ຂ່າວ ພາຍໃນປະເທດ

ຂ່າວດີ !!! ປັບລົງອີກແລ້ວລາຄານໍ້າມັນຂາຍຍ່ອຍ ທົ່ວປະເທດ.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 1728/ອຄ.ກຄພນ ລົງວັນທີ 7 ທັນວາ 2018 ເລື່ອງ: ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ລາຄາໃໝ່ແມ່ນໃຫ້ເລີ່ມປະຕິບັດ ວັນທີ 10 ທັນວາ 2018 ເວລາ 6ໂມງ00 ໃນຂອບເຂດທົ່ວປະເທດ, ສໍາລັບນໍ້າມັນແອ໊ດຊັງພິເສດ 270 ກີບ/ລິດ,ນໍ້າມັນແອ໊ດຊັງທໍາມະດາ 240 ກີບ/ລິດ,ນໍ້າມັນກາຊວນ 190 ກີບ/ລິດ. ຂອບໃຈພາບປະກອບຈາກ: ອິນເຕີເນັດ.

Read More »

ທ່ານ ປອ ອາດສະພັງທອງ ສີພັນດອນ ພົບປະໂອ້ລົມພະນັກງານການເງິນ ແຂວງຫຼວງນໍ້າທາ

ໃນໂອກາດທີ່ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງນໍ້າທາ ໃນວັນທີ 6 ທັນວາ 2018 ຢູ່ທີ່ຫ້ອງປະຊຸມພະແນກການເງິນ ແຂວງ ຫຼວງນໍ້າທາ ທ່ານ ປອ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ພົບປະໂອ້ລົມ ພະນັກງານອ້ອມຂ້າງພະແນກການເງິນແຂວງ ຫຼວງນໍ້າທາ ທ່ານ ກອນແສງ ຄັນທະວົງ ຮອງຫົວໜ້າພະແນກການເງິນ ແຂວງຫຼວງນໍ້າທາ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຊຶ່ງສາມາດປະຕິບັດໄດ້ແລ້ວ 75% ຂອງແຜນການປີ. (ລາຍລະອຽດຕິດຕາມຊົມຄຣິບຂ່າວ)…. ຮອງລັດຖະມົນຕີ ກະຊວງການເງີນ ໂອລົມແລະເຮັດວຽກຢູ່ພະແນກການເງີນແຂວງຫຼວງນ້ຳທາ Posted by ໂທລະພາບ ແຂວງຫຼວງນ້ຳທາ on Friday, December 7, 2018 ຂອບໃຈຂໍໍ້ມູນຈາກ: ໂທລະພາບແຂວງຫຼວງນໍ້າທາ.

Read More »

4 ບ້ານຖືກຮັບຮອງເປັນບ້ານພັດທະນາ ຢ່າງສົມບູນ.

ພິທີປະກາດຮັບຮອງເອົາບ້ານ ໜອງສະພັງ,ບ້ານ ແກ້ງແຮດ, ບ້ານ ເຄືອເຂົາກາດ ແລະ ບ້ານ ກະຈຸ ຂອງເມືອງ ໄຊບູລີ ເປັນບ້ານພັດທະນາ ໄດ້ຈັດຂຶ້ນໃນທ້າຍເດືອນ ພະຈິກ 2018 ທີ່ສະໂມສອນຂອງ ຫ້ອງວ່າການປົກຄອງເມືອງ ໄຊບູລີ ແຂວງ ສະຫວັນນະເຂດ. ໃຫ້ກຽດເຂົ້າຮ່ວມເປັນປະທານ ໃນພິທີຄັ້ງນີ້ ໂດຍ ມີ ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງ ສະຫວັນນະເຂດ, ທ່ານ ບຸນ ຍົງ ຈັນນີຍະວົງ ກຳມະການພັກແຂວງ ເລຂາພັກເມືອງເຈົ້າ ເມືອງໄຊບູລີ ພ້ອມດ້ວຍຄະນະນຳຂອງເມືອງ, ພາກສ່ວນ ປກຊ-ປກສ ກໍໄດ້ເຂົ້າຮ່ວມ. ໃນພິທີ, ທ່ານ ດຳດີ ຮຽງວົງສາ ນາຍບ້ານເຄືອເຂົາກາດ ໄດ້ເປັນຕົວແທນໃຫ້ກັບນາຍ ບ້ານທັງ 4 ບ້ານດັ່ງກ່າວ ຂຶ້ນຜ່ານບົດລາຍງານການຈັດ ຕັ້ງປະຕິບັດຄຳສັ່ງແນະນຳ ເລກທີ 03/ກມສພ ລົງວັນທີ 30 ພຶດສະພາ 2011 ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາ ...

