ຂ່າວ ພາຍໃນປະເທດ

ຫັນການບໍລິຫານພາກລັດ ໄປສູ່ລະບົບ ທັນສະໄໝ ໂປ່ງໃສ ປອດໄພ

ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ທັນວາ 2018, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ເຊິ່ງເປັນກົດໝາຍສ້າງໃໝ່ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ໄດ້ພິຈາລະນາ ແລະ ປະກອບຄຳຄິດຄຳເຫັນໃສ່ໃຫ້ມີເນື້ອໃນອຸດົມສົມບູນ ແລະ ສາມາດນຳໃຊ້ ຈັດຕັ້ງປະຕິບັດໃນຕໍ່ໜ້າ ຢ່າງມີປະສິດທິຜົນ. ຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ສ້າງຂຶ້ນເພື່ອເປັນບ່ອນອີງໃນການສ້າງເຄື່ອງມື ຈັດຕັ້ງປະຕິບັດການຄຸ້ມຄອງວຽກງານລາຍເຊັນເອເລັກໂຕຣນິກ ແລະ ສ້າງຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຢູ່ ສປປ ລາວ ເພື່ອໃຫ້ທຸກຂະແໜງການ ສາມາດນຳໃຊ້ລະບົບການຮັບຮອງລາຍເຊັນເອເລັກໂຕຣນິກ ທີ່ເປັນຂອງລາວ ແລະ ຕັ້ງຢູ່ລາວ. ທ່ານ ລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ຮ່າງກົດໝາຍດັ່ງກ່າວ, ປະກອບມີ 13 ພາກ 82 ມາດຕາ, ການສ້າງກົດໝາຍສະບັບນີ້ ແມ່ນມີຄວາມຈຳເປັນເພື່ອຄຸ້ມຄອງ, ເກັບກຳ ແລະ ສົ່ງເສີມການນຳໃຊ້ລາຍເຊັນເອເລັກໂຕຣນິກ, ເຮັດໃຫ້ການນຳໃຊ້ ແລະ ການບໍລິການມີຄວາມຖືກຕ້ອງ ແລະ ໄດ້ມາດຕະຖານ ແນໃສ່ສ້າງຄວາມສະດວກ, ວ່ອງໄວ, ...

Read More »

ປະທານປະເທດ ຕ້ອນຮັບຄະນະຜູ້ແທນສະຫະພັນນັກຮົບເກົ່າ ປະເທດອາຊຽນ

ໃນວັນທີ 12 ທັນວາ 2018 ທີ່ທຳນຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະຜູ້ແທນ ປະທານສະຫະພັນນັກຮົບເກົ່າ ບັນດາປະເທດອາຊຽນ ຈຳນວນ 9 ປະເທດ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່ສະມາພັນນັກຮົບເກົ່າອາຊຽນ ຄັ້ງທີ 18 ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 10-14 ທັນວາ 2018. ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນ ປະທານສະຫະພັນນັກຮົບເກົ່າບັນດາປະເທດຊຽນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມສ້າງສາຍພົວພັນຮ່ວມມື ລະຫວ່າງ ອາຊຽນລາວ ໂດຍສະເພາະແມ່ນການເສີມຂະຫຍາຍການຮ່ວມມື ລະຫວ່າງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ກັບບັນດາປະເທດອາຊຽນ ກໍຄື ປະເທດບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະໂປ, ...

Read More »

ນະຄອນຫຼວງ ສະເໜີໃຫ້ ລັດຖະບານ ຊ່ວຍແກ້ໄຂໜີ້ໄຟຟ້າ 42 ຕື້ກີບ-ນໍ້າປະປາ 227 ຕື້ກີບ…..

