ແຈ້ງການດ່ວນ!!!! ອາດຈະມີຊິ້ນສ່ວນການບິນອາວະກາດຂອງ ສປ ຈີນ ຕົກລົງບໍລິເວນພາກໃຕ້ຂອງລາວ

ໜັງສືແຈ້ງການ(ດ່ວນທີ່ສຸດ):
ເລື່ອງ: ການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ.

+ ອີງຕາມຂໍ້ມູນຈາກຫ້ອງການຂ່າວສານການບິນຂອງ ສປ ຈີນ ໃນວັນທີ 16/5/2019.
+ ອີງຕາມຜົນຂອງກອງປະຊຸມປຶກສາຫາລື ກ່ຽວກັບການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ ຄັ້ງວັນທີ່ 20/5/2019.
+ ອີງຕາມທິດຊີ້ນຳຂອງທ່ານ ພົນເອກ ສັນຕິສຸກ ສົມມາລາວົງ ຮອງລັດຖະມົນຕີລົງວັນທີ່ 20/5/2019.

ຫ້ອງການກະຊວງ ໂຍທາທິການ ແລະ ຂົນສົ່ງຂໍຖືເປັນກຽດຢ່າງສູງແຈ້ງມາຍັງທ່ານຊາບວ່າ: ຫ້ອງການຂ່າວສານການບິນຂອງ ສປ ຈີນ ໄດ້ແຈ້ງວ່າ ຈະມີກິດຈະການ ການບິນອາວະກາດ ໃນວັນທີ່ 23 ພຶດສະພາ 2019 ກົງກັບເວລາທ້ອງຖິ່ນ 05:57 ໂມງ ຫາ 06:13 ໂມງ. ຊື່ງອາດຈະມີຊິ້ນສ່ວນໃນການເຮັດກິດຈະການດັ່ງກ່າວ ຕົກລົງບໍລິເວນແຂວງຈຳປາສັກ, ສາລະວັນ, ອັດຕະປື, ແຂວງເຊກອງ ແລະ ສະຫວັນນະເຂດຕາມຈຸດພິກັດດັ່ງລຸ່ມນີ້:

– 15”09”39”N – 105”52”44”E
– 15”01”57”N – 106”36”40”E
– 13”49”55”N – 106”23”14”E
– 13”57”36”N – 105”39”31”E

ສະນັ້ນ,ຫ້ອງການກະຊວງ ຍທຂ ຈື່ງແຈ້ງມາຍັງບັນດາແຂວງທີ່ກ່າວມາຂ້າງເທີງ ຈົ່ງໄດ້ລະມັດລະວັງກັບເຫດການທີ່ອາດເກີດຂື້ນຈາກເຫດການດັ່ງກ່າວດັ່ງນັ້ນ, ຈື່ງແຈ້ງມາຍັງທາ່ນເພື່ອຊາບແລະພິຈາລະນາຕາມທາງຄວນດ້ວຍ.

Comments