ຂ່າວ ພາຍໃນປະເທດ

ເຝິກອົບຮົມການໂຄສະນາເຜີຍແຜ່ ກົດໝາຍ ແລະ ນິຕິກຳ ກ່ຽວກັບການຕ້ານການຄ້າມະນຸດ ຢູ່ເມືອງສິງ

ກົມໂຄສະນາເຜິຍແຜ່ກົດໝາຍ ກະຊວງຍຸຕິທຳ ຈັດຊຸດເຝິກອົບຮົມການໂຄສະນາເຜີຍແຜ່ ກົດໝາຍ ແລະ ນິຕິກຳ ກ່ຽວກັບການຕ້ານການຄ້າມະນຸດ ຢູ່ເມືອງສິງ ແຂວງ ຫຼວງນ້ຳທາ, ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ທັນວາ 2018 ຜ່ານມາ ຢູ່ທີ່ສະໂມສອນກອງບັນຊາການທະຫານ ເມືອງສິງໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ບຸນພວມ ສໍສຸພາບ ຮອງເຈົ້າເມືອງ ເມືອງສິງ, ທ່ານ ເພັດສະຫວັນ ຮອງຫົວໜ້າພະແນກ ຍຸຕິທຳແຂວງ, ທ່ານ ສຸວັດ ດວງຕາ ຫົວໜ້າພະແນກ ໂຄສະນາເຜີຍແຜ່ກົດໝາຍ, ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ພ້ອມດ້ວຍນັກສຳມະນາກອນ ເຂົ້າຮ່ວມທັງໝົດ 33 ທ່ານ, ຍິງ 09 ທ່ານ. ຊຸດເຝິກອົບຮົມຈະໄດ້ດຳເນີນໄປເປັນເວລາ 3 ວັນ. ຈຸດປະສົງ ເພື່ອເປັນການຍົກສູງຄວາມຮັບຮູ້ກ່ຽວກັບທັກສະ, ເຕັກນິກ, ວິທີການໂຄສະນາເຜີຍແຜ່ບັນດາກົດໝາຍໃຫ້ແກ່ພະນັກງານ ເພື່ອເປັນພື້ນຖານໃນການນຳເອົາບັນດາກົດໝາຍລົງໄປເຜີຍແຜ່ໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢ່າງທັນການ ແລະ ນຳເອົາຜູ້ກຳທຳຜິດມາດຳເນີນຄະດີຕາມກົດໝາຍ.   ຂໍ້ມູນຈາກ: ນສພ ...

Read More »

ທ່ານນາງ ປານີ ຢາທໍ່ຕູ້ ຕ້ອນຮັບສົມເດັດ ຮຸນແຊນ

ວັນທີ 5 ທັນວາ 2018 ຜ່ານມານີ້, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້. ໂອກາດດັ່ງກ່າວ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງລັດຖະບານ ລາວ-ກຳປູເຈຍ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ຂຶ້ນໄປເລື້ອຍໆ. ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ...

Read More »

ມອບ-ຮັບ ໃບຢັ້ງຢືນຖິ່ນກໍາເນີດເຂົ້າໄກ່ນ້ອຍຊຽງຂວາງ (GI) ເປັນທາງການ

ໃນງານປະເພນີບຸນເຂົ້າໄກ່ນ້ອຍປະຈຳປີ 2018 ຈັດຂຶ້ນໃນວັນທີ 05 ທັນວາ 2018 ຢູ່ທີ່ເມືອງແປກ ແຂວງຊຽງຂວາງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບແຂວງຊຽງຂວາງ ໄດ້ຈັດພີທີມອບ-ຮັບ ໃບຢັ້ງຢືນຖິ່ນກໍາເນີດເຂົ້າໄກ່ນ້ອຍຊຽງຂວາງ (GI) ໃຫ້ແກ່ສະມາຄົມສົ່ງເສີມເຂົ້າໄກ່ນ້ອຍຊຽງຂວາງ ຢ່າງເປັນທາງການ ພິທີມອບລະຫວ່າງທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ.  ການຈົດທະບຽນຖິ່ນກໍາເນີດເຂົ້າໄກ່ນ້ອຍຫົວພັນ ແມ່ນໄດ້ເລີ່ມຂຶ້ນໃນຕົ້ນປີ 2016 ພາຍໃຕ້ການນໍາພາຢ່າງໃກ້ສິດ ແລະ ເອົາໃຈໃສ່ ຂອງຄະນະນໍາກະຊວງ ແລະ ອໍານາດການປົກຄອງແຂວງຊຽງຂວາງ; ກົມຊັບສິນທາງປັນຍາ ໄດ້ສົມທົບກັບຂະແໜງການກ່ຽວຂ້ອງຈາກຂັ້ນສູນກາງ ແລະ ທ້ອງຖິ່ນ, ຜູ້ຜະລິດ ແລະ ຜູ້ປະກອບການເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ເປັນເຈົ້າການໃນການຕັ້ງປະຕິບັດ;ໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກວິຊາການ ແລະ ທຶນຮອນຈາກອົງການພັດທະນາແຫ່ງປະເທດຝລັ່ງ (AFD) ຜ່ານອົງການອາຫານ ແລະ ກະສິກໍາ (FAO) ປະຈໍາ ສປປລາວ.  ໃນຂະບວນການຈົດທະບຽນຖິ່ນກໍາເນີດດັ່ງກ່າວ ໄດ້ມີການເຕົ້າໂຮມຜູ້ຜະລິດ ແລະ ຜູ້ປະກອບການ ...

