ທີມງານເກັບກູ້ລະເບີດ ກອງທັບຣັດເຊຍ ລົງປະຕິບັດງານພາກສະໜາມແລ້ວ ຄາດວ່າພາຍໃນ 6 ເດືອນໃຫ້ສໍາເລັດພື້ນທີ່ 100 ເຮັກຕ້າ ທີມງານເກັບກູ້ລະເບີດຈາກສູນເກັບກູ້ລະເບີດສາກົນຂອງກອງທັບຣັດເຊຍ International Mine Action Centre 36 ຄົນ ໄດ້ຮ່ວມກັບເຈົ້າໜ້າທີ່ຝ່າວລາວ ລົງກວດສອບພື້ນທີ່ບໍລິເວນບ້ານຫຼັກຊາວ ເມືອງຄໍາເກີດ ແຂວງບໍລິຄຳໄຊ ເພື່ອປະຕິບັດພາລະກິດໃນການຄົ້ນຫາລູກລະເບີດບໍ່ທັນແຕກ ຈາກສົງຄາມອິນດູຈີນທີ່ສະຫະລັດອາເມຣິກາ ຖີ້ມໃສ່ໄລຍະປີ 1964-1973. ການຄົ້ນຫາຈະເລີ່ມແຕ່ເດືອນຕຸລາ 2018 ຫາ ເດືອນມີນາ 2019 ໃນພື້ນທີ່ 100 ເຮັກຕາ ຂອງຂອບເຂດ 5 ໝູ່ບ້ານເປົ້າໝາຍ.
Read More »ຂ່າວ ພາຍໃນປະເທດ
ເຈົ້າໜ້າທີ່ພາສີໄທ ນຳເງິນ 38 ລ້ານບາດ ໄປຝາກທະນາຄານ
ເຈົ້າໜ້າທີ່ພາສີໄທ ໄດ້ນຳເງິນ 38 ລ້ານບາດ (ສະກຸນເງິນໄທ) ໄປຝາກທະນາຄານກຸງໄທ ສາຂາໜອງຄາຍ ລໍຖ້າດຳເນີນຄະດີສິ້ນສຸດ ແລະ ສະເໜີກະຊວງການເງິນຂອງໄທ ພິຈາລະນາກ່ອນຍຶດເຂົ້າຄັງ. ອີງຕາມການລາຍງານຂອງສຳນັກຂ່າວໄທ ເງິນຈຳນວນດັ່ງກ່າວທີ່ຍຶດໄດ້ຈາກຄົນລາວ 3 ຄົນ ຊາຍໜຶ່ງ ຍິງສອງ ໂດຍທີ່ຜູ້ຊາຍເປັນຄົນຂັບລົດໃຫ້ການຕໍ່ເຈົ້າໜ້າທີ່ໄທວ່າເປັນເຈົ້າຂອງ 4 ລ້ານບາດ, ຍິງຄົນໜຶ່ງເປັນເຈົ້າຂອງ 4 ລ້ານບາດ ແລະ ອີກ 30 ລ້ານບາດເປັນຂອງແມ່ຍິງອີກຄົນໜຶ່ງ. ຕາມການລວບລວມຂໍ້ມູນຂອງເຈົ້າໜ້າທີ່ໄທ ມາຮອດປັດຈຸບັນຍັງບໍ່ທັນພົບວ່າເງິນຈຳນວນດັ່ງກ່າວກ່ຽວຂ້ອງກັບບັນຫາຢາເສບຕິດ ພ້ອມທັງຕັ້ງຂໍ້ສົງໄສວ່າ: ຄະດີນີ້ອາດເປັນການລັກລອບເອົາເງິນໂດລາມາແລກເປັນເງິນບາດຢູ່ປະເທດໄທ ແລ້ວນຳກັບຄືນປະເທດ ເພື່ອຫຼີກການເສຍພາສີ 30% ໃຫ້ລັດຖະບານລາວ.
