ທ່ານ ປອ ອາດສະພັງທອງ ສີພັນດອນ ພົບປະໂອ້ລົມພະນັກງານການເງິນ ແຂວງຫຼວງນໍ້າທາ

ໃນໂອກາດທີ່ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງນໍ້າທາ ໃນວັນທີ 6 ທັນວາ 2018 ຢູ່ທີ່ຫ້ອງປະຊຸມພະແນກການເງິນ ແຂວງ ຫຼວງນໍ້າທາ ທ່ານ ປອ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ພົບປະໂອ້ລົມ ພະນັກງານອ້ອມຂ້າງພະແນກການເງິນແຂວງ ຫຼວງນໍ້າທາ ທ່ານ ກອນແສງ ຄັນທະວົງ ຮອງຫົວໜ້າພະແນກການເງິນ ແຂວງຫຼວງນໍ້າທາ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຊຶ່ງສາມາດປະຕິບັດໄດ້ແລ້ວ 75% ຂອງແຜນການປີ.

(ລາຍລະອຽດຕິດຕາມຊົມຄຣິບຂ່າວ)….

ຮອງລັດຖະມົນຕີ ກະຊວງການເງີນ ໂອລົມແລະເຮັດວຽກຢູ່ພະແນກການເງີນແຂວງຫຼວງນ້ຳທາ

Posted by ໂທລະພາບ ແຂວງຫຼວງນ້ຳທາ on Friday, December 7, 2018

ຂອບໃຈຂໍໍ້ມູນຈາກ: ໂທລະພາບແຂວງຫຼວງນໍ້າທາ.

Comments