ນະຄອນຫຼວງ ໃຫ້ ລັດຖະບານ ຊ່ວຍແກ້ໄຂໜີ້ໄຟຟ້າ-ນໍ້າປະປາ ໃນນັ້ນມີ ໜີ້ສິນຄ່າໄຟຟ້າ ທາງຫຼວງ 42 ຕື້ກີບ, ໜີ້ສວນສາທາລະນະ 266 ຕື້ກີບ ແລະ ໜີ້ນໍ້າປະປາສາທາລະນະ 227 ຕື້ກີບ !!! ,ເປັນໜີ້ສະສົມ . ນະຄອນຫຼວງວຽງຈັນ (ນວ) ໄດ້ສະເໜີກະຊວງການເງິນກໍຄື ລັດຖະບານລາວ ແກ້ໄຂໜີ້ສິນຫຼາຍໂຄງການເປັນຕົ້ນ ໜີ້ສິນຄ່າໄຟຟ້າທາງຫຼວງ 42 ຕື້ກີບ, ໜີ້ສວນສາທາລະນະ 266 ຕື້ກີບ ແລະ ໜີ້ນໍ້າປະປາສາທາລະນະ 227 ຕື້ກີບ ພ້ອມທັງສະເໜີສ້າງຕັ້ງການເງິນຂັ້ນບ້ານ ແລະ ໃຫ້ກະຊວງການເງິນມອບຕົວເລກລາຍຮັບງົບປະມານປະຈໍາປີທີ່ເໝາະສົມຕື່ມອີກ ແລະ ບັນຫາສໍາຄັນອື່ນໆ ແຕ່ຮອງນາຍົກລັດຖະມົນຕີ ໃຫ້ການຊີ້ນໍາວ່າ: “ສໍາລັບໜີ້ສິນໄຟຟ້າທີ່ຄ້າງຈ່າຍໃນຜ່ານມາໃຫ້ ນວ ເປັນຜູ້ຮັບຜິດຊອບເອງ ແລະ ສ່ວນບັນຫາອື່ນໆຈະນໍາໄປພິຈາລະນາແກ້ໄຂຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ”. ໃນກອງປະຊຸມພົບປະລະຫວ່າງຄະນະປະຈໍາພັກ ນວ ແລະ ຄະນະພັກກະຊວງການເງິນ, ວັນທີ 7 ທັນວາ 2018, ໄດ້ປຶກສາຫາລືຫຼາຍບັນຫາທີ່ສໍາຄັນໃນ ນວ ເປັນຕົ້ນ ບັນຫາໜີ້ສິນໂຄງການ ການລົງທຶນຂອງລັດທີ່ ນວ ...

Read More »

ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍ ສຳນັກງານຜູ້ຕາງໜ້າ ສປປ ລາວ ປະຈໍາຕ່າງປະເທດ

ໃນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ເຊິ່ງກົດໝາຍສ້າງໃໝ່ ທີ່ສະເໜີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 10 ພາກ, 12 ໝວດ ແລະ 65 ມາດຕາ. ໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ສະຫຼຸບຄືນການປະກອບຄຳຄິດຄຳເຫັນເປັນເວລາ 1 ວັນເຕັມ ຂອງບັນດາ ສສຊ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບເປັນພື້ນຖານ ທາງດ້ານໂຄງສ້າງ ແລະ ເນື້ອໃນ ແຕ່ເພື່ອເຮັດໃຫ້ຮ່າງກົດໝາຍດັ່ງງກ່າວ ມີຄວາມຈະແຈ້ງ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນນັ້ນ, ບັນດາ ສສຊ ໄດ້ມີຄຳເຫັນຫຼາຍບັນຫາສຳຄັນ ເປັນຕົ້ນ ແມ່ນ ຊື່ຂອງກົດໝາຍ ຄວນປັງປຸງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ການປົກປ້ອງ ...

Read More »

ປທສ ຮ່ວມກັບ ສນຍ ຈັດສໍາມະນາ ການຫັນເປັນທັນສະໄໝ ທາງດ້ານ ”ດີຈີຕອນ”

ການຫັນເປັນທັນສະໄໝເປັນວຽກງານໜຶ່ງທີ່ພັກ ແລະ ລັດຖະບານໃຫ້ຄວາມສຳຄັນ ສະແດງອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໄດ້ມີທິດໃຫ້ເລັ່ງຜັນຂະຫຍາຍການນຳໃຊ້  (ICT)  ເຂົ້າໃນທຸກຂະແໜງການ ເພື່ອຫັນເປັນທັນສະໄໝ. ການຫັນເປັນທັນສະໄໝທາງດ້ານ ”ດີຈີຕອນ” ແມ່ນການນຳໃຊ້ເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ (ICT) ເຂົ້າເປັນກົນໄກສຳຄັນ ໃນການຂັບເຄື່ອນການປະຕິຮູບຂະບວນການຜະລິດ, ການດຳເນີນທຸລະກິດ, ການຄ້າ ,ການບໍລິການ, ການສຶກສາ, ສາທາລະນະສຸກ, ການບໍລິຫານລັດ, ລວມທັງກິດຈະກໍາ ທາງເສດຖະກິດ ແລະ ສັງຄົມອື່ນໆ. ເຊິ່ງນໍາໄປສູ່ການປະຕິຮູບພື້ນຖານຂອງການບໍລິການ, ການດຳເນີນທຸລະກິດ ແລະ ສ້າງມູນຄ່າເພີ່ມຂຶ້ນໃຫ້ແກ່ຜູ້ຊົມໃຊ້ ລວມທັງການປະຕິຮູບພື້ນຖານການຜະລິດ ເພື່ອກ້າວໄປສູ່ອຸດສະຫະກຳ 4.0 ເປັນຕົ້ນ ການນໍາໃຊ້ ICT (e-Government, IoT, Big Data, AI, ແລະ ອື່ນ) ເຂົ້າໃນທຸກຂະ  ແໜງການຂອງລັດ ເພື່ອຮັບໃຊ້ປະຊາຊົນ ເຊັ່ນ ການຊຳລະພາສີອາກອນຕ່າງໆ ຜ່ານມືຖື, ຜ່ານເວັບໄຊ, ການສົ່ງເສີມໃຫ້ປະຊາຊົນໃຫ້ເຂົ້າເຖິງຂໍ້ມູນຂ່າວສານ, ການບໍລິການ ຜ່ານທາງອິນເຕີເນັດ ແລະ ນຳໃຊ້ໄອຊີທີໃຫ້ເກີດຜົນປະໂຫຍດສູງສູດ. ນີ້ຄືຄໍາເຫັນຂອງ ທ່ານ ທັນສະໄໝ ກົມມະສິດ ...

