ຂ່າວ ພາຍໃນປະເທດ

ທ່ານ ບໍ່ແສງຄຳ ວົງດາລາ ຕ້ອນຮັບທູດຈີນ ຄົນໃໝ່

ໃນວັນທີ 15 ພະຈິກ 2018 ຜ່ານມານີ້ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຈຽງ ຈ້າຍ ຕົງ  ໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແຫ່ງ ສປ ຈີນ ຄົນໃໝ່ ປະຈຳ ສປປ ລາວ.  ທ່ານ ບໍ່ແສງຄຳ ວົງດາລາ ກ່າວວ່າ: ໃນໄລຍະຜ່ານມາ ກະຊວງ ຖວທ ກໍໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອຈາກລັດຖະບານ ຈີນ ບໍ່ວ່າຈະເປັນວິຊາການ ແລະ ອຸປະກອນຕ່າງໆ ທີ່ໃຊ້ໃນວຽງານສື່ມວນຊົນ ເປັນຕົ້ນ ໂທລະພາບ, ວິທະຍຸ ແລະ ສື່ສິ່ງພິມຕ່າງໆ. ລາວ ແລະ ຈີນ ໄດ້ຮ່ວມມືກັນສົ່ງເສີມດ້ານວຽກງານການທ່ອງທ່ຽວ ເຊິ່ງປັດຈຸບັນ ມີນັກທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວລາວ ນັບມື້ຫຼາຍຂຶ້ນ. ນອກຈາກນີ້ ສອງປະເທດ ຍັງໄດ້ຕົກລົງເຫັນດີເອົາ ປີ 2019 ເປັນປີທ່ອງທ່ຽວ ...

Read More »

ລັດຖະມົນຕີການຕ່າງປະເທດ ພົບປະຮອງລັດຖະມົນຕີ ການຕ່າງປະເທດ ສ ອາເມລິກາ

ໃນວັນທີ 14 ພະຈິກ 2018 ໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງອື່ນໆ ທີ່ປະເທດ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະ ມົນຕີ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ຈອນ ສຸລິວັນ ຮອງລັດຖະມົນຕີ ການຕ່າງປະເທດ ສະຫະລັດ ອາເມລິກາ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວໄປສູ່ບາດກ້າວໃໝ່. ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ຕີລາສູງຕໍ່ການພົວພັນຮ່ວມມືໃນໄລຍະທີ່ຜ່ານມາ ແລະ ຊຸກຍູ້ການຮ່ວມມືກັນໃນຕໍ່ໜ້າ. ສຳລັບການຮ່ວມມືສອງຝ່າຍ ໃນປັດຈຸບັນທີ່ພົ້ນເດັ່ນປະກອບ ມີ: ວຽກງານຊອກຄົ້ນຫາສິ່ງເສດເຫຼືອ ຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA); ການແກ້ໄຂບັນຫາລະເບີດບໍ່ທັນແຕກ (UXO); ການຮ່ວມມືດ້ານສາທາລະນະສຸກ, ການສຶກສາ, ການປ້ອງກັນ-ຄວບຄຸມຢາເສບຕິດ (Narcotic) ແລະ ການຊ່ວຍເຫຼືອດ້ານວັດທະນະທຳ-ສັງຄົມ. ໃນໂອກາດພົບປະສອງຝ່າຍດັ່ງກ່າວ, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ອາເມລິກາ ທີ່ໃຫ້ທຶນຊ່ວຍເຫຼືອແກ່ ...

Read More »

ນາຍົກ ສືບຕໍ່ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ແລະ ບັນດາຄູ່ເຈລະຈາ ທີ່ ສິງກະໂປ

ໃນວັນທີ 15 ພະຈິກ 2018 ທີ່ ສິງກະໂປ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນ ກັບບັນດາຄູ່ເຈລະຈາ ເຊັ່ນ: ກອງປະຊຸມສຸດຍອດສຸດຍອດອາຫານເຊົ້າ ແບບບໍ່ເປັນທາງການອາຊຽນ-ອິນເດຍ, ກອງປະຊຸມສຸດຍອດ ອາຊຽນ-ອາເມຣິກາ ຄັ້ງທີ 6, ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 13. ສຳລັບກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ຄັ້ງທີ 6 ໃນຖານະປະເທດປະສານງານໃຫ້ແກ່ການພົວພັນ ອາຊຽນ-ສະຫະລັດອາເມຣິກາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຕາງໜ້ານໍາສະ  ເໜີບົດຄໍາເຫັນລວມຂອງອາຊຽນ ກ່ຽວກັບການຮ່ວມມື ອາຊຽນ-ສະຫະລັດ ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ. ໃນໂອກາດນີ້, ກອງປະຊຸມໄດ້ສະແດງຄວາມຍິນດີທີ່ເຫັນວ່າ: ການພົວພັນຮ່ວມມື ອາຊຽນ-ອາເມຣິກາ ໄດ້ມີການຂະຫຍາຍຕົວຢ່າງໜັກແໜ້ນ, ໝັ້ນຄົງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ໂດຍສະເພາະແມ່ນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ...

