ກອງປະຊຸມ ຄະນະກໍາມະການ ແຫ່ງຊາດ ດ້ານໂພຊະນາການ ປະຈໍາປີ 2018

ສະຫະພາບເອີຣົບ ຮ່ວມກັບ ອົງການ ຢູນີເຊບ ແລະ ລັດຖະບານ ສປປ ລາວໄດ້ຈັດກອງປະຊຸມ ແຫ່ງຊາດ ດ້ານໂພສະນາການ ຄັ້ງທີ IV ແລະ ກອງປະຊຸມ ຄະນະກໍາມະການແຫ່ງຊາດ ດ້ານໂພສະນາການ ປະຈໍາປີ 2018 ຂຶ້ນໃນວັນທີ 7 ທັນວາ 2018 ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍອົງການຈັດຕັ້ງສາກົນ ບັນດາກະຊວງກ່ຽວຂ້ອງ ແລະ ພະນັກງານວິຊາການ.

ໃນກອງປະຊຸມໄດ້ເຊັນສັນຍາທີ່ຈະເສີມຂະຫຍາຍການປະຕິບັດດ້ານໂພຊະນາການ ແລະ ເສີມຂະຫຍາຍຄວາມພະຍາຍາມຈະເຮັດໃຫ້ປະເທດລາວ ທີ່ມີຄວາມຈະເລີນຮຸ່ງເຮືອງ ທີ່ມີປະຊາກອນທີ່ມີສຸຂະພາບດີ.

ໂພສະນະການແມ່ນການຄັດເລືອກອາຫານ,ກຽມອາຫານ ແລະ ການຍ່ອຍ ເພື່ອໃຫ້ຮ່າງກາຍດູດຊຶມ,ການກິນອາຫານເພື່ອສຸຂະພາບ ສາມາດຫຼີກບັນຫາການເຈັບເປັນໄດ້ຫຼາຍຢ່າງ. ການກິນໂດຍບໍ່ມີຄວາມຮູ້ ຍ່ອມເປັນເຫດໃຫ້ເຈັບໄຂ້ໄດ້ປ່ວຍ ແລະ ສຸຂະພາບຊຸດໂຊມໄດ້ງ່າຍ ເນື່ອງຈາກການຂາດສານອາຫານ. ຄວາມຮູ້ໃນເລື່ອງໂພສະນາການ ຊ່ວຍໃຫ້ຄົນອາຍຸຍືນຍາວ,ຊ່ວຍໃຫ້ສູງຂຶ້ນ ແລະ ນໍ້າໜັກເພີ້ມຂຶ້ນ.

ດັ່ງນັ້ນອາຫານເປັນສິ່ງຈໍາເປັນຕໍ່ຊີວິດ ຄວາມຮູ້ເລື່ອງອາຫານ ແລະ ໂພສະນາການ ເປັນສິ່ງທີ່ຊ່ວຍໃຫ້ຊີວິດສົມບູນ ແລະ ເປັນເລື່ອງທີ່ປະຊາຊົນທຸກຄົນຄວນເອົາໃຈໃສ່, ພະຍາຍາມກິນອາຫານໃຫ້ຄົບທັງ 5 ໝວດຢ່າງພຽງພໍ.

ເພືື່ອເຮັດໃຫ້ອາຍຸຂອງພົນລະເມືອງຍືນຂຶ້ນ,ມີຮ່າງກາຍແຂງແຮງ,ສຸຂະພາບສົມບູນ,ມີສະຕິປັນຍາດີ ພັກ ແລະ ລັດຖະບານ ຈຶ່ງໄດ້ເອົາໃຈໃສ່ເລື່ອງ ອາຫານ ແລະ ໂພສະນາການ ໂດຍໄດ້ມີການຈັດຕັ້ງກອງປະຊຸມວິຊາການແຫ່ງຊາດ ດ້ານໂພສະນາການຄັ້ງທີ່ 1 ຂຶ້ນທີ່ ນະຄອນຫຼວງວຽງຈັນ ເມື່ອວັນທີ 31 ຕຸລາ 2017 ຜ່ານມາ ເພື່ອແນໃສ່ຈັດຕັ້ງປະຕິບັດໂຄງການເຮັດໃຫ້ປະຊາຊົນລາວທົ່ວປະເທດ ມີສຸຂະພາບແຂງແຮງທຸກຖ້ວນໜ້າ.

ອີງຕາມການເປີດເຜີຍຂອງອົງການ ຢູນີເຊບ ປະຈໍາລາວ ໃຫ້ຮູ້ວ່າ: ຜ່ານມາເຖິງວ່າຈະມີຄວາມຄືບໜ້າໃນການແກ້ໄຂບັນຫາຂາດແຄນອາຫານ, ຄວາມແຕກຕ່າງທີ່ສໍາຄັນຍັງຢູ່ໃນ 18 ແຂວງຂອງລາວ.

ອົງການຢູນິເຊັບ ແລະ ຄູ່ຮ່ວມງານຮຽກຮ້ອງໃຫ້ມີຄວາມພະຍາຍາມເພີ່ມເຕີມກ່ຽວກັບການປັບປຸງສະຖານະພາບທາງໂພສະນາການຂອງປະຊາຊົນ ທີ່ຢູ່ຫ່າງໄກສອກຫຼີກ ແລະ ທີ່ຂາດແຄນໂດຍສະເພາະ ການລົງທຶນໃນດ້ານໂພຊະນາການ ແມ່ນການລົງທຶນໃນອະນາຄົດທີ່ດີຂຶ້ນ. ໄດ້ເວລາທີ່ຈະປະຕິບັດຢ່າງເຂັ້ມແຂງ ເພື່ອເດັກນ້ອຍທຸກໆຄົນ ມີຊີວິດທີ່ມີສຸຂະພາບແຂງແຮງ.

ກອງປະຊຸມວິຊາການແຫ່ງຊາດ ດ້ານໂພສະນາການຄັ້ງທີ່ 1 ໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ໃນວັນທີ 31 ຕຸລາ 2017.

 

ຂອບໃຈຂໍ້ມູນ-ພາບຈາກ: ເຟສບຸກ ອົງການ ຢູນີເຊບ ປະຈໍາລາວ.

Comments