4 ບ້ານຖືກຮັບຮອງເປັນບ້ານພັດທະນາ ຢ່າງສົມບູນ.

ພິທີປະກາດຮັບຮອງເອົາບ້ານ ໜອງສະພັງ,ບ້ານ ແກ້ງແຮດ, ບ້ານ ເຄືອເຂົາກາດ ແລະ ບ້ານ ກະຈຸ ຂອງເມືອງ ໄຊບູລີ ເປັນບ້ານພັດທະນາ ໄດ້ຈັດຂຶ້ນໃນທ້າຍເດືອນ ພະຈິກ 2018 ທີ່ສະໂມສອນຂອງ ຫ້ອງວ່າການປົກຄອງເມືອງ ໄຊບູລີ ແຂວງ ສະຫວັນນະເຂດ.

ໃຫ້ກຽດເຂົ້າຮ່ວມເປັນປະທານ ໃນພິທີຄັ້ງນີ້ ໂດຍ ມີ ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງ ສະຫວັນນະເຂດ, ທ່ານ ບຸນ ຍົງ ຈັນນີຍະວົງ ກຳມະການພັກແຂວງ ເລຂາພັກເມືອງເຈົ້າ ເມືອງໄຊບູລີ ພ້ອມດ້ວຍຄະນະນຳຂອງເມືອງ, ພາກສ່ວນ ປກຊ-ປກສ ກໍໄດ້ເຂົ້າຮ່ວມ.

ໃນພິທີ, ທ່ານ ດຳດີ ຮຽງວົງສາ ນາຍບ້ານເຄືອເຂົາກາດ ໄດ້ເປັນຕົວແທນໃຫ້ກັບນາຍ ບ້ານທັງ 4 ບ້ານດັ່ງກ່າວ ຂຶ້ນຜ່ານບົດລາຍງານການຈັດ ຕັ້ງປະຕິບັດຄຳສັ່ງແນະນຳ ເລກທີ 03/ກມສພ ລົງວັນທີ 30 ພຶດສະພາ 2011 ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຕາມ 4 ເນື້ອໃນ 4 ຄາດໝາຍ.

ບົດລາຍງານໄດ້ໃຫ້ຮູ້ວ່າ: ທັງ 4 ບ້ານມີເນື້ອທີ່ລວມທັງໝົດ 1.138,5 ເຮັກຕາ, ມີພົນລະ ເມືອງ 5.520 ຄົນ ຍິງ 2.726 ຄົນ, ມີ 802 ຫຼັງຄາເຮືອນ, 1.023 ຄອບຄົວ. ຜ່ານການ ຕີລາຄາສະພາບການເຄື່ອນ ໄຫວວຽກງານໃນແຕ່ລະ ດ້ານໃນ ໄລຍະຜ່ານມາເຫັນ ໄດ້ວ່າຄະນະພັກ-ອຳນາດການ ປົກຄອງໃນ 4 ບ້ານໄດ້ ພ້ອມພຽງກັນສຸມໃສ່ຈັດຕັ້ງ ຜັນຂະຫຍາຍ ແລະເຮັດຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍ ຖືເອົາວຽກງານການເມືອງ ແນວຄິດເປັນກົກເຮັດໃຫ້ຄະນະປົກຄອງບ້ານ ແລະ ປະຊາຊົນໄດ້ມີຄວາມເຂົ້າໃຈ ແລະ ຕື່ນຕົວໃນການພັດທະນາບ້ານ ຂອງຕົນໃຫ້ດີຂຶ້ນໃນທຸກດ້ານ.

ໃນພີທີຄັ້ງນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງຮັບຮອງເອົາ 23 ບ້ານເປັນບ້ານ ໜັກແໜ້ນເຂັ້ມແຂງ, ຮັບຮອງເອົາ 5 ບ້ານເປັນບ້ານ ທີ່ມີຄວາມສະເໝີພາບຍິງ-ຊາຍ, ຮັບຮອງເອົາ 12 ບ້ານ ເປັນບ້ານສາມັກຄີປອງດອງ, ຮັບຮອງ 12 ບ້ານເປັນບ້ານ ປອດຢາເສບຕິດ, ຮອງເອົາ 29 ບ້ານ ເປັນບ້ານສາທາ ລະນະສຸກສະໄໝທີ II ແລະ ທີ III ແລະ ຮັບຮອງເອົາ 14 ບ້ານເປັນ ບ້ານປ້ອງກັນຄວາມສະຫງົບດີ ອີກດ້ວຍ.

ຂໍ້ມູນຈາກ: ເຟສບຸກ ຂ່າວ ສະຫວັນພັດທະນາ.

Comments