Read More »

ເຂົ້າໄກ່ນ້ອຍ ໄດ້ຮັບໃບຢັ້ງຢືນຖິ່ນກໍາເນີດ ຮຽບຮ້ອຍແລ້ວ

ວັນທີ 13 ພະຈິກ 2018 ຜ່ານມາ ທີ່ຖໍ້າຊ້າງລອດ ເມືອງວຽງໄຊ ແຂວງ ຫົວພັນ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນ ຖິ່ນກໍາເນີດເຂົ້າໄກ່ນ້ອຍ ໃຫ້ແກ່ສະມາຄົມສົ່ງເສີມ ເຂົ້າໄກ່ນ້ອຍຫົວພັນ ເຊິ່ງຂຶ້ນຮັບໂດຍ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ. ການຈົດທະບຽນຖິ່ນກໍາເນີດເຂົ້າໄກ່ນ້ອຍຫົວພັນ ແມ່ນໄດ້ເລີ່ມຂຶ້ນໃນຕົ້ນປີ 2016 ແລະ ໄດ້ມີການເຕົ້າໂຮມຜູ້ຜະລິດ ແລະ ຜູ້ປະກອບການ ທີ່ຜະລິດ ແລະ ຄ້າຂາຍເຂົ້າໄກ່ນ້ອຍ ເຂົ້າຮ່ວມສ້າງຕັ້ງເປັນສະມາຄົມ ສົ່ງເສີມເຂົ້າໄກ່ນ້ອຍ ແຂວງຫົວພັນ ໂດຍມີ 242 ຄອບຄົວ ແລະ 3 ຫົວໜ່ວຍທຸລະກິດເຂົ້າຮ່ວມ. ຈຸດປະສົງຂອງ ການຈົດທະບຽນປົກປ້ອງຖິ່ນກໍາເນີດເຂົ້າໄກ່ນ້ອຍຈາກແຂວງຫົວພັນ ແມ່ນເພື່ອປົກປ້ອງຊື່ສຽງຂອງເຂົ້າໄກ່ນ້ອຍແຂວງຫົວພັນ ອັນເປັນທີ່ຮູ້ຈັກຢ່າງກວ້າງຂວາງ, ປົກປ້ອງພູມປັນຍາທ້ອງຖິ່ນທີ່ຕິດພັນກັບການຜະລິດເຂົ້າໄກ່ນ້ອຍ ທີ່ສືບທອດມາຈາກບັນພະບູລຸດຫຼາຍເຊັ່ນຄົນ ສາມາດເວົ້າໄດ້ວ່າ: ແມ່ນຊັບສິນທາງປັນຍາຂອງຊຸມຊົນທ້ອງຖິ່ນ, ທັງເປັນເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນເອກະລັກຂອງເຂົ້າໄກ່ນ້ອຍໄວ້. ພາຍຫຼັງທີ່ມີການຈົດທະບຽນ ຈະມີການກວດກາທຸກຂັ້ນຕອນການຜະລິດ ແລະ ມີການຢັ້ງຢືນຄວາມຖືກຕ້ອງຕາມມາດຕະຖານການຜະລິດເຂົ້າໄກ່ນ້ອຍ ຈາກໜ່ວຍງານຢັ້ງຢືນພາຍໃນ ຫຼື ສາກົນ ຈິ່ງຈະເຮັດໃຫ້ສິນຄ້າເຂົ້າໄກ່ນ້ອຍທີ່ວາງຂາຍໃນຕະຫຼາດ ...

