ວັນທີ 15 ພຶດສະພາ 2019 ນີ້ຄືນໍ້າເສຍຈາກໂຮງງານແຮ່ມ ຢູ່ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄຳໄຊ ຈາກການປ່ອຍນໍ້າເສຍລົງຊະຊາຍ ລົງໃສ່ທົ່ງນາເລີຍ ສົ່ງຜົນກະທົບຕໍ່ປະຊາຊົນເຂດໃກ້ຄຽງເດືອດຮ້ອນທົ່ວໆກັນ ຝາກກົດໄລ ກົດແຊ່ ໃຫ້ເຖິງຂັນເທີງ ພາກສ່ວນຮັບຜິດຊອບແນ່ເດີທຸກຄົນ ຂໍ້ມູນຈາກ: ຂ່າວໜ້າ 1
Read More »News
ຊຽງຂວາງປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນຂັ້ນແຂວງ ແລະ ເມືອງ 27 ຄົນ!!!
ໃນຕົ້ນເດືອນເມສາ 2019 ຄະນະກຳມະການວິໄນຂັ້ນແຂວງ ໄດ້ຕົກລົງ ແລະ ສະເໜີໃຫ້ຄະນະປະຈຳພັກແຂວງ, ອົງການປົກຄອງແຂວງໆຊຽງຂວາງ ອອກມະຕິຕົກລົງປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນຂັ້ນແຂວງ ແລະ ເມືອງຄຸ້ມຄອງ ຈຳນວນ 27 ຄົນ ທີ່ມີຂໍ້ບົກຜ່ອງຕໍ່ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ. ຕາມຂໍ້ມູນຈາກແຂວງຊຽງຂວາງຮູ້ວ່າ: ການລະເມີດຂອງພະນັກງານແມ່ນໄດ້ສວຍໃຊ້ໜ້າທີ່ຕຳແໜ່ງ ເຊັນ ເອກະສານບໍ່ຖືກຕ້ອງໃຫ້ແກ່ບໍລິສັດ ແລະ ຜູ້ປະກອບການ ທີ່ດຳເນີນທຸລະກິດຕ່າງໆເຊັ່ນ: ເຊັນໃບສະເໜີຂາຍໜີ້ໂຄງການແບບມີສ່ວນຫຼຸດ ໂດຍບໍ່ຖືກຕ້ອງຕາມມູນຄ່າຄ້າງສຳລະຕົວຈິງ, ເຊັນໃບອະນຸມັດສຳລະການຈ່າຍເງິນຊ້ຳຊ້ອນໂຄງການລົງທຶນຂອງລັດ ແລະ ເຊັນຢັ້ງຢືນຜະລິດຕະພັນໄມ້ບໍ່ຖືກຕ້ອງຈາກໂຮງງານເພື່ອສົ່ງອອກໄປຕ່າງແຂວງ ແລະ ຕ່າງປະເທດ ທີ່ເປັນການລະເມີດຕໍ່ຄຳສັ່ງເລກທີ15/ນຍ, ລະເມີດລະບຽບການຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ທັງເປັນການລະເມີດຕໍ່ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍຕ້ານການສໍ້ລາດບັງຫຼວງ ແລະ ມີຄວາມບົກຜ່ອງໃນການລະເມີດຕໍ່ກົດລະບຽບຂອງພັກ. ການຕົກລົງປະຕິບັດວິໄນຕໍ່ພະນັກງານຂັ້ນແຂວງ ແລະ ເມືອງຄຸ້ມຄອງມີດັ່ງນີ້: 1, ພະນັກງານ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈຳນວນ 4 ຄົນ ທີ່ພົວພັນກັບການກວດກາ ແລະ ສົ່ງອອກຜະລິດຕະພັນໄມ້ 2, ພະນັກງານ ພະແນກກະສິກຳ ...
