳຂໍ້ມູນມາຝາກທ່ານຜູ້ອ່ານຕາມພາຍຫຼັງ. ທີ່ມາ: ແຈ້ງການກິດຈະການສົ່ງອອກສິນຄ້າທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ Posted ...

Read More »

ສະຫຼຸບ!!! ຜົນການສືບສວນ-ສອບສວນສາເຫດຄູກັນນໍ້າເຂື່ອນ ເຊປຽນ -ເຊນໍ້ານ້ອຍແຕກຟັງ

ໃນວັນທີ 28 ພຶດສະພານີ້, ຢູ່ສຳນັກງານນາຍົກລັດຖະມົນຕີ  ທ່ານ ສິງເພັດ ບຸນສະຫວັດທິພັນ, ຮອງປະທານອົງການກວດກາລັດຖະບານ, ຮອງປະທານຄະນະສືບສວນສອບສວນແຫ່ງຊາດ ຊີ້ໃຫ້ເຫັນວ່າ: ອຸບັດເຫດຄູກັນນ້ຳໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກພັງຢູ່ເມືອງ ສະໜາມໄຊແຂວງ ອັດຕະປືທີ່ເກີດຂື້ນໃນເວລາປະມານ 20 ໂມງ ໃນວັນທີ 23 ກໍລະກົດ 2018 ຊຶ່ງຢູ່ໃນໄລຍະເກັບກັກນໍ້າເຂົ້າອ່າງ ເຖິງແມ່ນວ່າມີຝົນຕົກຕິດຕໍ່ກັນຫຼາຍວັນກ່ອນມື້ຄູກັນນໍ້າແຕກພັງກໍ່ຕາມ ແຕ່ໃນເວລາການແຕກພັງໄດ້ເລີ້ມຕົ້ນຂືຶ້ນນັ້ນ ລະດັບນໍ້າໃນອ່າງເກັບນໍ້າຍັງຕ່ຳກ່າວລະດັບສັນເຂື່ອນຫຼາຍ, ສະນັ້ນບໍ່ສາດມາດເອີ້ນເຫດການແຕກພັງຄັ້ງນີ້ ວ່າເປັນເຫດສຸດວິໄສ ( Force Majeure) ຕາມທີ່ກຳນົດໄວ້ໃນສັນຍາສຳປະທານ. ຄະນະຊ່ຽວຊານເອກກະລາດກວດພົບວ່າ ສາເຫດຕົ້ນຕໍຂອງການແຕກພັງ ແມ່ນ: – ຄວາມສາມາດໃນການຊຶມ ນໍ້າສູງຂອງຮາກຖານຂອງເຂື່ອນກັນນໍ້າ D – ຊັ້ນດິນຖືກກັດເຊາະໄດ້ງ່າຍ: ປະກົດມີຮູທໍ່ນ້ອຍໆ ທີ່ມີການເຊື່ອມຕໍ່ເຊິ່ງກັນ ແລະ ກັນໃນຊັ້ນດິນ – ການເພີ່ມຂື້ນຂອງລະດັບນໍ້າໃນໄລຍະການເກັບກັກນໍ້າໃນອ່າງ ກະແສການຊຶມຂອງນໍ້າ ຕາມເສັ້ນທາງໄຫຼຂອງນໍ້າຕາມທາງນອກກໍ່ເລີ່ມຂື້ນໃນຮາກຖານຂອງເຂື່ອນກັນນໍ້າ D – ກ່ຽວຂ້ອງກັບຄວາມສາມາດໃນການຊຶມຂອງນໍ້າສູງຂອງດິນ ‘ເຫດຜົນດັ່ງກ່າວສົ່ງຜົນໃຫ້ ມີການກັດເຊາະພາຍໃນຮາກຖານ ແລະເຮັດໃຫ້ດິນລາເຕຣິດ (Laterite) ອ່ອນໂຕລົງ’ ເມື່ອເປັນແນວໃນ ເຮັດໃຫ້ຄວາມສະເຖຍລະພາບຂອງເຂື່ອນ ບໍ່ສາມາດຮັບປະກັນໄດ້ອີກຕໍ່ໄປ ແລະ ການເລື່ອນຖະໄຫຼແບບເລິກໝູນ (Deep Rotational ...

Read More »

ນັກທຸລະກິດຈີນ ລົງທຶນ 4 ລ້ານໂດລາ ຂຸດຄົ້ນດິນໜຽວແດງ ແລະ ຫີນປູນຢູ່ແຂວງຫົວພັນ

ນັກລົງທຶນຈາກຈີນ ໄດ້ເຊັນສັນຍາລົງທຶນຂຸດຄົ້ນ – ປຸງແຕ່ງດິນໜຽວແດງ ແລະ ຫີນປູນ ເພື່ອມາເປັນວັດຖຸດິບປະສົມເຂົ້າໃນຂະບວນການຜະລິດຊີມັງ ຢູ່ເຂດເມືອງວຽງໄຊ ແຂວງຫົວພັນ ກວມເປັນເນື້ອທີ່ເກືອບ 10 ເຮັກຕາ ຈະໃຊ້ທຶນຫຼາຍກວ່າ 4 ລ້ານໂດລາສະຫະລັດ ໄລຍະສຳປະທານ 5 ປີ. ພິທີລົງນາມໄດ້ມີຂຶ້ນໃນທ້າຍອາທິດຜ່ານມາທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທົນ, ຕາງໜ້າເຊັນສັນຍາຝ່າຍແຂວງຫົວພັນ ໂດຍແມ່ນ ທ່ານ ຄອນທອງ ມະນີວອນ ຮັກສາການຫົວໜ້າພະແນກແຜນການ ແລະ ການລົງທຶນ, ທ່ານ ເຊຍຈິ້ນສ້າງ ອຳນວຍການ ບໍລິສັດ ຊີມັງສາກົນຫົວພັນ ລາວ – ຈີນ ອາງຊື ຈຳກັດ ໂດຍມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງ ຫົວພັນ, ທ່ານຫົວໜ້າພະແນກພະລັງງານ – ບໍ່ແຮ່, ທ່ານເຈົ້າເມືອງວຽງໄຊ, ມີບັນດາທ່ານຫົວໜ້າ – ຮອງພະແນກການ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນພິຍານ. ກິດຈະກຳຂອງໂຄງການຈະແບ່ງອອກເປັນ 3 ຢ່າງ ຄື: ໃນການຂຸດຄົ້ນ – ...