Read More »ລາວ – ອາເມຣິກາ ເຊັນຂໍ້ຕົກລົງສະບັບປັບປຸງ
ສະຫະລັດອາເມຣິກາ ແລະ ສປປ ລາວ ໄດ້ເຊັນຂໍ້ຕົກລົງສະບັບປັບປຸງ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍໃນຂົງເຂດການບັງຄັບໃຊ້ກົດໝາຍ ແລະ ຄວາມປອດໄພຊາຍແດນ. ພິທີເຊັນຂໍ້ຕົກລົງດັ່ງກ່າວຈັດຂຶ້ນທີ່ກົມພາສີ ໃນວັນທີ 11 ເດືອນຕຸລາ 2018 ລະຫວ່າງທ່ານ ບຸນປະເສີດ ສີຄຸນລະບຸດ, ຮັກສາການຫົວໜ້າກົມພາສີ ແລະ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ໂດຍການເຂົ້າຮ່ວມຂອງ ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ພະນັກງານກ່ຽວຂ້ອງຂອງສອງຝ່າຍ. ທ່ານທູດ ຣິນາ ບິດເຕີ ກ່າວວ່າ “ປີ 2016, ການນໍາຂອງພວກເຮົາໄດ້ລົງນາມເຊັນສັນຍາຮ່ວມມືແບບກວມລວມ (Comprehensive Partnership) ເຊິ່ງສ້າງຂຶ້ນບົນພື້ນຖານຄວາມເຄົາລົບເຊິ່ງກັນແລະກັນ, ປ່ອຍອະດີດໃຫ້ຢູ່ເບື້ອງຫຼັງ ເພື່ອສຸມໃສ່ການສ້າງອະນາຄົດຮ່ວມກັນ,”. “ຂໍ້ຕົກລົງສະບັບໃໝ່ນີ້ ສ້າງຂຶ້ນພາຍໃຕ້ພັນທະສັນຍາຂອງສັນຍາຮ່ວມມືແບບກວມລວມ ໂດຍການຮ່ວມມືດ້ານຄວາມປອດໄພ ແບບລົງເລິກ ເພື່ອຊ່ວຍຕ້ານ ແລະ ສະກັດກັ້ນອາຊະຍາກໍາຂ້າມຊາດ.” ຂໍ້ຕົກລົງສະບັບໃໝ່ນີ້ ຕົກລົງມອບເງິນຫຼາຍກວ່າ 1.2 ລ້ານໂດລາ ຈາກລັດຖະບານສະຫະລັດ ເພື່ອສະໜັບສະໜູນ ແລະ ...
Read More »ເປັນງານທີ່ນາສົນໃຈສຸດໆ ແຖມຍັງເຂົ້າຮ່ວມຟຣີ !!! ຄຼິກເຂົ້າອ່ານເລີຍ….
ກັບມາອີກຄັ້ງແລ້ວກັບງານເຝິກອົບຮົມ ໄວໜຸ່ມຮຽນຮູ້ສູ່ການປຽນແປ່ງ ກັບມາເປັນຊຸດທີ 2 ຫຼັງຈາກຊຸດທີ່ໜຶ່ງໄດ້ຮັບຄວາມສົນໃຈ ແລະ ການຕອບຮັບຈາກໄວໜຸ່ມຢ່າງຫຼວງຫຼາຍ ກັບມາໃນຄັ້ງນີ້ແມ່ນຈະໄດ້ມາຮຽນຮູ້ ແລະ ແລກປຽນພາຍໃຕ້ຫົວຂໍ້ #ຜູ້ນຳ ແລະ ພາວະການເປັນຜູ້ນຳ ໄວໜຸ່ມຈະໄດ້ຮຽນຮູ້ເຖິ່ງແນວທາງການກ້າວໄປເປັນຜູ້ນຳທີ່ດີໄດ້ອານາຄົດ ເຊີ່ງມີລາຍລະອຽດງານດັ່ງນີ້: #ຈຸດປະສົງ ເພື່ອໃຫ້ໄວໜຸ່ມໄດ້ຮຽນຮູ້ເຖີງແນວທາງໃນການເປັນຜູ້ນຳທີ່ດີໃນອານາຄົດ, ຮູ້ຈັກໃຊ້ເວລາວ່າງໃຫ້ເກີດປະໂຫຍດ ແລະ ເປີດໂອການແລກປຽນມຸມມອງທັດສະນະຄະຕິກັບໝູ່ເພື່ອນໃໝ່ໆ # ເວລາ ງານ ໄວໜຸ່ມຮຽນຮູ້ສູການປຽນແປ່ງແມ່ນຈັດຂື້ນໃນວັນ ເສົາ-ອາທິດ ວັນທີ 20-21 ຕຸລາ(10) ປີ 2018 ເວລາ08:30-16:00 #ສະຖານທີ ສະຖານທີ່ແມ່ນຈັດຢູ່ຫ້ອງເຝິກອົບຮົມຂອງ ອົງການ ມິດຕະພາບ ເມັ້ນໂນນາຍ ປະຈຳ ສ.ປ.ປ ລາວ (MCC) ບ.ໂພນສະຫວັນໃຕ້ ມ.ສີສັດຕະນາກ ນະຄອນຫຼວງວຽງຈັນ # ປິດຮັບສະໝັກ: 16/10/2018 #ເງື່ອນໄຂ �ເປັນນັກຮຽນ ຫຼື ນັກສຶກສາທີ່ອາໄສຢູ່ນະຄອນຫຼວງວຽງຈັນ . � ອາຍຸ 18-22 ປີ. �ມີຄວາມກະຕື້ລືລົນຍາກຮຽນຮູ້ສິ່ງໃໝ່ໆ. �ສາມາດເດີນທາງມາຮ່ວມງານໄດ້ດ້ວຍຕົນເອງ. �ບໍຈຳກັດເພດ ສະຖານະ ຊົນເຜົ່າ ...