Read More »ຍີ່ປຸ່ນ ມອບເງິນຊ່ວຍເຫຼືອການສຶກສາ ຢູ່ເມືອງສະໜາມໄຊ 361 ລ້ານກວ່າກີບ
ອົງການອາສາສະໝັກນາໆຊາດຍີ່ປຸ່ນ ນໍາໂດຍ ທ່ານ ນາງ ຊາຊິໂກ ໂທມິນະກະ ໄດ້ມອບທຶນຊ່ວຍເຫຼືອດ້ານການສຶກສາ ມູນຄ່າ 361.600.000 ກີບ ໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມ ທີ່ເມືອງສະ ໜາມໄຊ ແຂວງ ອັດຕະປື ໃນວັນທີ 13 ພຶດສະພາ 2019, ໂດຍມອບຜ່ານ ທ່ານ ອຸ່ນຫຼ້າ ໄຊຍະສິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງອັດຕະປື, ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ. ໂອກາດດຽວກັນ ທ່ານ ອຸ່ນຫຼ້າ ໄຊຍະສິດ ກໍໄດ້ລາຍງານສະພາບໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໂດຍຫຍໍ້ ໃຫ້ແກ່ອົງການອາສາສະໝັກນາໆຊາດຍີ່ປຸ່ນ ທີ່ມາຊ່ວຍເຫຼືອຄັ້ງນີ້ ໄດ້ຮັບຊາບ, ພ້ອມມອບໃບຊົມເຊີຍ ເພື່ອເປັນການຍ້ອງຍໍ ແລະ ສະແດງຄວາມຂອບໃຈ ຮູ້ບຸນຄຸນຢ່າງລົ້ນເຫຼືອ ທີ່ໄດ້ມີນໍ້າໃຈມະນຸດສະທໍາ, ເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອ ປະຊາຊົນຜູ້ປະສົບໄພ ເມືອງສະໜາມໄຊ ແຂວງອັດຕະປື.
Read More »ວິໄສທັດຂອງລັດຖະບານ ແຕ່ນີ້ຮອດປີ 2030 ຄື ເຮັດໃຫ້ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸໄດ້ 7.351 ໂດລາ
ວິໄສ ທັດການພັດທະນາແຕ່ນີ້ຮອດປີ 2030 ໄດ້ກຳນົດແຈ້ງ ຕ້ອງສືບຕໍ່ຮັບປະກັນໃຫ້ປະເທດເຮົາມີສະຖຽນລະພາບທາງດ້ານ ການເມືອງທີ່ໝັ້ນຄົງ ແລະ ມີຄວາມສະຫງົບປອດໄພ ທາງດ້ານສັງຄົມຢ່າງໜັກແໜ້ນ, ມີຂະໜາດເສດຖະກິດ ຫຼື ລວມຍອດມູນຄ່າຂອງ ຜະລິດຕະພັນພາຍໃນ ຫຼື ຈີດີພີ (GDP) ຫຼາຍກວ່າປີ 2015 ເຖິງ 4 ເທົ່າກວ່າ. ໃນປີ 2014-2015 ປະມານ 102.320 ຕື້ກີບ ຫຼື 12,8 ຕື້ໂດລາສະຫະລັດ, ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸ 15,8 ລ້ານກີບ ຫຼືປະມານ 1.970 ໂດລາ, ຮອດປີ 2030 ລາຍໄດ້ສະເລ່ຍຕໍ່ຫົວຄົນໃຫ້ບັນ ລຸໄດ້ 7.351 ໂດລາ. ການພັດທະ ນາແບບຍືນຍົງໄດ້ເຂົ້າສູ່ລວງເລິກ, ເສດຖະກິດ ມີການເຕີບໂຕທີ່ໝັ້ນທ່ຽງ, ໜັກແໜ້ນ, ຕໍ່ເນື່ອງ ແລະ ມີຄວາມຍືນຍົງ. ເມື່ອຮອດປີ 2030 ໃຫ້ເປັນປະ ເທດມີລາຍຮັບ ປານກາງ-ສູງ ແລະ ບັນລຸບັນດາເປົ້າໝາຍການພັດທະນາແບບຍືນຍົງ ໂດຍພື້ນຖານ, ມີຄວາມສາມາດເປັນເຈົ້າຕົນເອງ ທາງດ້ານການເງິນຢ່າງໜັກແໜ້ນ. ລະບົບການເງິນ–ເງິນຕາທັນສະ ໄໝ, ມີປະສິດທິພາບ, ສະດວກຄ່ອງຕົວ ແລະ ເອື້ອອຳນວຍໃຫ້ແກ່ການບໍລິການດ້ານການເງິນ, ການລົງທຶນ ແລະ ການຜະລິດທຸລະກິດ. ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໄດ້ຮັບການພັດທະນາຢ່າງເປັນລະບົບ, ບັນດາພາກສ່ວນເສດຖະກິດເປັນກຳລັງແຮງໃຫ້ແກ່ເສດຖະກິດແຫ່ງຊາດ ມີຄວາມໜັກແໜ້ນ, ມີລະບົບໂຄງລ່າງພື້ນຖານເສດຖະກິດທີ່ເຂັ້ມແຂງ. ສ້າງໄດ້ໂຄງປະກອບເສດຖະກິດທີ່ຖືເອົາກະສິກຳຕິດແໜ້ນກັບ ອຸດສາຫະກຳ ແລະ ...
Read More »ພິທີເຊັນສັນຍາຊື້ເຂົ້າຈ້າວ ລະຫວ່າງ ບໍລິສັດເບຍລາວ ແລະ ສະມາຄົມເຂົ້າລາວ
ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບການສົ່ງເສີມ ແລະ ນຳໃຊ້ສິນຄ້າກໍຄືຜົນຜະລິດພາຍໃນປະເທດ. ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2019, ຢູ່ທີ່ບໍລິສັດເບຍລາວ ຈຳກັດ ໄດ້ຈັດໃຫ້ພິທີເຊັນສັນຍາຊື້-ຂາຍເຂົ້າຈ້າວ ລະຫວ່າງ ບໍລິສັດເບຍລາວ ຈຳກັດ ກັບ ສະມາຄົມເຂົ້າລາວ ນະຄອນຫຼວງວຽງຈັນ, ເພື່ອເປັນການສົ່ງເສີມຊາວນາລາວດ້ວຍການຊື້ເຂົ້າທີ່ຜະລິດພາຍໃນປະເທດມາເປັນວັດຖຸດິບໃຫ້ແກ່ການຜະລິດເບຍ. ໃນປັດຈຸບັນນີ້, ບໍລິສັດເບຍລາວຈຳກັດແມ່ນມີຄວາມຕ້ອງການເຂົ້າຈ້າວເມັດຫັກເພື່ອມາເປັນສ່ວນປະກອບເຂົ້າໃນການຜະລິດເບຍປີໜຶ່ງປະມານ 20,000 ໂຕນ. ສະເພາະ, ໃນມື້ນີ້ບໍລິສັດແມ່ນຈະໄດ້ເຮັດພິທີເຊັນສັນຍາຊື້ເຂົ້າກັບສະມາຄົມເຂົ້າລາວນະຄອນຫຼວງວຽງຈັນຈຳນວນ 6.500 ໂຕນ ນັບແຕ່ວັນທີ 1 ພຶດສະພາ ຫາ ເດືອນຕຸລາ 2019 ລວມມູນຄ່າ 21.5 ຕື້ກັບ , ຖ້າລວມກັນກັບການເຊັນສັນຍາກັບຜູ້ສະໜອງອີກລາຍໜຶ່ງທີ່ແຂວງຈຳປາສັກຈຳນວນ 1.400 ໂຕນກໍລວມເປັນທັງໝົດ 7.900 ໂຕນ, ມູນຄ່າທັງໝົດປະມານ 26.2 ຕື້ກີບ. ເຂົ້າຮ່ວມໃນພິທີເຊັນສັນຍາດັ່ງກ່າວຕາງໜ້າໃຫ້ບໍລິສັດເບຍລາວໃນການເຊັນສັນຍາແມ່ນ ທ່ານ ເຮັນຣິກແອນເດີຊັນ (Henrik Andersen) ຜູ້ອຳນວຍການ ບໍລິສັດເບຍລາວຈຳກັດ, ສ່ວນຕາງໜ້າໃຫ້ສະມາຄົມເຂົ້າລາວນະຄອນຫຼວງວຽງຈັນແມ່ນ ທ່ານ ນາງ ຈັນເພັງ ແສງທະວີ, ທ່ານ ນາງ ...