Read More »

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ຂອງຄູ່ຮ່ວມພັດທະນາ

ໃນວັນທີ 7 ທັນວາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸດລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນຂອງຄູ່ຮ່ວມພັດທະນາ ທີ່ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2018, ຊຶ່ງນໍາໂດຍ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ຄາລີນາ ອີມໂມເນັນ ຜູ້ປະ ສານງານອົງການສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະ ນາປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນຂອງຄູ່ຮ່ວມພັດທະນາ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2018, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຊຸກຍູ້ ແລະ ສົ່ງເສີມຂະຫຍາຍການຮ່ວມມືພົວພັນ ລະຫວ່າງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ, ໂດຍສະເພາະແມ່ນການສະໜັບສະໜູນ ...

Read More »

ນາງສາວ ML35 ຊະນະເລີດການປະກວດ

ການປະກວດນາງສາວລາວ ປະຈໍາປີ 2018 (Miss Laos 2018) ຮອບສຸດທ້າຍຈັດຂຶ້ນໃນວັນທີ 7 ທັນວາ 2018 ຜ່ານມາ, ຜົນການຕັດສິນໃຫ້ຄະແນນດັ່ງນີ້: ລາງວັນຊະນະເລີດ: ML35 ນາງ ສຸດທິດາ ອະນຸສິນ, ແຂວງສະຫວັນນະເຂດ. ຮອງອັນດັບ 01: ML14 ນາງ ກິ່ງຄໍາ ນິດສະຫວັນ, ແຂວງຫຼວງພະບາງ. ຮອງອັນດັບ 02: ML38 ນາງ ແກ້ວມຸກດາ ພີມພັກດີ, ແຂວງຈຳປາສັກ. ຮອງອັນດັບ 03: ML40 ນາງ ມະນີດາ ແໜ້ນຮວງມາລາ, ແຂວງສະຫວັນນະເຂດ. ຮອງອັນດັບ 04: ML39 ນາງ ເມທິນີ ຫຼວງປະເສີດ, ນະຄອນຫຼວງວຽງຈັນ. ຂອບໃຈຂໍ້ມູນ-ພາບຈາກ: ເຟສບຸກ

Read More »

ອາເມຣິກາ ສົ່ງເສີມໂຄງການປ້ອງກັນພະຍາດ ໃນ ສປປ ລາວ

ໃນວັນທີ 6 ທັນວາ 2018 ທ່ານ ດຣ ໂຣເບີດ ອາ ເຣດເຟວ (Robert R. Redfield) ອໍານວຍການ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມຣິກາ (CDC) ໄດ້ພົບກັບ ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ອະວຸໂສຄົນອື່ນໆ ເພື່ອປຶກສາຫາລືກ່ຽວກັບການຮ່ວມມຶືດ້ານສາທາລະນະສຸກ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ທີ່ພວມສືບຕໍ່ ແລະ ຂະຫຍາຍຕົວ. ທັງສອງຝ່າຍສົນທະນາກ່ຽວກັບກອງປະຊຸມລະດັບລັດຖະມົນຕີຂອງວຽກ​ງານຄວາມໝັ້ນຄົງດ້ານສຸຂະພາບໂລກຄັ້ງທີ່ 5 (the Global Health Security Agenda (GHSA)  ເຊິ່ງແມ່ນໂຄງການລິເລີ່ມໂດຍ  ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຂອງສະຫະລັດອາເມຣິກາ ທີ່ມາຢ້ຽມຢາມ ສປປ ລາວ ໃນວັນທີ 9 ພະຈິກ. GHSA ແມ່ນຄວາມພະຍາຍາມລະດັບສາກົນໃນການສ້າງຄວາມອາດສາມາດໃຫ້ບັນດາປະເທດ ເພື່ອຊ່ວຍໃຫ້ໂລກ ມີຄວາມປອດໄພ ແລະ ປາດສະຈາກໄພຂົ່ມຂູ່ຈາກພະຍາດຊຶມເຊື້ອ ແລະ ...

Read More »

ອະດີດປະທານພັກ ປະທານປະເທດເນັ້ນ ກໍ່ສ້າງສັງຄົມນິຍົມ ເລີ່ມຈາກຮາກຖານ.

ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດ ສປປ ລາວ ໄດ້ໂອ້ລົມ ພະນັກງານການນຳຫຼັກແຫຼ່ງ ຂອງແຂວງຈຳປາສັກ ໃນວັນທີ 6 ທັນວາ 2018 ຜ່ານມາຢູ່ທີ່ສະໂມສອນຫຼັກ 4. ເນື້ອໃນໂອລົມ ທ່ານ ຄຳໄຕ ສີພັນດອນ ໄດ້ເນັ້ນໃຫ້ພ້ອມກັນເອົາໃຈໃສ່ນຳພາກໍ່ສ້າງສັງຄົມນິຍົມ ດ້ວຍການສືບຕໍ່ເສີມຂະຫຍາຍບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ເລີ່ມຈາກຮາກຖານ; ໃນນັ້ນຕ້ອງເຮັດໃຫ້ການຈັດຕັ້ງຮາກຖານ ມີຄວາມເຂັ້ມແຂງໜັກແໜ້ນ,ປະຊາຊົນແຕ່ລະບ້ານມີຢູ່ມີກິນ,ສັງຄົມມີຄວາມສະຫງົບສຸກ ເປັນລະບຽບຮຽບຮ້ອຍ, ມີຄວາມຍຸຕິທຳ ແລະ ສີວິໄລ. ນອກນີ້, ອະດີດປະທານພັກ ປະທານປະເທດ ຍັງໄດ້ຊີ້ນຳບັນຫາສຳຄັນອື່ນໆອີກ ເພື່ອເປັນທິດເຍືອງທາງໃຫ້ຄະນະພັກ,ອົງການປົກຄອງແຂວງ,ນະຄອນ ແລະ ເມືອງ,ພະແນກການກົມກອງຕ່າງໆ ໄດ້ນໍາໄປຈັດຕັ້ງນຳພາໃຫ້ມີຜົນສຳເລັດ.   ຂໍ້ມູນແລະພາບຈາກ: ສະຖານີວິທະຍຸຈໍາປາສັກ 100,7 Mhz

Read More »

ໂຮງໝໍແຂວງຫຼວງນໍ້າທາ ກັບ ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ລົງນາມຮ່ວມມື

ໃນວັນທີ 5 ທັນວາ 2018 ຜ່ານມາ ຢູ່ທີ່ແຂວງຫຼວງນໍ້າທາ ໄດ້ມີພິທີລົງນາມໃນບົດບັນທຶກການຮ່ວມມືລະຫວ່າງ ໂຮງໝໍແຂວງຫຼວງນໍ້າທາ ສປປ ລາວ ກັບ ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ສປ ຈີນ ລົງນາມໂດຍທ່ານນາງ ດຣ ສອນແກ້ວ ໝັ້ນປະດິດ ຮອງອໍານວຍການໂຮງໝໍແຂວງຫຼວງນໍ້າທາ ແລະ ທ່ານ ກວາງ ເຈິນ ຮອງອໍານວຍການ ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ໂດຍຊ້ອງໜ້າພະນັກງານກ່ຽວຂ້ອງສອງຝ່າຍ. ພ້ອມກັນນີ້ທາງຝ່າຍຈີນຍັງຈະໃຫ້ການຮ່ວມມືໃນການຊ່ວຍເຫຼືອຍົກລະດັບທາງດ້ານສຸກເສີນການແພດໃຫ້ກັບ ໂຮງໝໍໃນ 5 ແຂວງພາກເໜືອ ບົນພື້ນຖານການຮ່ວມມືແບບຍືນຍົງ. ກອງປະຊຸມລົງນາມບົດບັນທຶກການຮ່ວມມືລະຫວ່າງໂຮງໝໍ ກິງ ແຂວງສິບສອງພັນນາ ສປ ຈີນ ກັບໂຮງໝໍແຂວງຫລວງນ້ຳທາ Posted by ໂທລະພາບ ແຂວງຫຼວງນ້ຳທາ on Thursday, December 6, 2018

Read More »

ສອງບໍລິສັດມອບລົດໂຮງໝໍ (Ambulance) 2 ຄັນ.