Read More »ວັນປະກາດເອກະລາດຄົບຮອບ73ປີ
ເພື່ອເປັນການລະນຶກ ແລະ ຫວນຄືນມູນເຊື້ອ ຂອງວັນທີ 12 ຕຸລາ ຄົບຮອບ 73 ປີ (12 ຕຸລາ 1945 – 12 ຕຸລາ 2018) ເຊິ່ງແມ່ນວັນທີ່ມີຄວາມໝາຍທາງປະຫວັດສາດ ເປັນວັນປະກາດເອກະລາດ, ພາຍໃຕ້ການນໍາພາຂອງພັກ ແລະ ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເປັນກໍາລັງແຮງ ໃນຂະບວນການຕໍ່ສູ້ ປົດປ່ອຍຊາດ ອອກຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ນໍ້າໃຈຕໍ່ສູ້ອັນພິລະອາດຫານ ແລະ ຄວາມເສຍສະລະອັນສູນສົ່ງ ຂອງປະຊາຊົນລາວ ຜູ້ຮັກຫອມສັນຕິພາບ ຈົນເຮັດໃຫ້ສາມາດຍາດເອົາເອກະລາດ ໃນປີ 1945 ມາໄດ້. ວັນທີ 12 ຕຸລາ ຍັງແມ່ນວັນການທູດ ແລະ ວັນວິທະຍາສາດແຫ່ງຊາດ. ທີມງານວາລະສານທາເກັດ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານການນໍາພັກ ແລະ ລັດຖະບານ ສປປ ລາວ ຈົ່ງມີພະລານາໄມສົມບູນ ສືບຕໍ່ນໍາພາ ປະເທດຊາດ ໃຫ້ຈະເຣີນສີວິໄລ ຮຸ່ງເຮືອງ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ປະຊາຊົນຢູ່ດີກິນດີ ມີຄວາມຜາສຸກ ທຸກຖ້ວນໜ້າ. #12 ...
Read More »ສປປ ລາວ ຈັດງານສະເຫຼີມສະຫຼອງວັນເດັກຍິງສາກົນ ປະຈຳປີ 2018
ໃນວັນທີ 11 ຕຸລາ 2018, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບອົງກອນຕ່າງໆ ຂອງສະຫະປະຊາຊາດ ໄດ້ຈັດງານສະເຫຼີມສະຫຼອງວັນເດັກຍິງສາກົນ ປະຈຳປີ 2018 (ວັນຄົບຮອບວັນເກີດນາງນ້ອຍ ຄັ້ງທີ 2) ພາຍໃຕ້ຫົວຂໍ້ “ຮ່ວມກັບນາງນ້ອຍ ສົ່ງເສີມທັກສະເດັກຍິງ”. ງານດັ່ງກ່າວ, ໄດ້ມີການທົບທວນຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ບາງວຽກງານຈຸດສຸມ ທີ່ເປັນບູລິມະສິດຮ່ວມກັນໃນຕໍ່ໜ້າ, ພ້ອມທັງເປັນການລະດົມຂົນຂວາຍຊອກຫາທຸກແຫຼ່ງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ການສະໜັບສະໜູນສ້າງທັກສະຄວາມສາມາດໃຫ້ເດັກຍິງ ຜູ້ທີ່ດ້ອຍໂອກາດໃນເຂດເປົ້າໝາຍ ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານ ທີ່ຖືກຕ້ອງ, ມີຊີວິດການເປັນຢູ່ຢ່າງປອດໄພ, ໄດ້ຮັບການສຶກສາຢ່າງທົ່ວເຖິງ, ມີສຸຂະພາບແຂງແຮງ ແລະ ມີຄວາມສະເໝີພາບເທົ່າທຽມກັບເພດຊາຍ. October 11 th is globally marked as International Day of the Girl Child. The day aims to highlight and address ...