Read More »

ສ້າງຄູເຝິກ ຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມ.

ເພື່ອຕອບສະໜອງແຮງງານໃຫ້ມີປະລິມານ ແລະ ຄຸນນະພາບ ໃຫ້ກັບຂະແໜງທຸລະກິດການບໍລິການຮ້ານອາຫານ ແລະ ໂຮງແຮມ ໃນແບບມືອາຊີບ ແລະ ເປັນທີ່ຍອມຮັບຂອງລູກຄ້າ. ໃນວັນທີ 10 ຫາ 14 ທັນວາ 2018 ທີ່ ເຮືອນຮັບກະຊວງ ຮສສ,ນະຄອນຫຼວງວຽງຈັນ ໄດ້ຈັດການເຝິກອົບຮົມແລກປ່ຽນປະສົບການ ແລະ ຖ່າຍທອດບົດຮຽນ ສໍາລັບສາຂາອາຊີບ ພະນັກງານຕ້ອນຮັບ ໃນໂຄງການເຝິກອົບຮົມ ສຳລັບຄູເຝິກ ຂອງ ສປປ ລາວ ໃນຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມ ຂື້ນ.  ໂດຍການເປັນປະທານກ່າວເປີດ ຂອງ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ປະທານຮ່ວມໂດຍ ທ່ານ Dominic Goh, ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ສປປ ລາວ, ທ່ານ Sam Schreiner, Chargé d’affaires ອຸປະທູດ ລຸກຊຳບວກ ປະຈຳ ສປປ ...

Read More »

ປັດຈຸບັນ ເລີ່ມກໍ່ສ້າງຂັ້ນໄດທາງຂຶ້ນຂວາ ສອງເບື້ອງ

ດັ່ງທີ່ຫຼາຍທ່ານຮັບຮູ້ໄປແລ້ວວ່າ ໃນວັນທີ 4 ທັນວາ 2018 ທາງບໍລິສັດ ເບຍລາວ ຈໍາກັດ ໄດ້ມີການກໍ່ສ້າງທາງຍົກລະດັບຂົວຂ້າມທາງ ສໍາລັບຄົນຍ່າງ ຢູ່ບໍລິເວນ ດ້ານໜ້າຂອງບໍລິສັດ ເພື່ອຄວາມສະດວກ ແລະ ຮັບປະກັນ ຕໍ່ການເດີນທາງໄປ-ມາ ຂອງພະນັກງານ ລະຫວ່າງຫ້ອງການ ແລະ ໂຮງງານ. ມາຮອດປັດຈຸບັນນີ້ ການກໍ່ສ້າງແມ່ນມີຄວາມຄືບໜ້າຕື່ມ ໂດຍໄດ້ມີການກໍ່ສ້າງ ຂັ້ນໄດເພື່ອຂຶ້ນຂົວ ຢູ່ທັງສອງເບື້ອງ ແລະ ຄາດວ່າຈະສໍາເລັດໃນໄວໆນີ້. ພາບ: ບຸນນອງ ຖາວອນ (K&C)

Read More »