Read More »

ສັນຍາ RCEP ມີທ່າແຮງໃນການສ້າງກົດກະຕິກາໃໝ່ຂອງການຄ້າສາກົນ

ກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ຄັ້ງທີສອງ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 14 ພະຈິກ 2018 ທີ່ປະເທດສິງກະໂປ, ໃນກອງປະຊຸມ ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານ ໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າໃນການເຈລະຈາ ແລະ ກໍານົດຄາດໝາຍການເຈລະຈາໃຫ້ສໍາເລັດພາຍໃນປີ 2019 ເຊິ່ງການເຈລະຈາສັນຍາດັ່ງກ່າວ ໄດ້ດໍາເນີນມາ 6 ປີ ໂດຍມີ 24 ຮອບ  ນັບແຕ່ປີ 2012 ເປັນຕົ້ນມາ. ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ເປັນຂໍ້ຕົກລົງທາງດ້ານເສດຖະກິດພາກພື້ນ ຂະໜາດໃຫຍ່ທີ່ສຸດຂອງໂລກ ກວມເອົາປະຊາກອນ 3,5 ຕື້ຄົນ, ເກືອບ 1/3 ຂອງ GDP ໂລກ ແລະ 30% ຂອງການໄຫຼວຽນເງິນລົງທຶນທາງກົງຂອງໂລກ ຊຶ່ງພວມເຈລະຈາກັນລະຫວ່າງ 10 ປະເທດອາຊຽນ ກັບ 6 ຄູ່ຮ່ວມເຈລະຈາ ຄື: ອົດສະຕຣາລີ, ຈີນ, ອິນເດຍ, ນິວຊີແລນ ແລະ ສ.ເກົາຫລີ ປະກອບເປັນ 16 ປະເທດໃນເຂດການຄ້າເສລີ. (ທ່ານ ທອງລຸນ ສີສຸລິດ ...

Read More »

ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມຫຼາຍກອງປະຊຸມປິ່ນອ້ອມ ອາຊຽນຊໍາມິດ 33

ໃນ​ວັນ​ທີ 14 ພະຈິກ 2018, ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລະດັບສຸດຍອດ ກັບບັນດາຄູ່ເຈລະຈາຂອງອາຊຽນ ເຊັ່ນ: ກອງປະຊຸມສຸດຍອດອາຫານເຊົ້າ ແບບບໍ່ເປັນ ທາງການອາຊຽນ-ອົດສະຕຣາລີ, ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 21, ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 20, ກອງປະຊຸມອາຫານທ່ຽງແບບເຮັດວຽກສໍາລັບຜູ້ນໍາອາຊຽນ ແລະ ແຂກຂອງປະທານ, ກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ຄັ້ງທີ 3 ແລະ ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 21. ນອກຈາກນີ້, ຍັງມີການພົບປະສອງຝ່າຍກັບ ລັດເຊຍ ແລະ ສ.ເກົາຫລີ. ກອງປະຊຸມສຸດຍອດອາຫານເຊົ້າ ແບບບໍ່ເປັນທາງການ ອາຊຽນ-ອົດສະຕຣາລີ ໄດ້ຕີລາຄາສູງຕໍ່ຜົນສໍາເລັດ ຂອງກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ໄດ້ຈັດຂຶ້ນ ໃນເດືອນມີນາ 2018 ທີ່ ຊິດນີ, ອົດສະຕຣາລີ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການຜັນຂະຫຍາຍ 15 ຂໍ້ລິເລີ່ມ ທີ່ ລັດຖະບານອົດສະຕຣາລີ ໄດ້ປະກາດໃນໂອກາດກອງປະຊຸມສຸດຍອດສະໄໝພິເສດດັ່ງກ່າວ. ນອກນີ້, ...

Read More »

ສປປ ລາວ-ສເກົາຫລີ ພົບປະສອງຝ່າຍ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ ປະເທດສິງກະໂປ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ມູນ ແຈ ອິນ ປະທານາທິບໍດີ ແຫ່ງ ສ.ເກົາຫຼີ, ໃນວັນທີ 14 ພະຈິກ 2018, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ. ຂອບໃຈແຫຼ່ງຂໍ້ມູນ ພາບຈາກອິນເຕີເນັດ  

Read More »

ເປີດສະໝັກທຶນ!!! ໄປສຶກສາຕໍ່ທີ່ປະເທດສິງກະໂປ

ມາແລ້ວ ທຶນການສຶກສາ ລະດັບປະລິນຍາຕີ ຈາກປະເທດສິງກະໂປ ພາຍໃຕ້ທຶນການສຶກສາ 2019 Dr Goh Keng Swee Scholarship ປິດຮັບສະຫມັກ15 ມີນາ 2019 ລາຍລະອຽດ ແລະ ວິທີການສະຫມັກທີ່: https://abs.org.sg/dr-goh-keng-swee-scholarship The Dr Goh Keng Swee (GKS) Scholarship offers 4-year undergraduate studies in Singapore as administered by the Association of Banks in Singapore. GKS scholarship was set up by the financial community in Singapore in honour of former Deputy Prime Minister Dr Goh ...