Read More »ລາວ-ຈີນຮ່ວມມືກັນພັດທະນາເວັບໄຊການທ່ອງທ່ຽວລາວເປັນພາສາຈີນ
ໃນວັນທີ 9 ພຶດສະພາ 2019, ຢູ່ໂຮງແຮມວຽງຈັນພລາຊາ, ນະຄອນຫລວງວຽງຈັນ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການພັດທະນາເວັບໄຊການທ່ອງທ່ຽວລາວເປັນພາສາຈີນ. ຮ່ວມເຊັນບົດບັນທຶກດັ່ງກ່າວ, ຝ່າຍລາວ ແມ່ນ ທ່ານ ສູນ ມະນີວົງ, ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຝ່າຍຈີນ ແມ່ນທ່ານ ຫລີ່ ຈ້ຽນ, ກຳມະການຜູ້ຈັດການໃຫ່ຍບໍລິສັດຄຸນຫມິງ ຊອ໋ບແວ ເຕັກໂນໂລຊີຈຳກັດ. ເຂົ້າຮ່ວມພິທີໃນຄັ້ງນີ້, ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ພ້ອມດ້ວຍຜູ້ຕາງໜ້າຂອງບັນດາພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ. ໃນໂອກາດນີ້, ທ່ານ ສູນ ມະນີວົງ, ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຍົກໃຫ້ເຫັນວ່າ: ການສ້າງເວັບໄຊການທ່ອງທ່ຽວລາວເປັນພາສາຈີນຈະຊ່ວຍໂຄສະນາ ແລະ ດຶງດູດນັກທ່ອງທ່ຽວຈີນໃຫ້ເຂົ້າມາທ່ຽວລາວຫລາຍຂື້ນໃນອານາຄົດ ແລະ ກາຍເປັນຂີດໝາຍໜຶ່ງທີ່ສຳຄັນໃນການພົວພັນຮ່ວມມືລະຫວ່າງສອງຊາດລາວ ແລະ ຈີນ, ໂດຍສະເພາະ ໃນໂອກາດປີທ່ອງທ່ຽວລາວ-ຈີນ 2019 ເພື່ອໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ພັດທະນາຕາມຍຸດທະສາດ “ໜື່ງແລວໜື່ງເສັ້ນທາງ” ຂອງປະເທດຈີນຢ່າງມີປະສິດທິພາບ. ລັດຖະບານລາວຖືເອົາວຽກງານການທ່ອງທ່ຽວເປັນຂະແໜງເສດຖະກິດໜຶ່ງທີ່ສຳຄັນ ...
