ບໍລິຄໍາໄຊ ສັ່ງໃຫ້ໂຮງງານແຮ່ມ ແກ້ໄຂບັນຫານໍ້າເປື້ອນ ຫຼັງຈາກມີການຮ້ອງທຸກ ຈາກປະຊາຊົນລົງສື່ອອນລາຍ

ຫຼັງຈາກໄດ້ມີຂ່າວຄາວຈາກປະຊາຊົນໄດ້ລົງສື່ອອນລາຍ ແລະ ກໍມີຫຼາຍສຳນັກຂ່າວທັງອອນລາຍ ແລະ ໜັງສືພີມ ໄດ້ສະເໜີຂ່າວ ແລະ ແຊຮ໌ຂ່າວ ທີ່ເປັນບັນຫາເດືອນຮ້ອນຂອງປະຊົນ ກ່ຽວກັບ ໂຮງງານແຮ່ມ ໄດ້ປ່ອຍນໍ້າເສຍ,​ນໍ້າເປື້ອນລົງສູ່ແຫຼ່ງນໍ້າທໍາມະຊາດ ແລະ ສົ່ງກິ່ນເໝັນໃຫ້ກັບປະຊາຊົນຕໍ່ກັບເຫດການຄັ້ງນີ້, ທາງພາກສ່ວນກ່ຽວຂ້ອງແຂວງບໍລິຄໍາໄຊ ກໍບໍ່ນິ້ງນອນໃຈ  ໄດ້ມີການຈັດກອງປະຊຸມປຶກສາຫາລືໃນວັນທີ 20 ພຶດສະພາ 2019 ຜ່ານມາ, ພ້ອມທັງໄດ້ຂໍ້ສະຫຼຸບວ່າມອບໃຫ້ໂຮງງານສະກັດຝຸ່ນເຄືອແຮ່ມຈັນສ່ອງຟ້າ ຈໍາກັດ ເປັນຜູ້ຮັບຜິດຊອບທັງໝົດໃນການເກັບມ້ຽນສິ່ງເສດເຫຼືອດັ່ງກ່າວ ໃຫ້ສໍາເລັດໃນເດືອນພຶດສະພານີ້, ໂດຍມີຄະນະຮັບຜິດຊອບຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລົງຕິດຕາມຢ່າງໃກ້ສິດການປະຕິບັດງານໃນຄັ້ງນີ້.

ໂດຍຂໍ້ມູນເປີດເຜີຍຄັ້ງຫຼ້າສຸດຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພສຊ)ແຂວງບໍລິຄໍາໄຊ ໃຫ້ຮູ້ຕໍ່ທີມຂ່າວພວກເຮົາໃນວັນທີ 21 ພຶດສະພາວ່າ: ໃນວັນທີ 20 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມ ພສຊ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການແກ້ໄຂບັນຫາຜົນກະທົບທາງດ້ານສິ່ງແວດລ້ອມຈາກການດໍາເນີນກິດຈະການໂຮງງານສະກັດຝຸນເຄືອແຮ່ມຈັນສ່ອງຟ້າ ຈໍາກັດ ຢູ່ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ໂດຍເປົ້າໝາຍເພື່ອຫາລືຊອກຫາວິທີແກ້ໄຂ ແລະ ຫຼຸດຜ່ອນບັນຫາຜົນກະທົບທາງດ້ານສິ່ງແວດລ້ອມ ຕົ້ນຕໍແມ່ນບັນຫານໍ້າເປື້ອນ, ບັນຫາສິ່ງເສດເຫຼືອຈາກເຄືອແຮ່ມ ຈາກການດໍາເນີນກິດຈະການຂອງໂຮງງານ, ເນື່ອງຈາກການດໍາເນີນກິດຈະການດັ່ງກ່າວໃນໄລຍະຜ່ານມາເປັນລະດູຝົນເຮັດໃຫ້ນໍ້າເປື້ອນຈາກອ່າງບໍາບັດຂອງໂຮງງານລົ້ນລົງສູ່ສາຍຫ້ວຍທໍາມະຊາດທີ່ຢູ່ອ້ອມຂ້າງໂຮງງານ, ພ້ອມດຽວກັນນັ້ນດ້ານລະບົບການບໍາບັດນໍ້າເປື້ອນຂອງໂຮງງານຍັງບໍ່ໄດ້ມາດຕະຖານ ຍັງເປັນແບບປະຖົມປະຖານ, ສ່ວນປະລິມານເສດເຄືອແຮ່ມມີຈໍານວນຫຼວງຫຼາຍ ແລະ ຖິ້ມຊະຊາຍຕາມບໍລິເວນໂຮງງານ, ພ້ອມນັ້ນຜູ້ປະກອບການຍັງບໍ່ເອົາໃຈໃສ່ປະຕິບັດຕາມແຜນຄຸ້ມຄອງສິ່ງແວດລ້ອມຂອງໂຮງງານຢ່າງເຂັ້ມງວດ, ໂດຍຜ່ານມາກໍ່ໄດ້ມີການເຮັດບົດບັນທຶກມາແລ້ວ.

 
ຜ່ານການປະຊຸມປຶກສາຫາລື ແມ່ນເຫັນດີເປັນເອກະພາບໃຫ້ໂຮງງານເປັນຜູ້ຮັບຜິດຊອບທັງໝົດໃນໜ້າວຽກທີ່ເກີດຂຶ້ນ, ສ່ວນໜ້າວຽກອັນຮີບດ່ວນຕ້ອງເລັ່ງແກ້ໄຂ ແລະ ໃຫ້ຜູ້ປະກອບການຕ້ອງປະຕິບັດແມ່ນການຂຸດຂຸມຝັງເສດແຮ່ມ ດ້ວຍການຖົມໃຫ້ຮຽບຮ້ອຍສໍາເລັດພາຍໃນເດືອນພຶດສະພານີ້, ພ້ອມນັ້ນຍັງໃຫ້ຜູ້ປະກອບການເຮັດຄັນຄູອ້ອມບໍລິເວນໂຮງງານເພື່ອປ້ອງກັນບໍ່ໃຫ້ນໍ້າເປື້ອນຂອງໂຮງງານໄຫລລົງສູ່ແມ່ນໍ້າທໍາມະຊາດ ແລະ ໃຫ້ສໍາເລັດພາຍໃນເດືອນນີ້ເຊັ່ນດຽວກັນ, ນອກຈາກນັ້ນ ພຊສ ຍັງໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບລົງແກ້ໄຂບັນຫາປ່ອຍນໍ້າເປື້ອນຂອງໂຮງງານສະກັດຝຸ່ນເຄືອແຮ່ມຈັນສ່ອງຟ້າ ຈໍາກັດ ເຂດບ້ານທ່າສີ-ນາກຸນ ເມືອງບໍລິຄັນ ສະບັບເລກທີ 1073/ພຊສ ລົງວັນທີ 21 ພຶດສະພາ 2019, ຊຶ່ງມີທັງໝົດ 5 ທ່ານ, ພ້ອມມອບໃຫ້ຄະນະລົງຕິດຕາມການແກ້ໄຂໂດຍໃຫ້ປະສານສົມທົບຂະແໜງການ, ຂັ້ນທ້ອງຖິ່ນ, ກໍານົດມາດຕະການຕ່າງໆໃນດ້ານກົດໝາຍຫລັກການລວມ, ເພື່ອຮັບປະກັນໃຫ້ປະຕິບັດໜ້າວຽກສໍາເລັດຕາມແຜນການ.
(ທີ່ມາ: ໜັງສືພິມເສດຖະກິດ-ສັງຄົມ)

Comments