ຂ່າວ ພາຍໃນປະເທດ

ລັດກຽມປັບປຸງ ການອອກໃບທະບຽນວິສາຫະກິດ ຊ້າສຸດບໍ່ໃຫ້ເກີນ 10 ວັນ ໃນຕົ້ນປີ 2019

ອີງຕາມການລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ຄັ້ງວັນທີ 26 ພະຈິກ 2018, ທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ອອກນິຕິກຳ ເພື່ອຮອງຮັບການອອກທະບຽນວິສາຫະກິດຮູບແບບໃໝ່ ຕາມທີ່ກຳນົດໃນຄຳສັ່ງ ເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ເຊິ່ງຈະຫຼຸດຂັ້ນຕອນການອອກທະບຽນວິສາກະກິດ ໃຫ້ກະທັດຫັດ, ວ່ອງໄວ ແລະ ໂປ່ງໃສ ໂດຍຕາມແຜນແມ່ນຈະເລີ່ມຈັດຕັ້ງປະຕິບັດໃນຕົ້ນເດືອນມັງກອນ 2019 ນີ້, ໂດຍໄດ້ປັບປຸງຂັ້ໜຕອນການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດຢູ່ໃນ ສປປ ລາວ ໃຫ້ກະທັດຮັດລົງເຊັ່ນ: ຍົກເລີກຂັ້ນຕອນການຈອງຊື່ ແລະ ອອກໃບຮັບຮອງຊື່ວິສາຫະກິດ ໃນຂັ້ນຕອນແຈ້ງຂຶ້ນທະບຽນວິສາຫະກິດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ພຶດສະພາ 2018. ເລີ່ມແຕ່ວັນທີ 15 ຕຸລາ 2018 ຢູ່ນະຄອນຫຼວງວຽງຈັນ (ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ (ຄອ), ພະແນກອຸດສາຫະກຳ ...

Read More »

ພິທີມອບໃບຢັ້ງຢືນ ໃຫ້ສອງຮາກຖານເປັນໜ່ວຍຊາວໜຸ່ມ 4 ບຸກ ສະໄໝທີ 2

ທ່ານ ສົມສັກ ມະຫາພົນ ຮອງເລຂາຊາວໜຸ່ມ ແຂວງບໍ່ແກ້ວ ໄດ້ມອບໃບຢັ້ງຢືນໃຫ້ຮາກຖານຊາວໜຸ່ມ ປປ ລາວ ສາຂາ ລັດວິສາຫະກິດ ໄຟຟ້າລາວ ແລະ ພະແນກຄຸ້ມຄອງລະບົບສົ່ງໄຟຟ້າ ແຂວງ ບໍ່ແກ້ວ ເປັນໜ່ວຍຊາວໜຸ່ມ 4 ບຸກ ສະໄໝທີ 2.  ພິທີໄດ້ຈັດຂຶ້ນໃນວັນທີ 10 ທັນວາ 2018 ຜ່ານມານີ້ (ລາຍລະອຽດຕິດຕາມຄຣິບຂ່າວ) ປະກາດຮັບຮອງ ຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ ສາຂາລັດວິສາຫະກິດໄຟຟ້າລາວ ແລະ ພະແນກຄຸ່ມຄອງລະບົບສົ່ງໄຟຟ້າ ແຂວງບໍ່ແກ້ວ ເປັນໜ່ວຍຊາວໜຸ່ມ 4 ບຸກ ສະໄໝທີ II # ພາບ ຂ່າວ: ຄໍາເພັງ ສີສະຫວ່າງ ວັນທີ 11/12/2018 Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Monday, December 10, 2018 ຂອບໃຈຂໍ້ມູນຈາກ: ສະຖານີໂທລະພາບ ແຂວງບໍ່ແກ້ວ.

Read More »