Read More »ຄວາມຄືບໜ້າ!!! ເຫດການໄຟໄຫມ້ ໄອເຕັກຕຶກເກົ່າ ມື້ນີ້…. (ມີຄຼິບຄວາມເສຍຫາຍ)
ຕອນນິ້, ແມ່ນສາມາດຄວບຄຸມເຊື້ອເພີງ ຈຸດເກີດໄຟໄຫມ້ໄດ້ແລ້ວ!!!!! (ຊົມຄຼິບ) ມື້ນີ້, ວັນທີ 10 ພຶດສະພາ 2019 ເວລາ 9:00 ໂມງເຊົ້າ ໄດ້ເກີດເຫດໄຟໄຫມ້ ລາວໄອເຕັກ ຕຶກເກົ່າ, ນະຄອນຫຼວງວຽງຈັນ. ເຊິ່ງມື້ນີ້, ແມ່ນຈະໄດ້ມີງານວາງສະແດງສິນຄ້າ ຜະລິດຕະພັນລາວ (Made In laos) ທີ່ມີຂຶ້ນລະຫວ່າງວັນທີ 10-19 ພຶດສະພານີ້. ເຊິ່ງແນ່ນອນ ອາດຈະມີການເລື່ອນງານເລັກໜ້ອຍ ແຕ່ກໍຍັງບໍ່ໄດ້ມີລາຍງານຢ່າງເປັນທາງການ. ພາບຂ່າວເຫດການຕ່າງໆແມ່ນໄດ້ມີປະຊາຊົນ ຫຼາຍຄົນໄດ້ເຜີຍແພ່ໃຫ້ຮັບຮູ້ທາງສື່ສັງຄົມອອນລາຍ ສະແດງໃຫ້ເຫັນຄວັນດຳກຸ້ມອອກມາຈາກຕຶກໄອເຕັກເປັນຈຳນວນຫຼາຍ ແຕ່ກໍຍັງບໍ່ທັນໄດ້ເຫັນເປັນແປວໄຟຂຶ້ນແຮງ. ທັງນີ້, ຍັງບໍ່ທັນມີລາຍງານຈາກເຈົ້າໜ້າທີ່ຢ່າງເປັນທາງການກ່ຽວກັບ ສາເຫດຂອງການເກີດໄຟໄຫມ້ໃນຄັ້ງນີ້ເທື່ອ, ລວມທັງຍັງບໍ່ທັນມີລາຍງານກ່ຽວກັບຄວາມເສຍຫາຍ, ຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ເວລາປະມານ 9:20 ໂມງ ເຈົ້າໜ້າທີ່ໄດ້ເລັ່ງເຂົ້າດັບໄຟ ມີລົດດັບເພີງເຂົ້າດັບ 5 ຄັນ ແລະ ສາມາດມອດໄຟໄດ້ທັນການ ເວລາ 9:40 ໂມງ ໜ່ວຍກູ້ໄພມູນນິທິຈີນ ລາຍງານວ່າ ສາມາດມອດໄຟໄດ້ແລ້ວ ພ້ອມເຜີຍຈຸດທີ່ເກີດໄຟໄຫມ້ ແມ່ນບໍລິເວນກ້ອງຂັ້ນໄດຂຶ້ນໄປໂຮງຮູບເງົາ. ສ່ວນລາຍລະອຽດຕ່າງໆກ່ຽວກັບ ເຫດການຄັ້ງນີ້ ຈະໄດ້ມາລາຍງານໃຫ້ທຸກຄົນໄດ້ຮັບຮູ້ເປັນໄລຍະ. ທີ່ມາ: ...
Read More »ລັດຖະບານກູ້ເງິນ 20 ລ້ານໂດລາ ປັບປຸງການຄຸ້ມຄອງການເງິນແຫ່ງລັດ ໃຫ້ເປັນທັນສະໄໝ
ລັດຖະບານໄດ້ເຊັນສັນຍາກູ້ຢືມເງິນ 20 ລ້ານໂດລາ ຈາກສະມາຄົມເພື່ອການພັດທະນາສາກົນ ( IDA ) ຂອງທະນາຄານໂລກ ເພື່ອປະຕິບັດໂຄງການປັບປຸງຄຸ້ມຄອງລະບົບການເງິນແຫ່ງລັດເປັນທັນສະໄໝ ( E – FITS ) ສ້າງ ຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການເງິນແຫ່ງລັດທີ່ຈະຊ່ວຍໃຫ້ເສດຖະກິດຂະຫຍາຍຕົວແບບຍືນຍົງ ແລະ ໝັ້ນຄົງ. ພິທີເຊັນສັນຍາກູ້ຢືມເງິນມີຂຶ້ນໃນວັນທີ 9 ພຶດສະພາ 2019 ທີ່ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໂດຍແມ່ນ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ມີທ່ານ ສິດທິສອນ ເທບພາສີ ຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ, ຮອງຫົວໜ້າຫ້ອງການກະຊວງການເງິນ, ຕາງໜ້າສະມາຄົມ IDA, ຫ້ອງການທະນາຄານໂລກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການສະໜອງທຶນກູ້ຢືມ ຈໍານວນ 20 ລ້ານໂດລາສະຫະລັດ ຂອງສະມາຄົມເພື່ອການພັດທະນາສາກົນ ເພື່ອປະຕິບັດໂຄງການປັບປຸງຄຸ້ມຄອງລະບົບການເງິນແຫ່ງລັດເປັນທັນສະໄໝ ( ...
