ຊົມເຊີຍ!!! ລັດຖະບານ ຍົກເລີກການປູກກ້ວຍທີ່ກຳລັງບຸກເບີກຢູ່ນະຄອນຫຼວງ

ລັດຖະບານ ກໍຄື ກະຊວງກະສິກຳ ແລະ ປ່າໄມ້ ໄດ້ປະກາດໃຫ້ຍົກເລີກການປູກກ້ວຍ ທີ່ນັກລົງທຶນກຳລັງບຸກເບີກເນື້ອທີ່ໃໝ່ ຈຳນວນ 600-700 ເຮັກຕາ ຢູ່ນະຄອນຫຼວງວຽງຈັນ, ສ່ວນຈຳນວນເນື້ອທີ່ ທີ່ໄດ້ປູກ ແລະ ໃຫ້ຜົນຜະລິດແລ້ວນັ້ນ, ໃຫ້ຫັນເປັນກະສິກໍາສະອາດ.
ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳ ພາດໃນວັນທີ 21 ພຶດສະພາ 2019 ນີ້ວ່າ: ອີງຕາມຫາງສຽງຂອງປະຊາຊົນ ສະເໜີວ່າ ປັດຈຸບັນ, ມີນັກລົງທຶນໄດ້ໄປເຊົ່າດິນນຳປະຊາຊົນໂດຍກົງ, ໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກສ່ວນກ່ຽວຂ້ອງ ກຳລັງບຸກເບີກເນື້ອທີ່ ຈຳນວນ 600-700 ເຮັກຕາ ຢູ່ເມືອງນາຊາຍທອງ ເຂດນ້ຳຫຸມ, ອີ່ໄລເໜືອ ແລະ ແສນດິນ ເພື່ອປູກກ້ວຍສົ່ງອອກຕ່າງປະເທດ, ຊຶ່ງພາຍຫຼັງລົງເກັບກໍາຂໍ້ມູນຕົວຈິງແມ່ນມີແທ້ ແລະ ລັດຖະບານ ຈະບໍ່ອະນຸຍາດໃຫ້ສືບຕໍ່ປູກເດັດຂາດ

ທີ່ມາ: ຂ່າວສານປະເທດລາວ

Comments