ພັນທະບັດດັ່ງກ່າວ ຈະຈຳໜ່າຍຜ່ານ 3 ບໍລິສັດຫຼັກຊັບ

ກະຊວງການເງິນ (ຕາງໜ້າລັດຖະບານ) ຈະຈັດຈໍາໜ່າຍພັນທະບັດ ລັດຖະບານ ມີມູນຄ່າລວມທັງໝົດ 1.000 ຕື້ກີບ ໂດຍໄດ້ແບ່ງອອກຕາມອາຍຸການ ດັ່ງນີ້: ອາຍຸ 1 ປີ, ວັນທີ 16 ທັນວາ 2019 ຄົບກຳນົດເວລາໄຖ່ຖອນ ແລະ ອັດຕາດອກເບ້ຍ 5,30%ຕໍ່ປີ. • ອາຍຸ 3 ປີ, ວັນທີ 16 ທັນວາ 2021 ຄົບກຳນົດເວລາໄຖ່ຖອນ ແລະ ອັດຕາດອກເບ້ຍ 6,80% ຕໍ່ປີ. • ອາຍຸ 5 ປີ, ວັນທີ 16 ທັນວາ 2023 ຄົບກຳນົດເວລາໄຖ່ຖອນ ແລະ ອັດຕາດອກເບ້ຍ 6,95% ຕໍ່ປີ. • ອາຍຸ 7 ປີ, ວັນທີ 16 ທັນວາ 2025 ຄົບກຳນົດເວລາໄຖ່ຖອນ ແລະ ອັດຕາດອກເບ້ຍ 7,10% ຕໍ່ປີ. ການຈ່າຍດອກເບ້ຍ ...

Read More »

ສສກ ກວດຜ່ານ-ຮັບຮອງຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືແບບໃໝ່.

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ເປີດກອງປະຊຸມກວດຜ່ານ ແລະ ຮັບຮອງຫຼັກສູດ, ປື້ມແບບຮຽນ ແລະ ປື້ມຄູ່ມືຄູຊັ້ນປະຖົມສຶກສາປີທີ 1 ກຽມນຳໃຊ້ໃນສົກຮຽນ 2019-2020. ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ. ໃນວັນທີ 4-6 ທັນວາ 2018 ຜ່ານມາ ທີ່ເຮືອນພັກຄູນຊັບ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ. ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເຄທີ ສະມິດ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ມີບັນດາຜູ້ອຳນວຍການ-ຮອງອຳນວຍການສູນ, ຜູ້ອຳນວຍການວິທະຍາໄລ, ຊ່ຽນຊຽນຈາກປະເທດອົດສະຕຣາລີ, ຫົວໜ້າ-ຮອງຫົວໜ້າພະແນກ, ຄະນະບໍດີຈາກມະຫາວິທະຍາໄລແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານ ແລະ ວິຊາການ ຈາກຂະແໜງການສຶກສາທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ. ອ່ອນແກ້ວ ນວນນະວົງ ...

Read More »

ບໍລິສັດເບຍລາວ ໄດ້ຮັບຫຼຽນນາມມະຍົດພັດທະນາແຫ່ງຊາດ ຈາກປະທານປະເທດ

ບໍລິສັດເບຍລາວ ຢູ່ຄູ່ກັບຄົນລາວມາໄດ້ 45 ປີ ແລ້ວ,  ເນື່ອງໃນໂອກາດງານສະເຫຼີມສະຫຼອງ ຂອງການສ້າງຕັ້ງ ບໍລິສັດເບຍລາວ ຄົບຮອບ 45 ປີ (1973 -2018) ໄດ້ຈັດງານລ້ຽງຂຶ້ນຢ່າງຍິ່ງໃຫຍ່ໃນຄໍ່າຄືນຂອງວັນສຸກ ວັນທີ 7 ທັນວາ 2018 ທີ່ຜ່ານມາ, ຢູ່ທີ່ພັດຕະຄານແກ້ວມີໄຊ, ນະຄອນຫຼວງວຽງຈັນ ແລະ ໃນມື້ທີ່ສະຫງ່າລາສີນີ້ ທ່ານ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ສົມດີ ດວງດີ ກໍໃຫ້ກຽດປະດັບຫຼຽນນາມມະຍົດພັດທະນາແຫ່ງຊາດດີເດັ່ນ ໃຫ້ກັບບໍລິສັດເບຍລາວ ຂອງຂໍ້ຕົກລົງດຳລັດ ຂອງປະທານປະເທດແຫ່ງ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ.  ເນື່ອງຈາກເປັນບໍລິສັດທີ່ໄດ້ປະກອບສ່ວນຜົນງານພົ້ນເດັ່ນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕໍ່ປະເທດຊາດຢ່າງຕັ້ງໜ້າຕະຫຼອດ 45 ປີຄື: ໄດ້ມອບງົບປະມານພັນທະໃຫ້ລັດເປັນອັນດັບ 1 ຂອງປະເທດ ໃນປີ 2017 ໄດ້ມອບໃຫ້ເຖິງ  1.800 ຕື້ກີບ, ເປັນບໍລິສັດທີ່ໄດ້ຄືນກຳໄລໃຫ້ແກ່ສັງຄົມບໍ່ວ່າຈະຊ່ວຍເຫຼືອທຶນໃຫ້ການສຶກສາ, ວຽກງານກິລາ, ສາທາລະນະສຸກ, ການຈັດງານບຸນຮີດຄອງປະເພນີຂອງຊາດ ປີໜຶ່ງຫຼາຍຕື້ ເພື່ອເຮັດໃຫ້ສັງຄົມເຮົາມີຊີວິດທີ່ດີຂຶ້ນ. ນອກນີ້, ບໍລິສັດ ຄຣາດສະເບີກ ກໍໄດ້ຮັບການປະດັບຫຼຽນໄຊນາມມະຍົດດີເດັ່ນແຫ່ງຊາດ ແລະ ທາງຄະນະຜູ້ບໍລິການບໍລິສັດເບຍລາວກໍຍັງໄດ້ຮັບການປະດັບຫຼຽນໄຊແຮງງານຊັ້ນ ...

