ຂ່າວດີ !!! ປັບລົງອີກແລ້ວລາຄານໍ້າມັນຂາຍຍ່ອຍ ທົ່ວປະເທດ.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 1728/ອຄ.ກຄພນ ລົງວັນທີ 7 ທັນວາ 2018 ເລື່ອງ: ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ລາຄາໃໝ່ແມ່ນໃຫ້ເລີ່ມປະຕິບັດ ວັນທີ 10 ທັນວາ 2018 ເວລາ 6ໂມງ00 ໃນຂອບເຂດທົ່ວປະເທດ, ສໍາລັບນໍ້າມັນແອ໊ດຊັງພິເສດ 270 ກີບ/ລິດ,ນໍ້າມັນແອ໊ດຊັງທໍາມະດາ 240 ກີບ/ລິດ,ນໍ້າມັນກາຊວນ 190 ກີບ/ລິດ.

ຂອບໃຈພາບປະກອບຈາກ: ອິນເຕີເນັດ.

Comments