ໄຂກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດສະພາ 2019

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດສະພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2019 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາ ທ່ານຮອງນາຍົກລັດ ຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ກອງປະຊຸມລັດຖະບານຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 2 ວັນ (ວັນທີ 22-23 ພຶດສະພາ 2019), ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 9 ເອກະສານສໍາຄັນ ຄື:


1. ບົດລາຍງານການຄຸ້ມຄອງ, ການຟື້ນຟູ ແລະ ການປູກປ່າ ເພື່ອທົດແທນການຫັນເນື້ອທີ່ປ່າເປັນເຂດສຳປະທານການລົງທຶນ ແລະ ເພື່ອບັນລຸຄາດໝາຍເນື້ອທີ່ປ່າປົກຫຸ້ມ ໃນປີ 2020.
2. ບົດລາຍງານການປະຕິບັດວຽກຈຸດສຸມ ພັດທະນາຊັບພະຍາກອນມະນຸດ ຕິດພັນກັບການພັດ ທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ.
3. ບົດລາຍງານຜົນການວິເຄາະໂຄງສ້າງລາຄານໍ້າມັນ ແລະ ທິດທາງໃນການຄຸ້ມຄອງນໍ້າ ໃນ ສ ປປ ລາວ.
4. ບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 02/ນຍ, ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ.
5. ບົດລາຍງານ ການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ-ຈີນ 05 ເດືອນຕົ້ນປີ ແລະ ວຽກຈຸດສຸມສົ່ງເສີມປີທ່ອງທ່ຽວ ລາວ-ຈີນ 2019.
6. ບົດລາຍງານ ການຄຸ້ມຄອງ, ການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ ແລະ ມາດຕະ ການແກ້ໄຂໃນຕໍ່ໜ້າ.
7. ບົດລາຍງານການປັບປຸງຮ່າງລັດຖະບັນຍັດ 003/ປປທ, ວ່າດ້ວຍຄ່າທຳນຽມແລະຄ່າບໍລິການ.
8. ບົດລາຍງານກ່ຽວກັບບັນຊີລາຍການໄມ້ ແລະ ຜະລິດຕະພັນໄມ້ ເພື່ອສົ່ງອອກ.
9. ບົດລາຍງານ ຜົນການສຶກສາ ກ່ຽວກັບແຜນຍຸດທະສາດ ສຳລັບການຄຸ້ມຄອງທຸລະກິດຄາຊິໂນ ຢູ່ ສປປ ລາວ ແລະ ອະນາຄົດ.

Comments