ໃນວັນທີ 4 ທັນວາ 2018 ຢູ່ທີ່ຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ໄດ້ມີພິທີມອບ-ຮັບລົດໂຮງໝໍ (Ambulance) ໃຫ້ກັບໂຮງ ໝໍເມືອງພິນ ແລະ ໂຮງໝໍເມືອງ ເຊໂປນ. ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນແຂວງເປັນກຽດຮັບ ແລະ ມອບຕໍ່ໃຫກັບໂຮງໝໍເມືອງທັງສອງແຫ່ງ. ໂດຍທ່ານ ລຽງ ຫົງ ຈິງ ຮອງຜູ້ອຳນວຍການ ບໍລິສັດຊັນເປເປີ ໂຮນດິ້ງລາວ ຈຳກັດ ແລະ ກຸ່ມບໍລິສັດດາວສະຫວັນ ລົງທຶນ ເປັນຜູ້ມອບ, ຊຶ່ງລົດໂຮງໝໍ (Ambulance) ຈຳນວນ ສອງຄັນ ລວມມູນຄ່າ 60.800 ໂດລາສະຫະລັດ. ໃນໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງທັງສອງບໍລິສັດ ທີ່ມີນໍ້າໃຈເພື່ອສ່ວນຮ່ວມໃຫ້ກັບສັງຄົມ ກໍຄືວຽກງານສາທາລະນະສຸກ, ເພື່ອອຳນວຍຄວາມສະດວກ ໃນການລຳລຽງຄົນເຈັບໃນຍາມສຸກເສີນໄດ້ ທ່ວງທັນເວລາ. ຂໍ້ມູນຈາກ: ນສພ ສະຫວັນພັດທະນາ.

Read More »

ພາກລັດ-ທຸລະກິດ ຮ່ວມມືກັນພັດທະນາ ແຂວງສະຫວັນນະເຂດ

ເພື່ອເປັນການລະດົມແນວ ຄວາມຄິດຈາກພາກສ່ວນ ຕ່າງໆທັງພາກລັດ ແລະ ພາກທຸລະກິດໃນການພັດທະນາ ແຂວງສະຫວັນນະເຂດໃຫ້ ສືບຕໍ່ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງວ່າການປົກຄອງແຂວງ, ບັນດາພາກສ່ວນຕ່າງໆທັງ ພາກລັດ ແລະ ພາກທຸລະກິດ ໄດ້ເຂົ້າຮ່ວມກອງປະຊຸມ ສຳມະນາ ເພື່ອລະດົມຄວາມ ຄິດເຫັນກ່ຽວກັບທິດທາງໃນການພັດທະນາດ້ານເສດຖະກິດ ຢູ່ແຂວງສະຫວັນນະເຂດ ແລະ ທິດທາງໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ພາຍໃຕ້ການເປັນປະທານ ຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ສຈ ອອດ ພົງສະຫວັນ ກຳມະການສູນກາງແນວລາວສ້າງຊາດ ພ້ອມຄະນະສະມາຊິກ ສູນກາງແນວລາວສ້າງຊາດ, ບັນດາທ່ານຜູ້ຊົງຄຸນວຸດທິ, ມີຫົວໜ້າພະແນກການກົມກອງອ້ອມຂ້າງແຂວງ,ຄະນະສະພາການຄ້າ-ອຸດສາຫະກໍາແຂວງ, ບັນດານັກທຸລະກິດ ແລະບໍລິສັດຫ້າງຮ້ານຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບກ່ຽວກັບທິດທາງໃນການພັດທະນາເສດຖະກິດ ຢູ່ແຂວງສະຫວັນນະເຂດ ແລະ ທິດທາງໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າພາຍໃນແຂວງ. ໂອກາດນີ້, ກອງປະຊຸມໄດ້ຮັບຟັງການ ນຳສະເໜີຈາກວິຊາການທີ່ມີຄວາມຮູ້ ແລະ ປະສົບການຈາກ ສູນກາງແນວລາວສ້າງຊາດ ກ່ຽວກັບແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ພ້ອມທັງຂໍ້ແນະນຳການສະເໜີຂໍສິນເຊື່ອສຳລັບທຸລະກິດ ຊຶ່ງໃຫ້ຮູ້ໂດຍສັງເຂບວ່າ: ສໍາລັບເປົ້າໝາຍໃນການພັດທະນາດ້ານເສດຖະກິດຢູ່ແຂວງ ສະຫວັນນະເຂດໃນຕໍ່ໜ້ານີ້ ແມ່ນແນໃສ່ການພັດທະນາ ແລະເສີມສ້າງທຸລະກິດຂະໜາດນ້ອຍ ແລະ ...

Read More »