Read More »

ກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP)

ໃນວັນທີ 14 ພະຈິກ 2018, ກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ຄັ້ງທີສອງ ໄດ້ໄຂຂຶ້ນຢ່າງເປັນທາງການທີ່ປະເທດສິງກະໂປ ແລະ ປະມຸກລັດ/ຫົວໜ້າລັດຖະບານ ໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າຢ່າງຫຼວງຫຼາຍໃນການເຈລະຈາມາຮອດປະຈຸບັນ ແລະ ກໍານົດຄາດໝາຍຈະສໍາເລັດການເຈລະຈາໃຫ້ໄດ້ພາຍໃນປີ 2019. ການເຈລະຈາສັນຍາດັ່ງກ່າວ ໄດ້ດໍາເນີນມາເປັນເວລາ ຫົກປີ ໂດຍມີ 24 ຮອບ  ນັບແຕ່ປີ 2012 ເປັນຕົ້ນມາ. ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຖືໄດ້ວ່າ ເປັນຂໍ້ຕົກລົງທາງດ້ານເສດຖະກິດພາກພື້ນຂະໜາດໃຫຍ່ທີ່ສຸດຂອງໂລກ ກວມເອົາປະຊາກອນເກືອບເຄິ່ງໂລກ 3,5 ຕື້ຄົນ, ເກືອບ 1/3 ຂອງ GDP ໂລກ ແລະ 30% ຂອງການໄຫຼວຽນເງິນລົງທຶນທາງກົງຂອງໂລກ ຊຶ່ງພວມເຈລະຈາກັນລະຫວ່າງ 10 ປະເທດອາຊຽນ ກັບ ຫົກຄູ່ຮ່ວມເຈລະຈາ ຄື: ອົດສະຕຣາລີ, ຈີນ, ອິນເດຍ, ນິວຊີແລນ ແລະ ເກົາຫຼີໃຕ້ ປະກອບເປັນ 16 ປະເທດໃນເຂດການຄ້າເສລີນີ້. ເປົ້າໝາຍຂອງການເຈລະຈາ ແມ່ນເພື່ອເຮັດໃຫ້ການເຊື່ອມໂຍງເສດຖະກິດພາກພື້ນໃຫ້ເປັນໄປໃນລວງກວ້າງ ແລະ ລວງເລິກຍິ່ງຂຶ້ນ, ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດພາກພື້ນ ແລະ ການພັດທະນາເສດຖະກິດທີ່ສະເໝີພາບ ...

Read More »

ລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມອາຊຽນ ທີ່ ສິງກະໂປ.

ວັນທີ 13 ພະຈິກ 2018 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 18 ທີ່ປະເທດສິງກະໂປເປັນເຈົ້າພາບ ເຊິ່ງໃນກອງປະຊຸມຄະນະຜູ້ແທນໄດ້ຮ່ວມກັນປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຂອງບັນດາຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະ ແມ່ນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ພ້ອມທັງຊຸກຍູ້ບັນດາຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງ ໃຫ້ເພີ່ມຄວາມເປັນເຈົ້າການ ແລະ ນໍາພາການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ຍັງຄ້າງຄາ. ປັດຈຸບັນ ອາຊຽນ ສາມາດຈັດຕັ້ງປະຕິບັດສໍາເລັດແລ້ວ 88%ຂອງຈຳນວນທັງໝົດ 290 ກິດຈະກໍາ ພາຍໃຕ້ແຜນແມ່ບົດດັ່ງກ່າວ ໃນນັ້ນ ສປປ ລາວ ກໍໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໂດຍໄດ້ສຳເລັດການເປັນເຈົ້າພາບກອງປະຊຸມປະສານງານ ຄັ້ງທີ 2 ໃນການສຶກສາຄົ້ນຄວ້າ ຂອງ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ກ່ຽວກັບສິດທິໄດ້ຮັບການສຶກສາ ແລະ ເປັນເຈົ້າພາບຈັດກອງປະຊຸມລັດ ຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18 ໃນຕົ້ນເດືອນຕຸລາ ຜ່ານມາ. ພ້ອມນັ້ນໃນຕອນເຊົ້າຂອງວັນດຽວກັນ ທ່ານ ...

Read More »