ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ຂອງຄູ່ຮ່ວມພັດທະນາ

ໃນວັນທີ 7 ທັນວາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸດລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນຂອງຄູ່ຮ່ວມພັດທະນາ ທີ່ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2018, ຊຶ່ງນໍາໂດຍ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ຄາລີນາ ອີມໂມເນັນ ຜູ້ປະ ສານງານອົງການສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະ ນາປະຈຳ ສປປ ລາວ.


ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນຂອງຄູ່ຮ່ວມພັດທະນາ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2018, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຊຸກຍູ້ ແລະ ສົ່ງເສີມຂະຫຍາຍການຮ່ວມມືພົວພັນ ລະຫວ່າງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ,

ໂດຍສະເພາະແມ່ນການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການບັນລຸຕາມຈຸດປະສົງ ທີ່ໄດ້ປຶກສາຫາລືກັນໃນ 4 ຫົວຂໍ້ ຄື: ດ້ານເສດຖະກິດ; ການພັດທະນາຊັບພະຍາກອນມະນຸດ ແລະ ສັງຄົມ; ການນຳໃຊ້ຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ, ການກຽມຄວາມພ້ອມໃນການຮັບມືກັບໄພພິບັດທາງທຳມະຊາດ ແລະ ການປ່ຽນດິນຟ້າອາກາດ ທີ່ອາດຈະເກີດຂຶ້ນ ແລະ ວຽກງານຈຸດສຸມປິ່ນອ້ອມ ທີ່ຕິດພັນກັບຫຼາຍຂະແໜງການ.

ຂໍ້ມູນ-ພາບຈາກ: ຂປລ.

 

Comments