Read More »ປະທານປະເທດ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ກອງທັບສະຫະພາບມຽນມາ
ວັນທີ 11 ຕຸລາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 10-13 ຕຸລາ 2018 ນີ້. ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ໃນທຸກຂົງ ເຂດວຽກງານ ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະງົບ ຂອງສອງປະເທດ ລາວ-ມຽນມາ ...
Read More »ກັບມາສ້າງຄວາມມ່ວນຊື່ນອີກຄັ້ງ!!! ກັບງານ “LBC Oktoberfest” ມ່ວນ!! ມັນ!! ກວ່າເກົ່າແນ່ນອນ…..
ເຊີນທຸກທ່ານຄໍເບຍທັງຫຼາຍ!!! ມາຮ່ວມເທສະການສະຫຼອງເບຍລະດັບສາກົນ ທີ່ຈະມາມອບຄວາມມ່ວນ ຄວາມຊື່ນ ແລະ ຕື່ນຕາຕື່ນໃຈ ອີກຄັ້ງກັບງານ “LBC Oktoberfest 2018” ປີທີ II ທີ່ຈະຈັດຂຶ້ນທັງໝົດ 4 ມື້, ໃນວັນທີ 18-19-20-21 ເດືອນ ຕຸລາ 2018 ທີ່ຈະມາເຖີງນີ້. ທີ່ລານຈອດລົດຫໍວັດທະນະທຳແຫ່ງຊາດ, ເວລາ 18:30 ໂມງເປັນຕົ້ນໄປ. ໃນງານທ່ານຈະໄດ້ພົບກັບສິນລະປິນທີ່ມີຊື່ສຽງຈາກທັງພາຍໃນ ແລະ ວົງຈາກດົນຕຣີຈາກເອຣົບທີ່ມີປະສົບການຮ່ວມຫຼິ້ນດົນຕີໃນງານ Oktoberfest ທີ່ປະເທດເຢຍລະມັນ ແລະ ຫຼາຍໆປະເທດ…. ບັນຍາກາດທີ່ແປກໃຫມ່ຕື່ນຕາຕື່ນໃຈໃຫ້ທຸກທ່ານໄດ້ຮ່ວມຖ່າຍຮູບເກັບໄວ້ເປັນຄວາມຊົງຈຳທີ່ດີໆ, ພົບກັບການເຕັ້ນລຳທີ່ມີຄວາມມ່ວນຊື່ນເປັນເອກະລັກຂອງງານ, ມີເມນູອາຫານແຊບໆທີ່ເປັນເອກະລັກຂອງ ເທສະການ Oktoberfest ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ຈະມາລວມຕົວກັນທີ່ງານນີ້, ພ້ອມເສີບເບຍສົດຣົດຊາດດີ Beerlao, Beerlao (Crafty), Carlsberg. ໃຫ້ທຸກຄົນທີ່ມາຮ່ວມງານໄດ້ມ່ວນຊື່ນ ແລະ ສຳຜັດກັບບັນຍາກາດ ຂອງການສະເຫຼີມສະຫຼອງງານ Oktoberfest ເຕັມຈຸໃຈທັງ 4 ຄືນ. Oktoberfest ມີຕົ້ນກໍາເນີດ ໃນປະເທດເຢຍລະມັນ ແລະ ປັດຈຸບັນ ໄດ້ຮັບຄວາມນິຍົມໄປທົ່ວໂລກ ເຊິ່ງການຈັດງານແມ່ນ ຈະເລີ່ມໃນທ້າຍອາທິດຂອງເດືອນກັນຍາ ແລະ ...
Read More »ເປີດຫຼັກສູດ!!! ປະລິນຍາເອກເສດຖະສາດ ຢູ່ ມຊ ຢ່າງເປັນທາງການ….