Read More »

ຍິນດີນຳ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຮັບເລື່ອນຊັ້ນພົນເອກ ເປັນຄົນທີ 3 ຂອງ ສປປ ລາວ.

ຂໍ່ານັບຊົມເຊີຍ ລັດຖະດຳລັດຂອງປະທານປະເທດແຫ່ງ ສປປລາວ ສະບັບເລກທີ 317/ປປທ ລົງວັນທີ 10 ທັນວາ 2018 ວ່າດ້ວຍການເລື່ອນຊັ້ນ ພົນໂທ ຂຶ້ນເປັນ ພົນເອກ ຈັນສະໝອນ ຈັນຍາລາດ. ພົນເອກ ຜູ້ທີ 03 ຂອງ ສປປລາວ 1. ທ່ານ ພົນເອກ ຄໍາໄຕ ສີພັນດອນ 2. ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ 3. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ມາ: ກົດໝາຍລາວ LaoLaw

Read More »

ຍອດເງິນບໍລິຈາກ ເພື່ອການປັບປຸງພື້ນຖານໂຄງລ່າງພຣະທາດອີງຮັງຫຼາຍກວ່າ 900 ລ້ານແລ້ວ

ໃນງານລ້ຽງລະດົມທຶນຂອງແຂວງສະຫວັນນະເຂດ ໃນການປັບປຸງພື້ນຖານໂຄງລ່າງ ບໍລິເວນພຣະທາດອີງຮັງ ເພື່ອກະກຽມໃຫ້ແກ່ງານເທສະການກອງເຂົ້າໃຫຍ່ ໄຫວ້ພຣະທາດ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວ ລາວ 2018 ທີ່ແຂວງສະຫວັນນະເຂດ ຈັດຂຶ້ນໃນຄໍ່າຄືນຂອງ ວັນທີ 4 ທັນວາ 2018 ນີ້, ທີ່ພັດຕະຄານດາວຮຸ່ງ 1 ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດ ພ້ອມຄະນະ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການຕ່າງໆ, ບັນດາຫົວໜ່ວຍທຸລະກິດ, ບໍລິສັດ, ຫ້າງຮ້ານ, ນັກທຸລະກິດໃນທົ່ວແຂວງ ເຂົ້າຮ່ວມປະກອບທຶນ. ທ່ານ ຄໍາພູນ ຕຸໄພທູນ ຮອງເຈົ້າແຂວງ ທັງເປັນປະທານຈັດງານເທສະການກອງເຂົ້າໃຫຍ່ ໄຫວ້ພຣະທາດອີງຮັງ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ທີ່ແຂວງສະຫວັນນະເຂດ ໄດ້ຂຶ້ນກ່າວຈຸດປະສົງ ແລະ ຄວາມຈໍາເປັນໃນການລະດົມທຶນຄັ້ງ ນີ້ວ່າ: ເນື່ອງຈາກພື້ນຖານໂຄງລ່າງບໍລິເວນພະທາດອີງຮັງທີ່ ຈະຈັດງານຂຶ້ນບໍ່ມີຄວາມສະດວກ ສະບາຍໃຫ້ແກ່ແຂກກໍ ຄືນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ຽວຊົມ ສັກກະລະບູຊາພຣະທາດ, ດັ່ງນັ້ນ ເພື່ອປັບປຸງໃຫ້ມີຄວາມສະດວກສະບາຍ ເຮັດໃຫ້ຜູ້ຄົນທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາກາບໄຫວ້ ບູຊາພຣະທາດອີງຮັງ, ມາທ່ຽວຊົມຢ່າງຫຼວງຫຼາຍ ແລະ ສ້າງຄວາມປະທັບໃຈໃຫ້ ນັກທ່ອງທ່ຽວຢາກກັບມາອີກ. ໃນງານລ້ຽງລະດົມທຶນຄັ້ງນີ້ ...