Read More »ການນໍາລາວ ສະແດງຄວາມຊົມເຊີຍ ຕໍ່ການຂຶ້ນຄອງລາດຊະບັນລັງ ຂອງສົມເດັດເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງປະເທດຍີ່ປຸ່ນ
ໃນວັນທີ 9 ພຶດສະພາ 2019 ທີ່ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ລົງນາມປຶ້ມສະ ແດງຄວາມຊົມເຊີຍ ຕໍ່ການຂຶ້ນຄອງລາດຊະບັນລັງ ຂອງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ປະເທດຍີ່ປຸ່ນ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ກໍຄື ໃນນາມສ່ວນຕົວ ຂໍໍຖືເປັນກຽດຢ່າງສູງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ອວຍ ພອນໄຊອັນປະເສີດ ມາຍັງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ປະເທດຍີ່ປຸ່ນ, ເນື່ອງໃນໂອ ກາດຂຶ້ນຄອງລາດຊະບັນລັງຂອງ ສົມເດັດ ໃນວັນທີ 1 ພຶດສະພາ 2019 ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ພະບໍຣົມໂພທິພານຂອງ ສົມເດັດ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ...
Read More »ສປປ ລາວ ແລະ ສະຫະລັດອາເມລິກາຮ່ວມມືກັນ ຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 2-3 ພຶດສະພາ 2019, ທ່ານ ດຣ. ໂຣເບີດໂພບ, ຫົວໜ້າກົມຮ່ວມມືຫຼຸດຜ່ອນໄພຂົ່ມຂູ່ (CTR), ອົງການຫຼຸດຜ່ອນໄພຂົ່ມຂູ່ດ້ານປ້ອງກັນຊາດ (DTRA) ຂອງສະຫະລັດ ອາເມລິກາ, ໄດ້ພົບກັບບັນດາຄູ່ຮ່ວມງານພາກລັດຖະບານ ແລະ ຝ່າຍທະຫານ, ກໍຄືບັນດາຜູ້ຕາງໜ້າອົງການອະນາໄມໂລກ (WHO), ເພື່ອທົບທວນຄືນເບິ່ງຜົນໄດ້ຮັບທີ່ດີຂອງໂຄງການຮ່ວມມືຄວາມໝັ້ນຄົງດ້ານສຸຂະພາບ ລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ລາວ. ທ່ານ ດຣ. ໂພບ ໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນຂອງການອອກແບບລະບົບຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ ແລະ ຍາວນານຊຶ່ງຈະເປັນການເພີ້ມທະວີເຮັດໃຫ້ການເຝົ້າລະວັງ ແລະ ການປ້ອງກັນພະຍາດຢູ່ ສປປ ລາວ ມີຄວາມເຂັ້ມແຂງ. ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ຮ່ວມກັບ ທ່ານ ດຣ. ໂພບ ແລະ ຄະນະຜູ້ແທນຂອງສະຫະລັດອາເມລິກາ ພົບປະກັບ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ...
Read More »