ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ​ອົງ​ການກອງ​ທຶນ​ການ​ເງິນ​ສາ​ກົນ

ໃນ​ວັນທີ 21 ພຶດ​ສະ​ພາ 2019 ທີ່​ນະ​ຄອນ​ຫຼວງວຽງ​ຈັນ, ທ່ານ ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ເງິນ ໄດ້​ຕ້ອນ​ຮັບ ທ່ານ ນາງ ອີ​ເຕີ​ລີ ຄ​ຣີນ​ເທັດ ຫົວ​ໜ້າ​ຄະ​ນະ​ປະ​ເມີນ ​ເສດ​ຖະ​ກິດ​ມະ​ຫາ​ພາກ ອົງ​ການກອງ​ທຶນ ​ການ​ເງິນ​ສາ​ກົນ ຫຼື IMF ພ້ອມ​ດ້ວຍ​ຄະ​ນະ ໃນ​ໂອ​ກາດ​ທີ່​ເດີນ​ທາງ​ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດດັ່ງກ່າວ,​ ທ່ານ ສົມ​ດີ ດວງ​ດີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ນາງ ອີ​ເຕີ​ລີ ຄ​ຣີນ​ເທັດ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງ​ການກອງ​ທຶນ​ການ​ເງິນ​ສາ​ກົນ ຫຼື IMF ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອແກ່ ສປປ ລາວ ໂດຍ​ສະ​ເພາະ ໃນການຊຸກຍູ້ ການເຕີບໂຕ ທາງດ້ານເສດຖະກິດ, ເຊິ່ງລັດຖະບານ ສ ປປ ລາວ ໄດ້ຈັດຕັ້ງປະຕິບັດວິໄສທັດ 2030 ແລະ ຍຸດທະສາດ 2025 ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ 8 ສໍາລັບສົກ 2016-2020. ດ້ານການພັດທະນາເສດຖະກິດ-ການເງິນ ກໍໄດ້ມີການວາງນະໂຍບາຍ ແລະ ກົນໄກໃນການຊຸກຍູ້ ເພື່ອຮັກສາສະຖຽນລະພາບ ຂອງເສດຖະກິດມະຫາພາກ, ປັບປຸງສະພາບແວດລ້ອມ ທີ່ເອື້ອອໍານວຍໃຫ້ແກ່ການຄ້າ ແລະ ການລົງທຶນ  ​ເພື່ອສາມາດ ເຊື່ອມໂຍງ ເຂົ້າກັບ​ເສດຖະກິດ ພາກພື້ນ ແລະ ສາກົນ.

ພ້ອມ​ນີ້, ທ່ານ ນາງ ອີ​ເຕີ​ລີ ຄ​ຣີນ​ເທັດ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ ທ່ານ ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ຮັບຊາບຕື່ມອີກ.

ທີ່ມາ: ຂ່າວສານປະເທດລາວ

ຂ່າວ ສົມ​ຫວັງ ພາບ ອ່າຍ​ຄຳ

 

Comments