Read More »

ສະໝັກດ່ວນ!!! ຖ້າຢາກໄດ້ທຶນໄປສຶກສາຕໍ່ທີ່ Beijing ປະເທດຈີນ

ແຈ້ງການກ່ຽວກັບທຶນການສຶກສາ ຂອງມະຫາວິທະຍາໄລ Beijing Institute of Technology (BIT) ເປີດໂອກາດໃຫ້ຄົນລາວ ໄດ້ສະໝັກແລ້ວ ມີທັງລະບົບ ທີ່ຮຽນເປັນພາສາອັງກິດ ແລະ ພາສາຈີນ. ປິດຮັບສະໝັກ: 31/12/2018 ລາຍລະອຽດ ການສະໝັກ ແມ່ນຕາມແຈ້ງການຂ້າງລຸ່ມນີ້. ສົນໃຈຕິດຕໍ່ສອບຖາມຂໍ້ມູນທີ່ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ ທີ່ຫ້ອງ 108. ສອບຖາມຂໍ້ມູນເພີ່ມຕື່ມໂທ:​ 021 255034 ໃນໂມງລັດຖະການ ທີ່ມາ: Lao Youth Radio FM 90.0 Mhz Posted by Lao Youth Radio FM 90.0 Mhz on Tuesday, December 4, 2018

Read More »

ສ້າງສື່ສຽງໃຫ້ປະເທດອີກແລ້ວ ນັກຮຽນລາວ ຍາດໄດ້ຮອງຊະນະເລີດ ແຂ່ງຂັນຖາມຕອບຄວາມຮູ້ກ່ຽວກັບອາຊຽນ

ເປັນຂ່າວທີ່ປະຊາຊົນລາວທົ່ວປະເທດ ຕ້ອງປິຕິຊົມຊື່ນເປັນຢ່າງຍິ່ງ ເມື່ອນັກຮຽນຈາກ ສປປ ລາວ ສາມາດຍາດໄດ້ອັນດັບຮອງຊະນະເລີດ ໃນການ ແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ລະດັບພາກພື້ນຄັ້ງທີ 8 (8th ASEAN Quiz, regional level) ປີ 2018 ທີ່ເມືອງບາຫລີ, ປະເທດ ອິນໂດເນເຊຍ. ໃນວັນທີ 5 ທັນວາ 2018   ສ່ວນລາຍລະອຽດຈະແຈ້ງໃຫ້ຊາບຕື່ມຕາມຫຼັງ. ຂອບໃຈພາບແລະຂໍ້ມູນຈາກເຟສບຸກ  Vorasack Pravong  

Read More »

ຮອງລັດຖະມົນຕີ ຖວທ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ໃນວັນທີ 5 ທັນວາ 2018, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຫວຽນ ເທ່ ຮຸ່ງ ຫົວໜ້າກົມມໍລະດົກ-ວັດທະນະທຳ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ຊ່ຽວຊານ ລາວ-ຫວຽດນາມ ກ່ຽວກັບການກະກຽມນຳເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກຮ່ວມຊາຍແດນ ກັບອຸທິຍານຟອງຍາແກບັງ ໃນລະ ຫວ່າງ ວັນທີ 4-5 ທັນວາ 2018 ທີ່ນະຄອນຫລວງວຽງຈັນ. ໃນໂອກາດດັ່ງກ່າວ, ທ່ານ ບົວເງິນ ຊາພູວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຫວຽນ ເທ່ ຮຸ່ງ ທີ່ໄດ້ນຳພາຄະນະມາມາຢ້ຽມຢາມ ...

Read More »

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີ ກຳປູເຈຍ.

ໃນວັນທີ 5 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້. ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນທຸກຂົງເຂດວຽກງານ ລະຫວ່າງສອງລັດຖະບານ ລາວ-ກຳປູເຈຍ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນອະນາຄົດ ...