ສິ້ນສຸດການລໍຄອຍ ! ? ?? ?? ? ?? ທີ່ນັກສຶກສາຢາກຮຽນຕໍ່ໃນລະດັບປະລິດຍາເອກເສດຖະເສດ ໂດຍບໍ່ຕ້ອງໄປຮຽນຢູ່ໄກເຖິງຕ່າງປະເທດແລ້ວ. ເປີດແລ້ວ ຫຼັກສູດປະລິນຍາເອກເສດຖະສາດ ຢ່າງເປັນທາງການ ຢູ່ຄະນະເສດຖະສາດ ແລະ ບໍລິການທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃນມື້ວານນີ້ວັນທີ 10 ຕຸລາ 2018. ເລີ່ມເປີດຮັບສະໝັກນັກສຶກສາ ວັນທີ 15/11 – 7/12/2018 ສອບເສັງຄັດເລືອກວັນທີ 15 ທັນວາ 2018 ປະກາດຜົນການສອບເສັງ 25 ທັນວາ 2018 ເລີ່ມຮຽນ 1 ມີນາ 2019 ຂໍເຊີນເດີຜູ່ໃດສົນໃຈສະໜັກໄດ້. Official opening PhD program in Economics in FEB ຄ່າລົງທະບຽນຮຽນ 3 ປີ ແມ່ນ 63 ລ້ານກີບ ເທົ່ານັ້ນ. ທີ່ມາ: Lao Youth Radio FM 90.0 Mhz ...
Read More »ທະນາຄານໂລກ ຊີ້ແຈງ ການເຕີບໂຕຂອງເສດຖະກິດລາວຫຼຸດລົງເຫຼືອ 6,6% ຍ້ອນ….
ທະນາຄານໂລກ ໄດ້ລາຍງານການເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໃນວັນທີ 4 ຕຸລາຜ່ານມາ ທີ່ນະຄອນຫຼວງມະນິລາ ປະເທດຟີລິບປິນໄດ້ຊີ້ໃຫ້ເຫັນສະພາບລວມການຂະຫຍາຍຕົວທາງດ້ານເສດຖະກິດໃນຫຼາຍເດືອນຜ່ານມາ ລວມມີ: ສະພາບຄວາມເຄັ່ງຕຶງທາງການຄ້າ, ອັດຕາດອກເບ້ຍເພີ່ມຂຶ້ນໃນສະຫະລັດອາເມຣິກາ ( ສຫລ ), ເງິນໂດລາສະຫະລັດແຂງຄ່າ ແລະ ຄວາມຜັນຜວນຂອງຕະຫຼາດການເງິນຢູ່ໃນຫຼາຍປະເທດທີ່ເປັນຕະຫຼາດໃໝ່ ເຊິ່ງໄດ້ເພີ່ມທະວີຄວາມບໍ່ແນ່ນອນຕໍ່ທ່າອ່ຽງການເຕີບໂຕຂອງພາກພື້ນ ແລະ ໃນຂະນະດຽວກັນອັດຕາເງິນເຟີ້ກໍຈະເລີ່ມສູງຂຶ້ນຢູ່ໃນພາກພື້ນ. ເສດຖະກິດຂອງປະເທດຈີນ ແມ່ນຄາດວ່າຈະຂະຫຍາຍຕົວຊ້າກວ່າປີ 2017 ມາຢູ່ໃນອັດຕາ 6,5% ໃນປີ 2018, ຖ້າບໍ່ລວມປະເທດຈີນແລ້ວ ການເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ທີ່ກໍາລັງພັດທະນາຢູ່ນີ້ຄາດວ່າຈະຍັງສືບຕໍ່ຂະຫຍາຍຕົວໃນອັດຕາຄົງທີ່ 5,3% ແຕ່ປີ 2018 ຫາປີ 2020 ໂດຍມີຄວາມຕ້ອງການພາຍໃນເປັນປັດໄຈຂັບເຄື່ອນ. ຂະນະທີ່ທ້າຍເດືອນກັນຍາ 2018 ທີ່ຜ່ານມາ ທະນາຄານພັດທະນາອາຊີ ( ເອດີບີ ) ຄາດການເຕີບໂຕທາງເສດຖະກິດຂອງ ສປປ ລາວ ຈະເຕີບໂຕຢູ່ທີ່ລະດັບປານກາງໃນປີ 2018 ເນື່ອງຈາກການຜະລິດຂອງຂະແໜງກະສິກຳ ແລະ ບໍ່ແຮ່ຈະຕ່ຳກວ່າຄາດໝາຍ. ເຖິງຢ່າງໃດກໍ່ຕາມ, ການຂະຫຍາຍຕົວຂອງຂະແໜງກໍ່ສ້າງ ແລະ ການບໍລິການຈະຊ່ວຍທົດແທນບາງສ່ວນຂອງຜົນກະທົບທາງລົບເຫຼົ່ານີ້ ໂດຍອີງຕາມບົດລາຍງານເສດຖະກິດ ສະບັບປັບປຸງຂອງ ...
Read More »