Read More »

ນະຄອນຫຼວງວຽງຈັນ ຈັດພິທີທຳລາຍສິນຄ້າລະເມີດເຄື່ອງໝາຍການຄ້າ

ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ນະຄອນຫຼວງວຽງຈັນ ໄດ້ຈັດພິທີທຳລາຍສິນຄ້າ ທີ່ຮຽນແບບເຄື່ອງໝາຍການຄ້າ ຂຶ້ນໃນຕອນບ່າຍວັນທີ 24 ພຶດສະພາ 2019 ທີ່ຜ່ານມາ.​ ທ່ານ ທະວີໄຊ ເໝົາຊົມພູ, ຫົວໜ້າ ພວຕ ນະຄອນຫຼວງວຽງຈັນ ກ່າວວ່າ: ການຈັດພິທີທຳລາຍສິນຄ້າຮຽນແບບໃນຄັ້ງນີ້ ກໍແມ່ນການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ ກໍຄືວຽກງານປົກປ້ອງສິດທາງດ້ານຊັບສິນທາງປັນຍາ ເພື່ອຮັບປະກັນຜົນປະໂຫຍດອັນຊອບທຳຂອງເຈົ້າຂອງຊັບສິນທາງປັນຍາ. ພາຍຫຼັງທີ່ ພວຕ ນະຄອນຫຼວງວຽງຈັນ ໄດ້ຮັບໜັງສືແຈ້ງການ ຈາກກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລ້ວກໍໄດ້ຈັດກອງປະຊຸມປືກສາຫາລື ຮ່ວມກັບຄະນະກຳມະການ ຊຶ່ງຖືກແຕ່ງຕັ້ງຈາກເຈົ້າຄອງ ນະຄອນຫຼວງວຽງຈັນຊຶ່ງປະກອບດ້ວຍ 4 ພາກສ່ວນ ຄື: ພະແນກອຸດສາຫະກຳ-ການຄ້າ ນະຄອນຫຼວງວຽງຈັນ, ພະແນກ ຍຸດຕິທຳ ນະຄອນຫຼວງວຽງຈັນ, ຕໍາຫຼວດເສດຖະກິດ, ອົງການໄອຍະການ ນະຄອນຫຼວງວຽງຈັນເພື່ອປຶກສາຫາລື ແລະ ຫາຊ່ອງທາງແກ້ໄຂບັນຫາດັ່ງກ່າວຮ່ວມກັນ. ຫຼັງຈາກນັ້ນ, ພວຕ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເພື່ອຕິດຕາມ-ກວດກາກ່ຽວກັບສິນຄ້າທີ່ລະເມີດ ເຄື່ອງໝາຍການຄ້າປະເພດຕ່າງໆ. ການເຄື່ອນໄຫວວຽກງານ ຂອງ ພວຕ ນະຄອນຫຼວງວຽງຈັນ ໄດ້ກວດຢຶດສິນຄ້າທີ່ຮຽນແບບເຄື່ອງໝາຍການຄ້າ ...

Read More »

ຕັດສິນອະດີດປະທານ ບໍລິສັດ ເອຊຽນເຟດສ໌ ສໍ້ໂກງຊັບຂອງພົນລະເມືອງ ໃຫ້ຈຳຄຸກ 15 ປີ

ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນອະດີດປະທານ ບໍລິສັດ ເອຊຽນເຟດສ໌ ໃນສະຖານການສໍ້ໂກງຊັບຂອງພົນລະເມືອງ, ການຟອກເງິນ, ລະເມີດກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ ແລະ ລະເມີດກົດໝາຍວ່າດ້ວຍວິສາຫະກິດ ໃຫ້ຈຳຄຸກ 15 ປີ ພ້ອມປັບໃໝ 423.000 ໂດລາ ກັບ 10.000.000 ກີບ ແລະ ໃຊ້ແທນຄ່າເສຍຫາຍໃຫ້ໂຈດທາງແພ່ງ ຈຳນວນ 14.129.300 ໂດລາ; ນອກນີ້, ຍັງຕັດສິນຈຳເລີຍສົມຮູ້ຮ່ວມຄິດ ຈຳນວນ 3 ຄົນ ໃນວັນທີ 23 ພຶດສະພານີ້. ສໍານວນຄະດີອາຍາຂັ້ນຕົ້ນ ເລກທີ 198/ອກຍ.ນວ, ລົງວັນທີ 26 ກຸມພາ 2018 ໂດຍມີຈຳເລີຍ 4 ຄົນຄື: ທ້າວ ຮຸດສຸວັນ (Mr Hout SOVANN) (ຈຳເລີຍ1) ອາຍຸ 33 ປີ ເຊື້ອຊາດ-ສັນຊາດກຳປູເຈຍ ອະດີດປະທານບໍລິສັດ ເອຊຽນເຟດສ໌ (ບໍລິສັດກ່ຽວກັບການຄ້າຂາຍສິນຄ້າທຸກປະເພດການຊື້-ຂາຍ ແລະ ແລກປ່ຽນກໍາມະສິດພາຫະນະ, ...

Read More »