Read More »

ທ່ານ ຄໍາແພງ ໄຊສົມແພງ ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄົນພິການ

ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຜ່ານຮ່າງກົດໝາຍ ວ່າດ້ວຍຄົນພິການ ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 12 ພາກ, 15 ໝວດ ແລະ 91 ມາດຕາ. ການສ້າງກົດໝາຍວ່າດ້ວຍຄົນພິການນີ້, ເປັນການສ້າງຄັ້ງທຳອິດ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຄຸ້ມຄອງ ແລະ ພັດທະນາວຽກງານຄົນພິການ ແນໃສ່ເສີມສ້າງໃຫ້ຄົນພິການ ມີສ່ວນຮ່ວມຢ່າງເຕັມສ່ວນໃນສັງຄົມ ແລະ ມີຊີວິດການເປັນຢູ່ ນັບມື້ດີຂຶ້ນເທື່ອລະກ້າວ. ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ໄລຍະຜ່ານມາ ເຖິງວ່າລັດຖະບານໄດ້ເອົາໃຈໃສ່ຕໍ່ວຽກງານຄົນພິການ ໂດຍໄດ້ກຳນົດນະໂຍບາຍ ແລະ ນິຕິກຳຕ່າງໆ ເພື່ອຄຸ້ມຄອງ ແລະ ພັດທະນາຄົນພິການ, ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຄົນພິການ ໃນຍຸກເຊື່ອມໂຍງກັບພາກພື້ນ ແລະ ...

Read More »

ລັດຖະບານ ຈະເປີດໃຫ້ຈອງພັນທະບັດ ຜ່ານຕະຫຼາດຫຼັກຊັບລາວ

ກະຊວງການເງິນ ຕາງໜ້າໃຫ້ແກ່ລັດຖະບານ ສປປ ລາວ ຮ່ວມກັບ ບໍລິສັດ ຫຼັກຊັບ ລ້ານຊ້າງ ມະຫາຊົນ, ບໍລິສັດ ຫຼັກຊັບ ທຄຕລ – ກທ ຈຳກັດ ແລະ ບໍລິສັດ ຫຼັກຊັບ ລາວ – ຈີນ ຈຳກັດ ໄດ້ຈັດງານນຳສະເໜີຂໍ້ມູນໃຫ້ຜູ້ລົງທຶນ ( Road show ) ໃນການອອກຈໍາໜ່າຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ ໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງມີແຜນເປີດໃຫ້ຈອງໃນລະຫວ່າງວັນທີ 11 – 17 ທັນວາ 2018 ຜ່ານ ຕລຊລ. ກອງປະຊຸມດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 7 ທັນວາ 2018 ທີ່ອາຄານຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ຕາງໜ້າທະນາຄານ ແຫ່ງ ສປປ ລາວ, ສຳນັກງານຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ພ້ອມດ້ວຍແຂກກິດຕິມະສັກ ແລະ ...

Read More »

ກົດໝາຍວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ ຈະສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ

ຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ ໄດ້ປັບປຸງທຶນຈົດທະບຽນ ຈາກ 300 ຕື້ ຂຶ້ນເປັນ 500 ຕື້ກີບ, ປັບປຸງການລົງທຶນຕ່ຳສຸດ ຈາກ 100 ຕື້ ຂຶ້ນເປັນ 300 ຕື້ກີບ ເພື່ອໃຫ້ທະນາຄານທຸລະກິດມີຄວາມເຂັ້ມແຂງ ທັງໄດ້ເພີ່ມມາດຕະການແກ້ໄຂແຕ່ຫົວທີເພື່ອແກ້ໄຂພາວະວິກິດທະນາຄານທຸລະກິດ. ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 7 ທັນວາ 2018 ບັນດາສະມາຊິກສະພາແຫ່ງຊາດ ( ສສຊ ) ໄດ້ຮັບຟັງການສະເໜີຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ ຈາກ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ເຊິ່ງໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງຄືນໃໝ່ ເນື່ອງຈາກຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ເຫັນວ່າຍັງມີຫຼາຍອັນບໍ່ທັນສອດຄ່ອງ. ຈາກນັ້ນ, ໄດ້ເປີດໂອກາດໃຫ້ ສສຊ ຄົ້ນ ຄວ້າພິຈາລະນາ ແລະ ປະກອບຄຳເຫັນ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ຄົບຖ້ວນ ທັງສອດຄ່ອງກັບສະພາບການພັດທະນາເສດຖະກິດ – ...

Read More »