ເຊໂປນ ພ້ອມເຂົ້າຮ່ວມງານເທສະການບຸນກອງເຂົ້າໃຫຍ່ ໄຫ້ວພຣະທາດອີງຮັງ

ທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງໆເຊໂປນ ໃຫ້ຮູ້ວ່າ: ມາຮອດປັດຈຸບັນນີ້ ຂະບວນການກະກຽມຄວາມພ້ອມ ເພື່ອເຂົ້າຮ່ວມງານເທສະການບຸນກອງເຂົ້າໃຫຍ່ ໄຫ້ວພຣະທາດອີງຮັງ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ ທີ່ຈະຈັດຂຶ້ນໃນວັນທີ 17-22 ທັນວາ 2018 ທາງເມືອງແມ່ນມີຄວາມພ້ອມແລ້ວ 100%. ທ່ານຍັງໃຫ້ຮູ້ຕື່ມວ່າ:ເມືອງເຊໂປນ ເປັນເມືອງຊົນນະບົດ ເປັນເມືອງທີ່ມີປະຫວັດສາດໃນການຮ່ວມຕໍ່ສູ້ກູ້ຊາດ ແລະ ໄດ້ຮັບນາມມະຍົດ ເປັນເມືອງວິລະຊົນແຫ່ງຊາດ. ປະກອບມີ 88 ບ້ານ, ມີ 5 ຈຸດສຸມ, ມີ 9.892 ຄອບຄົວ, ມີພົນລະເມືອງ 56.800 ກວ່າຄົນ ມີ 4 ເຜົ່າ: ເຜົ່າລາວ, ຜູ້ໄທ, ເຊິ່ງເຜົ່າຕຣີ ແລະ ມັງກອງ ກວມ 69%. ສິ່ງໂດດເດັ່ນເປັນເອກະລັກທາງດ້ານວັດທະນະທໍາ, ດ້ານວັດຖຸ ຂອງເມືອງ ແມ່ນ: ຄ້ອງບ້າງ ແລະ ບົດຟ້ອນລໍາຕະໂອຍ ຂອງເຜົ່າຕຣີ-ມັງກອງ. ນອກນີ້ຍັງມີ ຫໍພິພິທະພັນ ບັ້ນຮົບລາມເຊິນ 719 , ຜາເນາະ, ນໍ້າຕົກຕາດສະໂຄ່ຍ ...

Read More »

ປະຫວັດຫຍໍ້ຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ

ລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 317/ປປທ ລົງວັນທີ 10 ທັນວາ 2018 ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຕົກລົງເລື່ອນຊັ້ນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຂຶ້ນເປັນ ພົນເອກ ເຊິ່ງເປັນພົນເອກຄົນທີ 3 ໃນປະຫວັດສາດຂອງ ສປປ ລາວ ເຮັດໃຫ້ປັດຈຸບັນປະເທດລາວມີນາຍທະຫານລະດັບພົນເອກ 3 ທ່ານ ຄື: 1. ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດເລຂາທິການໃຫຍ່ພັກຯ ແລະ ປະທານປະເທດແຫ່ງ ສປປ ລາວ. 2. ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ. 3. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ. ປະຫວັດຫຍໍ້ຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ * ວັນ, ເດືອນ, ປີເກີດ: 1/3/1948 ...

Read More »

ກົດໝາຍສຳນັກງານຜູ້ຕາງໜ້າ ສປປ ລາວ ຢູ່ຕ່າງປະເທດ ຈະສ້າງຄວາມເຂັ້ມແຂງ ໃນການພົວພັນຮ່ວມມືກັບຕ່າງປະເທດ

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ກ່າວໃນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ທັນວາ 2018 ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ສະບັບສ້າງໃໝ່ນີ້ ເມື່ອໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການແລ້ວ ຈະເປັນບ່ອນອີງທາງດ້ານກົດໝາຍທີ່ສໍາຄັນທີ່ສຸດ ໃຫ້ກະຊວງການຕ່າງປະເທດ ໂດຍສະເພາະສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ໃນການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງຕົນ, ທັງເປັນການສ້າງຄວາມເຂັ້ມແຂງໃນການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ສົ່ງເສີມການຮັບໃຊ້ໃຫ້ແກ່ວຽກງານພົວພັນຮ່ວມມືດ້ານການເມືອງ, ປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ວຽກງານການພັດທະນາເສດຖະກິດແຫ່ງຊາດ, ວຽກງານການສົ່ງເສີມດ້ານວັດທະນະທຳ, ການສົ່ງອອກແຮງງານ, ການລົງທຶນ, ການທ່ອງທ່ຽວ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ການຮ່ວມມືໃນຂະແໜ່ງການອື່ນໆລະຫວ່າງ ສປປ ລາວ ກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ, ວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດໃຫ້ໄດ້ຮັບໝາກຜົນດີກວ່າເກົ່າ. ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໃຫ້ຮູ້ອີກວ່າ: ເຫດຜົນ ...

Read More »