Read More »

ຈໍາປາສັກ ເຜີຍແຜ່ການນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນທີ່ທັນສະໄໝ

ກອງປະຊຸມເຜີຍແຜ່ການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (Tax Ris) ໃຫ້ແກ່ບັນດາວິສາຫະກິດ ແຂວງຈໍາປາສັກ ຈັດຂຶ້ນໃນທ້າຍເດືອນ ພະຈິິກ 2018 ຜ່ານມານີ້ຢູ່ທີ່ຫ້ອງວ່າການແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈໍາປາສັກ, ມີພະແນກການອ້ອມຂ້າງແຂວງ, ຜູ້ອໍານວຍການ, ຕາງໜ້າຜູ້ອໍານວຍການລັດວິສາຫະກິດ, ບໍລິສັດ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.ການເຜີຍແຜ່ຈະດໍາເນີນໄປເຖິງວັນທີ 7 ທັນວາ 2018. ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນກສ່ວຍສາອາກອນ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (Tax Ris) ແມ່ນເປັນລະບົບການຄຸ້ມຄອງລາຍຮັບສ່ວຍສາອາກອນລະບົບໃໝ່, ທັນສະໄໝ ທີ່ໃຊ້ແທນລະບົບ (Tmis). ທັງນີ້ກໍເພື່ອແນໃສ່ປັບປຸງການບໍລິການສ່ວຍສາອາກອນໃຫ້ດີຂຶ້ນ, ເປັນລະບົບທີ່ເພີ່ມຄວາມໂປ່ງໃສ ໃນການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ, ເລັງໃສ່ໃຫ້ຜູ້ມອບອາກອນ ສາມາດມອບດ້ວຍຕົນເອງຢູ່ສໍານັກງານຫົວໜ່ວຍທຸລະກິດ ແທນການເຂົ້າມາມອບຢູ່ສໍານັກງານສ່ວຍສາອາກອນ ເຊິ່ງຈະສ້າງຄວາມສະດວກ, ວ່ອງໄວທັນສະໄໝ ຮັບປະກັນຄວາມຖືກຕ້ອງ, ຄົບຖ້ວນ ແລະ ສາມາດກວດກາປະຫວັດການຊໍາລະອາກອນດ້ວຍຕົນເອງ ໂດຍຜ່ານສ່ອງທາງຕ່າງໆທີ່ລະບົບໄດ້ກໍານົດໄວ້. ທ່ານ ສຸກກະເສີມ ສີຫານຸວົງ ໃຫ້ຮູ້ຕື່ມວ່າ: ການນໍາໃຊ້ລະບົບ (Tax Ris) ແມ່ນເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດ ຫັນການຈັດເກັບາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ມີຄວາມຮັດກຸມ, ຖືກຕ້ອງ, ຄົບຖ້ວນ, ...

Read More »

ຖະແຫຼງການຮ່ວມ ລະຫວ່າງ ສອງລັດຖະບານລາວ-ກຳປູເຈຍ

ໃນວັນທີ 5 ທັນວາ 2018 ພາຍຫຼັງສຳເລັດການພົບປະສອງຝ່າຍ ລະຫວ່າງ ສອງລັດຖະບານ ລາວ-ກຳປູເຈຍ, ໄດ້ມີຖະແຫຼງການຮ່ວມ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ, ເຊິ່ງທັງສອງຝ່າຍ ຕ່າງກໍໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ກໍຄືສອງລັດຖະບານ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ບົນພື້ນຖານເຄົາລົບອະທິປະໄຕ, ຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ. ສອງຝ່າຍໄດ້ເຫັນດີ ໃຫ້ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດຕາມເນື້ອໃນສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ເຊັນກັນຜ່ານມາ ໃຫ້ນັບມື້ແຕກດອກອອກຜົນຫຼາຍຂຶ້ນ, ໂດຍຜ່ານກົນໄກການຮ່ວມມືສອງຝ່າຍ ຄື: ຄະນະກໍາມະການຮ່ວມມືວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC), ກໍຄື ກົນໄກຮ່ວມມືອື່ນໆ. ພ້ອມນັ້ນ, ຍັງໄດ້ເຫັນດີເປັນເອກະພາບ ຊຸກຍູ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈ ...

Read More »

ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ເຂົ້າຮ່ວມ ພິທີລົງນາມເອກະສານ ການຮ່ວມມື

ໃນວັນທີ 5 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກໍາປູເຈຍ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນການລົງນາມເອກະສານ ກ່ຽວກັບການຮ່ວມມືລະຫວ່າງສອງລັດຖະບານ ລາວ-ກຳປູເຈຍ ໃນຂົງເຂດວັດທະນະທຳ ແລະ ສິລະປະກຳ, ການສຶກສາ, ກະສິກຳ ແລະ ດ້ານພະລັງງານໄຟຟ້າ. ຂໍ້ມູນຈາກ: ຂປລ.

Read More »